ສານຊົມເຊີຍ ເນື່ອງໃນໂອກາດວັນລັດຖະສະພາໂລກ
ຂປລ. ທ້າຍອາທິດຜ່ານມານີ້, ທີ່ສະພາແຫ່ງຊາດລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ປະ ທານຄະນະສະມາຊິກສະຫະພັນ ລັດຖະສະພາສາກົນ ແຫ່ງ ສປປ ລາວ ໄດ້ອ່ານສານຊົມເຊີຍ ເນື່ອງໃນໂອກາດວັນລັດຖະສະພາໂລກ ວັນທີ 30 ມິຖຸນາ 2025.
ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ ກໍຄື ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889-30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍ ຄວາມສຳຄັນ ລະດັບໂລກ ໃນຄັ້ງນີ້.
ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາທົ່ວໂລກ 46.000 ຄົນ. ໃນນັ້ນ, ສະມາຊິກລັດຖະສະພາເພດຍິງ ກວມເອົາ 27,2% ແລະ ມີອົງການຈັດຕັ້ງສາກົນ ຫລາຍກວ່າ 15 ອົງການທີ່ເປັນພາຄີ. ສະຫະພັນລັດຖະສະພາສາກົນ ມີຈຸດປະສົງ ເພື່ອເຮັດວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາ, ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ແລະ ເປັນເວທີສົ່ງເສີມສັນຕິພາບ, ປະຊາທິປະໄຕ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງແກ່ຊາວໜຸ່ມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດ ທະນາແບບຍືນຍົງ.
ໃນກອງປະຊຸມສະຫະພັນ ລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນ 2018 ໄດ້ມີການຮັບຮອງເອົາມະຕິ ໂດຍໄດ້ກໍານົດເອົາ ວັນທີ 30 ມິຖຸນາ ຂອງທຸກປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກ IPU ເພື່ອເປັນໂອກາດລະລຶກ ແລະ ຫວນຄືນການປະຕິບັດໜ້າທີ່ ໃນຖານະເປັນອົງການຕົວແທນ ແຫ່ງສິດ-ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນ ການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ.
ບັນດາທ່ານ ທີ່ຮັກແພງ,
ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ, ຊຶ່ງເປັນການເຜີຍແຜ່ນະໂຍບາຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕໍ່ເວທີລັດຖະສະພາລະດັບໂລກ, ເຂົ້າຮ່ວມຄົ້ນ ຄວ້າ, ປຶກສາຫາລື ແລະ ສະແດງທັດສະນະທີ່ສ້າງສັນ ຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄືຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ.
ພິເສດ, ໃນປີນີ້ ສະພາແຫ່ງຊາດລາວ ກໍໄດ້ກະກຽມເຂົ້າຮ່ວມກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດປະທານລັດຖະສະພາເພດຍິງໂລກ ຄັ້ງທີ 15 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນກໍລະກົດ 2025 ທີ່ເຈນີວາ, ປະເທດສະວິດ ເຊິ່ງຈະເປັນໂອກາດປຶກສາຫາລື ແລະ ແລກ ປ່ຽນຄຳຄິດຄຳເຫັນ ຮ່ວມກັບຜູ້ນຳຂັ້ນສູງຂອງລັດຖະສະພາ ທີ່ມາຈາກທຸກພາກພື້ນທົ່ວໂລກ.
ບັນດາທ່ານ ທີ່ຮັກແພງ,
ຂ້າພະເຈົ້າຕີລາຄາສູງ ຕໍ່ຄຳຂວັນຂອງວັນ ລັດຖະສະພາໂລກໃນປີນີ້ທີ່ວ່າ: “ບັນລຸຄວາມສະເໜີພາບຍິງ-ຊາຍ, ການຈັດຕັ້ງປະຕິບັດເທື່ອລະບາດກ້າວ (Achieving gender equality, action by action)” ຊຶ່ງມີຄວາມສໍາຄັນຫລາຍ ໃນການຍົກສູງບົດບາດຂອງແມ່ຍິງ ໃນການມີສ່ວນຮ່ວມຢ່າງເຕັມສ່ວນ, ມີປະສິດທິຜົນ ແລະ ໄດ້ຮັບໂອກາດເທົ່າທຽມກັນ ສຳລັບການເປັນການນໍາໃນທຸກລະດັບ, ທຸກໜ້າວຽກ ແລະ ທຸກຕຳແໜ່ງ ໃນການຕົກລົງບັນຫາສໍາຄັນພື້ນຖານທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.
ສປປ ລາວ ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມສະເໜີພາບຍິງ-ຊາຍ ດ້ວຍການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ(SDGs) ໂດຍສະເພາະແມ່ນເປົ້າໝາຍທີ 5 (ບັນລຸຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ) ເຂົ້າໃນແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມ ສະເໝີພາບຍິງ-ຊາຍ(2021-2025) ໂດຍມີຈຸປະສົງເພື່ອຮັບປະກັນສິດ ແລະ ການພັດທະນາສິດສະເໜີພາບຍິງ-ຊາຍ ລວມທັງຢຸດຕິທຸກຮູບການ ຈຳແນກຕໍ່ແມ່ຍິງ ໃນທຸກຂົງເຂດວຽກງານ, ຮັບປະກັນໃຫ້ແມ່ຍິງ ໄດ້ເຂົ້າຮ່ວມຢ່າງເຕັມສ່ວນ ໃນການ ເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ.
ອີງຕາມ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຜ່ານມາ, ພວກເຮົາມີສະມາຊິກສະພາແຫ່ງຊາດເພດຍິງ 36 ທ່ານ ເທົ່າກັບ 21,9% ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ທີ່ເປັນເພດຍິງ 150 ທ່ານ ເທົ່າກັບ 30,48%, ໂດຍຖືກຈັດຢູ່ໃນອັນດັບ 111 ຂອງໂລກ ແລະ ເປັນອັນດັບ 4 ຂອງອາຊຽນ ຊຶ່ງໃນການເລືອກຕັ້ງທີ່ຈະມາເຖິງນີ້ ພວກເຮົາມີຄວາມຄາດຫວັງຢ່າງຍິ່ງວ່າ ຈະມີ ສສຊ ແລະ ສສຂ ເພີ່ມຫລາຍຂຶ້ນ ເພື່ອສະແດງໃຫ້ເຫັນເຖິງບົດບາດສຳຄັນ ໃນການປະກອບສ່ວນຕໍ່ປະເທດຊາດບ້ານເມືອງ ຂອງເອື້ອຍນ້ອງແມ່ຍິງລາວພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະສະພາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນ ສືບຕໍ່ຮ່ວມມືກັນເປັນເຈົ້າການສົ່ງເສີມບົດບາດຍິງ-ຊາຍ ໃນຂະບວນການຕັດສິນບັນຫາພາຍໃນປະເທດ, ລວມທັງເຂົ້າຮ່ວມມີທັດສະນະຕໍ່ບັນຫາໃນພາກພື້ນ ແລະ ສາກົນ, ພ້ອມທັງສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກດ້ານໃຫ້ມີຄວາມເຂັ້ມແຂງ ແລະ ມີການປະກອບສ່ວນທີ່ຫລາຍຂຶ້ນ, ສູ້ຊົນໃຫ້ຈຳນວນແມ່ຍິງ ທີ່ຈະເປັນສະມາຊິກສະພາແຫ່ງຊາດເພດຍິງ ໃນຊຸດທີ X ບັນລຸ 30% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ.
ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນແດ່ບັນດາທ່ານ ສະມາຊິກສະມາຊິກສະພາແຫ່ງຊາດ, ທ່ານຍິງ ແລະ ທ່ານຊາຍ ທັງຫລາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ປະ ສົບຜົນສໍາເລັດ ໃນໜ້າທີ່ວຽກງານ ອັນມີກຽດຂອງບັນດາທ່ານ.
ພ້ອມກັນຍົກສູງບົດບາດ ຂອງສະພາແຫ່ງຊາດ ໃນການກຳນົດສະຕາກຳປະເທດ ແລະ ຂອງໂລກ ໃຫ້ມີຄວາມໝັ້ນຄົງ ທາງດ້ານສັນຕິພາບ ແລະ ມີຄວາມສີວິໄລ ຂຶ້ນໃນອະນາຄົດ.
ພາບ: ອ່າຍຄໍາ
--------------------------------------------------
ສານຊົມເຊີຍຄູ່ຮ່ວມຕໍາແໜ່ງ
ຂປລ. ໃນວັນທີ 24 ມິຖຸນາ 2025 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ຊັງຕັງຊາທາຣ໌ ກອມບໍຈາວ (Gombojov Zandanshatar) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ຄົນໃໝ່.
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ທ່ານ ໃນໂອ ກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ຄົນໃໝ່.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກເເໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ ເເລະ ມົງໂກລີ ຈະໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ຈະໄດ້ຮ່ວມມືຢ່າງໃກ້ຊິດກັບທ່ານ ໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຕະຫລອດ ໄລຍະ 6 ທົດສະວັດກວ່າ ໃຫ້ມີຄວາມຈະເລີນງອກງາມ ເເລະ ເເຕກດອກອອກຜົນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ທັງເປັນການປະກອບສ່ວນເຂົ້າໃນພາລະກິດເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງທ່ານ.
-------------------------------------------------------------------------
ສານຊົມເຊີຍ ວັນປະກາດເອກະລາດ ສາທາລະນະລັດ ຟີລິບປິນ ຄົບຮອບ 127ປີ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈຸເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ.
ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນ ຟີລິບປິນ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຕະຫລອດມາ ແລະ ປີ 2025 ນີ້ ຖືເປັນຂີດໝາຍທີ່ສໍາຄັນ ທີ່ພວກເຮົາຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຟີລິບປິນ, ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກຢ່າງໃກ້ຊິດຮ່ວມກັບທ່ານ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີງາມຢູ່ແລ້ວນັ້ນ ໃຫ້ເລິກເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໄຊ ມາຍັງທ່ານ ຈົງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ທ່ານ ແລະ ຂໍໃຫ້ ປະຊາຊົນຟີລິບປິນເພື່ອນມິດ ສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຕະຫລອດໄປ.
=========================================
ສານອວຍພອນ ວັນປະກາດເອກະລາດ ສາທາລະນະລັດ ຟີລິບປິນ
ຂປລ. ເມື່ອບໍ່ດົນຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ຟີລິບປິນ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ.
ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ແລະ ປະຊາຊົນ ຟີລິບປິນ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງຕະຫລອດມາ ແລະ ປີ 2025 ນີ້, ຖືເປັນຂີດໝາຍທີ່ສຳຄັນ ທີ່ພວກເຮົາຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຟີລິບປິນ, ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກ ຢ່າງໃກ້ຊິດຮ່ວມກັບທ່ານ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຢູ່ແລ້ວນັ້ນ ໃຫ້ເລິກເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນຟີລິບປິນ ເພື່ອນມິດ ສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຕະຫລອດໄປ.
ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ສົ່ງສານອວຍພອນ ເຖິງທ່ານ ທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານ ແອນຣິເກ ເອ. ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ຟີລິບປິນໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ເຊັ່ນດຽວກັນ.
---------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈ
ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ ສາກົນຊ່ວຍເຫລືອລາວ,
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນ ຊ່ວຍເຫລືອລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 11 ມິຖຸນາ 2025 ຜ່ານມາ.
ສະຫາຍ ພົວ ຮວີ່ງດັກເຮືອງ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍເຂົ້າໃນ ການ ເຄື່ອນໄຫວພາລະກິດ ການປະຕິວັດຂອງຫວຽດນາມ. ພ້ອມດຽວກັນ, ສະຫາຍ ຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນ ພາລະກິດການປະຕິວັດຢູ່ລາວ ເຊິ່ງ ສະຫາຍ ໄດ້ຮັບມອບໝາຍໃຫ້ເປັນທີ່ປຶກສາຂອງ ປະທານ ໄກສອນ ພົມວິຫານ, ປະທານ ຄໍາໄຕ ສີພັນດອນ ແລະ ມີຄວາມໃກ້ຊິດຕິດແທດກັບ ພັກ, ລັດ ແລະ ປະຊາຊົນລາວ, ໃນຕະຫລອດຊີວິດການເຄື່ອນໄຫວຂອງ ສະຫາຍ ແມ່ນໄດ້ອຸທິດແກ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ.
ການຈາກໄປຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ບໍ່ພຽງແຕ່ເປັນການສູນເສຍນັກປະຕິວັດ ທີ່ກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ແຕ່ຍັງເປັນການສູນເສຍເພື່ອນຜູ້ສະໜິດສະໜົມ, ໃກ້ຊິດຕິດແທດທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂອງພວກຂ້າພະເຈົ້າອີກດ້ວຍ. ໃນເວລາອັນໂສກເສົ້າເສຍດາຍນີ້, ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍດາຍ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ພັກ, ລັດ ແລະ ປະຊາຊົນຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວ ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ມານະໂອກາດນີ້ດ້ວຍ.
---------------------------------------------------------------------
ສານຊົມເຊີຍຄູ່ຮ່ວມຕໍາແໜ່ງ
ຂປລ. ໃນວັນທີ 9 ມິຖຸນາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ນາງ ເພັນນີີ ວອງ ລັດຖະມົນຕີການຕ່າງປະເທດ ແຫ່ງ ເຄື່ອຈັກກະພົບ ອົດສະຕຣາລີ ໃນໂອກາດທີ່ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີ ການຕ່າງປະເທດແຫ່ງເຄືອຈັກກະພົບ ອົດສະຕຣາລີ ອີກສະໄໝໜຶ່ງ.
ເນື້ອໃນສານໄດ້ລະບຸວ່າ: ໃນນາມກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ເນື່ອງໃນໂອກາດທີ່ທ່ານ ໄດ້ຖືກແຕ່ງຕັ້ງເປັນລັດຖະ ມົນຕີການຕ່າງປະເທດ ແຫ່ງເຄືອຈັກກະພົບ ອົດສະຕຣາລີ ຄືນໃໝ່ອີກສະໄໝໜຶ່ງ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ນໍາຂອງທ່ານ, ອົດສະຕຣາລີ ຈະມີບົດບາດອັນສໍາຄັນ ໃນການສົ່ງເສີມສັນຕິພາບ, ຄວາມສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ທັງໃນລະດັບພາກພື້ນ ແລະ ສາກົນ.
ສປປ ລາວ ແລະ ອົດສະຕຣາລີ ມີສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືອັນ ແໜ້ນແຟ້ນມາເປັນເວລາຫລາຍກວ່າ 7 ທົດສະວັດ. ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ຈະໄດ້ສືບຕໍ່ ເຮັດວຽກຮ່ວມກັບທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃນຖານະຄູ່ຮ່ວມມືຮອບດ້ານ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທັງສອງຊາດ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງທ່ານ ແລະ ຂໍໃຫ້ປະຊາຊົນ ອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ.
------------------------------------------------------------
ສານສະແດງຄວາມຊົມເຊີຍຄູ່ຮ່ວມຕໍາແໜ່ງ
ຂປລ. ວັນທີ 4 ມິຖຸນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ລີ ແຈ ມຽງ ໃນໂອກາດໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ.
ເນື້ອໃນສານຊົມເຊີຍ ໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມ ປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ດຳລົງຕ ຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ.
ປີ2025 ນີ້, ຖືເປັນຂີດໝາຍທີ່ສຳຄັນໃນການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ ເຊິ່ງພວກເຮົາຈະໄດ້ຮ່ວມກັນ ສະເຫລີມສະຫລອງການສ້າງຕັ້ງສາຍ ພົວພັນການທູດ ຄົບຮອບ30 ປີ, ຂ້າພະເຈົ້າ ມີຄວາມຍິນດີຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ເກົາຫລີ ກໍຄື ເພື່ອສັນ ຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງທ່ານ ຈົງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງທ່ານ.
-----------------------------------------------------------------------------------
ແຈ້ງການຂອງກະຊວງການຕ່າງປະເທດ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງສໍານັກຂ່າວ ນິກເກອິ ປະເທດຍີ່ປຸ່ນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ພາຍໃຕ້ຫົວຂໍ້: ‘‘ສິ່ງທ້າທາຍສຳລັບອາຊີ ໃນໂລກທີ່ມີຄວາມຜັນແປຢ່າງສັບສົນ (Asia’s Challenge in a Turbulent World)’’ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 29-30 ພຶດສະພາ 2025 ທີ່ ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ.
ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ໄດ້ຈັດຂຶ້ນທຸກໆປີ ໂດຍສໍານັກຂ່າວໜັງສືພິມ ນິກເກອິ ຂອງປະເທດຍີ່ປຸ່ນ ນັບແຕ່ປີ 1995 ເປັນຕົ້ນມາ, ເຊິ່ງໄດ້ເຊື້ອເຊີນບັນດາຜູ້ນໍາ ແລະ ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ພາກເອກະຊົນ ລວມທັງອະດີດການນໍາ, ຜູ້ຊົງຄຸນນະວຸທິ, ປະທານອົງການ, ສະຖາບັນຕ່າງໆທັງພາກພື້ນ ແລະ ສາກົນ ຂອງພາກພື້ນອາຊີເຂົ້າຮ່ວມ ເພື່ອແລກປ່ຽນທັດສະນະ ແລະ ວິໄສທັດຮ່ວມກັນ ຕໍ່ບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ.
ໃນໂອກາດເດີນທາງຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຍັງມີແຜນເຂົ້າຢ້ຽມພົບປະກັບ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ (His Majesty the Emperor NARUHITO), ພົບປະກັບ ທ່ານ ອິຊິບະ ຊິເງະຣຸ (H.E. ISHIBA Shigeru) ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ແລະ ຄະນະມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ອີກດ້ວຍ.
----------------------------------------------------------------------------
ແຈ້ງການ ຂອງກະຊວງການຕ່າງປະເທດ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນ ຕີ ແຫ່ງມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ.
ໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານອາຊຽນ ຂອງ ມາເລເຊຍ ໃນວັນທີ 26-27 ພຶດສະພາ 2025.
=========================================
ໂທລະເລກອວຍພອນ ວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ
ຂປລ. ເນື່ອງໃນໂອກາດວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025), ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.
ເນື້ອໃນໂທລະເລກອວຍພອນ ໄດ້ລະບຸວ່າ: ການລະນຶກວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ແມ່ນມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວກເຮົາ ພວມສະເຫລີມສະຫລອງວັນສໍາຄັນຕ່າງໆ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານໃນການດໍາເນີນພາລະກິດປ່ຽນແປງໃໝ່ ຕະຫລອດໄລຍະເກືອບ 40 ປີຜ່ານມາ, ທັງເປັນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ສະໄໝທີ XIII ຂອງພັກກອມມູນິດຫວຽດນາມ ເພື່ອກ້າວໄປສູ່ການດໍາເນີນ ກອງປະຊຸມໃຫຍ່ ຂອງແຕ່ລະພັກ ໃນປີ 2026.
ເມື່ອຫວນຄືນຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໂດຍສະເພາະ ໃນສະພາບທີ່ປະ ເທດຊາດ ຕົກຢູ່ໃນແອກຄອບຄອງ ຂອງພວກລ່າເມືອງຂຶ້ນ, ປະທານ ໂຮ່ຈີ່ມິງ ໄດ້ອອກຈາກບ້ານເກີດເມືອງນອນ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂດຍຊອກເຫັນ ລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ ອິນດູຈີນ ຢ່າງປະດິດສ້າງ ດ້ວຍການສ້າງຕັ້ງ ພັກກອມມູນິດອິນດູຈີນ ທີ່ເປັນພັກປະຕິວັດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ, ເຊິ່ງເປັນຕົ້ນກໍາເນີດຂອງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ອັນໄດ້ສະທ້ອນໃຫ້ເຫັນວ່າ ຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ໂຮ່ຈີ່ມິງ ແມ່ນຕິດພັນກັບພາລະກິດ ແຫ່ງການຕໍ່ສູ້ປະຕິວັດຂອງປະຊາ ຊົນຫວຽດນາມ ກໍຄື ປະຊາຊົນສາມຊາດອິນດູຈີນ, ຕິດພັນກັບຂະບວນການກອມມູນິດສາກົນ, ຂະບວນການຕໍ່ສູ້ເພື່ອເອກະລາດ, ອິດສະລະພາບຂອງປະຊາຊາດ ທີ່ຖືກກົດຂີ່ຂູດຮີດໃນໂລກ, ເພິ່ນເປັນຜູ້ນໍາພາ-ຊີ້ນໍາໂດຍກົງ ການຕໍ່ສູ້ປົດປ່ອຍຊາດ ເພື່ອເອກະລາດແຫ່ງຊາດ ຂອງປະຊາຊົນສາມຊາດອິນດູຈີນ ຈົນໄດ້ຮັບໄຊຊະນະອັນສະຫງ່າງາມ, ສ້າງລັດສັງຄົມນິຍົມຢູ່ອາຊີ, ທັບມ້າງແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ສືບຕໍ່ນໍາພາ-ຊີ້ນໍາການຕໍ່ສູ້ກັບລ່າເມືອງຂຶ້ນແບບໃໝ່ ໃນໄລຍະຕໍ່ມາ ໂດຍປະຕິບັດຄວາມມຸ່ງມາດປາຖະໜາ ແລະ ຄໍາສັ່ງສອນຂອງ ປະທານ ໂຮ່ຈີ່ມິງ ທີ່ວ່າ “ບໍ່ມີສິ່ງໃດປະເສີດກວ່າ ເອກະລາດ ແລະ ເສລີພາບ”, ປະຊາຊົນຫວຽດນາມ ໄດ້ດໍາເນີນການຕໍ່ສູ້ຍາດເອົາເອກະລາດໄດ້ຢ່າງສົມບູນ ໃນບັ້ນຮົບໂຮ່ຈີ່ມິງ ທີ່ລືຊື່ ເມື່ອວັນທີ 30 ເມສາ 1975 ແລະ ສືບຕໍ່ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ດັ່ງໃນປັດຈຸບັນ.
ບັນດາໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານຂອງການປະຕິວັດ ຫວຽດນາມ ແມ່ນໝາກຜົນຂອງການນໍາພາ-ຊີ້ນໍາ ໂດຍກົງຂອງ ປະທານ ໂຮ່ຈີ່ມິງ ແລະ ພາລະກິດປະຕິວັດ ຫວຽດນາມ ໃນຫລາຍທົດສະວັດຜ່ານມາ ແມ່ນໄດ້ຢືນຢັນໃຫ້ເຫັນເຖິງການນໍາພາອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງ ພັກກອມມູນິດຫວຽດນາມ ກໍຄື ຄວາມຖືກຕ້ອງ ແລະ ວິໄສທັດທີ່ກວ້າງໄກຂອງ ປະທານ ໂຮ່ຈີ່ມິງ ກ່ຽວກັບການກໍ່ສ້າງພັກ, ການບໍລິຫານລັດ, ຄວາມສາມັກຄີເປັນເອກະພາບພາຍໃນຊາດ ແລະ ສາມັກຄີສາກົນ ເຊິ່ງໄດ້ເປັນລະບົບແນວຄິດທິດສະດີ ທີ່ສອດຄ່ອງໃຫ້ແກ່ການປະຕິວັດ ຫວຽດນາມ ຈົນມາຮອດປັດຈຸບັນ; ແນວຄິດ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ຂອງ ປະທານ ໂຮ່ຈີ່ມິງ ໄດ້ກາຍເປັນແບບຢ່າງທີ່ໃສແຈ້ງ, ປະເສີດ, ເປັນມໍລະດົກອັນລໍ້າຄ່າ ບໍ່ສະເພາະແຕ່ໃຫ້ແກ່ປະຊາຊົນຫວຽດນາມ ແຕ່ຍັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ປະຊາຊາດ ທີ່ຮັກຫອມສັນຕິພາບ, ເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ.
ໂດຍປະຕິບັດຕາມຄຳສັ່ງສອນ ແລະ ທິດຊີ້ນຳ ຂອງປະທານ ໂຮ່ຈີ່ມິງ ທີ່ວ່າ “ຊ່ວຍເຫລືອເພື່ອນ ຄືຊ່ວຍ ເຫລືອຕົນເອງ”, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ, ໃຫຍ່ຫລວງ, ທັນການໃຫ້ແກ່ ປະຊາຊົນລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນໄລຍະສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ. ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ໄດ້ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ ແລະ ວາງຮາກຖານໃຫ້ແກ່ສາຍພົວພັນພິເສດ ລາວ-ຫວຽດນາມ ເຊິ່ງໄດ້ກາຍເປັນກ້ອນກໍາລັງມະຫາສາມັກຄີທີ່ບໍ່ເຫືອດແຫ້ງ ຂອງປະຊາຊົນສອງຊາດ ໃນການເອົາຊະນະກັບຜູ້ຮຸກຮານຕ່າງຊາດ; ໄດ້ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ທີ່ຫາຍາກໃນການພົວພັນສາກົນ, ເປັນມໍລະດົກລວມອັນລໍ້າຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ບົນຈິດໃຈສະຫາຍອ້າຍນ້ອງທີ່ບໍລິສຸດຜຸດຜ່ອງ ແກ່ພາລະກິດການປະຕິວັດລາວ ຕະຫລອດມາ ແລະ ອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາປະເທດຊາດ ຫວຽດນາມ ສັງຄົມນິຍົມ, ບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ຕາມຄວາມມຸ່ງຫວັງຂອງ ປະທານ ໂຮ່ຈີ່ມິງ.
ປະທານ ໂຮ່ຈີ່ມິງ ຈະຍືນຍົງຄົງຕົວ ໃນພາລະກິດປະຕິວັດ ແລະ ໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຕະຫລອດໄປ.
ໃນໂອກາດດຽວກັນ, ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ບຸຍແທງເຊີນ ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຊັນດຽວກັນ.
-----------------------------------------------------------------------------
ແຈ້ງການຂອງກະຊວງການຕ່າງປະເທດ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-23 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
-----------------------------------------------------------------------
ໂທລະເລກຊົມເຊີຍຄູ່ຮ່ວມຕໍາແໜ່ງ
ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະ ແດງຄວາມຊົມເຊີຍເຖິງ ທ່ານ ຟຣີດຣິດຊ໌ ແມດຊ໌ ທີ່ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງສາທາລະນະລັດສະຫະພັນເຢຍລະມັນ.
ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ເນື່ອງໃນໂອກາດທີ່ ທ່ານໄດ້ຖືກເລືອກຕັ້ງ ໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ປະສົບການອັນອຸດົມສົມ ບູນຂອງທ່ານ, ເຢຍລະມັນ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າຫວັງຈະໄດ້ເຮັດວຽກຮ່ວມກັບທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດ ທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນເຢຍລະມັນເພື່ອນມິດ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫລອດກາລະນານ.
ພ້ອມກັນນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ໂຢຮານ ວາເດິພູລັດຖະມົນຕີຕ່າງປະ ເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຄົນໃໝ່ ເຊັ່ນດຽວກັນ.
-------------------------------------------------------------------
ໂທລະເລກອວຍພອນ ວັນປົດປ່ອຍພາກໃຕ້, ທ້ອນໂຮມ
ປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ
ຂປລ. ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025), ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ.
ເນື້ອໃນໂທລະເລກໄດ້ລະບຸວ່າ: ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີ ມິດຕະ ພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະ ທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດຫວຽດນາມ.
ມະຫາໄຊຊະນະ ລະດູບານໃໝ່ ໃນບັ້ນຮົບໂຮ່ຈີ່ມິງ ວັນທີ 30 ເມສາ 1975 ປົດປ່ອຍພາກໃຕ້ຫວຽດນາມ ໄດ້ຢ່າງສົມບູນ ແລະ ທ້ອນໂຮມປະເທດ ເປັນເອກະພາບອັນໜຶ່ງອັນດຽວ ແມ່ນເຫດການທີ່ສຳຄັນຖືກຈາລຶກໄວ້ ໃນປະຫວັດສາດຂອງໂລກ, ແມ່ນຂີດໝາຍປະຫວັດສາດ ອັນສະຫວ່າງສະໄຫວຂອງ ພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະເທດຊາດ ແລະ ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່ ແຫ່ງເອກະລາດ, ເອກະພາບ ແລະ ສັງຄົມນິຍົມ. ໄຊຊະ ນະດັ່ງກ່າວ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະລວມ ຂອງຄວາມສາມັກຄີ ຮ່ວມສຳພັນສູ້ຮົບແບບພິເສດ ລາວ-ຫວຽດນາມ ກໍຄື ໄຊຊະນະລວມຂອງ ປະຊາຊົນສາມຊາດອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ. ໄຊຊະນະດັ່ງກ່າວ ຍັງໄດ້ເປັນບົດຮຽນ, ເປັນກຳລັງໃຈ ແລະ ເປັນແຮງບັນດານໃຈໃຫ້ແກ່ບັນດາປະຊາຊາດໃນໂລກ ທີ່ຮັກຫອມສັນຕິພາບ ທີ່ພວມຕໍ່ສູ້ເພື່ອເສລີພາບ ແລະ ເອກະລາດແຫ່ງຊາດຂອງຕົນ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດທີ່ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນ ບັນດາຜົນສຳເລັດຮອບດ້ານ ໃນພາລະກິດປ່ຽນແປງໃໝ່ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ; ການພົວພັນຮ່ວມມືກັບ ຕ່າງປະເທດໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງພັກກອມມູນິດ ຫວຽດນາມ, ສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຖືບັນດາໄຊຊະນະດັ່ງກ່າວ ເປັນເໝືອນດັ່ງຂອງຕົນເອງ, ທັງເປັນກຳລັງໃຈອັນແຮງກ້າໃຫ້ແກ່ ພວກຂ້າພະເຈົ້າ ໃນການນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນ; ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງ ພັກກອມມູນິດຫວຽດນາມ ໂດຍແມ່ນ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນຳໜ້ານັ້ນ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃນໄລຍະທ້າຍສະໄໝໄດ້ຢ່າງມີໄຊ ແລະ ກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໃຫ້ສໍາເລັດຜົນຢ່າງຈົບງາມ ເພື່ອສືບຕໍ່ສ້າງປະເທດຊາດຫວຽດນາມ ໃຫ້ກາຍເປັນປະເທດ ອຸດສະຫະກຳທີ່ທັນສະໄໝ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ລິເລີ່ມ ແລະ ໄດ້ຜ່ານການທົດສອບໃນແປວໄຟປະຕິວັດ ມາເປັນເວລາຫລາຍທົດສະວັດນັ້ນ ໄດ້ກາຍເປັນມູນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງສອງຊາດ, ເປັນໜຶ່ງໃນປັດໄຈຕັດສິນ ໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນ ຍິ່ງໄດ້ຮັບການເອົາໃຈໃສ່, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ; ສະແດງຄວາມຮູ້ບຸນຄຸນຢ່າງເລິກ ເຊິ່ງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ບົນຈິດໃຈ ສະຫາຍອ້າຍນ້ອງ, ແບບເຂົ້າເມັດຫັກຜັກເສັ້ນແບ່ງ, ບໍລິສຸດຜຸດຜ່ອງ ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄື ໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພວກຂ້າພະເຈົ້າ ໃນປັດຈຸບັນ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ.
--------------------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈ
ຂປລ. ວັນທີ 16 ເມສາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ຕໍ່ການເສຍຊີວິດຂອງ ທ່ານ ຕຸນອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີຄົນທີ 5 ແຫ່ງມາເລເຊຍ.
ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າມີຄວາມໂສກເສົ້າເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງ ທ່ານ ຕຸນອັບດຸນລາ ອາມັດ ບາດາວີອະດີດນາຍົກລັດຖະມົນຕີຄົນທີ5 ແຫ່ງມາເລເຊຍ ໃນວັນທີ14 ເມສາ2025 ທີ່ຜ່ານມາ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້າ ມາຍັງລັດຖະບານ ແລະ ປະຊາຊົນ ມາເລເຊຍ ກໍຄື ຄອບຄົວ ແລະ ຍາດພີ່ນ້ອງຂອງ ທ່ານ ອັບດຸນລາ ອາມັດ ບາດາວີຕໍ່ການສູນເສຍໃນຄັ້ງນີ້.
ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ທ່ານ ໂມຮາມັດ ຮັດຊານ ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ຕໍ່ການເສຍຊີວິດຂອງ ທ່ານ ຕຸນອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີຄົນທີ 5 ແຫ່ງມາເລເຊຍ ຕໍ່ການເສຍຊີວິດຂອງ ທ່ານ ຕຸນອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີຄົນທີ 5 ແຫ່ງມາເລເຊຍ ເຊັ່ນດຽວກັນ.
-------------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈ
ຂປລ. ໃນວັນທີ 4 ເມສາ 2025 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານສະແດງຄວາມເສົ້າສະຫລົດໃຈຈາກ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາດຊະກຸມາຣີ ຕໍ່ການເຖິງແກ່ມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ.
ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງກັບທ່ານ ແລະ ຄອບຄົວ ສີພັນດອນ ຕໍ່ການເຖິງແກ່ມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນບິດາອັນເປັນ ທີ່ແສນເຄົາລົບຮັກ ຂອງຄອບຄົວ. ຂ້າພະເຈົ້າ ໄດ້ມີໂອກາດຫລາຍຄັ້ງ ໃນການພົບປະ ແລະ ໂອ້ລົມກັບ ທ່ານ ພົນເອກ ຄຳໄຕ ສີພັນດອນ ໃນໂອກາດຢ້ຽມຢາມ ສປປ ລາວ ແລະ ໄດ້ມີໂອກາດຢ້ຽມ ຢາມບ້ານເກີດ ຂອງທ່ານ ພົນເອກ ຄໍາໄຕ ສີພັນດອນ ທີ່ຈໍາປາສັກ.
ທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນບຸກຄົນທີ່ມີຄວາມສະຫລາດສ່ອງໃສ ແລະ ມີປະສົບການຊີວິດອັນກວ້າງຂວາງ ທຸກຄັ້ງທີ່ໄດ້ສົນທະນາ ໂອ້ລົມກັບທ່ານ, ຂ້າພະເຈົ້າລ້ວນແຕ່ໄດ້ຮັບຄວາມຮູ້ ແລະ ຂໍ້ຄິດຢ່າງເລິກເຊິ່ງ. ທ່ານ ພົນເອກ ຄໍາໄຕ ສີພັນດອນ ເປັນບຸກຄົນທີ່ີມີບົດບາດສຳຄັນຢ່າງຍິ່ງ ໃນການເສີມຂະຫຍາຍຄວາມເຂັ້ມແຂງ ແລະ ສ້າງສາພັດທະນາປະເທດຊາດ, ຜົນງານ ແລະ ຄຸນງາມຄວາມດີທັງໝົດ ທີ່ທ່ານອຸທິດໃຫ້ແກ່ ປະເທດຊາດອັນເປັນທີ່ຮັກ ຈະຖືກຈາລຶກໄວ້ຢ່າງບໍ່ມີວັນລືມ.
---------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈຈາກການນໍາຂັ້ນສູງ ຣາຊະອານາຈັກກໍາປູເຈຍ
ຂປລ. ວັນທີ 4 ເມສາ 2024 ຜ່ານມາ, ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະ ທານປະເທດ ແຫ່ງ ສປປ ລາວ.
ເນື້ອໃນສານ ໄດ້ລະບຸວ່າ: ທ່ານປະທານປະເທດທີ່ນັບຖືຢ່າງສູງ ແລະ ຮັກແພງ, ຂ້າພະເຈົ້າໄດ້ຮັບຂ່າວທີ່ແສນເສົ້າສະຫລົດໃຈ ກ່ຽວກັບການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເມື່ອວັນທີ 2 ເມສາ 2025 ລວມອາຍຸ 102 ປີ.
ຂ້າພະເຈົ້າຂໍສະແດງຄວາມໂສກເສົ້າເສຍໃຈເປັນຍ່າງຍິ່ງ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກຄຳໄຕ ສີພັນດອນ ເຊິ່ງເປັນການສູນເສຍຜູ້ຊົງ ຄຸນວຸທິທາງການເມືອງແຫ່ງຊາດ ແລະ ວິລະບູລຸດທີ່ດີເດັ່ນຜູ້ໜຶ່ງຂອງປະເທດ ແລະ ປະຊາຊົນລາວ ຊຶ່ງໄລຍະຜ່ານມາທ່ານ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນພາລະ ກິດການສ້າງສາ ແລະ ພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສົມເດັດພະຣາຊີນີ ພະຣາຊະມານດາ ແຫ່ງຊາດກໍາປູເຈຍ ແລະ ຂ້າພະເຈົ້າ ພ້ອມທັງຄະນະນຳທຸກຂັ້ນ ແລະ ປະຊາຊົນ ໃນຣາຊະອານາຈັກກຳປູເຈຍ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນມາຍັງຄອບຄົວ ແລະ ປະຊາຊົນລາວ. ຂ້າພະເຈົ້າ ຂໍໃຫ້ດວງວິນຍານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.
ໂອກາດດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈຮຸນເຊນ ຮັກສາການປະມຸກລັດແຫ່ງ ຣາຊະອານາຈັກກຳປູເຈຍ ກໍໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ສອງໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແລະ ອະດີນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນ. ການເສຍຊີວິດຂອງທ່ານ ແມ່ນການສູນເສຍພໍ່ທີ່ແສນເຄົາລົບຮັກຂອງທ່ານແລະ ປະຊາຊົນລາວທັງຊາດ, ທັງເປັນການສູນເສຍບຸກຄົນທາງດ້ານການເມືອງ ແລະ ລັດຖະບຸລຸດທີ່ດີເດັ່ນ ຂອງປະຫວັດສາດແຫ່ງຊາດລາວ ທີ່ໄດ້ປະກອບສ່ວນນຳພາ ການສ້າງສາຄວາມຈະເລີນຮຸ່ງເຮືອງ.
ທ່ານ ພົນເອກ ຄຳໄຕ ສີພັນດອນ ຈະຖືກຈົດຈຳໄວ້ຕະຫລອດໄປ ຄືເພື່ອນມິດທີ່ຍິ່ງໃຫຍ່ ແລະ ຄູ່ຮ່ວມມືຂອງກຳປູເຈຍ ໃນຖານະເປັນນາຍົກລັດຖະມົນຕີ ແລະ ອະດີດປະທານ ປະເທດ ເຊິ່ງທ່ານໄດ້ມີບົດບາດ ໃນການສ້າງມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ. ການປະກອບສ່ວນອັນສຳຄັນຂອງ ທ່ານໄດ້ຮັດແໜ້ນສາຍພົວພັນ ຂອງສອງພັກພວກເຮົາ ທີ່ປະໄວ້ເປັນມໍລະດົກ ແລະ ປະຫວັດສາດອັນຍາວນານຮ່ວມກັນຂອງພວກເຮົາ.
ໃນທາມກາງການໄວ້ອາໄລຄັ້ງນີ້, ໃນນາມປະຊາຊົນກຳປູເຈຍ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຄວາມເຫັນອົກເຫັນໃຈມາຍັງ ທ່ານ ແລະ ຄອບຄົວ ກໍຄື ປະຊາຊົນລາວ ແລະ ພັກປະຊາຊົນປະຕິວັດລາວ ທີ່ໄດ້ສູນເສຍຄັ້ງຍິ່ງໃຫຍ່, ຂໍໃຫ້ດວງວິນຍານຂອງທ່ານໄປສູ່ສຸຂະຕິຊົ່ວນິລັນດອນ.
ພ້ອມກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກ ກຳປູເຈຍ ກໍໄດ້ສົ່ງໂທລະເລກສະແດງ ຄວາມເສົ້າສະຫລົດໃຈ ເຖິງ ທ່ານ ສອງໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
--------------------------------------------------------------
ໂທລະເລກເສົ້າສະຫລົດໃຈ ຈາກການນໍາຂັ້ນສູງ ສປປ ເກົາຫລີ
ຂປລ. ໃນວັນທີ 6 ເມສາ 2025 ນີ້, ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກຳຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ.
ເນື້ອໃນສານ ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວເສົ້າສະຫລົດໃຈວ່າ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ໄດ້ເຖິງແກ່ມໍລະນະກຳ, ຕາງໜ້າ ພັກແຮງງານເກົາຫລີ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ແລະ ປະຊາຊົນເກົາຫລີ ກໍຄື ໃນນາມສ່ວນຕົວ ຂໍສະແດງຄວາມໂສກເສົ້າເສຍໃຈ ອັນສຸດຊຶ້ງ ມາຍັງ ສະຫາຍ ເລຂາທິການໃຫຍ່ ແລະ ໂດຍຜ່ານ ສະຫາຍ ໄປຍັງ ພັກ, ລັດຖະບານ, ປະຊາຊົນລາວ ແລະ ຄອບຄົວ ສີພັນດອນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວ ຈະຜ່ານຜ່າຄວາມທຸກໂສກຕໍ່ການສູນເສຍຄັ້ງນີ້ ແລະ ສືບຕໍ່ຄວາມປະສົງຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມໃຫ້ມີຄວາມຈະເລີນຮຸ່ງເຮືອງ.
---------------------------------------------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈຈາກ ສ ນິກາຣາກົວ
ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ດານຽວ ອໍເຕກາ ຊາເວດຣາ ເລຂາທິການໃຫຍ່ພັກແນວໂຮມປົດປ່ອຍຊາດ ຊັງດິນິດສະຕາ, ປະທານາທິບໍດີ ແຫ່ງ ສ ນິກາຣາກົວ ແລະ ສະຫາຍ ນາງ ໂຣຊາຣິໂອ ມູຣິໂລ ຮອງປະທານາທິບໍດີ ສ ນິກາຣາກົວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານເທດ ແຫ່ງ ສປປ ລາວ.
ເນື້ອໃນສານ ໄດ້ລະບຸວ່າ: ໃນນາມ ພັກ, ລັດຖະບານ ແລະ ປະຊາຊົນນິກາຣາກົວ ຂອງພວກຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ພວກຂ້າພະເຈົ້າ ຂໍສົ່ງຄວາມອາໄລອາວອນ ມາຍັງຄອບຄົວ ໂດຍສະເພາະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ. ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມໂສກເສົ້ານີ້ ໃນໄລຍະເວລາແຫ່ງ ຄວາມໂສກເສົ້າເສຍໃຈ ເພື່ອບັນເທົາຄວາມໂສກເສົ້າ ຂອງພວກສະຫາຍ ແລະ ຈົດຈໍາການຕໍ່ສູ້ປະຕິວັດຂອງ ອະດີດ ປະທານ ຄໍາໄຕ ສີພັນດອນ.
---------------------------------------------------------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈຈາກການນໍາຂັ້ນສູງ ສ ກູບາ
ຂປລ. ວັນທີ 3 ເມສາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານສະແດງຄວາມເສົ້າສະຫລົດໃຈຈາກ ສະຫາຍ ມີແກັນ ດີເອັສ-ກາແນນ ເບີມູເດັສ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ ກູບາ ແລະ ພົນເອກ ຣາອູນ ກາດສໂຕຣ ຣູດ ຜູ້ນໍາປະຕິວັດກູບາ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເນື້ອໃນສານໄດ້ລະບຸວ່າ: ພວກຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນບຸກຄົນທີ່ີມີບົດບາດສຳຄັນ ທີ່ໄດ້ຕໍ່ສູ້ເພື່ອການປະຕິວັດປົດປ່ອຍຊາດ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ ມາໃຫ້ແກ່ປະເທດລາວ ແລະ ຍັງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບກັບ ສ ກູບາ ໃຫ້ມີຄວາມໝັ້ນຄົງ ກາຍເປັນມໍລະດົກທີ່ລໍ້າຄ່າ ແລະ ຍືນຍົງ ສືບທອດມາສູ່ປະຊາຊົນຮຸ່ນລູກຫລານ ແລະ ໄດ້ກາຍເປັນແບບຢ່າງອັນດີງາມໃຫ້ກັບນັກປະຕິວັດໃນທົ່ວໂລກ.
ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມໂສກເສົ້ານີ້ ມາຍັງ ຄອບຄົວສີພັນດອນ ແລະ ສະຫາຍເພື່ອນມິດ ໃນຊ່ວງເວລາແຫ່ງຄວາມໂສກເສົ້າເສຍໃຈນີ້ດ້ວຍ.
--------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈຈາກ ສາທາລະນະລັດ ເວເນຊູເອລາ
ຂປລ. ໃນວັນທີ 2 ເມສາ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານເສົ້າສະຫລົດໃຈຈາກ ທ່ານ ອີວານ ກີວ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ໂບລີວາຣຽນ ສາທາລະນະລັດ ເວເນຊູເອລາ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນ ແລະ ລັດຖະບານ ແຫ່ງ ໂບລີວາຣຽນ ສາທາລະນະລັດ ເວເນຊູເອລາ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການເສຍຊີວິດ ຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ຜູ້ນຳທີ່ມີວິໄສທັດ ແລະ ເປັນວິລະບຸລຸດທ່ານໜຶ່ງທີ່ສຳຄັນໃນປະຫວັດສາດຂອງລາວ.
ຈາກດິນແດນ ແຫ່ງ ໂບລີວາຣຽນ ສັງຄົມນິຍົມ ຂອງ ພວກຂ້າພະເຈົ້າ, ຂໍຍົກຍ້ອງຜົນງານຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ທີ່ໄດ້ອຸທິດຊີວິດ ແລະ ກໍາລັງແຮງຂອງຕົນ ເຂົ້າໃນການນໍາພາ-ຊີ້ນໍາ ຕໍ່ສູ້ເພື່ອປະເທດຊາດ ແລະ ທັງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດ ນໍາເອົາຄວາມຜາສຸກມາສູ່ປວງຊົນລາວທັງຊາດ, ອັນໄດ້ຖືກຈາລຶກໄວ້ໃຫ້ແກ່ຮຸ່ນລູກຫລານຂອງພວກເຮົາ.
ຂ່າວທີ່ເສົ້າສະຫລົດໃຈຄັ້ງນີ້, ລັດຖະບານ ເວເນຊູເອລາ ໃນຖານະເປັນເພື່ອນມິດທີ່ຮັກແພງ, ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງປະຊາຊົນລາວອ້າຍນ້ອງເພື່ອນມິດທີ່ຮັກແພງ ຂອງອະດີດປະທານປະເທດ ໂດຍສະເພາະ ຄອບຄົວຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນການສູນເສຍຜູ້ທີ່ເປັນບິດາ ແລະ ຂໍແບ່ງເບົາຄວາມໂສກເສົ້າໃນຄັ້ງນີ້ດ້ວຍ.
---------------------------------------------------------------------------------
ສານສະແດງຄວາມເສົ້າສະຫລົດໃຈຈາກນາຍົກລັດຖະມົນຕີ ຍີ່ປຸ່ນ