ຂປລ
ແຫຼ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈຳປາສັກ ເປີດງານ “ຫອມກິ່ນລາວເດີມ 2026” ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ສົ່ງເສີມຜະລິດຕະພັນ ແລະ ອາຫານທ້ອງຖິ່ນຂອງແຂວງຈຳປາສັກ” ເມື່ອບໍ່ດົນມານີ້ ທີ່ສູນການຄ້າແຟຣນຊິບມໍ ນະຄອນປາກເຊ ໂດຍມີບັນດາການນຳແຂວງ, ຜູ້ຕາງໜ້າພາກສ່ວນພັກ-ລັດ, ພະແນກການ, ອົງການຈັດຕັ້ງ, ພາກທຸລະກິດ, ນັກສິລະປະ, ນັກຮຽນ-ນັກສຶກສາ ແລະ ມວນຊົນເຂົ້າຮ່ວມ.
ງານ “ຫອມກິ່ນລາວເດີມ” ເປັນກິດຈະກຳທີ່ເນັ້ນໃສ່ການອະນຸລັກ, ສືບສານ ແລະ ເຜີຍແຜ່ສິລະປະວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວລາວ ໂດຍສະເພາະມໍລະດົກທາງວັດທະນະທຳຂອງປະຊາຊົນແຂວງຈຳປາສັກ ໃຫ້ຄົງຢູ່ ແລະ ສືບທອດໄປສູ່ຄົນຮຸ່ນໃໝ່. ຕະຫຼອດໄລຍະຜ່ານມາ, ພັກ ແລະ ລັດ ກໍຄື ອົງການປົກຄອງແຂວງຈຳປາສັກ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ໂດຍສະເພາະການສົ່ງເສີມວັດທະນະທຳທ້ອງຖິ່ນໃຫ້ກາຍເປັນທຶນທາງສັງຄົມ ແລະ ທຶນທາງເສດຖະກິດ ທີ່ສາມາດສ້າງມູນຄ່າເພີ່ມໃຫ້ແກ່ຊຸມຊົນ.
ສຳລັບງານໃນປີນີ້ ໄດ້ມີການນຳເອົາເອກະລັກທາງວັດທະນະທຳຂອງປະຊາຊົນບັນດາເຜົ່າແຂວງຈຳປາສັກ ມາຈັດສະແດງຢ່າງຫຼາກຫຼາຍ ທັງດ້ານການນຸ່ງຖື, ວິຖີຊີວິດ, ສິລະປະການສະແດງ, ຫັດຖະກຳ, ການປຸງແຕ່ງອາຫານ ແລະ ຜະລິດຕະພັນທ້ອງຖິ່ນ. ນອກນີ້, ຍັງມີການຈັດສະແດງສິນຄ້າໂອທັອບ ແລະ ໂອດັອບ, ຮ້ານຈຳໜ່າຍອາຫານພື້ນເມືອງ, ການຕົບແຕ່ງສະຖານທີ່ດ້ວຍສັນຍະລັກທາງວັດທະນະທຳລາວ ເຊັ່ນ: ແຄນ ແລະ ຕິບເຂົ້າຂະໜາດໃຫຍ່ ເພື່ອສ້າງຈຸດດຶງດູດໃຫ້ແກ່ຜູ້ມາຢ້ຽມຊົມ. ນອກຈາກການອະນຸລັກວັດທະນະທຳແລ້ວ, ງານດັ່ງກ່າວຍັງເປັນເວທີສຳຄັນໃນການສົ່ງເສີມການຈຳໜ່າຍສິນຄ້າ, ສ້າງໂອກາດທາງການຄ້າ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຜູ້ປະກອບການ, ຊ່າງຫັດຖະກຳ ແລະ ປະຊາຊົນໃນທ້ອງຖິ່ນ ພ້ອມທັງຊ່ວຍໂຄສະນາປະຊາສຳພັນແຫຼ່ງທ່ອງທ່ຽວ, ສ້າງສີສັນໃຫ້ແກ່ກິດຈະກຳການທ່ອງທ່ຽວຂອງແຂວງ ແລະ ຊຸກຍູ້ຂະບວນການ “ລາວທ່ຽວລາວ” ແລະ ຍັງເປັນການສ້າງບັນຍາກາດຟົດຟື້ນ ແລະ ຂະບວນການແຂ່ງຂັນສ້າງຜົນງານອັນດີງາມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 51 ປີ ທີ່ຈະມາເຖິງນີ້ຕື່ມອີກ.
ກິດຈະກຳພາຍໃນງານ ໄດ້ມີການປະກວດດົນຕີພື້ນເມືອງ, ຟ້ອນສິລະປະ, ການເດີນແບບຊຸດອາພອນຊົນເຜົ່າ ແລະ ກິດຈະກຳທາງສິລະປະ-ວັດທະນະທຳອື່ນໆ ທີ່ສະທ້ອນໃຫ້ເຫັນເຖິງເອກະລັກອັນດີງາມຂອງລາວ.
ຂ່າວ-ພາບ: ຈັນທະວີສັກ
KPL