ປະຫວັດຄວາມເປັນມາຂອງສຳນັກຂ່າວສານປະເທດລາວ
ຕະຫລອດໄລຍະແຫ່ງການຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດອອກຈາກແອກຄອບຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ພັກປະຊາຊົນປະຕິວັດລາວຍາມໃດກໍຖືເອົາວຽກງານໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ປຸກລະດົມ ນ້ຳໃຈຮັກຊາດຂອງປະຊາຊົນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຢ່າງພິລະອາດຫານ, ໃນນັ້ນ ໜ່ວຍງານ ຂ່າວສານ ເປັນໜ່ວຍງານໜຶ່ງໄດ້ ຕິດພັນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ເຮັດໜ້າທີ່ດັ່ງກ່າວ ນັບທັງການບັນທຶກເຫດການສຳຄັນຕ່າງໆ ໂດຍສະເພາະ ແມ່ນບັ້ນໂຄສະນາປຸກລະດົມປະຊາຊົນລຸກຮືຂຶ້ນ ຢຶດອຳນາດການປົກຄອງຈາກກຳມືຂອງພວກລ່າເມືອງຂຶ້ນແບບເກົ່າ, ໃນຊຸມປີ 1940. ຈາກນັ້ນມາ ໜ່ວຍງານຂ່າວສານ ພາຍໃຕ້ການນຳພາຂອງຄະນະພັກແຄວ້ນລາວ ແລະ ສູນກາງແນວລາວອິດສະຫລະໃນເວລານັ້ນ ກໍໄດ້ ເສີມຂະຫຍາຍມູນເຊື້ອຂອງຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນທີ່ມາຮຸກຮານລາວໃນແຕ່ລະໄລຍະ.
ອີງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ, ໃນວັນທີ 6 ເດືອນມັງກອນປີ 1968 ຢູ່ຖ້ຳແຫ່ງໜຶ່ງ ທີ່ບ້ານບັກ ທົ່ງນາໄກ (ປະຈຸບັນແມ່ນເມືອງ ວຽງໄຊ) ແຂວງ ຫົວພັນ ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດລາວ, ທ່ານ ສຸພານຸວົງ, ປະທານສູນກາງແນວລາວຮັກຊາດ ໄດ້ລົງນາມມະຕິຕົກລົງ ຂອງ ສູນກາງແນວລາວ ຮັກຊາດສະບັບໜຶ່ງ ວ່າດ້ວຍການສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ມີຕົວໜັງສືລາວ ຂຽນຫຍໍ້ວ່າ “ຂປລ“ ຫຼື ພາສາຕ່າງປະເທດ “KPL“ ໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດ ຄົບຮອບ 12 ປີ, ຂຶ້ນຢ່າງເປັນທາງການ ເພື່ອເຮັດໜ້າທີ່ຖະແຫລງ ຂ່າວຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ກ່ຽວກັບຂະບວນການຕໍ່ສູ້ຢ່າງພິລະອາດຫານ ຂອງ ປະຊາຊົນລາວ ບັນດາເຜົ່າ ຕ້ານກັບຈັກກະພັດ ແລະ ລູກແຫລ້ງຕີນມື ຂອງ ພວກເຂົາ ທີ່ມີຕໍ່ປະຊາຊົນລາວ.
ຜູ້ອຳນວຍການຄົນທຳອິດແມ່ນ ທ່ານ ສີຊະນະ ສີສານ, ກຳມະການໃນຄະນະໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ) ຂອງ ສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະທ່ານ ສົມເທີ ເພັດມະນີ ເປັນຮອງ.ໃນສະພາບທ່າມກາງຫ່າລະເບີດ ລູກປືນຂອງພວກໂຈນອາກາດ ອາເມລິກາທີ່ໄດ້ແຫ່ກັນມາຖິ້ມລົງໃສ່ເຂດທີ່ໝັ້ນຂອງສູນກາງຢ່າງບໍ່ເວັ້ນ ແຕ່ລະວັນ ເພື່ອຫວັງດັບມອດກຳລັງປະຕິວັດ ຂອງພວກເຮົາ. ແຕ່ກົງກັນຂ້າມກຳລັງການປະຕິວັດລາວ ພາຍໃຕ້ການນຳພາຂອງພັກ ຊ້ຳພັດນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງທາງດ້ານປະລິມານ ແລະ ຄຸນນະພາບ ໃນການຕໍ່ສູ້ຈັກກະພັດ ແລະ ລູກແຫລ້ງຕີນມື ທີ່ບອກໄດ້ໃຊ້ຟັງ ຂອງພວກເຂົາ ຈາກໄຊຊະນະນີ້ໄປຫາ ໄຊຊະນະໃໝ່ ໃຫຍ່ຫລວງກວ່າເກົ່າ.
ຈາກຄວາມປະລາໄຊ ຢ່າງໜັກໜ່ວງໃນບັນດາບັ້ນຮົບຕ່າງໆ, ພວກຈັກກະພັດ ແລະ ລູກມື ຂອງ ພວກເຂົາ ໄດ້ເພີ່ມທະວີສົງຄາມ ຕີເຂົ້າເຂດປົດປ່ອຍ ນັບມື້ຍິ່ງຮ້າຍແຮງດຸເດືອດຍິ່ງຂຶ້ນ, ໃນແຕ່ລະວັນ ພວກເຂົາໄດ້ສົ່ງຝຸງເຮືອບິນສູ້ຮົບມີທັງ F105, T28 ແລະ ອື່ນໆຂົນເອົາລູກລະເບີດ ຊະນິດຕ່າງໆ ຜັດປ່ຽນກັນໄປມາຖິ້ມລະເບີດໃສ່ເຂດປົດປ່ອຍ ໂດຍສະເພາະບັນດາຖ້ຳຂອງ ທ່ານຜູ້ນຳ ແລະ ທົ່ງນາໄກ ຢ່າງໜັກໜ່ວງ.
ເມື່ອເປັນດັ່ງນັ້ນ ເພື່ອຄວາມປອດໄພ ແລະ ຮັກສາກຳລັງ ໃນການຮັບປະກັນໃຫ້ແກ່ການກະຈາຍສຽງອອກອາກາດບໍ່ໃຫ້ຂາດ. ສຳນັກງານວິທະຍຸ ຂ່າວສານຂອງ ຝ່າຍປະເທດລາວ ຈິ່ງໄດ້ແບ່ງອອກເປັນສອງສຳນັກຄື: B1 ໄດ້ໄປ ຕັ້ງສຳນັກງານ ຢູ່ປະເທດຫວຽດນາມ ເອີ້ນວ່າ ແນວຫລັງ ໂດຍແມ່ນທ່ານ ສອນ ຄຳວານວົງສາ ເປັນຫົວຫນ້າ. ສ່ວນ B2 ແມ່ນປະຈຳຢູ່ ພູແຄ ທົ່ງນາໄກ ເອີ້ນວ່າ ແນວຫນ້າ ໂດຍມີທ່ານ ສົມເທີ ເພັດມະນີ ເປັນຫົວຫນ້າ, ທ່ານ ສີສະໜານ ແລະ ທ່ານ ບົວບານ ວໍລະຂຸນ ເປັນຮອງ ໃນການຮັບຜິດຊອບບົດ-ຂ່າວ. ທ່ານ ສີຊະນະ ສີສານ ຮັບຜິດຊອບລວມ ທັງສອງສຳນັກ. ຢູ່ສຳນັກ B2 ເວລານັ້ນ ປະກອບມີຫນ່ວຍ ບົດ, ຫນ່ວຍຂ່າວ (ພິມດີດ ເປັນໂຕລາຕິນ ແລະ ພາສາລາວ, ເຕັກນິກ ກໍມີໂທລະເລກ,ຈັກກະຈາຍ ແລະ ໄຟຟ້າ.
ປີ 1970 ພາຍຫລັງບັ້ນຮົບກູ້ກຽດ ຢູ່ແຂວງຊຽງຂວາງ, ສຳນັກວິທະຍຸ ຂອງ ກອງກໍາລັງ ເປັນກາງ ຮັກຊາດຢູ່ຄັງໄຂ ໄດ້ອົບພະຍົບຂຶ້ນໄປຢູ່ສູນກາງ ແລະ ໄດ້ມາສົມທົບ ຢູ່ຮ່ວມກັບຂ່າວສານປະເທດລາວ ທີ່ຕັ້ງຢູ່ພູແຄ ຊຶ່ງມີທ່ານ ວັນເຮືອງ ວົງວິຈິດ ເປັນຫົວຫນ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ຜູ້ອື່ນໆ ລວມທັງນັກຂ່າວ ແລະ ນັກວິຊາການເຕັກນິກ ອັນໄດ້ເຮັດໃຫ້ສຳນັກຂ່າວສານ ເວລານັ້ນມີຈຳນວນຫລາຍຂຶ້ນ ແລະ ເຂັ້ມແຂງເປັນກ້າວໆ ຮັບປະກັນໃນການອອກຂ່າວ ທັນກັບເວລາ.ສຳນັກຂ່າວສານ ທີ່ຕັ້ງຢູ່ພູແຄ ໃນເມື່ອກ່ອນ ແມ່ນຕັ້ງເຮືອນເປັນ ຕູບນ້ອຍໆ ຢູ່ກ້ອງຮົ່ມ ສຸມໄມ້ຫົກ, ບໍ່ມີຫ້ອງການເຮັດວຽກ, ບໍ່ມີໂຕະຕັ່ງໃນການນັ່ງເຮັດວຽກ, ການຂຽນຂ່າວ-ບົດ ແມ່ນເອົາຕຽງນອນ ຂອງ ຕົນເອງ ເປັນບ່ອນເຮັດວຽກຂອງ ໃຜລາວ. ການເຮັດວຽກ ຈະຕ້ອງຟັງສຽງເຮືອບິນ ໄປພ້ອມໆ ກັນ, ຖ້າໄດ້ຍິນສຽງເຮືອບິນມາກໍຕ້ອງຫີ້ວເອົາຈັກພິມດີດ, ເອກະສານຕ່າງໆ ແລ່ນເຂົ້າໄປລີ້ ຢູ່ໃນຖ້ຳ ເພື່ອຄວາມປອດໄພ, ເມື່ອເຮືອບິນໜີ ກໍອອກມາເຮັດວຽກຕໍ່. ຖ້ຳຂອງຂ່າວສານ ໄດ້ຖືກເຮືອບິນມາຖິ້ມລະເບີດຖະຫລົ່ມ 2 ຄັ້ງ ເຮັດໃຫ້ບ່ອນພັກ ເຊົາຖືກເປ່ເພເສຍຫາຍ, ເມື່ອເປັນດັ່ງນັ້ນ ທາງຄະນະຮັບຜິດຊອບສຳນັກ ຈິ່ຶງໄດ້ລະດົມອ້າຍນ້ອງທັງໝົດ ພ້ອມພາກັນໃຊ້ແຮງງານຂຸດເຈາະຫີນ ແລະ ສ້ອມແປງຖ້ຳໃຫ້ກວ້າງອອກຕື່ມໃຊ້ເວລາເກືອບ1ປີຈຶ່ງສຳເລັດ.
ໃນບັ້ນຮັບໃຊ້ໃຫ້ແກ່ສະໜາມຮົບກູ້ກຽດ ແລະ ໂອເດແອນ ຢູ່ແຂວງ ຊຽງຂວາງ, ບັ້ນຮົບລາມເຊີນ 719 ຢູ່ ແຂວງສະຫວັນນະເຂດ, ຊຶ່ງແມ່ນ 3 ບັ້ນຮົບໃຫຍ່ທີ່ສຸດ ດຸເດືອດ ແລະ ຮ້າຍແຮງທີ່ສຸດນັ້ນ, ຍ້ອນສໍານັກ ມີ 2 ບ່ອນ ຕັ້ງຢູ່ຄົນລະປະເທດ, ໂດຍຜູ້ຂຽນບົດ, ຂຽນຂ່າວ ແມ່ນຢູ່ພູແຄ ແຕ່ໂຄສົກອ່ານຂ່າວອອກທາງ ວິທະຍຸ ຊໍ້າພັດຢູ່ຫວຽດນາມ, ໂດຍແຕ່ລະມື້ນັກຂ່າວໄດ້ໄປເກັບກຳຂ່າວ ຈາກສະໜາມຮົບຕ່າງໆ ມາຂຽນແລ້ວ ສົ່ງໃຫ້ໜ່ວຍງາມພິມດີດ ພິມເປັນໂຕລາຕິນແລ້ວເອົາໄປສົ່ງໃຫ້ໜ່ວຍງານໂທລະເລກ ສົ່ງຕໍ່ໄປໃຫ້ ສຳນັກ B1 ຢູ່ຫວຽດນາມ. ເຖິງວ່າຈະຖືກເຮືອບິນມາຖິ້ມລະເບີດ ໃສ່ບໍ່ເວັ້ນແຕ່ລະວັນ, ເຖິງຝົນຕົກ, ອາກາດຈະໜາວຈົນເຂົ້າກະດູກ, ການດຳລົງຊີວິດໃນແຕ່ລະວັນຈະພົບກັບຄວາມຫຍຸ້ງຍາກຂາດເຂີນນາໆປະການ, ອຸປະກອນຮັບໃຊ້ວິຊາສະເພາະແມ່ນຂາດເຂີນ ແລະ ບໍ່ພຽງພໍ, ແຕ່ພະນັກງານອ້າຍເອື້ອຍນ້ອງຂ່າວສານທຸກຄົນ ຕ່າງກໍຮັກແພງສາມັກຄີກັນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍບໍ່ມີການຈົ່ມວ່າ, ປະຕິບັດໜ້າທີ່ໂດຍຄວາມຮັບຜິດຊອບສູງ ຈົນລືມຄວາມອິດເມື່ອຍ ເພື່ອເຮັດຫລ້ອນໜ້າທີ່ໆ ຖືກມອບໝາຍ ໃຫ້ເປັນຢ່າງດີ ແລະ ທັນກັບສະພາບການ.
ພາຍໃຕ້ ການນຳພາຂອງພັກ, ໂດຍມີບັນດາຄະນະຮັບຜິດຊອບຢູ່ວິທະຍຸຂ່າວສານ ໃນເມື່ອກ່ອນ ໄດ້ເອົາໃຈໃສ່ຊີ້ນຳ ນຳພາແນວຄິດຂອງອ້າຍເອື້ອຍນ້ອງທຸກຄົນຝຶກຝົນຫລໍ່ຫລອມ ຕົນເອງໃຫ້ມີຈິດໃຈຟົດຟື້ນປະຕິວັດ, ມີນ້ຳໃຈ ອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ເປັນຢ່າງດີ; ຍ້ອນມີແນວທາງການນຳພາ ທີ່ຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກ ໃນການນຳພາປະຊາຊົນລາວ ບັນດາເຜົ່າທຳການຕໍ່ສູ້ຕ້ານຈັກກະພັດ ແລະ ລູກແຫລ້ງຕີນມື ຂອງພວກເຂົາ ຈາກໄຊຊະນະນີ້ ໄປຫາໄຊຊະນະໃໝ່ໃຫຍ່ຫລວງກວ່າເກົ່າ, ຈິ່ຶງເຮັດໃຫ້ສະພາບການບ້ານເມືອງ ໄດ້ມີການຫັນປ່ຽນ ມີຜົນດີຕໍ່ກຳລັງການປະຕິວັດ, ຢູ່ເຂດແນວຫລັງ ໄດ້ມີການຕໍ່ສູ້ດ້ານການເມືອງເກີດຂຶ້ນ ແລະ ນັບມື້ນັບຫລາຍ ເປັນຜົນດີໃຫ້ແກ່ການປະຕິວັດ, ຄະນະລັດຖະບານປະສົມໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 1972. ເມື່ອສະພາບມີການຫັນປ່ຽນ, ຂ່າວສານ ກໍຍິ່ງເພີ່ມພາລະບົດບາດ ຂອງຕົນສູງຂຶ້ນຕື່ມ ໂດຍສົ່ງທ່ານ ສີສະໜານ ແລະ ພະນັກງານ 3 ຄົນ ປະກອບມີ: ນັກຂ່າວ 1 ຄົນ, ໂທລະເລກ 2 ຄົນ ໃຫ້ເຂົ້າມາປະຈຳຢູ່ນະຄອນຫລວງວຽງຈັນ ເຮັດວຽກຮ່ວມກັບຄະນະປະສົມແຫ່ງຊາດເພື່ອປະຕິບັດຄວາມ ຖືກຕ້ອງປອງດອງຊາດ. ພ້ອມນີ້ຍັງ ມີນັກຂ່າວ 1 ຄົນ ແລະ ໂທລະເລກ 1 ຄົນ ໄປປະຈຳຢູ່ ຫລວງພະບາງ ຮ່ວມກັບ ຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ. ກອງປະຊຸມຂອງຄະນະລັດຖະບານປະສົມໄຂຂຶ້ນອາທິດລະສອງຄັ້ງ, ທຸກໆເອກະສານທີ່ອ່ານ ຜ່ານກອງປະຊຸມຂອງສອງຝ່າຍຈະແມ່ນບົດສັ້ນຫລືຍາວ ໄດ້ຖືກສົ່ງຜ່ານໂທລະເລກ ຂອງຂ່າວສານຂຶ້ນໄປຫາສູນກາງພັກ ເພື່ອຄົ້ນຄວ້າ ພິຈາລະນາ, ເວລານັ້ນ ອຸປະກອນວິຊາການຍັງຫລ້າສະໄໝ, ພະນັກງານວິຊາການ ກໍມີ ໜ້ອຍແຕ່ຄວາມຮຽກຮ້ອງຕ້ອງການຂອງວຽກງານຊ້ຳພັດສູງ, ທັງຕ້ອງໃຫ້ຮັບປະກັນ ບໍ່ໃຫ້ມີຄວາມຜິດພາດຢ່າງເດັດຂາດ ແລະ ໃຫ້ໄດ້ໄວທັນກັບສະພາບການ. ດັ່ງນັ້ນທຸກຄົນຈິ່ຶງໄດ້ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ, ເຮັດວຽກບໍ່ມີໂມງເວລາ ປະຈຳການທັງເວັນທັງຄືນ ບໍ່ມີວັນພັກຜ່ອນ.
ປີ 1973 ຫລັງຈາກເຊັນສັນຍາ ແລະ ອະນຸສັນຍາວຽງຈັນ ໃນວັນທີ 21 ມີນາ ປີ 1973 ຂະບວນການລຸກຮືຂຶ້ນ ຂອງ ປະຊາຊົນລາວ ແລະ ກຳລັງສັດຕູ ໂດຍການໜູນໜີບ ຂອງ ກຳລັງປະຕິວັດ ຢູ່ທຸກຫົນແຫ່ງ ໃນທົ່ວປະເທດ. ພະນັກງານຂ່າວສານປະເທດລາວ ໄດ້ສົ່ງກຳລັງອອກໄປປະຈຳຢູ່ຕາມຕົວເມືອງໃຫຍ່ເຊັ່ນ: ທ່າແຂກ, ສະຫວັນນະເຂດ ແລະ ຈໍາປາສັກ ເພື່ອເກັບກຳຂ່າວຄາວສະພາບການຕ່າງໆ ສົ່ງໄປ ໃຫ້ສຳນັກ ອອກອາກາດທາງວິທະຍຸ ໃນການປຸກລະດົມຈິດໃຈຮັກຊາດ ຂອງປະຊາຊົນ ໃຫ້ສູງຍິ່ງຂຶ້ນ. ໃນໄລຍະແຫ່ງການເຈລະຈາ, ການເຊັນສັນຍາ, ການປະຕິບັດສັນຍາ ແລະ ການເຄື່ອນໄຫວ ຂອງລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ຢູ່ສອງຕົວເມືອງເປັນກາງ: ວຽງຈັນ, ຫຼວງພະບາງ ນັ້ນ ສາຂາຂ່າວສານປະເທດລາວ ທີ່ປະຈຳຢູ່ວຽງຈັນ ໃນເວລານັ້ນທຸກຄົນຕ້ອງໄດ້ເຮັດວຽກດ້ວຍຄວາມເຄັ່ງຕຶງ, ດ້ວຍຄວາມຮັບຜິດຊອບສູງ ທີ່ສຸດ ເພາະຕ້ອງຮັບປະກັນໃຫ້ໄດ້ພິມ ແລະ ຈຳໜ່າຍໃບຂ່າວສານລາຍວັນອອກມື້ໜຶ່ງ 1.500 ສະບັບ, ອັນໄດ້ຮັບຄວາມ ສົນໃຈ ແລະ ນິຍົມຊົມເຊີຍ ຈາກຊາວນະຄອນຫຼວງວຽງຈັນ ທຸກຊັ້ນຄົນ, ເພາະວ່າໄປພ້ອມໆ ກັບການສ່ອງແສງຂ່າວທີ່ຖືກຄວາມຈິງ, ໄວ ແລະ ທັນການແລ້ວ, ພວກເຮົາຍັງຂຽນບົດວິຈານຕອບໂຕ້ທຸກຖ້ອຍທຳນອງ ໃສ່ຮ້າຍປ້າຍສີຂອງພວກກຳອຳນາດຫຸ່ນຢ່າງເຖິງຖອງ.
ປີ 1974, ສຳນັກ B1 ໄດ້ຍົກຍ້າຍກັບຄືນປະເທດ ແລະ ໄດ້ມາເຕົ້າໂຮມ ເປັນສຳນັກດຽວກັນຢູ່ທີ່ພູແຄ, ເວລານີ້ ທ່ານ ສົນເທີ ເພັດມະນີ ໄດ້ເຂົ້າມາວຽງຈັນ ເພື່ອກະກຽມໃຫ້ແກ່ການ ຢຶດອຳນາດທົ່ວປະເທດມອບ ໜ້າທີ່ໃຫ້ ທ່ານ ບົວບານ ວໍລະຂຸນ ວ່າການແທນຫົວໜ້າ. ພາຍຫລັງຢຶດອຳນາດທົ່ວປະເທດ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຊາວໂລກໄດ້ຮັບຮູ້ ຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 2 ທັນວາ ປີ 1975, ພະນັກງານຂ່າວສານປະເທດລາວ ກໍໄດ້ຖືກສົ່ງໃຫ້ໄປປະຈຳຢູ່ຫລວງພະບາງ, ແຂວງ ຊຽງຂວາງ, ແຂວງ ຄຳມ່ວນ ແລະ ແຂວງ ຫົວພັນ ນອກນັ້ນແມ່ນໄດ້ຍ້າຍເຂົ້າມາປະຈໍາການຢູ່ນະຄອນຫລວງວຽງຈັນ.
ເພື່ອໃຫ້ສອດຄ່ອງ ແລະ ທັນກັບສະພາບການ, ປີ 1976 ວິທະຍຸປະເທດລາວ ແລະ ຂ່າວສານປະເທດລາວ ໄດ້ແຍກອອກເປັນສອງສຳນັກ. ທ່ານ ສີຊະນະ ສີສານ ເປັນລັດຖະມົນຕີ ຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸ ກະຈາຍສຽງ ແລະ ໂທລະພາບແຫ່ງລັດ, ທ່ານ ສອນ ຄຳວານວົງສາ ເປັນຮອງ ລັດຖະມົນຕີ ແລະ ທ່ານ ສີສະໜານ ເປັນຫົວໜ້າກົມຂ່າວສານ-ໜັງສືພິມປະຊາຊົນ. ມາຮອດປີ 1983 ກົມຂ່າວສານ ແລະ ໜັງສືພິມ ຈິ່ງໄດ້ແຍກອອກເປັນ 2 ອຳນວຍການໃຫຍ່, ຫົວໜ້າອຳນວຍການຂ່າວສານປະເທດລາວ ແມ່ນ ທ່ານ ບຸນເຕັງ ວົງໄຊ, ທ່ານ ວັນທອງ ພົນຈັນເຮືອງ, ທ່ານ ຄຳແສນ ພົງສາ ແລະ ປະຈຸບັນ ແມ່ນທ່ານ ສູນທອນ ຄັນທະວົງ ເປັນຫົວໜ້າອຳນວຍການຂ່າວສານປະເທດລາວຕາມລຳດັບ.
ຂ່າວສານປະເທດລາວ ໄດ້ຜ່ານຜ່າເສັ້ນທາງທີ່ແສນທຸລະກັນດານ ລະອິດລະອ້ຽວມາເປັນເວລາເກືອບ 50 ປີ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານນັບທັງກຳລັງຄົນ, ກຳລັງຊັບ ແລະ ອຸປະກອນເຕັກນິກ ທີ່ທັນສະໄໝ. ເມື່ອກ່ອນກຳເນີດ ຈາກສອງ ຝາມືເປົ່າ, ຂາດເຂີນທາງກຳລັງຄົນ, ກຳລັງຊັບ ແລະ ວັດຖຸອຸປະກອນ ເກົ່າແກ່ຫລ້າຫລັງ, ແຕ່ຍ້ອນຄວາມບຸກບືນເປັນຈິດໜຶ່ງໃຈດຽວກັນ ຢູ່ໃຕ້ຮົ່ມທຸງຂອງ ພັກປະຊາຊົນ ປະຕິວັດລາວ ແລະ ດ້ວຍຄວາມເອົາໃຈໃສ່ຂອງຂັ້ນເທິງ ແລະ ຫົວໜ້າກົມ ຫລື ຫົວໜ້າອຳນວຍການ ແຕ່ລະລຸ້ນແຕ່ລະທ່ານ ທີ່ຮັບຜິດຊອບຜ່ານມາ ໄດ້ເຮັດໃຫ້ຂ່າວສານປະເທດລາວ ນັບມື້ນັບເຕີບໃຫ່ຍເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ. ໃນເມື່ອກ່ອນມີພຽງເຄື່ອງຈັກໂທລະເລກ ເກົ່າໆ 1 ເຄື່ອງ ກາຍມາເປັນ ສາມເຄື່ອງ, ເຄື່ອງສົ່ງ (ຈັກກະຈາຍ) ກໍມີ ຈັກ T 50, T 100, T 500, T 1.000, 5 KW, ສ່ວນເຄື່ອງຮັບກໍມີຈັກໂທລະພິມ P 250, P 371, TOPON, EKAD, ຕໍ່ມາກໍໄດ້ນຳໃຊ້ເຄື່ອງຄອມພິວເຕີແທນໃຫ້ເຄື່ອງໂທລະເລກ-ໂທລະພິມ ໃນການຮັບ-ສົ່ງຂ່າວ.
ມາຮອດປີ 1978 ກໍໄດ້ພິມຈຳໜ່າຍຂ່າວພາບ ລາຍເດືອນ. ສ່ວນຂ່າວທີ່ເປັນພາສາອັງກິດ ສຳລັບກະຈາຍອອກອາກາດນັ້ນ ໃນເບື້ອງຕົ້ນກໍແມ່ນ ອາໄສຂ່າວສານຫວຽດນາມ ແປ, ຮຽບຮຽງ ແລະ ກະຈາຍອອກອາກາດໃຫ້, ຈົນມາຮອດວັນທີ 22/3/79 ເນື່ອງໃນໂອ ກາດລະນຶກວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 24 ປີ ພວກເຮົາຈິ່ຶງໄດ້ຮັບມືຈາກຂ່າວສານຫວຽດນາມເອົາມາແປ, ຮຽບຮຽງ ແລະ ກະຈາຍອອກອາກາດເອົາເອງ ທີ່ວຽງຈັນ ເປັນຕົ້ນມາ.
ສຳລັບວາລະສານປະເທດລາວ ລາຍໄຕມາດ ກໍໄດ້ເລີ່ມພິມ ແລະ ຈຳໜ່າຍ ແຕ່ວັນທີ 15/4/1979 ເຊິ່ງເບື້ອງຕົ້ນກໍແມ່ນຂ່າວສານຫວຽດນາມ ເປັນຜູ້ຊ່ວຍພິມ ໃຫ້ຢູ່ຮ່າໂນ້ຍ. ຈົນຮອດປີ 1982 ເປັນຕົ້ນມາ ພວກເຮົາຈິ່ງໄດ້ນຳມາພິມເອົາເອງ ຢູ່ນະຄອນຫຼວງວຽງຈັນ.
ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 3 ຂອງພັກ (27-30/4/1982), ໄດ້ມີມະຕິຂອງສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນ ຂັ້ນສູງກາງອອກຈາກກະຊວງໂຄສະນາ, ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຈັດຕັ້ງເປັນຄະນະກຳມະການ ຂ່າວສານ, ໜັງສືພິມ, ວິທະຍຸ ກະຈາຍສຽງ ແລະ ໂທລະພາບແຫ່ງລັດ. ຫລັງຈາກນັ້ນກົມຂ່າວສານ ແລະ ໜັງສືພິມ ກໍໄດ້ແຍກອອກຈາກກັນ ກາຍມາເປັນສຳນັກຂ່າວສານປະເທດລາວ ໂດຍຈັດຕັ້ງຄະນະນຳໜຶ່ງຂື້ນ ເອີ້ນວ່າຄະນະອຳນວຍການໃຫຍ່ຂ່າວສານປະເທດລາວ ຕາມດຳລັດຂອງປະທານສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນທີ 31/3/84. ອົງປະກອບຂອງສຳນັກຂ່າວສານປະເທດລາວ ເວລານັ້ນມີ 3 ກົມ ຄື: ກົມຄະນະບັນນາທິການຂ່າວ, ກົມຄະນະບັນນາທິການຮູບພາບ ແລະ ກົມເຕັກນິກ. ນັບແຕ່ນັ້ນເປັນຕົ້ນມາ ຈຳນວນພະນັກງານ, ນັກຂ່າວ, ນັກວິ ຊາການຂອງສຳນັກຂ່າວສານປະເທດລາວ ໄດ້ຂະຫຍາຍຂຶ້ນຮອດ 100 ກວ່າຄົນ ແລະ ຮັກສາລະດັບນັ້ນຈົນມາເຖິງປະຈຸບັນ.
ການພົວພັນຢູ່ພາຍໃນປະເທດ, ພວກເຮົາໄດ້ມີສາຂາຂ່າວສານ ປະຈຳຢູ່ 17 ແຂວງ ໃນທົ່ວປະເທດ. ນອກນີ້ ພວກເຮົາໄດ້ມີການເຊັນສັນຍາຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກັບສຳນັກຂ່າວສານ ບັນດາປະເທດເພື່ອນມິດ. ເປັນສະມາຊິກ ຂອງອົງການຂ່າວສານ ບັນດາປະເທດບໍ່ຮ່ວມກຸ່ມ ແລະ ເປັນສະມາຊິກທັງເປັນຄະນະບໍລິຫານງານສະໄໝໜຶ່ງ ຂອງອົງການຂ່າວສານ ບັນດາປະເທດ ອາຊີ-ປາຊີຟິກ ເຊິ່ງໄລຍະຜ່ານມາ ພວກເຮົາກໍໄດ້ຕັ້ງໜ້າຮ່ວມມື ຍາດແຍ່ງການຊ່ວຍເຫລືອທາງດ້ານວັດຖຸ, ເຕັກນິກ, ການກໍ່ສ້າງພະນັກງານ ແລະ ແລກປ່ຽນຂ່າວຄາວນຳກັນ ກັບ ບັນດາປະເທດຄູ່ສັນຍາ ຢ່າງເປັນປະຈຳໂດຍສະເພາະແມ່ນກັບຂ່າວສານຫວຽດນາມ, ຂ່າວສານຊິນຮົວ ຂອງ ສປ ຈີນ ແລະ ອື່ນໆ.
ນັບແຕ່ຕົ້ນຊຸມປີ 90 ມານີ້, ພວກເຮົາໄດ້ສືບຕໍ່ປັບປຸງພື້ນຖານ ວັດຖຸເຕັກນິກຄ່ອຍໆ ກ້າວເຂົ້າສູ່ບາດ ລ້ຽວໃໝ່ ຄື: ລົບລ້າງການນຳໃຊ້ລະບົບການຮັບ-ສົ່ງຂ່າວ ກັບທ້ອງຖິ່ນດ້ວຍເຄື່ອງໂທລະເລກມານຳໃຊ້ເຄື່ອງໂຟນີ, ຄອມພິວເຕີ ແລະ ໂທລະສານ, ລົບລ້າງລະບົບການຮັບ ແລະ ສົ່ງຂ່າວກັບຕ່າງປະເທດດ້ວຍເຄື່ອງໂທລະພິມ ແລະ ການສົ່ງຂ່າວອອກອາກາດ ໃນລະບົບຄື້ນສັ້ນ ມາເປັນລະບົບເຄື່ອງຄອມພິວເຕີ ແລະ ເຄື່ອງຮັບຂ່າວຜ່ານດາວທຽມ. ຈາກຄວາມຕັ້ງໜ້າໃນຫລາຍດ້ານທີ່ກ່າວມານັ້ນ ຈຳນວນຜະລິດຕະພັນ ຂອງຂ່າວສານປະເທດລາວ ກໍໄດ້ຮັບການປັບປຸງທາງດ້ານເນື້ອໃນ ແລະ ຂະຫຍາຍຕື່ມເປັນກ້າວໆ ແລະ ໄດ້ມີ:
- ໃບຂ່າວພາຍໃນປະເທດ ແລະ ຂ່າວໂລກທີ່ເປັນພາສາລາວ ລາຍວັນ.
- ໃບຂ່າວຄົ້ນຄວ້າລາຍວັນ.
- ໃບຂ່າວພາສາຝຣັ່ງລາຍວັນ.
- ໃບຂ່າວພາສາອັງກິດລາຍວັນ.
- ວາລະສານປະເທດລາວ ແລະ ພາສາອັງກິດລາຍໄຕມາດ.
- ຮູບພາບສຳຫລັບການໂຄສະນາ ແລະ ອື່ນໆ.
ນັບແຕ່ປີ 2000 ເປັນຕົ້ນມາ ຫລື 15 ປີຜ່ານມານີ້, ສໍານັກຂ່າວສານປະເທດລາວ ກໍໄດ້ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນວຽກງານຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢູ່ໃນເງື່ອນໄຂພາຍໃນ ແລະ ສາກົນທີ່ຜັນແປໄປຢ່າງສັບສົນ ເຊິ່ງມີທັງກາລະໂອກາດດີ ແລະ ສິ່ງທ້າທາຍຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ສຳນັກຂ່າວສານປະເທດລາວ ກໍໄດ້ຮັບການຊີ້ນຳ-ນຳພາຈາກພັກ ແລະ ລັດຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII, VIII ແລະ IX ຂອງພັກ, ມະຕີກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງລັດຕໍ່ສື່ມວນຊົນ ໃນໄລຍະໃໝ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ ກໍຄືການຊີ້ນຳນຳພາຂອງ ຄະນະພັກ ແລະຄະນະນຳກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງໄດ້ກາຍເປັນແນວຄິດຊີ້ນຳ, ເປັນທິດທາງ ແລະ ແຜນການສູ້ຊົນຂອງສຳນັກຂ່າວສານປະເທດລາວຕະຫລອດມາ, ອັນໄດ້ເຮັດໃຫ້ ສຳນັກຂ່າວສານພວກເຮົາຄ່ອຍໆໄດ້ມີການປັບປຸງ, ຍົກສູງຄຸນນະພາບ ແລະ ພັດທະນາດີຂຶ້ນເປັນກ້າວໆມາ ໂດຍສະເພາະ ໂຄງປະກອບດ້ານກົງຈັກຂອງສຳນັກຂ່າວສານປະເທດລາວໄດ້ຮັບການຈັດວາງ ແລະ ປັບປຸງກົງຈັກການຈັດຕັ້ງ ເປັນແຕ່ລະໄລຍະ ຈາກການຈັດຕັ້ງມີພຽງ 6-8 ພະແນກ ໃນປີ 2000-2002 ແລະ ປັບປຸງແລະສະເໜີ ເພີ່ມຕື່ມພະແນກການຕ່າງໆ ຕາມເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະການຈັດຕັ້ງປະຕິບັດ ແນວທາງປ່ຽນແປງ ໃໝ່ຈາກ 11 ພະແນກ ໃນປີ 2003 ມາເປັນ 10 ພະແນກໃນປີ 2008 ຄື: ພະແນກຫ້ອງການ, ພະແນກຈັດຕັ້ງ, ພະແນກຂ່າວພາຍໃນ, ພະແນກຂ່າວຕ່າງປະເທດ, ພະແນກ ຂ່າວພາສາຕ່າງປະເທດ, ພະແນກຮູບພາບ ແລະ ສໍາເນົາ, ພະແນກເຕັກນິກ-ເວບໄຊ, ພະແນກໜັງສືພິມ ແລະ ວາລະສານພາສາລາວ, ພະແນກ ໜັງສືພິມ ແລະ ວາລະສານພາສາຕ່າງປະເທດ. ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ມາເຖິງປີ 2012 ກໍໄດ້ດຳເນີນການປັບປຸງໂຄງປະກອບກົງ ຈັກການຈັດຕັ້ງຄືນໃໝ່ໃຫ້ສອດຄ່ອງ, ແທດເໝາະກັບ ເງື່ອນໄຂຕົວຈິງຂອງການພັດທະນາ ເຕັກນິກ, ເຕັກໂນໂລຊີ ແລະ ຂະຫຍາຍເພີ່ມຜະລິດຕະພັນຂອງສຳນັກ, ແຕ່ກໍຍັງຮັກສາຈຳນວນ 10 ພະແນກ ຄື: ພະແນກຄຸ້ມຄອງບໍລິ ການ, ພະແນກຈັດຕັ້ງ-ພະນັກງານ, ພະແນກບັນນາທິການຂ່າວພາຍໃນ, ພະແນກບັນນາທິການຂ່າວໂລກ, ພະແນກຮູບພາບ-ສຳເນົາ, ພະແນກເວບໄຊ-ເຕັກນິກ, ພະແນກບັນນາທິການໜັງສືພິມປະເທດລາວ, ພະແນກບັນນາທິການໜັງສືພິມພາສາຕ່າງປະເທດ (KPLNews), ພະແນກບັນນາທິການຂ່າວພາ ສາຕ່າງປະເທດ ແລະ ພະແນກວາລະສານປະເທດລາວ. ທັງນີ້ການດຳເນີນການປັບປຸງ ແລະ ພັດ ທະນາກົງຈັກແມ່ນເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງ ການຂອງການຂະຫຍາຍ ຕົວຢ່າງໄວວາ ຂອງການປະຕິວັດວິທະຍາສາດ, ວິທະຍາການ ແລະ ເຕັກນິກເຕັກໂນໂລຊີ ໃນຍຸກໂລກາພິວັດ.
ສະເພາະໃນໄລຍະ 15 ປີ ທີ່ຜ່ານມາ ສຳນັກຂ່າວສານປະເທດລາວ ກໍໄດ້ມີການປັບປຸງ, ຍົກລະດັບ ແລະ ຈັດວາງ ຊັບຊ້ອນ ພະນັກງານ ແລະ ລັດຖະກອນຢ່າງຕໍ່ເນື່ອງ, ຈາກຈຳນວນພະນັກງານທີ່ມີລະດັບຊັ້ນສູງ, ຊັ້ນກາງ ແລະ ຊັ້ນຕົ້ນເປັນສ່ວນຫລາຍໃນ 20 ປີກ່ອນ ແລະ ສະເພາະໃນ 5 ປີຜ່ານມານີ້ ຄື ໃນສົກປີ 2010-2011 ເປັນຕົ້ນມາ ມີພະນັກງານລັດຖະກອນ 84 ຄົນ, ຍິງ 33 ຄົນ. ໃນນັ້ນ ມີລະດັບປະລິນຍາໂທ 3 ຄົນ, ປະລິນຍາຕີ 40 ຄົນ, ຊັ້ນສູງ 19 ຄົນ, ຊັ້ນກາງ 17 ຄົນ, ຊັ້ນຕົ້ນ 3 ຄົນ, ແຕ່ມາເຖິງປີ 2014 ໃນທົ່ວສຳນັກຂ່າວສານປະເທດລາວ ມີພະນັກງານ ລັດຖະກອນ ກໍໄດ້ເພີ່ມຂຶ້ນເປັນທັງໝົດ 94 ຄົນ ແລະ ໄດ້ຮັບການຍົກລະດັບສູງຂຶ້ນເປັນລຳດັບ ໃນນັ້ນ ມີລະດັບປະລິນຍາໂທ 8 ຄົນ, ປະລິນຍາຕີ 52 ຄົນ, ຊັ້ນສູງ 16 ຄົນ, ຊັ້ນກາງ 14 ຄົນ ແລະ ຊັ້ນຕົ້ນ 3 ຄົນ ແລະ ບໍ່ມີຊັ້ນ 1 ຄົນ. ໂດຍລວມແລ້ວ ເຫັນໄດ້ວ່າ ບັນດາພະນັກງານລັດຖະກອນພາຍໃນສຳນັກ ແມ່ນໄດ້ມີຄວາມພະຍາຍາມ ໃນການຊອກຮູ້ຮ່ຳຮຽນຍົກລະດັບວິຊາສະເພາະ ຂອງ ຕົນຂຶ້ນຕື່ມອີກບາດກ້າວໜຶ່ງເຊິ່ງເຮັດໃຫ້ຈຳນວນ ພະນັກງານທີ່ມີລະດັບປະລິນຍາໂທເພີ່ມຂຶ້ນຕື່ມ 5 ຄົນ ແລະ ປະລິນຍາຕີ ເພີ່ມຂຶ້ນຕື່ມອີກ 11 ຄົນ; ຂະນະດຽວກັນ, ເມື່ອມາເບິ່ງ ວິຊາທີ່ຮຽນມາແລ້ວນັ້ນ ເຫັນວ່າ ເປັນວິຊາທີ່ມີຄວາມຕິດພັນກັບວຽກງານວິຊາສະເພາະສື່ມວນຊົນໜ້ອຍຫລາຍ ເຊິ່ງສ່ວນຫລາຍຈະເປັນວິຊາກ່ຽວກັບ ກົດໝາຍ, ບັນຊີການເງິນ, ການບໍລິຫານທຸລະກິດ, ພາສາອັງກິດ, ວິຊາວັນນະຄະດີ, ເອເລັກໂຕຣນິກ ແລະ ອື່ນໆອີກຈຳນວນໜຶ່ງ. ແຕ່ເຖິງຢ່າງໃດກໍຕາມ, ຕະຫລອດໄລຍະທີ່ຜ່ານມາ, ດ້ວຍຄວາມພະຍາຍາມບາກບັ່ນສູ້ຊົນຢ່າງຕັ້ງໜ້າ, ຄະນະນຳສຳນັກຂ່າວສານປະເທດລາວ ໄດ້ຖືເອົາການສ້າງພະນັກງານໃຫ້ພຽບພ້ອມທັງຄວາມຮູ້ ແລະ ຄວາມສາມາດ ເປັນບັນຫາສຳຄັນຕົ້ນຕໍຕະຫລອດມາ ໂດຍໄດ້ມີການ ຈັດຕັ້ງຍົກລະດັບທິດສະດີພື້ນຖານຂອງນັກຂ່າວ, ສື່ມວນຊົນ, ຄວາມຮູ້ພື້ນຖານກ່ຽວກັບວິທີການຂຽນຂ່າວ, ພາສາຕ່າງປະເທດ ແລະ ສົ່ງໄປສຶກສາຮ່ຳຮຽນໄລຍະສັ້ນ ດ້ວຍການຊ່ວຍເຫລືອ ຈາກສຳນັກຂ່າວສານຫວຽດນາມ ແລະ ປະເທດຕ່າງໆ ຕາມເງື່ອນໄຂຕົວຈິງທັງທາງກົງແລະທາງອ້ອມ.
ມາເຖິງປັດຈຸບັນ ສຳນັກຂ່າວສານປະເທດລາວ ໄດ້ມີຄວາມພະຍາຍາມປັບປຸງຄຸນນະພາບ ຜະລິດຕະພັນຂອງຕົນຢ່າງຕໍ່ເນື່ອງ. ສຳລັບວຽກງານຂ່າວກໍໄດ້ດຳເນີນການປັບປຸງຜະລິດຕະພັນໃບຂ່າວລາຍວັນດ້ວຍເນື້ອໃນ ທີ່ຫລາກຫລາຍ ແລະ ພັດທະນາ ໃຫ້ຂະຫຍາຍຕົວ ແລະ ກ້າວໄປສູ່ຄຸນນະພາບໃໝ່ ດ້ວຍການຍົກລະດັບ ປະລິມານ ແລະ ຄຸນນະພາບຂອງຂ່າວຂຶ້ນອີກບາດ ກ້າວໜຶ່ງ ເພື່ອສ່ອງແສງເຫດການ ຕ່າງໆ ທັງພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງເລິກເຊິ່ງ ມີເນື້ອໃນໜັກແໜ້ນ ແລະ ວ່ອງໄວ, ທັນເຫດການ ແລະ ຊັດເຈນ, ຕອບສະໜອງຂໍ້ມູນຂ່າວສານດ້ານເຕັກນິກ-ວິທະຍາສາດ, ວິທະຍາການ ແລະ ອື່ນໆ ທັງຢູ່ພາຍໃນ ແລະ ສາກົນ ຢ່າງເໝາະສົມ ແລະ ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ແກ່ບັນດາສື່ຕ່າງໆ ແລະ ມວນຊົນ ຕາມພາລະບົດບາດຂອງສຳນັກຂ່າວສານປະເທດລາວ, ທັງສ້າງເງື່ອນໄຂໃຫ້ບັນດາແຂວງ ໃນທົ່ວປະເທດໄດ້ຮັບຂໍ້ມູນຂ່າວສານຕ່າງໆດັ່ງກ່າວ ໃນແຕ່ລະວັນ.
ນອກຈາກການປັບປຸງ ແລະ ຍົກລະດັບເນື້ອໃນແລ້ວພວກເຮົາຍັງໄດ້ເພີ່ມຜະລິດຕະພັນໃໝ່ ຕື່ມອີກໂດຍສະເພາະໃນ ວັນທີ 4 ທັນວາ ປີ 2001, ສຳນັກຂ່າວສານປະເທດລາວ ກໍໄດ້ສ້າງຕັ້ງ ແລະ ຈັດພິມໜັງສືພິມປະເທດລາວລາຍວັນ (ພາສາລາວ) ສະບັບທຳອິດ ເປັນສີຂາວດຳປະກອບມີ 8 ໜ້າ ແລະ ມີຍອດການພິມເບື້ອງຕົ້ນ 4.000 ສະບັບຕໍ່ມື້, ຂະນະທີ່ການຈັດສົ່ງຕົ້ນສະບັບເຂົ້າໂຮງພິມ ກໍຍັງມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຕ້ອງໄດ້ໃຫ້ພະນັກງານໄປສົ່ງເຂົ້າໂຮງພິມດ້ວຍຕົນເອງ, ແຕ່ໃນໄລຍະ 5-6 ປີຕໍ່ມາ ກໍໄດ້ສືບຕໍ່ພັດທະນາເນື້ອໃນ ຂອງໜັງສືພິມທີ່ອຸດົມສົມບູນ, ມີຫລາກຫລາຍຄໍລຳ ກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປກຊ-ປກສ ລວມແລ້ວ ມີຫລາຍກວ່າ 20 ຄໍລຳ ແລະ ເພີ່ມການພິມເປັນ 12 ໜ້າ, ສອດສີໜ້າ ໜັງສືພິມໜ້າທຳອິດດ້ວຍລະບົບໂປຣແກມຄອມພິວເຕີ ແລະ ການຈັດສົ່ງຕົ້ນສະບັບເຂົ້າໂຮງພິມດ້ວຍລະບົບເຕັກນິກ ການສື່ສານທີ່ທັນສະໄໝ ຈົນມາເຖິງປັດຈຸບັນ.
ນອກຈາກນັ້ນ ທາງສຳນັກຂ່າວສານພວກເຮົາ ກໍໄດ້ມີຄວາມພະຍາຍາມ ເລັ່ງພັດທະນາ ຍົກລະດັບ ການພິມຈາກການພິມເປັນໃບຂ່າວພາສາຕ່າງປະເທດ KPL News ມາເປັນໜັງສືພິມລາຍວັນຂາວດຳ (ພາສາອັງກິດ ແລະ ຝຣັ່ງ) ດ້ວຍຍອດການພິມເບື້ອງຕົ້ນ 300 ສະບັບຕໍ່ມື້ ແລະ ຕໍ່ມາໃນປີ 2012 ກໍໄດ້ພັດທະນາຂຶ້ນດ້ວຍການເພີ່ມການພິມສອດສີໜ້າທຳອິດ ແລະ ຢຸດຕິການພິມໜ້າໜັງສືພິມທີ່ເປັນພາສາຝຣັ່ງ ແລ້ວ ປ່ຽນມາເປັນການກະຈາຍຂ່າວຜ່ານເວບໄຊແທນ ຈົນມາເຖິງປັດຈຸບັນ. ນອກຈາກການຈັດພິມໜັງສືພິມແລ້ວ, ນັບແຕ່ ປີ2012 ເປັນຕົ້ນມາ, ຄະນະບັນນາທິການໜັງສືພິມດັ່ງກ່າວ ຍັງໄດ້ຈັດສົ່ງຂ່າວສັ້ນ ຜ່ານລະບົບໂທລະສັບມືຖື ແລະ ສົ່ງຂ່າວ-ຮູບພາບຜ່ານ ສື່ອອນລາຍໂດຍການຮ່ວມມືກັບບໍລິສັດລາວໂທລະຄົມ ອີກດ້ວຍ. ນອກ ຈາກນັ້ນ ນັບແຕ່ຕົ້ນປີ 2015 ເປັນຕົ້ນມາ, ຄະນະນຳ ສຳນັກຂ່າວສານປະເທດລາວ ຍັງໄດ້ຕົກລົງໃຫ້ມີການນຳສະເໜີຂ່າວ ແລະ ຮູບພາບຢູ່ໃນສື່ສັງຄົມອອນລາຍ (ເຟດສະ ບູກ) ຕື່ມອີກ.
ສຳລັບວາລະສານປະເທດລາວ ລາຍໄຕມາດ (3 ເດືອນ) ທີ່ໄດ້ຢຸດຕິການຈັດພິມມາ ແຕ່ທ້າຍຊຸມປີ 90 (1997-2000 ) ເນື່ອງຈາກຂາດງົບປະມານ, ມາເຖິງປີ 2012 ກໍໄດ້ມີການຈັດພິມຄືນໃໝ່ດ້ວຍການໃຫ້ທຶນຊ່ວຍເຫລືອການພິມຂອງສຳນັກຂ່າວສານຫວຽດນາມ ໂດຍເລີ່ມຕົ້ນສະບັບທຳອິດ ໃນເດືອນມັງກອນ ປີ 2012 ເຊິ່ງມີຍອດການພິມ 1.000 ສະບັບ ແລະ ຫລັງຈາກນັ້ນພຽງ 2 ປີ ຄືນັບແຕ່ ຕົ້ນປີ 2014 ເປັນຕົ້ນມາ ຈົນເຖິງປັດຈຸບັນ, ສຳນັກຂ່າວສານປະເທດລາວ ກໍໄດ້ຈັດພິມວາລະສານດັ່ງກ່າວ ດ້ວຍງົບປະມານວິຊາການຂອງຕົນເອງ.
ສັງລວມແລ້ວ, ສຳນັກຂ່າວສານປະເທດລາວ ໄດ້ດຳເນີນການປັບປຸງ ແລະ ພັດທະນາຜະລິດຕະພັນຂອງຕົນມາໂດຍຕະຫລອດ ເຊິ່ງມາຮອດປັດຈຸບັນນີ້ ສຳນັກຂ່າວສານປະເທດລາວ ມີຜະລິດຕະພັນທັງໝົດຄື: ໃບຂ່າວລາຍວັນ, ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວລາຍວັນ, ໜັງສືພີມພາສາຕ່າງປະເທດ KPLNews (ພາສາອັງກິດ), ວາລະສານປະເທດລາວ ລາຍໄຕມາດ ແລະ ອື່ນໆ ບົນພື້ນຖານແຫ່ງການພັດທະນາຫັນເປັນທັນສະໄໝ ແລະ ການຂະຫຍາຍຕົວ ຂອງເຕັກໂນໂລຊີໃນຍຸກສະໄໝ ແຫ່ງໂລກາພິວັດ.
ການພັດທະນາວຽກງານເຕັກນິກ-ເວບໄຊ ແລະ ຮູບພາບ: ເນື່ອງຈາກໃນໄລຍະຕົ້ນປີ 2000 ເປັນໄລຍະທີ່ມີການນຳໃຊ້ລະບົບເຕັກນິກ ການສື່ສານທາງອິນເຕີເນັດ ຍັງບໍ່ທັນສະໄໝປານໃດ, ການກະຈາຍຂ່າວ ຜ່ານເວບໄຊ ກໍຍັງຢູ່ໃນໄລຍະທົດລອງນຳໃຊ້, ພະນັກງານລັດຖະກອນຍັງບໍ່ທັນເຂົ້າເຖິງ ການນຳໃຊ້ລະບົບຄອມພິວເຕີ ຫລາຍປານໃດ, ການຮັບ-ສົ່ງຂ່າວ ລະຫວ່າງສູນກາງ ແລະ ແຂວງຕ່າງໆກໍຍັງນຳໃຊ້ລະບົບວິທະຍຸຄື້ນສັນ ແລະ ອື່ນໆ, ແຕ່ດ້ວຍຄວາມພະຍາຍາມ ຂອງຄະນະນຳສຳນັກຂ່າວສານປະເທດລາວ ຈຶ່ງໄດ້ຕັດສິນໃຈຍົກລະດັບ ແລະ ພັດທະນາລະບົບເຕັກນິກການສື່ສານອິນເຕີເນັດ ໃຫ້ສາມາດເຊື່ອມຕໍ່ກັບໂລກໄດ້ດ້ວຍການຂະຫຍາຍລະບົບອິນເຕີເນັດ ແລະ ມີເວບໄຊ ສໍາລັບການກະຈາຍຂໍ້ມູນຂ່າວສານຕ່າງໆ ຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ ແລະ ປັບປຸງ ປ່ຽນຊື່ເປັນ www.kpl.net.laໃນປີ 2010 ແລະ www.kpl.gov.la ໃນປີ 2014 ຕາມລຳດັບ, ເຊິ່ງມີລະບົບຄວບຄຸມ ທີ່ເອີ້ນວ່າ SERVER ເປັນຂອງຕົນເອງ, ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນຜະລິດຕະພັນຕ່າງໆ ຂອງສຳນັກໄວ້ໃນສາງ ເກັບຮັກສາແບບຈຸດດຽວ.
ແຕ່ເນື່ອງຈາກຄວາມຮຽກຮ້ອງຕ້ອງການ ໃນການພັດທະນາລະບົບເຕັກນິກການການສື່ສານໃຫ້ທຽບທັນກັບສາກົນ ແລະ ເງື່ອນໄຂຂອງສັງຄົມໂດຍລວມ, ໃນປີ 2014 ທີ່ຜ່ານມາ, ຄະນະນຳສຳ ນັກກໍໄດ້ຕົກລົງດຳເນີນການປັບປຸງ ພັດທະນາ ແລະ ຂະຫຍາຍລະບົບ SERVER ແລະ ປັບປ່ຽນໜ້າເວບໄຊ ດ້ວຍການຮ່ວມມື ແລະ ໃຫ້ການຊ່ວຍເຫລືອທຶນ ພ້ອມທັງວິຊາການຈາກສຳນັກຂ່າວສານຫວຽດນາມ, ຈຶ່ງເຮັດໃຫ້ການຄວບຄຸມ ເຕັກນິກການສື່ສານເຂົ້າສູ່ລະບົບຄົບຊຸດ, ໜ້າເວບໄຊ ກໍໄດ້ຮັບການຍົກລະດັບສູງຂຶ້ນ, ອັນເປັນການສະແດງ ໃຫ້ເຫັນເຖິງໂສມໜ້າໃໝ່ໃນການພັດທະນາ ເພື່ອກ້າວສູ່ທັນໂລກຂອງສຳນັກຂ່າວສານປະເທດລາວ.
ສຳລັບ ການຮັບ-ສົ່ງຂ່າວ ລະຫວ່າງ ສູນກາງ ກັບທ້ອງຖິ່ນ, ເຖິງວ່າສຳນັກຂ່າວສານປະເທດລາວ ເຊິ່ງເປັນອົງກອນໜຶ່ງຂອງລັດທີ່ໄດ້ນຳໃຊ້ລະບົບຮັບສົ່ງຂ່າວທາງອິນເຕີເນັດ ມາເປັນເວລາຫລາຍປີ, ແຕ່ຍັງບໍ່ທັນເຊື່ອມຕໍ່ກັບ ທ້ອງຖິ່ນ ຢ່າງເປັນລະບົບ ເຮັດໃຫ້ການຕິດຕໍ່ໃນໄລຍະທີ່ຜ່ານມານັ້ນ ມີຂໍ້ຈຳກັດຫລາຍດ້ານ ເຊັ່ນ: ການສົ່ງຂ່າວ, ບົດຄວາມ ແລະ ຮູບພາບທີ່ມີຂະໜາດໃຫຍ່ ແມ່ນບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງວຽກງານຂ່າວສານໃນໄລຍະໃໝ່ໄດ້, ດັ່ງນັ້ນ ນັບແຕ່ປີ 2009 ເປັນຕົ້ນມາ, ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ ສ້າງລະບົບເຄືອຂ່າຍ ຂ່າວສານຜ່ານລະບົບອິນເຕີເນັດເຊື່ອມຕໍ່ກັບທຸກແຂວງໃນຂອບເຂດທົ່ວປະເທດ ເປີດກວ້າງຕາໜ່າງການຮັບ-ສົ່ງຂ່າວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍລະບົບສາຍກົງ (ອອນລາຍ) ແລະ ບໍລິການຜະລິດຕະພັນຂ່າວສານ ໂດຍລະບົບຖ່າຍໂອນຂໍ້ມູນຫລື FTP. ທັງນີ້ ກໍເນື່ອງຈາກວ່າ ສຳນັກຂ່າວສານປະເທດລາວ ເປັນສູນກາງລວບລວມ ເກັບກຳຂໍ້ມູນຂ່າວສານ ເພື່ອສະໜອງຂໍ້ມູນເຫລົ່ານັ້ນໃຫ້ແກ່ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີຄວາມຈຳເປັນທີ່ສຸດແລະໄດ້ສ້າງເຄືອຂ່າຍນີ້ຂຶ້ນມາ ເພື່ອເຊື່ອມຕໍ່ກັບທ້ອງຖິ່ນ ແລະ ສຳນັກງານ-ອົງການຕ່າງໆ ໃນທົ່ວປະເທດໄດ້ເປັນລະບົບຄົບຊຸດ, ເພື່ອອຳນວຍຄວາມສະດວກຄວບຄຸມ ແລະ ຄຸ້ມຄອງຂ່າວ, ບົດ ແລະ ຮູບ ທີ່ສົ່ງຜ່ານລະບົບນີ້ໃຫ້ມີຄວາມເປັນເອກະພາບ, ຊັດເຈນ, ວ່ອງໄວ ແລະ ທັນສະພາບ. ຈາກການນຳໃຊ້ລະບົບດັ່ງກ່າວໄດ້ເຮັດໃຫ້ ການຕິດຕໍ່ພົວພັນ ການສົ່ງຂໍ້ມູນຂ່າວສານຕ່າງໆ ມີຄວາມສະດວກຂຶ້ນ, ວ່ອງໄວ ແລະ ທັນເຫດການໃນຂອບເຂດທົ່ວປະເທດ.
ນອກຈາກການປັບປຸງ ແລະ ພັດທະນາລະບົບການສື່ສານດ້ວຍ ເຕັກນິກທີ່ທັນສະໄໝຂຶ້ນຕື່ມອີກບາດກ້າວໜຶ່ງໄດ້ແລ້ວ, ສຳນັກຂ່າວສານປະເທດລາວພວກເຮົາ ກໍໄດ້ດຳເນີນການປັບປຸງລະບົບປະມວນຮູບພາບ ແລະ ເອກະສານສຳຄັນຕ່າງໆ ແບບທັນສະໄໝ ແລະ ໃຫ້ສາມາດເກັບຮັກສາ ແລະ ນຳໃຊ້ໄດ້ໂດຍຕະຫລອດ, ເນື່ອງຈາກວ່າ ໃນໄລຍະຕົ້ນຂອງປີ 2000-2007, ສຳນັກຂ່າວສານປະເທດລາວ ຍັງຄົງເກັບຮັກສາ ຫລື ປະມວນຟີມຮູບພາບ ແລະ ເອກະສານສຳຄັນຕ່າງໆ ດ້ວຍລະບົບແບບປະຖົມປະຖານ, ແຕ່ຕົກມາເຖິງໄລຍະຖັດມາຈຶ່ງເຫັນວ່າ ລະບົບທີ່ນຳໃຊ້ນັ້ນຕົກມາເຖິງ ໄລຍະດັ່ງກ່າວ ມີຂໍ້ຈຳກັດຫລາຍດ້ານ ແລະ ບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງວຽກງານປະມວນຂ່າວ ໃນໄລຍະໃໝ່ ທີ່ໃຫ້ມີການເປີດກວ້າງ ການເກັບມ້ຽນ ແລະ ບໍລິການໃຫ້ກ້ວາງຂວາງຂຶ້ນຕື່ມທັງພາຍໃນ ແລະ ຕ່າງປະເທດ. ດັ່ງນັ້ນມາຈົນເຖິງ ສົກປີ 2008-2009, ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ມີການດຳເນີນການພັດທະນາ ລະບົບປະມວນ ເພື່ອເກັບມ້ຽນ ແລະ ບໍລິການຮູບພາບ ແລະ ເອກະສານ ທັງອັນເກົ່າ ແລະ ອັນໃໝ່ ດ້ວຍລະບົບ ຊອບແວ ຄອມພິວເຕີ ທີ່ມີປະສິດທິຜົນ ດ້ວຍການຕິດຕັ້ງ 2 ລະບົບຖານຂໍ້ມູນ ຫລື ເອີ້ນວ່າ DATA BASE ແລະ ລະບົບຄວບຄຸມແລະ ຄຸ້ມຄອງ ຫລື SERVER ເປັນຂອງຕົນເອງທັງໝົດ, ເຊິ່ງຜົນປະໂຫຍດຈາກການນຳໃຊ້ລະບົບດັ່ງກ່າວແມ່ນ ໄດ້ນຳໃຊ້ ຊອບແວ ແລະ ສາມາດເກັບຮັກສາໄວ້ ແລະ ປະມວນຂໍ້ມູນທັງໝົດຂອງສຳນັກໄດ້ໃນປີຖັດມາ ແລະ ສາມາດນຳອອກມາເຜີຍແຜ່ ບໍລິການ ແລະ ຈຳໜ່າຍໃຫ້ແກ່ມວນຊົນ ແລະ ສັງຄົມ ດ້ວຍການສະໜອງຂໍ້ມູນຂ່າວສານຂອງຕົນ ໃຫ້ແກ່ວົງການສື່ມວນຊົນ ແລະ ທຸກພາກສ່ວນໃນສັງຄົມ ຢູ່ສູນກາງ ແລະ ທ້ອງຖິ່ນ ກໍຄື ຕ່າງປະເທດ ພ້ອມໆກັນຢ່າງທົ່ວເຖິງ.
ໃນອະນາຄົດຂ້າງໜ້າ ກໍຄື ທິດທາງແຕ່ນີ້ຮອດປີ 2020-2030, ສຳນັກຂ່າວສານປະເທດລາວ ຈະຕ້ອງໄດ້ບືນຕົວເພື່ອພັດທະນາຕົນເອງໃຫ້ ທຽມທັນກັບສຳນັກຂ່າວສານ ຂອງບັນດາປະເທດໃກ້ຄຽງ ແລະ ສາກົນ ໂດຍນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ, ສືບຕໍ່ພັດທະນາເວບໄຊ ໃຫ້ທັນສະໄໝ ເພື່ອການເຊື່ອມໂຍງຂໍ້ມູນຂ່າວສານ ກັບບັນດາຂະແໜງການກ່ຽວຂ້ອງທາງອິນເຕີເນັດໃນການສົ່ງຂ່າວສານ, ເກັບກຳຂ່າວໃຫ້ໄດ້ຢ່າງວ່ອງໄວ ແລະ ທັນການ ພ້ອມທັງ ສ້າງພື້ນຖານເຕັກນິກເພື່ອການສ້າງຕັ້ງ ແລະ ພັດທະນາໃຫ້ ມີກອງບັນນາທິການວິດີໂອຂອງສຳນັກ; ສ້າງ ແລະ ຂະຫຍາຍຕາໜ່າງຂ່າວສານຢູ່ທ້ອງຖິ່ນ ໃຫ້ໄດ້ໃນຂອບເຂດທົ່ວປະເທດ, ສ້າງສາຂາຂ່າວສານຢູ່ຕ່າງປະເທດໃນບາງປະເທດທີ່ຈຳເປັນ, ສ້າງບຸກຄະລາກອນທີ່ມີຄວາມສາມາດ ວິເຄາະສະຖານະການ ແລະ ເຫດການຕ່າງໆ ໄດ້ຢ່າງຖືກຕ້ອງຊັດເຈນ ແລະ ທັນການ ເພື່ອເປັນກຳລັງແຮງພຽງພໍໃນການສ້າງ ແລະ ແນະນຳຫາງສຽງສັງຄົມຢ່າງຖືກຕ້ອງ, ເຕົ້າໂຮມປຸກລະດົມມະຫາຊົນທົ່ວສັງຄົມ ສູ້ຊົນປະຕິບັດຕາມຈຸດໝາຍ ແລະ ທິດນຳທີ່ພັກ-ລັດ ໄດ້ກຳນົດໄວ້, ສູ້ຊົນສ້າງໃຫ້ຂ່າວ ສານປະເທດລາວໄດ້ມີພື້ນຖານວັດຖຸເຕັກນິກ ທີ່ທັນສະໄໝ ເພື່ອຫຍັບເຂົ້າໃຫ້ໃກ້ຄຽງກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ມາເຖິງປະຈຸບັນນີ້ ຂ່າວສານປະເທດລາວ ໄດ້ກ້າວໄປສູ່ເຄື່ອງເຕັກໂນໂລຊີທັນສະໄໝເທົ່າທຽມກັບປະເທດອື່ນ, ອັນໄດ້ເຮັດໃຫ້ຊື່ສຽງຂອງ ສຳນັກຂ່າວສານປະເທດລາວ ເປັນທີ່ຮັບຮູ້ໄປທົ່ວໂລກ. ພາລະບົດບາດກໍສູງຂຶ້ນເລື້ອຍໆ ຜະລິດຕະພັນຂ່າວສານກໍມີຫລາຍຢ່າງເຊັ່ນ: ໜັງສືພິມປະເທດລາວ, KPL news, ອິນເຕີເນັດ, ເວບໄຊ ແລະ ອື່ນໆ.
ເປັນເວລາເກືອບ 50 ປີ, ພະນັກງານຂ່າວສານທຸກຄົນບໍ່ວ່າລຸ້ນກ່ອນ ກໍຄືລຸ້ນສືບທອດທຸກຄົນໄດ້ ພ້ອມພຽງຮຽງໜ້າ ກັນສຸມທຸກສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດຂອງຕົນເຂົ້າ ໃນວຽກງານວິຊາສະເພາະ ເພື່ອເຮັດຫລ້ອນໜ້າທີ່ອັນມີກຽດສົມກັບເປັນກະບອກສຽງຂອງພັກ-ລັດຢ່າງແທ້ຈິງ./.