ສຶກສາ-ກິລາ10/8/2026 10:12:37 AM
ເມື່ອເວົ້າເຖິງຄູ ອາດຄິດເຖິງຄົນທີ່ຊ່ວຍສ້າງໃຫ້ຄົນມີຄຸນຄ່າໃນຕົນເອງ, ເປັນຜູ້ມອບຄວາມຮູ້ໃຫ້ຄົນ, ເປັນແສງທຽນນໍາທາງໃຫ້ຄົນ. ບາງຄັ້ງຄຳເວົ້າຂອງຄູພຽງປະໂຫຍກດຽວອາດຊ່ວຍໃຫ້ນັກຮຽນຄົນໜຶ່ງທີ່ກຳລັງທໍ້ຖອຍ, ໝົດພະລັງໃນຊີວິດໃຫ້ມີກຳລັງໃຈລຸກຂຶ້ນມາພະຍາຍາມສູ້ຕໍ່.
ສຶກສາ-ກິລາ10/8/2026 9:40:24 AM
ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້,
ສຶກສາ-ກິລາ10/8/2026 6:08:53 AM
ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນສົກ ຮຽນ 2025-2026 ຜ່ານມາ ເມືອງ ຈຳພອນ ແຂວງສະຫວັນນະເຂດ ຍັງຕ້ອງການຄູອະນຸບານ ແລະ ຄູ ມັດທະຍົມຕອນປາຍ 74 ຄົນ ເພື່ອ ໃຫ້ສອດຄ່ອງກັບແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ໃນການຈັດສັນ, ສັບຊ້ອນ ແລະ ປັບປຸງຄູສອນໃນແຕ່ລະໂຮງຮຽນ ເພື່ອຫລຸດຜ່ອນການຂາດແຄນຄູ ແລະ ປັບປຸງໃນຂອດການສອນ ໃຫ້ ໄດ້ຕາມມາດຖານຂອງການສຶກສາ ວາງອອກ.
ສຶກສາ-ກິລາ10/8/2026 6:04:14 AM
ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ອັດຕາການ ປະລະການຮຽນຍັງສູງຢູ່ບາງເຂດ ຫ່າງໄກສອກຫລີກ ຂອງແຂວງຈຳ ປາສັກ ພ້ອມທັງບັນຫາການຂາດ ເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງ ຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການ ສອນບາງແຫ່ງຍັງຊຸດໂຊມ.
ສຶກສາ-ກິລາ9/30/2026 1:45:57 AM
ຂປລ. ທັບນັກກິລາເພາະກາຍ ທີມຊາດລາວ ສ້າງຜົນງານໂດດ ເດັ່ນ ສາມາດຄວ້າ 3 ຫລຽນຄຳ ແລະ 3 ຫລຽນເງິນ ໃນການແຂ່ງຂັນ ກິລາເພາະກາຍ ຊີງແຊັມອາຊີ ຄັ້ງທ ີ 58 ທີ່ຈັດຂຶ້ນລະຫວ່າງວັນທີ 22- 28 ກັນຍາ 2026 ທີ່ນະຄອນ ຫລວງບາງກອກ ປະເທດໄທ ໂດຍ ມີ 44 ປະເທດສະມາຊິກເຂົ້າຮ່ວມ.
ສຶກສາ-ກິລາ9/23/2026 9:48:21 AM
ງານແຂ່ງຂັນລາວດີຈິຕອນອາວອດ (Lao Digital Awards) ປະຈໍາປີ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 20 ກັນຍາ 2026 ຜ່ານມາ, ຢູ່ຕຶກອາຄານອຸທິຍານດີຈິຕອນ, ນະຄອນຫລວງວຽງຈັນ.
ສຶກສາ-ກິລາ9/22/2026 9:05:21 AM
ໃນວັນທີ 20 ກັນຍາ 2026 ນີ້, ສະພາແຫ່ງຊາດ ຮ່ວມກັບສະຖານທູດຈີນ ປະຈຳລາວ ຈັດກິດຈະກຳແຂ່ງຂັນແລ່ນມິນິມາຣາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ