ຂປລ
ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

ຂປລ.ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່ ແລະ ຄູ-ອາຈານ ເຂົ້າຮ່ວມ ແລະ ໄດ້ຮັບຟັງລາຍງານຜົນສໍາເລັດອັນພົ້ນເດັ່ນໃນສົກຮຽນ 2025- 2026 ແລະ ທິດທາງຈຸດສຸມ 2026- 2027 ຈາກ ທ່ານ ມາຍຟອງ ມາຍຊາຍ ຜູ້ອຳນວຍການໃຫຍ່ ມວສຊ ໃນພິທີ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ການຂະໜານນາມ ແລະ ປະກາດ ມວສ ເປັນ ມວສຊ ແມ່ນສັນຍະລັກຂອງການຍົກລະດັບຄວາມຮັບຜິດຊອບ, ພັນທະກິດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ.
ມັນຮຽກຮ້ອງໃຫ້ ມວສຊ ຕ້ອງເປັນເສົາຫລັກໃນການກຳນົດມາດຕະຖານຄຸນນະພາບການສຶກສາສາທາລະນະສຸກ ເປັນກຳລັງແຮງຕ້ົນຕໍໃນການຄ້ົນ ຄວ້າວິທະຍາສາດສຸຂະພາບ ແລະ ເປັນບ່ອນສ້າງບຸກຄະລາກອນທາງການແພດທີ່ມີຄຸນນະພາບສູງ. ການລວມສູນ ທາງດ້ານການສຶກສາສາທາລະນະສຸກ ໂດຍການເຕົ້າໂຮມເອົາບັນດາສະຖານການສຶກສາສາທາລະນະສຸກ ໃນຂອບເຂດທົ່ວປະເທດ ມາເປັນເຄືອຂ່າຍດ້ານວິຊາການອັນດຽວກັນຢູ່ໃນ ມວສຊ ຖືເປັນວິໄສທັດ ແລະ ການນໍາພາ-ຊີ້ນໍາທີ່ຖືກຕ້ອງ ແລະ ສ່ອງໃສຂອງຄະນະພັກ- ຄະນະນໍາ ກະຊວງສາທາລະນະສຸກ ກໍຄື ຂອງ ມວສຊ ເພື່ອເຮັດໃຫ້ມາດຕະຖານການສຶກສາສາທາລະນະສຸກ ມີຄວາມເປັນເອກະພາບ ແລະ ຮັບປະກັນຄຸນນະພາບຫລາຍຂຶ້ນກວ່າເກົ່າ; ມວສ ແຫ່ງຊາດ ບໍ່ໄດ້ຖືກຮັບຮອງເພື່ອໃຫ້ມີຄວາມຮັບຜິດຊອບພຽງແຕ່ເຂດເທສະບານ ຫລື ນະຄອນຫລວງເທົ່ານັ້ນ, ແຕ່ຈະຕ້ອງແບກຫາບຄວາມໝັ້ນຄົງດ້ານສຸຂະພາບ, ການມີສຸຂະພາບທີ່ດີຂອງຄົນທັງຊາດ ຊຶ່ງມັນໝາຍເຖິງການກຳນົດມາດຕະຖານດ້ານການສຶກສາສາທາລະນະສຸກ, ການເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ທາງສຸຂະພາບ ແລະ ການຮັບປະກັນ ວ່າ: ທຸກໆນະໂຍບາຍ, ທຸກໆບຸກຄະລາ ກອນທາງການແພດທີ່ສໍາເລັດການສຶກ ສາ ແລະ ທຸກໆນະວັດຕະກໍາ ສາມາດນໍາ ໄປໃຊ້ເພື່ອປະໂຫຍດສູງສຸດຂອງປະຊາ ຊົນໃນທຸກໆແຂວງ, ທຸກໆເມືອງ ແລະ ທຸກໆເຂດຫ່າງໄກສອກຫລີກ; ຄວາມໝັ້ນຄົງ ແລະ ຄວາມຮັ່ງມີຍືນຍົງຂອງຊາດ ຕິດພັນຢ່າງສະໜິດແໜ້ນກັບສຸຂະພາບທີ່ແຂງແຮງ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ.
ຄວາມໝັ້ນຄົງດ້ານສຸຂະພາບທີ່ແທ້ຈິງ ບໍ່ສາມາດອາໄສພຽງແຕ່ຮູບແບບຈາກພາຍນອກເທົ່ານັ້ນ, ແຕ່ມັນຮຽກຮ້ອງໃຫ້ ສປປ ລາວ ຕ້ອງສ້າງລະບົບທີ່ອີງໃສ່ຫລັກຖານວິທະຍາສາດຂອງຕົນເອງ ທີ່ສອດຄ່ອງກັບສະພາບຄວາມເປັນຈິງດ້ານເສດຖະກິດ- ສັງຄົມ, ໂຄງສ້າງປະຊາກອນ ແລະ ສຸຂະພາບຂອງປະຊາຊົນລາວ. ໃນຖານະທີ່ຖືກຍົກລະດັບເປັນ ມວສຊ ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຜູ້ນຳພາໃນດ້ານນີ້. ຜ່ານການປະເມີນເຕັກໂນໂລຊີດ້ານສຸຂະພາບ (HTA) ທີ່ອ້າງອີງ ໃສ່ຂໍ້ມູນພາຍໃນ, ການຄົ້ນຄວ້າທາງຄລີນິກ ແລະ ການລົງໃກ້ສິດຕິດແທດກັບຊຸມຊົນ, ມວສຊ ຈະຊ່ວຍໃຫ້ການຕັດສິນໃຈດ້ານນະໂຍບາຍສາທາລະນະສຸກ ໃຫ້ມີປະສິດທິຜົນສູງສຸດ ແລະ ເໝາະສົມກັບປະຊາຊົນ. ຄຽງຄູ່ກັບນະໂຍບາຍດ້ານສາທາລະນະສຸກ ຫລື ການບໍລິການຮັກສາສຸຂະພາບທ່ີມີຄຸນນະພາບ, ຕ້ອງໃຫ້ຄວາມສໍາຄັນກັບຄວາມສະເໝີພາບເຊັ່ນກັນ: ໃນຂະນະທີ່ເຮົາຂະຫຍາຍນະວັດຕະກໍາທາງວິທະຍາສາດ ແລະ ການບໍລິການທີ່ມີຄຸນນະພາບ, ຕ້ອງບໍ່ປ່ອຍປະລະເລີຍກັບກຸ່ມປະຊາຊົນທີ່ມີຄວາມບອບບາງ, ຕ້ອງທັບມ້າງອຸປະສັກທີ່ກີດຂວາງການເຂົ້າເຖິງການບໍລິການ ຂອງປະຊາຊົນບັນດາເຜົ່າ ແລະ ເຮົາຕ້ອງປົກປ້ອງສຸຂະພາບຂອງແມ່ ແລະ ເດັກ ໃນທຸກໆໄລຍະຊີວິດ; ຄະນະນໍາ, ຄູ-ອາຈານ ແລະ ບຸກຄະລາກອນຂອງ ມວສຊ, ລັດຖະບານ ສປປ ລາວ ໄດ້ມອບຄວາມໄວ້ວາງໃຈອັນສູງສ່ົງໃຫ້ໃນຂະນະທີ່ການພັດທະນາພ້ືນຖານໂຄງລ່າງ (ຊຶ່ງລວມມີການປຸກສ້າງສູນຈໍາລອງການຮຽນ-ການສອນ ຫລື Modern Simulation Center ແລະ ໂຮງໝໍມະຫາວິທະຍາໄລ ຂະໜາດ 400 ຕຽງ), ກໍາລັງສ້າງມາດຕະຖານໃໝ່ ໃຫ້ກັບວົງການສາທາລະນະສຸກຂອງລາວ ຕິດພັນກັບການຫັນເປັນເສດຖະກິດເອກະລາດ ເປັນເຈົ້າຕົນເອງດ້ວຍການສ້າງລາຍຮັບກຸ້ມຕົນເອງເທື່ອລະກ້າວ. ໃນໂລກທີ່ມີການເຊື່ອມໂຍງກັນຄວາມໝັ້ນຄົງດ້ານສຸຂະພາບຮຽກຮ້ອງໃຫ້ມີການຮ່ວມມືໃນພາກພື້ນ ແລະ ສາກົນ. ພະຍາດຕິດຕໍ່ບໍ່ເຄີຍມີພົມແດນ ແລະ ເຊື້ອພະຍາດບໍ່ຈໍາເປັນຕ້ອງມີພາສ ປອດ (Passport) ໃນການເດີນທາງ ແລະ ການລະບາດຂອງພະຍາດໂຄວິດ-19 ໄດ້ກາຍເປັນບົດຮຽນທີ່ສອນໃຫ້ມວນມະນຸດທົ່ວໂລກຮູ້ວ່າ: ເຮົາຕ້ອງມີການກຽມພ້ອມທຸກເວລາ ແລະ ເຮົາຕ້ອງມີຄວາມເຂັ້ມແຂງໃນທຸກສະຖານະການ ໂດຍສະເພາະໃນສະພາບການຂອງໂລກປັດຈຸບັນບໍ່ວ່າຈະເປັນດ້ານການເມືອງ, ການທະຫານ, ເສດຖະກິດ, ການໂຈມຕີທາງໄຊເບີ ແລະ ອື່ນໆທີ່ກໍາລັງຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ.
ສະນັ້ນ, ຮຽກຮ້ອງໃຫ້ກຽມພ້ອມທຸກເວລາເພື່ອຮັບມືກັບສະພາບ ຫລື ເຫດການສຸກເສີນທີ່ອາດຈະເກີດຂຶ້ນໃນອະນາຄົດ. ສະນັ້ນ, ເພື່ອຮັບປະກັນຄວາມພ້ອມ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນຢ່າງທັນການ, ການຫັນເປັນທັນສະໄໝ ຫລື ດີຈິຕອນເພື່ອ ເຊື່ອມໂຍງ-ເຊື່ອມຈອດໃນທຸກມິຕິມີຄວາມຈໍາເປັນ ແລະ ຂາດບໍ່ໄດ້ໃນຍຸກສະໄໝປັດຈຸບັນ.
ຂ່າວ-ພາບ: ບຸນອູ້ມ
KPL