ຂປລ
ສູນສະຖິຕິ, ຂ່າວສານສາທາລະນະສຸກ ແລະ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດກິດຈະກຳໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈແກ່ສັງຄົມ ກ່ຽວກັບສານພິດອັນຕະລາຍເມຕາໂນນ (Methanol) ທີ່ປະສົມຢູ່ໃນເຄື່ອງດື່ມທີ່ມີທາດເຫຼົ້າ
ໃນລະຫວ່າງວັນທີ 25-27 ຕຸລາ 2025 ຢູ່ບຸນຊ່ວງເຮືອວັດຈັນ, ນະຄອນຫຼວງວຽງຈັນ. ຊຶ່ງເມຕາໂນນແມ່ນສານພິດອັນຕະລາຍຊະນິດໜຶ່ງທີ່ອາດປົນຢູ່ໃນເຫຼົ້າເຖື່ອນ ຫຼື ເຫຼົ້າປອມ, ເມື່ອດື່ມສານດັ່ງກ່າວເຂົ້າໄປສູ່ຮ່າງກາຍ ມັນຈະທຳລາຍເຊວລະບົບປະສາດ ແລະ ລະບົບຫາຍໃຈ.
ໃນກິດຈະກຳຄັ້ງນີ້, ທີມງານແມ່ນໄດ້ໃຫ້ຄວາມຮູ້ກ່ຽວກັບອາການ ແລະ ສັນຍານເຕືອນສຳລັບຜູ້ທີ່ດື່ມສານເມຕາໂນນ ທີ່ປົນຢູ່ໃນເຄື່ອງດື່ມທີ່ມີທາດເຫຼົ້າເຂົ້າໄປໃນຮ່າງກາຍ ມັກເລີ່ມສະແດງອາການອອກພາຍໃນ 12–24 ຊົ່ວໂມງຫຼັງຈາກດື່ມ, ຄ້າຍຄືອາການເມົາຄ້າງ ແຕ່ຮຸນແຮງກວ່າປົກກະຕິ ຫຼື ຮຸນແຮງຂຶ້ນເລື້ອຍໆ ຊຶ່ງຈະເຮັດໃຫ້ຜູ້ທີ່ໄດ້ຮັບສານດັ່ງກ່າວອາດມີອາການເພີ່ມດັ່ງນີ້: ຕາຟາງ, ຕາແພ້ແສງ, ຕາເຫັນເປັນຈຸດດຳລອຍໄປມາ, ຕາເຫັນແສງຍິບຍັບ, ການເບິ່ງເຫັນແຄບລົງ ຫຼື ຕາບອດ; ເຈັບຫົວ, ມຶນງົງ, ວິນຫົວ ແລະ ອ່ອນເພຍ; ເຈັບທ້ອງ ແລະ ປຸ້ນທ້ອງ; ຫາຍໃຈຍາກ ຫຼື ຫາຍໃຈຜິດປົກກະຕິ. ຖ້າມີອາການເຫຼົ່ານີ້ ຄວນໄປພົບແພດດ່ວນ.
ກິດຈະກຳຄັ້ງນີ້ ແມ່ນໜຶ່ງໃນກິດຈະກຳຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ໂຕ້ຕອບດ້ານຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ (2025-2027) ໂດຍໄດ້ຮັບສະໜັບສະໜູນດ້ານງົບປະມານຈາກລັດຖະບານອົດສະຕຣາລີ ແລະ ດຳເນີນງານຜ່ານການຮ່ວມມືລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI.
KPL