ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

16/11/2026 09:53
ຂປລ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານການບໍລິຫານໂຮງຮຽນກິນນອນ ລະຫວ່າງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກັບ ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ຈັດຂຶ້ນໃນວັນທີ 12 ພະຈິກ 2026 ນຳໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ແລະ ທ່ານ ກິ່ງລັດຕະນະ ທອງສະໝຸດ ຮອງອຳນວຍການສະຖາບັນກິລາ-ກາຍຍະກຳ ພ້ອມດ້ວຍຄະນະ. ທັງນີ້, ກໍເພື່ອສ້າງຄວາມສຳພັນອັນດີລະຫວ່າງສອງສະຖາບັນ, ທັງເປັນການແລກປ່ຽນຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອນຳໄປປັບປຸງ ແລະ ຍົກສູງປະສິດທິພາບໃນການບໍລິຫານ ຕະຫຼອດຮອດການລ້ຽງດູຊີວິດການເປັນຢູ່ຂອງນັກຮຽນໃຫ້ດີຂຶ້ນ.

ການພົບປະຄັ້ງນີ້, ຄະນະຜູ້ແທນສອງຝ່າຍ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານ ແລະ ຜົນງານທີ່ຜ່ານມາຂອງແຕ່ລະຝ່າຍ, ພ້ອມທັງຮ່ວມປຶກສາຫາລືແລກປ່ຽນບົດຮຽນໃນຫຼາຍດ້ານ ເປັນຕົ້ນ ວຽກງານການຄຸ້ມຄອງນັກຮຽນ, ການຈັດຕັ້ງລະບຽບວິໄນ, ການສຶກສາອົບຮົມດ້ານແນວຄິດການເມືອງ, ການຝຶກຝົນກິລາ-ກາຍຍະກຳ, ການເບິ່ງແຍງສຸຂະພາບ, ການຈັດສັນອາຫານການກິນ, ທີ່ພັກອາໄສ ແລະ ສະພາບການດຳລົງຊີວິດປະຈຳວັນຂອງນັກຮຽນ. ນອກນີ້, ຍັງໄດ້ແລກປ່ຽນແນວທາງໃນການແກ້ໄຂບັນຫາ, ຂໍ້ຫຍຸ້ງຍາກ ແລະ ອຸປະສັກທີ່ພົບພໍ້ໃນການບໍລິຫານໂຮງຮຽນກິນນອນ ເພື່ອໃຫ້ແຕ່ລະຝ່າຍສາມາດນຳເອົາບົດຮຽນທີ່ດີໄປໝູນໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ.

ໂອກາດນີ້, ສະຖາບັນກິລາ-ກາຍຍະກຳ ຍັງໄດ້ມອບອຸປະກອນກິລາຈຳນວນໜຶ່ງໃຫ້ແກ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ພ້ອມທັງລົງຢ້ຽມຊົມຫ້ອງຮຽນ, ເຮືອນນອນ ແລະ ເຮືອນຄົວນັກຮຽນຕື່ມອີກ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

ads
ads

Top