ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມກ່ຽວຂ້ອງ

17/11/2026 10:01
ຂປລ ໃນວັນທີ 14 ພະຈິກ 2026 ທີ່ມະນີລາ, ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນກ່ຽວກັບມຽນມາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 39 ແລະ ພິທີລົງນາມເອກະສານເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້.

ຂປລ. ກອງປະຊຸມປຶກສາຫາລືບໍ່ເປັນທາງການແບບເປີດກວ້າງກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນກ່ຽວກັບມຽນມາ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ແນໃສ່ເພື່ອຊ່ວຍມຽນມາ ໃນການຊອກຫາວິທີແກ້ໄຂສະພາບການໃນມຽນມາ ໂດຍວິທີການທີ່ມຽນມາເປັນເຈົ້າການ ແລະ ມຽນມານໍາພາ.  ກອງປະຊຸມສືບຕໍ່ຊຸກຍູ້ໃຫ້ມີການພົບປະກັບມຽນມາຢ່າງເປັນປົກກະຕິ ເພື່ອຮັບຊາບຄວາມຄືບໜ້າພາຍໃນມຽນມາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າ ໃນຂະບວນການສ້າງປະຊາຄົມອາຊຽນ ໂດຍສະເພາະອາຊຽນ, ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ. ພ້ອມນີ້, ໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ຂອງບັນດາປະເທດນອກພາກພື້ນ ທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ; ກອງປະຊຸມຍັງໄດ້ປຶກສາຫາລື ແລະ ກຳນົດທິດທາງກ່ຽວກັບການພົວພັນຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກໃນຕໍ່ໜ້າ, ພ້ອມທັງເຫັນດີສືບຕໍ່ສົ່ງເສີມການພົວພັນກັບຄູ່ຮ່ວມມືພາຍນອກ ໂດຍຍຶດໝັ້ນການສ່ົງເສີມບົດບາດຄວາມເປັນແກນກາງຂອງອາຊຽນ, ຖືເອົາຜົນປະໂຫຍດລວມ ແລະ ບຸລິມະສິດຂອງອາຊຽນເປັນຫລັກ ແລະ ສອດຄ່ອງກັບວິໄສທັດອາຊຽນ 2045. ນອກນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການໝູນວຽນ ການເປັນປະເທດປະສານງານຂອງບັນດາຄູ່ເຈລະຈາຂອງອາຊຽນ ຊຶ່ງ ສປປ ລາວ ຈະຮັບໜ້າທີ່ເປັນປະເທດປະສານງານໃຫ້ແກ່ ການພົວພັນຮ່ວມມືອາຊຽນ-ຈີນ ສໍາລັບສົກປີ 2027-2030 ຕາມຮອບວຽນ. ການຮັບໜ້າທີ່ເປັນປະເທດປະສານງານດັ່ງກ່າວ ຈະເປັນໂອກາດໃຫ້ ສປປ ລາວ ມີບົດບາດໃນການຊຸກຍູ້ ແລະ ກຳນົດທິດທາງການຮ່ວມມືລະຫວ່າງອາຊຽນ ແລະ ສປ ຈີນ ໃຫ້ມີຄວາມຕໍ່ເນື່ອງ ແລະ ໃຫ້ເກີດຜົນເປັນຮູບປະທຳ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32 ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກໍາຂອງບັນດາຂະແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ. ກອງປະຊຸມໄດ້ປຶກສາຫາລືທິດທາງການຮ່ວມໃນຕໍ່ໜ້າເພື່ອສືບຕໍ່ສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍໄດ້ຊຸກບັນດາຂະແໜງການກ່ຽວຂ້ອງ ສືບຕໍ່ຮັດແໜ້ນການຮ່ວມມື ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 39 ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເປັນຕົ້ນແມ່ນຫົວຂໍ້ປຶກສາຫາລື ແລະ ເອກະສານຜົນຂອງກອງປະຊຸມສຸດຍອດ. ພ້ອມນັ້ນ, ກອງປະຊຸມໄດ້ຮັບຮອງ ແລະ ຮັບຊາບບົດລາຍງານຕ່າງໆ ເປັນຕົ້ນບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ, ບົດລາຍງານກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 32, ບົດລາຍງານກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 28, ບົດລາຍງານກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມ ຄັ້ງທີ 36 ແລະ ບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49. 

ໃນຕອນບ່າຍວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ຍັງໄດ້ເຂົ້າຮ່ວມພິທີລົງນາມເອກະສານເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ໂດຍໄຊປຣັດ, ສະໂລວາກີ ແລະ ສະໂລວານີ ຊຶ່ງເຮັດໃຫ້ຈໍານວນພາຄີຂອງສົນທິສັນຍາດ່ັງກ່າວ ເພີ່ມເປັນ 65 ປະເທດ. ການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງປະເທດນອກພາກພື້ນ ໄດ້ສະແດງໃຫ້ເຫັນການຮັບຮູ້ຫລັກການພື້ນຖານຂອງອາ ຊຽນ ແລະ ທັງສະແດງໃຫ້ເຫັນຄວາມໝາຍໝັ້ນ ທີ່ຈະຮ່ວມມືກັບອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ.

KPL

ຂ່າວອື່ນໆ

ads
ads

Top