ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ07/01/2026 14:39
ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.