ຂໍ້ມູນ-ຂ່າວສານ

  • ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ
    ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ

    7/8/2025 12:57:56 PM

    ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.

  • ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວ
    ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວ

    6/26/2025 12:45:38 PM

    ຂປລ. ໃນວັນທີ 24 ມິຖຸນາ 2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳ ມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 55 (The 55`th GMS Tourism Working Group Meeting) ຢູ່ແຂວງຫລວງພະບາງ

  • ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ
    ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ

    6/25/2025 3:21:51 PM

    ທ່ານ ຫວູຈຽນທັ້ງ, ຮອງລັດຖະມົນຕີ ກະຊວງພາຍໃນ ຫວຽດນາມ ຖືວ່າ ການຮັບຮອງເອົາ ວິໄສທັດ ປະຊາ ຄົມ ອາຊຽນ 2045 ພ້ອມກັບ ບັນດາ ຍຸດທະສາດ ສະແດງໃຫ້ເຫັນ ວິທີການສຳຜັດ ຢ່າງເປັນເຈົ້າການ ຂອງອາຊຽນ, ຮັບມືກັບໂລກ ເຕັມໄປດ້ວຍ ການຜັນແປ.

  • ກອງປະຊຸມລະດັບເອກອັກຄະລັດຖະທູດ ລະຫວ່າງ ອາຊຽນກັບ ສປ ຈີນ- ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 22
    ກອງປະຊຸມລະດັບເອກອັກຄະລັດຖະທູດ ລະຫວ່າງ ອາຊຽນກັບ ສປ ຈີນ- ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 22

    6/22/2025 5:01:07 PM

    ກອງ​ປະ​ຊຸມ ​ລະ​ດັບເອກອັກຄະລັດຖຸ​ທູດ​ ລະ​ຫວ່າງ ​ອາ​ຊຽນກັບ​ ສປ ຈີນ ຍີ່​ປຸ່ນ ແລະ ສ.ເກົາ​ຫລີ (10+3) ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ ເລ​ຂາ​ອາ​ຊຽນ ເຊິ່ງຕົ້ນ​ຕໍ​ໄດ້​ປຶກ​ສາ​ຫາ​ລື​ ຄວາມຄືບໜ້າຂອງການປະ​ຕິ​ບັດ “ແຜນ​ການ​ວຽກ​ງານ​ຮ່ວມ​ມື 10+3 (2023-2027)” ແລະ ​ທິດ​ທາງ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

  • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52
    ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52

    6/17/2025 2:16:16 PM

    ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.

  • ລາວ-ອາຊຽນ ຫາລື ສົ່ງເສີມ ແລະ  ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ
    ລາວ-ອາຊຽນ ຫາລື ສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ

    6/17/2025 2:11:51 PM

    ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍ

  • ອາຊຽນ ຈັດກອງປະຊຸມ ມາດຕະຖານຜົນ ຜະລິດພືດ ແລະ ພືດສະບຽງອາຫານ ຄັ້ງທີ 20
    ອາຊຽນ ຈັດກອງປະຊຸມ ມາດຕະຖານຜົນ ຜະລິດພືດ ແລະ ພືດສະບຽງອາຫານ ຄັ້ງທີ 20

    6/12/2025 2:48:28 PM

    ຂປລ. ໃນລະຫວ່າງວັນທີ 11-12 ມິຖຸນາ 2025 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍກົມປູກຝັງ ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 20 ຂອງຄະນະສະເພາະກິດກ່ຽວກັບ ມາດຕະຖານຜົນຜະລິດພືດ ແລະ ພືດສະບຽງອາຫານ ອາຊຽນ ຢູ່​ນະຄອນຫລວງ​ພະ​ບາງ

  • ໂຄງການຮ່ວມມື ທ່ຽນທົ່ງ ຈະຊຸກຍູ້ການຫັນເປັນດີຈິຕອນ ຂອງລາວ ທັນສະໄໝເພີ່ມຂຶ້ນ
    ໂຄງການຮ່ວມມື ທ່ຽນທົ່ງ ຈະຊຸກຍູ້ການຫັນເປັນດີຈິຕອນ ຂອງລາວ ທັນສະໄໝເພີ່ມຂຶ້ນ

    6/4/2025 9:50:02 AM

    ສປປ ລາວ ຈະກ້າວຂ້າມຜ່ານການນໍາໃຊ້ໂທລະສັບມືຖືດ້ວຍລະບົບສັນຍານສາຍໄຍແກ້ວ ຫລື ສາຍກາບມາເປັນລະບົບສັນຍານມືຖືຈາກດາວທຽມໂດຍກົງ ເຊິ່ງຄາດວ່າມັນຈະເປັນສິ່ງທ້າທາຍໃໝ່ໆ ແລະ ຫັນເປັນສັງຄົມດີຈິຕອນທັນສະໄໝເພີ່ມຂຶ້ນ.

    ການທ່ອງທ່ຽວ ສປປລາວ

    ປະເທດລາວ ເປັນປະເທດທີ່ສວຍງາມ ມີປະຫວັດສາດ ທີ່ເກົ່າແກ່ ແລະ ມໍລະດົກທາງວັດທະນະທໍາ ທັງເປັນທີ່ຕັ້ງ ຂອງວັດວາອາຣາມເກົ່າແກ່ ຫລາຍແຫ່ງ, ນ້ຳຕົກຕາດທີ່ສວຍງາມ, ແລະ ພູຜາປ່າດົງ ທີ່ອຸດົມສົມບູນ. ປະເທດລາວ ປະກອບດ້ວຍ ຊົນເຜົ່າຕ່າງໆ ທີ່ມີ ວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ ຂອງຕົນເອງ.

    ກ່ຽວກັບອາຊຽນ

    ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967 ທີ່ບາງກອກ, ປະເທດໄທ, ໂດຍການລົງນາມໃນຖະແຫລງການອາຊຽນ (ຖະແຫລງການບາງກອກ) ໂດຍ ຜູ້ກໍ່ຕັ້ງຂອງອາຊຽນຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ. ບຣູໄນ ດາຣູຊາລາມ ໄດ້ເຂົ້າເປັນສະມາຊິກອາຊຽນໃນວັນທີ 7 ມັງກອນ 1984, ຖັດມາແມ່ນ ສສ ຫວຽດນາມ ໃນວັນທີ 28 ກໍລະກົດ 1995, ສປປ ລາວ ແລະ ມຽນມາ ໃນວັນທີ 23 ກໍລະກົດ 1997, ແລະ ກຳປູເຈຍ ໃນວັນທີ 30 ເມສາ 1999, ປະຈຸບັນແມ່ນ 10 ປະເທດສະມາຊິກຂອງອາຊຽນ.