ໄຊຍະບູລີ ຖືສໍາຄັນວຽກຫັນລົງກໍ່ສ້າງຮາກຖານ

ການເມືອງຕິດ​ພັນ​ກັບວຽກ 3 ສ້າງເຂົ້າສູ່ລວງເລິກ

 

ຂປລ. ຕະຫລອດໄລຍະ 5 ປີຜ່ານມາ, ອົງຄະນະພັກ ແຂວງ ໄຊຍະບູລີ ໄດ້ຖືສໍາຄັນວຽກງານ ຫັນລົງກໍ່ສ້າງຮາກຖານ ການເມືອງພັດທະນາ ຊົນນະບົດຮອບດ້ານ ຕິດພັນກັບການ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ​ດ້ວຍ​ການ​ຫັນ​ເອົາມະຕິ, ຄໍາ​ສັ່ງ ແລະ ນິຕິກໍາອື່ນໆ ກ່ຽວກັບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ມາເປັນ ຄຳສັ່ງແນະນໍາ ສະບັບເລກທີ 198/ຈຂ.ຊຍ ເພື່ອກໍານົດແຜນການລະອຽດ ໃນການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານພັດທະນາ ແລະ ສ້າງບ້ານໃຫຍ່ ໃຫ້ເປັນຕົວເມືອງນ້ອຍ, ພ້ອມ​ທັງອອກຂໍ້ຕົກລົງຂອງແຂວງ ແບ່ງຄວາມຮັບຜິດ ຊອບໃຫ້ຄະນະປະຈໍາພັກແຂວງ ຮັບຜິດຊອບບັນດາເມືອງ, ຄະນະປະຈໍາພັກເມືອງ ແລະ ພະນັກງານຫລັກແຫລ່ງ ຂອງເມືອງຮັບຜິດຊອບ ແຕ່ລະບ້ານທົ່ວເມືອງ ​ແລະ ຂັ້ນ​ອື່ນໆ.

ທ່ານ ດວງຕາ ໄຊວຸດ ຮອງເລຂາພັກ ແຂວງ ໄຊຍະບູລີ ​ໄດ້​ໃຫ້​ຮູ້​ໃນ​ກອງປະຊຸມສະຫລຸບຕີລາຄາວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາ ຊົນນະບົດ ແລະ ວຽກງານ3 ສ້າງ ທົ່ວປະເທດ ​ເມື່ອ​ບໍ່​ດົນ​ນີ້​ວ່າ: ຜ່ານການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ຢູ່ ແຂວງ ໄຊຍະບູລີ ​ເຫັນ​ວ່າ ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆໄດ້ຮໍ່າຮຽນ ເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍຢ່າງທົ່ວເຖິງ ເລີ່ມແຕ່ຄອບຄົວຂຶ້ນມາ ເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງ ພັກ-ລັດ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແຂວງ ໄຊຍະບູລີ ໃຫ້ມີສະຖຽນລະພາບ ທາງດ້ານການເມືອງ ຢ່າງໜັກແໜ້ນ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນສັງຄົມໂດຍພື້ນຖານ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ກາຍເປັນຂອງທົ່ວປວງຊົນ, ມີບັນຫາເກີດຂຶ້ນຢູ່ຮາກຖານ, ຄະນະພັກ, ອົງການປົກຄອງບ້ານ ໄດ້ເປັນເຈົ້າການແກ້ໄຂ ໃຫ້ມີຄວາມສະຫງົບ ອັນພົ້ນເດັ່ນແມ່ນການປະຕິບັດ ວາລະແຫ່ງຊາດ ໃນການ ແກ້ໄຂບັນຫາຢາເສບຕິດ, ສ້າງບ້ານເຮັດວຽກງານ ປ້ອງກັນຄວາມສະຫງົບດີ ໄດ້ 423 ບ້ານ ກວມເອົາ 98,37%, ປ້ອງກັນຊາດດີ ໄດ້ 425 ບ້ານ ກວມເອົາ 98,83%, ບ້ານແບບຢ່າງປະຕິບັດ ກົດໝາຍດີ ໄດ້ 375 ບ້ານ ກວມເອົາ 87,20%, ບ້ານປ້ອມໝັ້ນສູ້ຮົບ 97 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນ 61 ກຸ່ມບ້ານ ແລະ ອື່ນໆ; ການພັດທະນາ ເສດຖະກິດ-ສັງຄົມ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງ ໃຫ້ດີຂື້້ນເປັນກ້າວໆ, ທົ່ວແຂວງມີເສັ້ນທາງເຂົ້້າເຖິງທຸຸກໆບ້ານ ໃນນີ້ທຽວໄດ້ຕະ ຫລອດປີ ກວມ 87%, ບ້ານມີໄຟຟ້າຊົມໃຊ້ໃນລະບົບກວມ 98,6%, ສິ່ງທີ່ພົ້ນເດັ່ນ ປະຊາຊົນໄດ້ສຸມໃສ່ ຜະລິດເປັນສິນຄ້າ ຕິດພັນ ກັບການປຸງແຕ່ງ, ການລ້ຽງສັດໃຫຍ່ປະ ເພດງົວ, ຄວາຍແບບເປັນກຸ່ມ, ເປັນຟາມນັບມື້ເພີ່ມຂຶ້ນ, ການປະຕິບັດເປົ້າໝາຍ ຕົວຊີ້ວັດການພັດທະນາ ແບບຢືນຍົງດ້ານການສຶກສາ ແລະ ສາທາລະນະສຸກ ສ່ວນຫລາຍໄດ້ບັນລຸແລ້ວ.

ຜ່ານການປະເມີນ ຕາມມາດຖານພົ້ນທຸກ ແລະ ມາດຖານພັດທະນາ ຕາມດໍາລັດເລກທີ 348/ລບ, ມີຄອບຄົວບັນລຸມາດຖານພົ້ນທຸກ 77.246 ຄອບຄົວກວມ 95,15%, ບໍ່ບັນລຸ 3.830 ຄອບຄົວ, ບັນລຸມາດຖານ ຄອບຄົວພັດທະນາ 71.887 ຄອບຄົວ ກວມ 88,66%, ບໍ່ບັນລຸ 9.189 ຄອບຄົວ, ບ້ານພົ້ນທຸກ 382 ບ້ານ, ກວມ 88,84%, ບໍ່ທັນບັນລຸ 48 ບ້ານ, ບ້ານບັນລຸມາດຖານ ພັດທະນາມີ 115 ບ້ານ ກວມ 28,83%, ບໍ່ບັນລຸ 315 ບ້ານ, ສ້າງບ້ານໃຫຍ່ຕົວເມືອງນ້ອຍ ໃນຊົນນະບົດ ບັນລຸມາດຖານແລ້ວ 8 ບ້ານ,ເມືອງບັນລຸມາດຖານພົ້ນທຸກ 7 ເມືອງ, ບໍ່ບັນລຸ 4 ເມືອງ (ໄຊສະຖານ, ຊຽງຮ່ອນ, ເມືອງຄອບ ແລະ ເມືອງໄຊຍະບູລີ); ການສ້າງເມືອງ ເປັນເມືອງເຂັ້ມແຂງຮອບດ້ານຕາມທິດນໍາ 3 ສ້າງ ໃນ 5 ດ້ານ 47 ຕົວຊີ້ບອກ: ບັນລຸ 40-45 ຕົວຊີ້ບອກ ມີ 7 ເມືອງ ກວມ 63,63%, ບັນລຸ 30-39 ຕົວຊີ້ບອກ ມີ 3 ເມືອງ ກວມ 20,27% ແລະ ບໍ່ບັນລຸ 20 ຕົວຊີ້ບອກລົງມາ ມີ 1 ເມືອງ ກວມ 9,09%; ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ: ຕາມ 7 ດ້ານ 66 ຕົວຊີ້ບອກ, ຜ່ານການປະເມີນ ແຕ່ລະຕົວຊີ້ບອກສາມາດບັນລຸ 80% ຂຶ້ນໄປມີ 58 ຕົວຊີ້ບອກ, ຍັງບໍ່ທັນບັນລຸ 8 ຕົວຊີ້ບອກ, ສະເລ່ຍແຕ່ລະດ້ານບັນລຸ 80% ຂຶ້ນໄປມີ 4 ດ້ານ ແລະ ຍັງບໍ່ທັນບັນລຸ 3  ດ້ານ (ດ້ານທີ 2, 5 ແລະ 7); ຜ່ານການປະເມີນຮາກຖານພັກ ປະຈໍາປີ 2021 ທົ່ວແຂວງມີໜ່ວຍຮາກຖານພັກທັງໝົດ 1.319 ໜ່ວຍ, ຕີລາຄາຢັ້ງຢືນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 1.095 ໜ່ວຍ ເທົ່າກັບ 83%, ສ້າງບ້ານສາມັກຄີ ປອງດອງໄດ້ 389 ບ້ານ ເທົ່າກັບ 90%, ເມືອງສາມັກຄີປອງດອງ 8 ເມືອງ, ບ້ານແມ່ຍິງ 3 ດີ ມີ 338 ບ້ານ ເທົ່າກັບ 78,6%; ບ້ານຊາວໜຸ່ມ 4 ບຸກ ມີ 402 ບ້ານ ເທົ່າກັບ 93%, ສະຫະພັນກໍາມະບານ ແລະ ສະຫະພັນນັກຮົບເກົ່າ ກໍ່ໄດ້ເຄື່ອນໄຫວ ຕາມພາລະບົດບາດຂອງຕົນ.

ອີງໃສ່ຜົນສຳເລັດດັ່ງກ່າວ, ໃນ 5 ປີຜ່ານມາສາມາດຄັດເລືອກຜົນງານ ແລະ ຍ້ອງຍໍປະເພດຕ່າງໆຄື: ເລືອກໄດ້ກົມກອງດີເດັ່ນມີ ທັງໝົດ 47 ກົມກອງ, ບ້ານດີເດັ່ນ 214 ບ້ານ, ບຸກຄົນດີເດັ່ນມີ 3.468 ຄົນ, ຄອບຄົວຕົວແບບມີ 51 ຄອບຄົວ ແລະ ນັກທຸລະກິດ ຜູ້ປະກອບການດີເດັ່ນ ມີ 40 ຄົນ.

 

--------------------------------------------------------------------------------------------------------------------------------

ສະຫລຸບວຽກກໍ່ສ້າງຮາກຖານການເມືອງ-ພັດທະນາ

ຊົນນະບົດຮອບດ້ານ ແລະ ວຽກ 3 ສ້າງ ທົ່ວປະເທດ

     ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງ ຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ (2016-2021) ແລະ ທິດທາງຮອດປີ 2025 ໄດ້​ໄຂຂຶ້ນໃນວັນທີ 14 ກັນຍາ 2022 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍ ກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະ​ໄດ້​ພ້ອມກັນສະຫລຸບຕີລາຄາ ບັນດາໝາກຜົນ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ວຽກ​ງານ​ດັ່ງກ່າວ ໃນໄລຍະຜ່ານມາ (2016-2021) ໂດຍສົມທຽບໃສ່ ບັນດາມະຕິ-ຄໍາສັ່ງຂອງພັກ ເປັນຕົ້ນ ມະຕິ ຂອງຄະນະ ບໍລິຫານງານສູນກາງພັກ ສະບັບເລກທີ 056 (ປີ2018) ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບ ປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 097 (ປີ 2020) ວ່າດ້ວຍການເພີ່ມທະວີ ການນໍາພາ-ຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ມະຕິວ່າດ້ວຍ ການປັບປຸງການແບ່ງຂັ້ນ ຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ຂອງລະບົບບໍລິຫານລັດ ໃນໄລຍະໃໝ່ ເລກທີ 076/ກມສພ (2019); ພ້ອມກັນຄົ້ນຄວ້າ ເປັນເອກະພາບ ກຳນົດບັນດາທິດທາງ, ແຜນການ, ບັນດາຄາດໝາຍ ແລະ ມາດຕະການ ວິທີການ ທີ່ຕ້ອງສູ້ຊົນຈັດຕັ້ງປະຕິບັດ ທັງ 3 ວຽກດັ່ງກ່າວ ເພື່ອສືບຕໍ່ຜັນຂະຫຍາຍ ມະຕິ-ຄຳສັ່ງຂອງພັກ ກ່ຽວກັບວຽກງານ ກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນຕໍ່ໜ້າໃຫ້ເກີດຜົນ ເປັນຈິງຫລາຍຂຶ້ນ ແນໃສ່ຍົກສູງຄຸນນະພາບ ການກກໍ່ສ້າງ-ປັບປຸງຮາກຖານການ ເມືອງຂອງລະບອບ ປະຊາທິປະໄຕ ປະຊາຊົນ ໃນໄລຍະໃໝ່ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີບົດບາດ ການນຳພາຮອບດ້ານ ຂອງຄະນະພັກ, ຕິດພັນກັບການເສີມຂະຫຍາຍ ຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດ ຖະກິດ-ສັງຄົມ ຢູ່ທ້ອງຖິ່ນ-ຮາກຖານ ໃຫ້ດີຂຶ້ນກວ່າເກົ່າ.

     ສະຫາຍ ບຸນທອງ ຈິດມະນີ ຍັງ​ກ່າວ​ອີກ​ວ່າ: ພັກເຮົາ ຍາມໃດກໍຖືວ່າ ຫົວໜ່ວຍຮາກຖານ ເປັນຕົ້ນ ຮາກຖານບ້ານແມ່ນເປັນ ບໍ່ເກີດອັນໃຫຍ່ຫລວງ ຂອງກຳລັງແຮງປະຕິ ວັດ ເປັນບ່ອນຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ, ເປັນບ່ອນຕັດສິນໄຊຊະນະ ຂອງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ຍ້ອນແນວນັ້ນ ວຽກງານກໍ່ສ້າງ ແລະ ປັບປຸງຮາກຖານ ການເມືອງຈຶ່ງເປັນໜ້າທີ່ ຍຸດທະສາດທີ່ບໍ່ປ່ຽນແປງ ທັງສະເພາະໜ້າ ແລະ ຍາວນານຂອງພັກເຮົາ, ໃນເງື່ອນໄຂໃໝ່ ຂອງການປະຕິວັດ, ພັກ-ລັດເຮົາຍິ່ງຕ້ອງ ເອົາໃຈໃສ່ການກໍ່ສ້າງ ແລະ ປັບປຸງຮາກຖານການເມືອງ ຕິດພັນໂດຍກົງກັບ ການພັດທະນາ ໂດຍສະເພາະ ການພັດທະນາ ຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ວຽກງານ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍ ທີ່ໄດ້ວາງໄວ້ ແນໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານ ມີຄວາມເຂັ້ມແຂງໜັກແໜ້ນ ເປັນເຈົ້າການນຳພາ ປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຢູ່ຮາກຖານ ເປັນຕົ້ນ ການແກ້ໄຂຄວາມທຸກຍາກ, ຄວາມຫລ້າຫລັງ, ຄວາມບໍ່ສະເໝີພາບ, ຄວາມບໍ່ຍຸຕິທຳ ແລະ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ ​ເຊິ່ງເປັນປັດໄຈພື້ນຖານ ເພື່ອຮັບປະກັນ ການມີສະຖຽນລພາບ ທາງດ້ານການ ເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ກໍຄື ຄວາມໝັ້ນຄົງ ຂອງລະບອບ ປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ.

ຂ່າວ-ພາບ: ໜັງສືພິມ​ປະຊາຊົນ

-----------------------------------------------------------------

ທິດ 3 ສ້າງ​ຂອງ​ຂະ​ແໜງ​ການ​ເງິນ

*ໃນໂອກາດກອງປະຊຸມ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ; ຕາງໜ້າຄະນະພັກກະຊວງການເງິນ ໄດ້ໃຫ້ຮູ້ການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ໃນຂະແໜງການດັ່ງກ່າວ ຊຶ່ງມີຜົນ ສຳເລັດເປັນທີ່ໜ້າພໍໃຈ, ແຕ່ເຖິງຢ່າງໃດ ສະເພາະທິດທາງໃນຕໍ່ໜ້າ ນັ້ນກະຊວງການເງິນ ກໍ່ໄດ້ຄົ້ນຄວ້າເອົາວຽກງານ 3 ສ້າງ ເຂົ້າໃນກົດໝາຍງົບປະມານ ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດ ວຽກງານ ການເງິນ-ງົບປະມານໃນຕໍ່ໜ້າຄື ດັ່ງນີ້:


-
ໄດ້ກຳນົດແຈ້ງ ງົບປະມານແຫ່ງລັດ ແມ່ນລະບົບລວມສູນທົ່ວປະເທດ ແຕ່ໄດ້ແບ່ງເປັນ 2 ຂັ້ນຄື: ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ໃນນັ້ນຂັ້ນທ້ອງຖິ່ນ ປະກອບດ້ວຍຂັ້ນແຂວງ ແລະ ຂັ້ນເມືອງ; ເມືອງເປັນຫົວໜ່ວຍ ງົບປະມານໜຶ່ງຂຶ້ນກັບແຂວງ, ບ້ານບໍ່ແມ່ນຫົວໜ່ວຍງົບປະມານ ແຕ່ແມ່ນການຈັດຕັ້ງ ການເງິນທີ່ເມືອງ ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ງົບປະມານຊ່ວຍຂັ້ນເມືອງ.


-
ແບ່ງຂັ້ນຄຸ້ມຄອງ ເກັບລາຍຮັບງົບປະມານຄືນໃໝ່; ສູນກາງຄຸ້ມຄອງ ເກັບບັນດາປະເພດລາຍຮັບ ບໍລິສັດທີ່ນຳໃຊ້ ເຕັກໂນໂລຊີລະດັບສູງ, ລາຍຮັບຈາກພາສີ ຂາເຂົ້າ-ຂາ ອອກ. ທ້ອງຖິ່ນຄຸ້ມຄອງເກັບແມ່ນ ຫົວໜ່ວຍທຸລະກິດ ຂະໜາດໃຫຍ່, ກາງ ແລະ ນ້ອຍ ທີ່ທ້ອງຖິ່ນຄຸ້ມຄອງຢ່າງຂາດຕົວ ແທນນະໂຍບາຍເກົ່າທີ່ ແບ່ງເປັນພູດຄື ພູດສູນກາງ100%, ທ້ອງຖິ່ນ 100% ແລະ ພູດແບ່ງປັນ ລະຫວ່າງສູນກາງ ແລະ ທ້ອງຖ່ິນ.


-
ການແບ່ງຂັ້ນຄຸ້ມຄອງ ລາຍຈ່າຍມີຄວາມຈະແຈ້ງ ແລະ ສອດຄ່ອງກັບ ສະພາບຕົວຈິງກວ່າເກົ່າ. ຂັ້ນສູນກາງ ປະຕິບັດລາຍຈ່າຍສຳຄັນຂອງປະເທດ, ຂັ້ນທ້ອງຖິ່ນປະຕິບັດ ລາຍຈ່າຍບໍລິຫານກົງຈັກ ແລະ ລາຍຈ່າຍອື່ນໆ ທີ່ທ້ອງຖິ່ນຄຸ້ມຄອງ ໂດຍກຳນົດແຈ້ງການແບ່ງຄວາມຮັບຜິດຊອບ ດ້ານລາຍຈ່າຍລະ ຫວ່າງແຂວງ, ເມືອງ ແລະ ບ້ານ.


-
ໄດ້ກຳນົດນະໂຍບາຍ ສົ່ງເສີມເກັບລາຍຮັບ ໃຫ້ທ້ອງຖິ່ນ ໂດຍອະນຸຍາດໃຫ້ແຂວງ, ນະຄອນຫລວງ ນຳໃຊ້ລາຍຮັບ ທີ່ປະຕິບັດໄດ້ເກີນແຜນ ເພື່ອພັດທະນາທ້ອງຖິ່ນ ຕົນເອງ ຕາມນະໂຍບາຍ ຂອງລັດຖະບານ ໃນແຕ່ລະໄລຍະ. ສະເພາະຂັ້ນເມືອງ, ກໍໄດ້ຮັບນະໂຍບາຍ ໃຫ້ນຳໃຊ້ງົບປະມານເກີນແຜນໄດ້ ໃນກໍລະນີທີ່ລາຍຮັບ ທົ່ວແຂວງເກີນແຜນ ແລະ ມອບໃຫ້ແຂວງ ແລະ ນະຄອນຫລວງ ເປັນຜູ້ຈັດແບ່ງ ຕາມລະບຽບ ກົດໝາຍກຳນົດໄວ້, ສ່ວນການແບ່ງປັນລາຍຮັບ ທີ່ເມືອງມອບໃຫ້ບ້ານ ເກັບຈະກຳນົດເປັນ 3 ລະດັບ ຄື: ແບ່ງໃຫ້ບ້ານ 100%, 60% ແລະ 40% ຕາມທີ່ຕັ້ງພູມສັນຖານ ແລະ ລະດັບການພັດ ທະນາຂອງບ້ານ.


-
ກຳນົດກົນໄກສ້າງ, ຮັບຮອງ ແລະ ກວດກາ ຕິດຕາມແຜນງົບປະມານທ້ອງຖິ່ນ ໂດຍຍົກສູງບົດບາດ ຂອງສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງ; ໃນແຕ່ລະປີກະຊວງການເງິນ ຈະອີງໃສ່ເພດານງົບປະມານ ລາຍຮັບ-ລາຍຈ່າຍ ທີ່ສະພາແຫ່ງຊາດ ຮັບຮອງແລ້ວແຈ້ງໃຫ້ ອົງການປົກຄອງທ້ອງຖິ່ນ, ຄົ້ນຄວ້າຈັດສັນ ໃຫ້ຂະແໜງການ, ອົງການອ້ອມຂ້າງແຂວງ, ນະຄອນຫລວງ ແລະ ເມືອງຕາມແຜນງານ, ໂຄງການ ຂອງຕົນເພື່ອສະເໜີຕໍ່ ສະພາປະຊາຊົນ ຂັ້ນຕົນພິຈາລະນາຮັບຮອງເອົາ.


-
ກ່ຽວກັບການຄຸ້ມຄອງ ການລົງທຶນຂອງລັດ ຂະແໜງການເງິນ ໄດ້ສ້າງກົນໄກປະສານສົມທົບ ກັບຂະແໜງແຜນການ ແລະ ການລົງທຶນ ພິຈາລະນາແຫລ່ງທຶນ ໂຄງການລົງທຶນຂອງລັດ ເປັນອັນລະອຽດ ແຕ່ຫົວທີ ໂດຍມອບໃຫ້ຂະແໜງການຂອງຕົນ ຢູ່ທ້ອງຖິ່ນເປັນເສນາທິ ການຂຸດຄົ້ນ, ຈັດສັນແຫລ່ງທຶນ ຕາມລະບຽບກົດໝາຍ ໃຫ້ໂຄງການຂອງແຂວງ, ເມືອງສະໜອງງົບປະມານ ໃຫ້ແກ່ໂຄງການລົງທຶນ ຂອງທ້ອງຖິ່ນ ໃຫ້ໄປຕາມແຜນ, ກວດກາ, ຕິດຕາມການປະຕິບັດ ແລະ ສັງລວມໜີ້ສິນ ລົງທຶນໃຫ້ແກ່ອົງການປົກຄອງແຂວງ, ນະຄອນຫລວງ, ເພື່ອລາຍງານປະຈຳປີ ຕໍ່ສະພາປະຊາຊົນທ້ອງຖິ່ນ.


-
ໄດ້ປັບປຸງສິດ ແລະ ຄວາມຮັບຜິດຊອບ ຂອງຜູ້ສັ່ງການບັນດາຂະແໜງການ, ອົງການຂັ້ນສູນກາງ; ຜູ້ສັ່ງການຂອງທ້ອງຖິ່ນ, ແຂວງ, ນະຄອນຫລວງ ໃຫ້ຈະແຈ້ງ ແລະ ຊັດເຈນ ເພື່ອມີສິດຕົກລົງດັດສະເລ່ຍ ລາຍຈ່າຍງົບປະມານ ຈາກຮ່ວງໜຶ່ງ ໄປໃສ່ຮ່ວງອື່ນ ໃນພາກດຽວກັນ ທີ່ຢູ່ໃນແຜນງົບປະມານປະຈຳປີ.


ບັນດາທິດທາງທີ່ກ່າວມານັ້ນ
ຈະເຮັດໃຫ້ຂະແໜງການເງິນ ມີການປ່ຽນແປງໃໝ່ ຢ່າງຮອບດ້ານ ປະກອບສ່ວນສ້າງຄວາມໝັ້ນຄົງ ໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນ, ແຂວງ, ນະຄອນ, ເມືອງ, ບ້ານເຮັດ ໃຫ້ປະເທດພວກເຮົາຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນ ປີ 2020.

------------------------------------------------------------------

ການ​ປະຕິບັດ​ວຽງ​ການ 3 ສ້າງ​ຂອງ​ຂະ​ແໜງ​ການ​ເງິນ



*
ໃນບົດປະກອບຄຳເຫັນ ຂອງຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕາງໜ້າຄະນະພັກ ກະຊວງການເງິນ ໄດ້ຍົກໃຫ້ເຫັນທິດທາງວຽກງານ 3 ສ້າງ ໃນໄລຍະໃໝ່ຂອງ ຂະແໜງການເງິນ ແລະ ຍົກໃຫ້ເຫັນຜົນ ການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ໃນໄລຍະຜ່ານມາ ກໍໄດ້ມີໝາກຜົນ ທີ່ເປັນພື້ນຖານ.


ໃນຊຸມປີຜ່ານມາ
,​ ກະຊວງການເງິນ ໃນຖານະທີ່ເປັນ ອົງການບໍລິຫານລັດ ທີ່ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ສູນກາງພັກ, ລັດຖະບານ  ແລະ ອົງການປົກຄອງທ້ອງ ຖິ່ນ ໄດ້ເອົາໃຈໃສ່ ແລະ ຄຸ້ມຄອງ  ວຽກງານການເງິນ ແລະ ງົບປະມານແຫ່ງລັດ ໃນຂອບເຂດທົ່ວປະເທດ ເຊິ່ງວຽກງານການເງິນ ແລະ ງົບປະມານແຫ່ງລັດ ມີຜົນສຳເລັດ ໃນຫລາຍດ້ານ, ໂດຍສະເພາະແມ່ນ ການປະຕິບັດຄາດ ໝາຍແຜນການ 5 ປີ ທີ່ວາງໄວ້ໄດ້ ໂດຍພື້ນຖານ, ສາມາດຕອບສະໜອງ ລາຍຈ່າຍທີ່ເປັນບຸລິມະສິດ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ປະກອບສ່ວນສຳຄັນ ເຂົ້າໃນການຮັກສາ ສະຖຽນລະພາບ ຂອງເສດຖະກິດ ມະຫາພາກໂດຍລວມ. ເວົ້າສະເພາະ ໃນວຽກງານ 3 ສ້າງ, ເພື່ອເຮັດໃຫ້ທິດນຳ 3 ສ້າງ ເກີດມີໝາກຜົນຕົວຈິງ;​ ຄະນະພັກກະຊວງການເງິນ ໄດ້ຕັ້ງໜ້າເຂົ້າຮ່ວມການ ທົດລອງ ປະຕິບັດວຽກງານ 3 ສ້າງ ຂະແໜງການເງິນ ໃນສະພາບແວດລ້ອມ ທີ່ປະເທດເຮົາປະສົບກັບ ຄວາມຫຍຸ້ງຍາກ ຊົ່ວຄາວດ້ານການເງິນ-ງົບປະມານ ນັບແຕ່ຕົ້ນສົກປີ 2012-2013 ເປັນຕົ້ນມາ ກະຊວງການເງິນ ໄດ້ຖືເອົາການປະຕິບັດທິດ 3 ສ້າງ ເປັນມາດຕະການ ທີ່ສຳຄັນອັນໜຶ່ງ ເພື່ອແກ້ໄຂຄວາມຫຍຸ້ງຍາກ ຊົ່ວຄາວທາງດ້ານການເງິນ, ງົບປະມານໃນໄລຍະຍາວ ໂດຍສົມທົບແໜ້ນ ກັບບັນດາ ຂະແໜງການສູນກາງ, ອົງການປົກຄອງແຂວງ, ເມືອງໂດຍຖືເອົາ ການສ້າງບ້ານພັດ ທະນາເປັນພື້ນຖານ.

ນອກນັ້ນ, ກະຊວງການເງິນ ໄດ້ຕົກລົງອອກ 2 ນິຕິກຳຄື: ຄຳແນະນຳກ່ຽວກັບ ການຈັດຕັ້ງດຳເນີນ ການທົດລອງວຽກງານ 3 ສ້າງ ຂອງຂະແໜງການເງິນ,​ ຂໍ້ກຳນົດວ່າດ້ວຍ ການເງິນບ້ານ ເພື່ອເປັນ ບ່ອນອີງໃຫ້ແກ່ ການເຄ່ືອນໄຫວ ແລະ ຈັດຕັ້ງປະຕິບັດ ຢູ່ໃນບ້ານທົດລອງ, ເມືອງທົດລອງທົ່ວປະເທດ. ນອກນັ້ນ ຍັງໄດ້ເຝິກອົບຮົມ ໃຫ້ແກ່ພະນັກງານ ຜູ້ໄປນຳພາເຮັດຢູ່ກະຊວງ, ​ແຂວງ​, ສະໜອງທຶນ ສົມເຫດສົມຜົນ ໂດຍສອດຄ່ອງ ກັບສະພາບເງື່ອນໄຂໃໝ່ ຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ.

-----------------------------------------------------------------


ທິດ​ທາງ​ວຽກ​ງານ 3 ສ້າງ ​ໃນ​ໄລຍະ​ໃໝ່​ຂອງ​ຂະ​ແໜງ​ການ​ເງິນ



*
ຂະແໜງການເງິນ ໄດ້ຄົ້ນຄວ້າເອົາ ວຽກງານ 3 ສ້າງ ເຂົ້າໃນກົດໝາຍງົບປະມານ ເພ່ືອເປັນທິດທາງ ໃນການຈັດຕັ້ງ ປະຕິບັດວຽກງານ ການເງິນ-ງົບປະມານ ໃນຕໍ່ໜ້າ ເຊິ່ງໄດ້ກຳນົດແຈ້ງ ງົບປະມານລັດ ແມ່ນລະບົບ ລວມສູນທົ່ວປະເທດ ເຊິ່ງໄດ້ ແບ່ງເປັນ 2 ຂັ້ນຄື ສູນກາງ ແລະ ທ້ອງຖິ່ນ.


ໃນໂອກາດສະເໜີ ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ
X ຂອງພັກ, ຜູ້ແທນກະຊວງການເງິນ ໃຫ້ຮູ້ວ່າ: ທິດທາງວຽກງານ 3 ສ້າງ ໃນໄລຍະໃໝ່ ຂອງຂະແໜງການເງິນ ໄດ້ກຳນົດແຈ້ງ ງົບປະມານລັດແມ່ນ ລະບົບລວມສູນ ທົ່ວປະເທດ, ແຕ່ໄດ້ແບ່ງເປັນ 2 ຂັ້ນຄື: ສູນກາງ ແລະ ທ້ອງຖິ່ນ. ຂັ້ນທ້ອງຖິ່ນ ປະກອບດ້ວຍແຂວງ, ເມືອງ. ເມືອງເປັນຫົວໜ່ວຍ ງົບປະມານໜຶ່ງຂຶ້ນກັບແຂວງ, ບ້ານບໍ່ແມ່ນຫົວ ໜ່ວຍງົບປະມານ,​ ແຕ່ແມ່ນການຈັດຕັ້ງ ການເງິນທີ່ເມືອງ ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ຊ່ວຍຂັ້ນເມືອງ.


ນອກນັ້ນຍັງແບ່ງ ຂັ້ນຄຸ້ມຄອງເກັບລາຍຮັບ ງົບປະມານຄືນໃໝ່
; ສູນກາງຄຸ້ມຄອງ ເກັບບັນດາປະເພດ ລາຍຮັບບໍລິສັດທີ່ນຳໃຊ້ ເຕັກໂນໂລຊີຂັ້ນສູງ, ລາຍຮັບຈາກພາສີ ຂາເຂົ້າ-ຂາອອກ.  ທ້ອງຖິ່ນຄຸ້ມ ຄອງເກັບແມ່ນບັນດາ ຫົວໜ່ວຍທຸລະກິດ ຂະໜາດໃຫຍ່, ກາງ ແລະ ນ້ອຍ ທີ່ທ້ອງຖິ່ນຄຸ້ມຄອງ ຢ່າງຂາດຕົວ ແທນນະໂຍບາຍເກົ່າ ທີ່ແບ່ງເປັນພູດຄື ພູດສູນກາງ 100%, ທ້ອງຖິ່ນ  100% ແລະ ພູດແບ່ງປັນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.


ນອກນັ້ນຍັງກຳນົດ ການແບ່ງຂັ້ນຄຸ້ມຄອງ ລາຍຈ່າຍໃຫ້ມີຄວາມຈະແຈ້ງ
ແລະ ສອດຄ່ອງ ກັບສະພາບຕົວຈິງກວ່າເກົ່າ. ຂັ້ນສູນກາງປະຕິບັດ ລາຍຈ່າຍສຳຄັນຂອງປະເທດ, ຂັ້ນທ້ອງຖິ່ນ ປະຕິບັດລາຍຈ່າຍ ບໍລິຫານກົງຈັກ ແລະ ລາຍຈ່າຍອື່ນໆ ທີ່ທ້ອງຖິ່ນຄຸ້ມຄອງ ໂດຍກຳນົດແຈ້ງການ ແບ່ງຄວາມຮັບຜິດຊອບ ດ້ານລາຍຈ່າຍລະຫວ່າງ ແຂວງ, ເມືອງ ແລະ ບ້ານ.

--------------------------------------------------------------------


ເພີ່ມ​ທະວີ​ການ​ນຳພາ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ​ຕໍ່​ວຽກ​ງານ​ສາມ​ສ້າງ





*
ໃນຊຸມປີຕໍ່ໜ້ານີ້, ຕາມການຕີລາຄາ ຂອງຄະນະຮັບຜິດຊອບຊີ້ນຳ ວຽກງານສາມສ້າງ ຂັ້ນສູນກາງ, ວຽກງານສຳຄັນອັນໜຶ່ງ ໃນຕໍ່ໜ້າແມ່ນຕ້ອງເພ່ີມທະວີ ການຊີ້ນຳນຳພາ ຂອງຄະນະພັກ ແຕ່ລະຂັ້ນ ຕໍ່ວຽກງານສາມສ້າງ, ໂດຍສະເພາະແມ່ນການສ້າງ ບ້ານພັດທະນາ ໃຫ້ແທດເຖິງຕົວຈິງ, ຖືກຕ້ອງ ແລະ ຖືກຕ້ອງກັບຈຸດພິເສດ ແລະ ທ່າແຮງຂອງແຕ່ລະບ້ານ; ຮູ້ເສີມຂະຫຍາຍ ກຳລັງແຮງ ຂອງບັນດາພາກສ່ວນ ເສດຖະກິດ ແລະ ມູນເຊື້ອຂອງ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນໃນແຕ່ລະບ້ານ ໃຫ້ເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດມະຕິ 03 ຂອງກົມການເມືອງໃຫ້ມີຜົນສຳເລັເດ.

ບົດຮຽນທີ່ຖອດຖອນໄດ້ ໃນການເຮັດສາມສ້າງ ຜ່ານມາຊີ້ໃຫ້ເຫັນວຽກງານສາມສ້າງ ແມ່ນວຽກຍາວນານ, ​ມີຄວາມລະອຽດອ່ອນ. ສະນັ້ນ ຕ້ອງໄດ້ເປັນເຈົ້າການ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ 03, ມະຕິ 08 ຂອງກົມການເມືອງສູນກາງພັກ ແລະ ນິຕິກຳຕ່າງໆ ກ່ຽວກັບສາມສ້າງ ໃຫ້ດຳເນີນໄປຢ່າງເປັນລະບົບຄົບຊຸດ ຊຶ່ງທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຖືເປັນບຸລິມະສິດ ປົກກະຕິຂອງຕົນ. ນະໂຍບາຍສາມສ້າງ ແມ່ນການປະຕິວັດ ອັນເລິກເຊິ່ງເຖິງຖອງ ໃນເງື່ອນໄຂໃໝ່, ຖືກຕ້ອງ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງ ຂອງປະເທດເຮົາ; ມັນແມ່ນ ຈຸດໝາຍສ້າງປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ເພາະສະນັ້ນ, ຄະນະພັກ, ອົງການປົກຄອງທຸກຂັ້ນ, ທຸກຂະແໜງການຕ້ອງເຊື່ອມຊຶມ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດ ໃຫ້ບັນລຸຜົນເປັນຈິງ. ພ້ອມດຽວກັນ, ການສ້າງພະນັກງານກັບທີ່ ເພື່ອເປັນແກ່ນ ສານຫລັກແຫລ່ງ ນຳພາ-ຊຸກຍູ້, ປຸກລະດົມຊາວບ້ານ ເຮັດຕົວຈິງແມ່ນອັນຕັດສິນ ແລະ ຄ້ຳປະກັນ ໃຫ້ວຽກງານສາມສ້າງ ມີຜົນສຳເລັດ-ການຫັນ ລົງຮາກຖານ ໃຫ້ຖືກຕາມທິດທາງໃໝ່ ແລະ ມີປະສິດທິຜົນ ແມ່ນຕ້ອງປະຕິບັດຕາມ  4 ເນື້ອໃນ  4  ຄາດໝາຍ ໃນການສ້າງບ້ານພັດທະນາ, ລົງນຳພາປະຊາຊົນ ເຮັດຕົວຈິງຕາມ ຄວາມຮັບຜິດຊອບ ທາງດ້ານວິຊາການ ຂອງແຕ່ລະຂະແໜງການ. ການຈັດສັນແບ່ງ ປັນຜົນປະໂຫຍດ ໃຫ້ແກ່ທ້ອງຖິ່ນ ຮາກຖານໃຫ້ຈະ ແຈ້ງ, ຖືກຕ້ອງ ແລະ ສອດຄ່ອງເໝາະສົມ ແມ່ນສິ່ງຄ້ຳປະກັນໃຫ້ ແກ່ການປະຕິບັດ ມະຕິສາມສ້າງ ມີຜົນສຳເລັດຕົວຈິງ.



------------------------------------------------------------------------------


ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຕາມ​ເສັ້ນທາງ​ວຽງ​ຈັນ ຢ່າງ​ເຂົ້າ​ໃຈ



  
*ອາທິດຜ່ານມາເຫັນຂ່າວ ແລະ ເຫັນຕົວຈິງ ການຈັດສັນຄວາມ ເປັນລະບຽບຮຽບຮ້ອຍ ຢູ່ບັນດາເສັ້ນທາງສຳຄັນ ໃນໃຈກາງ ນະຄອນຫລວງວຽງຈັນ ໂດຍເຈົ້າໜ້າຕຳຫລວດ ຈະລາຈອນໄດ້ເອົາໃຈໃສ່ ປະຕິບັດ ໜ້າທີ່ໃນການບັງຄັບ ໃຊ້ກົດໝາຍຈະລາຈອນກໍ່ຄືລະບຽບການກ່ຽວຂ້ອງ ກັບການຈະລາຈອນ ຕາມທ້ອງຖະໜົນ ເຊິ່ງເຮັດໃຫ້ຫລາຍເສັ້ນ ທາງທີ່ເຄີຍມີລົດຈອດສອງຟາກແຄມ ທາງສ້າງ ຄວາມຫຍຸ້ງຍາກ ໃນຍາມຮີບຮ້ອນ ໄປລ້າມາການນັ້ນໂລ່ງແປນ ຫລາຍຂຶ້ນ, ນີ້ຕ້ອງຊົມເຊີຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງທີ່ໄດ້ຕັດສິນໃຈ ເອົາໃຈໃສ່ຈັດສັນຄວາມ ເປັນລະບຽບຮຽບຮ້ອຍ, ນຳໃຊ້ມາດຕະການ ຫລື ບັງຄັບໃຊ້ກົດໝາຍ ວ່າດ້ວຍການຈະລາຈອນ ໄປຕາມຂັ້ນມີທັງກ່າວເຕືອນ ສຶກສາອົບຮົມ ໄປຈົນເຖິງລັອກຕີນລົດ-ປັບໃໝ ແລະ ອື່ນໆ.
  
ຄວາມຈິງການບັງຄັບ ໃຊ້ກົດ
ໝາຍຈະລາຈອນທາງບົກ, ເວົ້າສະເພາະການຈອດ ລົງຢູ່ແຄມທາງໃຫຍ່ ໃນເມືອງບ່ອນທີ່ມີ ການສັນຈອນໜາແໜ້ນ ຊາຈື່ມາຕຳຫລວດ ຈະລາຈອນ ໄດ້ປະຕິບັດເປັນ ໄລຍະຕາມສະ ພາບ ແລະ ເງື່ອນໄຂ, ມີບາງໄລຍະກໍ່ເຄັ່ງໆ ແລະ ມີບາງໄລຍະກໍ່ຍານໆ, ຍ້ອນວ່າການບັງຄັບ ໃຊ້ກົດໝາຍຢ່າງເຄັ່ງຄັດ ມັນເປັນຜົນທັງສອງ ດ້ານສະເໝີຄື ໄດ້ຄຳຊົມເຊີຍ ແລະ ຕຳໜິຕິຊົມ ມາພ້ອມກັນ. ກ່ອນ ນີ້ເກືອບ 10 ປີ, ເພື່ອນຄຳຫລວດ ຂອງຜູ້ຂຽນເຄີຍລົມ ໃຫ້ຟັງເລື່ອງການເຂັ້ມງວດ ການຈອດລົດແຖວໜ້າ ຕະຫລາດຂາຍຂອງກິນ ຫລື ບາງຄົນເອີ້ນວ່າ ຕະຫລາດເສດຖີ ຖະໜົນ ລ້າງຊ້າງ. ການລັອກຕີນລົດຕາມ ລະບຽບປະຕິບັດ ແຕ່ເບົາໄປຫາໜັກ ເວລານັ້ນຄຳຊົມເຊີຍກໍ່ມີຫລາຍ, ແຕ່ສິ່ງທີ່ເຮັດໃຫ້ຜູ້ປະຕິບັດນ້ອຍໃຈກໍ່ມີບໍ່ໜ້ອຍ, ບາງເທື່ອໄປລັອກຕີນລົດ ຂອງຜູ້ປາລະມີສູງ ກໍ່ຖືກຫົວໜ້າໂທຫາ…ບາງເທື່ອຖືກຮ້າຍອີກ ວ່າຊັ້ນຈຶ່ງເຮັດໃຫ້ການ ຈັດສັນການຈອດລົດ ແຖວນັ້ນມະລຸ້ມມະລ້ວຍໄປໄລຍະໜຶ່ງ. ການຈັດສັນຄວາມເປັນ ລະບຽບຮຽບຮ້ອຍຕາມ ທ້ອງຖະໜົນເຮັດໃຫ້ ໂລ່ງ ແປນແມ່ນດີ, ຊົມເຊີຍ.


ໃນເບື້ອງຜູ້ເຮັດການບໍລິການ, ຄ້າຂາຍ; ການເຂັ້ມງວດຕໍ່ການ
ຈອດລົດແຄມທາງ ທີ່ມີປ້າຍຫ້າມ ຫລື ເຂດຫ້າມຈອດບ່ອນ ທີ່ມີຮ້ານຄ້າ, ຮ້ານບໍລິການຕ່າງໆ ທີ່ຖືກຕ້ອງຊໍ້າພັດຄື ສວນທາງກັນ. ເຂົາເຈົ້າພັດ ມີອີກທັດສະນະ ແລະ ຈຸດຢືນອີກແບບໜຶ່ງ ຄືຖ້າບໍ່ໃຫ້ລູກຄ້າຈອດລົດລົງໄປຊື້ເຄື່ອງຂອງກໍ່ກະທົບ ການຂາຍ ໂດຍບອກວ່າເຂົາເຈົ້າ ກໍ່ປະຕິບັດພັນທະຕໍ່ລັດ ເປັນປົກກະຕິຄືກັນ.

  
ແນ່ນອນວ່າທຸກວຽກງານ ເວລາປະຕິບັດມັນ ມັກອອກມາ ສອງດ້ານ
ທັງບວກ ແລະ ລົບ, ສຳຄັນທຸກຄົນ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງແບ່ງໃຈໃສ່ກັນ. ເບື້ອງເຈົ້າໜ້າທີ່ ລັດທີ່ກ່ຽວຂ້ອງ ກັບການຈັດ ສັນຄວາມ ເປັນລະບຽບການຈະລາ ຈອນທາງບົກກໍ່ຄວນ ປະຕິບັດໄປຕາມບາດກ້າວ ນັບແຕ່ກ່າວເຕືອນ ສຶກສາອົບຮົມ…, ຖ້າເຮັດຜິດ ຊໍ້າອີກກໍ່ໃສ່ລະບຽບ ໜັກເຂົ້າໄປຕາມ ທີ່ກຳນົດໄວ້ແລ້ວ ໂດຍໃຫ້ ສອດຄ່ອງກັບສະພາບ ຕົວຈິງໄປພ້ອມໆກັນ, ປະຕິບັດຢ່າງ ເປັນເອກະພາບທັງຫລີກເວັ້ນ ສຸດຂີດການສວຍໃຊ້ ໜ້າທີ່ສະແຫວງຫາສິດ ຜົນປະໂຫຍດສ່ວນ​ຕົວ ເຫັນແກ່ເງິນມື້ເລັກມື້ນ້ອຍ ທີ່ກະທົບ ຕໍ່ພາບພົດ ລວມຂອງອົງກອນ, ການປັບໃໝກໍ່ຕ້ອງໃຫ້ເຂົ້າປ່ອງດຽວເຂົ້າຄັງລັດໃຫ້ເປັນໄປຕາມ ລະບົບ ແລະ ລະບຽບ. ຜູ້ໃຊ້ລົດໃຊ້ຖະໜົນກໍ່ຕ້ອງເຮັດໃຈກວ້າງ ເມື່ອເຮັດບໍ່ຖືກ ກໍ່ຕ້ອງສະດຸ້ງຕົນເອງ ປ່ຽນແປງ, ຍອມຮັບໃນສິ່ງທີ່ຕົນເຮັດໄປ, ຖ້າເຖິງຂັ້ນຖືກປັບໃໝກໍ່ຄວນໃຫ້ເປັນໄປຕາມ ຫລັກການລວມຄື ເສຍຄ່າໃໝຢູ່ ສຳນັກງານລັດກ່ຽວຂ້ອງ ໃຫ້ເຂົ້າປ່ອງ-ຮູດຽວ; ບໍ່ຄວນໃຊ້ ສິນຈ້າງລາງວັນ ຫລື ຕໍ່ລອງຂໍຈ່າຍເທົ່ານັ້ນເທົ່າ ນີ້ກັບເຈົ້າໜ້າທີ່ ໂດຍບໍ່ມີໃບບິນ ໃບບົງຢັ້ງຢືນ. ທຸກການກະທຳ ຂອງເຮົາບໍ່ສາມາດ ຮູ້ໄດ້ວ່າບໍ່ມີຜູ້ອື່ນເຫັນ, ບູຮານວ່າ: ນົກມີຫູ ໜູມີປີກເດີ.



----------------------------------------------------------------------

ຊົມ​ເຊີຍ​ການ​ບໍລິການ​ຂອງ​ໂຮງ​ໝໍ​ມະ​ໂຫສົດ​ມີ​ອັນ​ປ່ຽນ​ແປງ​ດີ​ຂຶ້ນ





*ວານນີ້ຂ້າພະເຈົ້າ ໄດ້ມີໂອກາດເຂົ້າໄປພະແນກແມ່ ແລະ ເດັກຂອງໂຮງໝໍມະໂຫສົດ ເພື່ອຢອດຢາວັກແຊງ ຕ້ານໂປລິໂອ(ເປ້ຍລ່ອຍ) ເພື່ອຄວາມສະດວກ ໃນການເດີນ ທາງຜ່ານໄປມາ ລະຫວ່າງປະເທດ, ເພາະບາງປະເທດ ເພ່ິ່ນຮຽກຮ້ອງ ໃຫ້ມີບັດຢັ້ງຢືນຈາກໂຮງໝໍ ວ່າຜູ້ກ່ຽວໄດ້ຮັບ ວັກແຊງໂປລິໂອແລ້ວບໍ່? ພາຍຫລັງພົບວ່າປະເທດເຮົາ ມີການລະບາດ ພະຍາດດ່ັງກ່າວ. ແຕ່ສິ່ງທີ່ ປະທັບໃຈຂອງ ທ່ຽງທຳ ແມ່ນສັງ ເກດເຫັນການບໍລິການ ຂອງແພດໝໍພະແນກດັ່ງກ່າວ ແມ່ນມີການ ປ່ຽນແປງດີຂຶ້ນຫລາຍ, ນັບທັງຂອດທັກທາຍ ຂອງແພດໝໍຕໍ່ຜູ້ມາ ໃຊ້ບໍລິການແມ່ນດີ ຫລາຍ ແລະ ມື້ນັ້ນເຖິງວ່າຈະມີແມ່ມານ ແລະ ເດັກນ້ອຍ ມາໃຊ້ບໍລິການກວດພະຍາດ ແລະ ຊັກຢາວັກແຊງຕ່າງໆ ຈະຫລາຍກວ່າປົກກະຕິ, ແຕ່ກໍຢູ່ໃນຄວາມເປັນ ລະບຽບຮຽບຮ້ອຍດີ, ຜູ້ມາກ່ອນມາລຸນ ກໍເຂົ້າໃຊ້ບໍລິການ ຕາມຄິວ ຂອງແພດ ທີ່ເອີ້ນຊື່ແຕ່ລະຄົນ, ສ່ວນການໃຫ້ບໍລິການ ຂອງແພດຢູ່ແຕ່ລະຫ້ອງ ກໍວ່ອງໄວ ແລະ ດີຂຶ້ນຫລາຍ.

ສະເພາະທ່ຽງທຳເອງ ກໍນັດເວລາເຂົ້າໄປຢອດ ວັກແຊງໂປລິໂອ ແລະ
  ເຮັດໃບຢັ້ງຢືນບໍ່ຮອດ 15 ນາທີ ກໍສຳເລັດ, ອັນນີ້ເປັນໜ້າ ສັນລະເສີນຫລາຍ ຕໍ່ພະນັກງານແພດໝໍ ຜູ້ເຮັດວຽກບໍລິການ ດ້ວຍຄວາມ ໜັກໜ່ວງດ່ັງກ່າວ ແລະ ຖ້າທຸກພາກສ່ວນ ຂະແໜງການຫາກ ມີການປັບປຸງ ຂອດບໍລິການຂອງຕົນ ແບບນີ້ ກໍຈະເຮັດໃຫ້ວຽກງານ, ບ້ານ ເມືອງເຮົາມີສິ່ງ ປະທັບໃຈຫລາຍຂຶ້ນ. ແຕ່ມື້ນັ້ນກໍ ໜ້າເສຍດາຍ ທີ່ທ່ຽງທຳບໍ່ໄດ້ໄປຢ້ຽມ ເບິ່ງຂອດບໍລິການ ຂອງພະແນກອື່ນໆ ວ່າເປັນແນວໃດ? ແຕ່ສິ່ງສັງເກດເຫັນ ແລະ ຂໍຝາກເຖິງໂຮງໝໍ ດັ່ງກ່າວທີ່ຈະຕ້ອງ ໄດ້ປັບປຸງແກ້ໄຂແມ່ນ ຂອດບໍລິການ ຄວາມເປັນລະບຽບ ຮຽບຮ້ອຍ ຂອງການຈອດລົດ ໃນພາຍໃນໂຮງໝໍ ເຫັນວ່າສັບສົນຫລາຍ, ເອົາແຕ່ຜູ້ຢາກ ເຂົ້າມາຈອດຢູ່ໃສກ່ໍຈອດ, ຢ່າງບໍ່ມີຜູ້ຈັດສັນ, ບາງຄັ້ງຜູ້ຈອດ ກ່ອນຢາກອອກກໍ ອອກບໍ່ໄດ້ເພາະ ມີລົດຄັນອື່ນ ມາຈອດ ຕັນໄວ້ແລ້ວ ແລະ ໃນຂະນະນັ້ນກໍບໍ່ມີບ່ອນ ປະສານງານກັບໃຜ ເພື່ອສາມາດແຈ້ງ ຫາເຈົ້າຂອງລົດ ຜູ້ຕ້ອງການ ແລະ ສິ່ງເປັນຫ່ວງອີກອັນໜຶ່ງແມ່ນເມື່ອ ເກີດການສຸກເສີນ ໃດໜຶ່ງຂຶ້ນກໍຈະພົບ ຄວາມຫຍຸ້ງຍາກຫລາຍ ຈາກສະພາບຈອດລົດ ທີ່ແອອັດຢູ່ພາຍ ໃນໂຮງໝໍດ່ັງກ່າວ ຊຶ່ງຍັງບໍ່ທັນເວົ້າຮອດ ໃນເວລາມີອັກຄີໄພ ຫລື ເຫດຮ້າຍອື່ນໆເກີດຂຶ້ນ.

ໂດຍ​:ທ່ຽງ​ທຳ


--------------------------------------------------


3
ສ້າງ​ໃນວັນ​ນີ້​ມີ​ຜົນສຳ​ເລັດ​ໃນ​ລະດັບ​ໜຶ່ງ


                                                                        


ປູກ​ຜັກ​ຂາຍ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ​ດີ​ຂຶ້ນ


*ລັດຖະບານຕີລາຄາ ການປະຕິບັດວຽກງານ 3 ສ້າງ ໃນໄລຍະຜ່ານມາ (2 ປີກວ່າຜ່ານມາ) ບັນຫາພົ້ນເດັ່ນແມ່ນ ບັນດາຂະແໜງການ ແລະ ທ້ອງຖິ່ນ, ລວມທັງປະຊາຊົນ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ຢູ່ 52 ເມືອງ ແລະ 109 ບ້ານ ເປົ້າໝາຍທົດລອງ ຢ່າງເປັນຂະບວນ ເຊິ່ງໄດ້ເປັນປັດໄຈຊຸກຍູ້ ໃຫ້ທ້ອງຖິ່ນຮາກຖານມີ ການພັດທະນາຢ່າງ ຮອບດ້ານພໍສົມຄວນ.
  
ການຕີລາຄາ ຖອດຖອນບົດ
ຮຽນ, ຜ່ານບົດລາຍງານ ຂອງລັດຖະບານ ຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ທີ່ຫາກໍຜ່ານພົ້ນໄປ ໃນເດືອນມັງກອນ ຜ່ານມາ ໄດ້ໃຫ້ພວກເຮົາ ຮູ້ວ່າ ການສ້າງ ຮາກຖານການ ເມືອງຕິດພັນ ກັບການພັດທະນາ ຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ການປະຕິບັດວຽກງານ 3 ສ້າງ ແມ່ນຄວາມຈຳເປັນ ພາວະວິໄສ ທີ່ຕ້ອງສືບຕໍ່ ເຮັດໃຫ້ເປັນ ປົກກະຕິ ແລະ ຍາວນານ.


ພຶດຕິກຳຕົວຈິງ ໄດ້ຊີ້ໃຫ້ພວກ
ເຮົາ ເຫັນແລ້ວວ່າ ຢູ່ໃນບັນດາເມືອງ, ບ້ານເປົ້າໝາຍທົດລອງ ຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ໄດ້ປະກົດຜົນຕັ້ງໜ້າ ໃນຫລາຍດ້ານ ພໍສົມຄວນ. ສະຫາຍ ຈັນສີ ໂພສີຄຳ, ກຳມະ ການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ປະຈຳການຄະນະ ຮັບຜິດຊອບຊີ້ນຳ ວຽກງານ 3 ສ້າງ ຂັ້ນສູນກາງ ລາຍງານຕໍ່ກອງ ປະຊຸມໃຫຍ່ ຄະນະຜູ້ແທນ ທົ່ວປະເທດຄັ້ງທີ X ຂອງພັກ, ຍົກໃຫ້ເຫັນວ່າທຸກໆ ບ້ານເປົ້າໝາຍ ເຮັດທົດລອງລ້ວນແຕ່ ໄດ້ຮັບການພັດທະນາໃໝ່ ທີ່ມີລັກສະນະຮອບດ້ານ, ອັນພົ້ນເດັ່ນແມ່ນ ລະບົບການເມືອງ ໄດ້ຮັບການປັບ ປຸງມີຄວາມ ໜັກແໜ້ນເຂັ້ມແຂງ, ອົງການປົກຄອງບ້ານ ໄດ້ຮັບການປັບປຸງ ຢ່າງສອດຄ່ອງ, ມີຄວາມເອກະພາບ ແລະ ໄດ້ປະຕິບັດລະບອບ ອຸດໜູນໃຫ້ນາຍບ້ານບັນດາຕຳແໜ່ງງານ ຕົ້ນຕໍຂອງບ້ານ. ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ມີສະຕິຕື່ນຕົວ ເປັນເຈົ້າການ ເຂົ້າຮ່ວມພັດທະນາຫລາຍຂຶ້ນ, ຕົວແບບການຜະລິດ ສິນຄ້າເກີດຂຶ້ນ ຢ່າງແຜ່ຫລາຍ, ຊີວິດການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າໄດ້ຮັບ ການປັບປຸງ ແລະ ຍົກສູງຂຶ້ນຈະແຈ້ງ; ຍ້ອນເຂົາເຈົ້າໄດ້ ຮັບປະໂຫຍດຕົວຈິງ ຈາກການລົງທຶນຂອງລັດ ເຂົ້າໃນການພັດທະນາ ດ້ານຕ່າງໆ ຢູ່ບັນດາບ້ານເປົ້າໝາຍ ເຮັດທົດລອງ, ຜົນປະໂຫຍດ ຈາກການໃຫ້ສິນເຊື່ອ ຂອງທະນາຄານ ເພື່ອສົ່ງເສີມ ການຜະລິດເປັນ ສິນຄ້າ ແກ້ໄຂຄວາມທຸກຍາກ, ປະໂຫຍດຈາກການ ຝຶກອົບຮົມໃຫ້ ການຊ່ວຍເຫລືອ, ແນະນຳດ້ານວິຊາການ ແລະ ອື່ນໆ.
  
ເຖິງວ່າການເກັບລາຍຮັບໃນ
109 ບ້ານເປົ້າໝາຍ ທົດລອງຍັງມີ 39 ບ້ານ ບໍ່ທັນໄດ້ຕາມແຜນການ, ແຕ່ໂດຍສ່ວນຫລາຍຄື 70 ບ້ານ ເກັບໄດ້ເພ່ີມຂຶ້ນ; ນີ້ເປັນພຽງສ່ວນໜຶ່ງ ຊຶ່ງໄດ້ນຳມາຂະ ຫຍາຍໃຫ້ຜູ້ອື່ນ ໄດ້ຮັບຮູ້ ເພື່ອຄວາມເຂ້ົາໃຈ ທີ່ດີຕໍ່ວຽກງານ 3 ສ້າງ ຕາມແນວທາງຂອງພັກເຮົາ (ສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ແລະ  ສ້າງບ້ານເປັນ ຫົວໜ່ວຍ ພັດທະນາ).









Top