ເສດຖະກິດ 10/9/2026 10:19:54 PM
ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.
ເສດຖະກິດ 10/9/2026 10:07:26 PM
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.
ເສດຖະກິດ 10/8/2026 10:07:32 AM
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເສດຖະກິດ 9/24/2026 5:45:55 PM
ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.
ເສດຖະກິດ 9/16/2026 9:42:35 AM
ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.
ເສດຖະກິດ 9/8/2026 10:21:13 AM
ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.
ເສດຖະກິດ 9/8/2026 10:14:34 AM
ເມື່ອບໍ່ດົນມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ/LNCCI) ຈັດກອງປະຊຸມປຶກສາຫາລືສາມຝ່າຍ ຄັ້ງທີ 1 ກ່ຽວກັບການພັດທະນາບົດແນະນຳແຫ່ງຊາດ ວ່າດ້ວຍການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (Responsible Business Conduct-RBC) ໃນ ສປປ ລາວ ເພື່ອເປີດເວທີໃຫ້ຜູ້ຕາງໜ້າຈາກພາກລັດ, ອົງກອນຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ສະມາຄົມທຸລະກິດ, ວິສາຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອເສີມສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບ RBC.