ປີສາມັກຄີມິດຕະພາບລາວ-ຫວຽດນາມ20221/27/2026 2:29:35 PM
ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນ ທີ 26-27 ມັງກອນ 2026.
ປີສາມັກຄີມິດຕະພາບລາວ-ຫວຽດນາມ20229/1/2025 10:40:53 AM
ພິທີໂຮມຊຸມນຸມສະເຫລີມ ສະຫລອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2/9/1945- 2/9/2025) ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2025 ທີ່ນະຄອນຫລວງວຽງຈັນ.
ປີສາມັກຄີມິດຕະພາບລາວ-ຫວຽດນາມ20224/22/2025 10:44:03 AM
ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025.
ປີສາມັກຄີມິດຕະພາບລາວ-ຫວຽດນາມ20221/3/2023 12:36:34 PM
ພິທີຕັ້ງກອງບຸນ ຈາລຶກຄຸນງາມຄວາມດີ ຂອງວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ເມືອງທຸລະຄົມ ແຂວງ ວຽງຈັນ ຈັດຂຶ້ນ ລະຫວ່າງທີ 27, 28, 29 ທັນວາ 2022 ຢູ່ຫໍສີລາຈາລຶກວິລະບູລຸດ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ທີ່ບ້ານໂພນແຮ່, ເມືອງທຸລະ ຄົມ, ແຂວງວຽງຈັນ
ປີສາມັກຄີມິດຕະພາບລາວ-ຫວຽດນາມ202211/14/2022 3:41:39 PM
ງານວາງສະແດງສີນຄ້າ ຕ້ອນຮັບປີສາມັກຄີມີດຕະພາບລາວ- ຫວຽດນາມ ປະຈຳປີ 2022, ທີ່ຈັດຂຶ້ນໃນລະຫວ່າງວັນທີ 3-8 ພະຈີກ 2022,
ປີສາມັກຄີມິດຕະພາບລາວ-ຫວຽດນາມ202211/2/2022 9:12:11 AM
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີສະເຫລີມສະຫລອງ 10 ປີ ແຫ່ງການສ້າງຕັ້ງ ສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງອຽນບາຍ ສສ ຫວຽດນາມ (7/1/2012-7/1/2022) ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ຢູ່ແຂວງໄຊຍະບູລີ.
ປີສາມັກຄີມິດຕະພາບລາວ-ຫວຽດນາມ202210/25/2022 10:10:16 AM
ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຫລາຍກິດຈະກຳ ເພື່ອສະເຫລີມສະຫລອງປີສາມັກຄີ ມິດຕະພາບລາວ-ຫວຽດ ນາມ 2022 ກໍຄືວັນ ເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ວັນທີ 18 ກໍລະກົດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ວັນທີ 5 ກັນຍາ ຄົບ ຮອບ 60 ປີ ຢ່າງ ເປັນຂະບວນຟົດຟື້ນ ແນໃສ່ເສີມຂະຫຍາຍ ແລະ ຮັດແຫນ້ນຄວາມສາມັກ ຄີແບບພິເສດການ ຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.