ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຟີລິບປິນ

18/11/2026 09:58
ຂປລ ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ໃນປີ 2026.

ຂປລ. ພ້ອມນີ້, ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫລາຍຝ່າຍ ໂດຍອີງຕາມຫລັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ. ນອກຈາກນີ້, ກອງປະຊຸມໄດ້ຮັບຊາບການກໍານົດເອົາປີ 2027 ເປັນປີແຫ່ງການຮ່ວມມືດ້ານປັນຍາປະດິດອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາ 3 ເອກະສານຜົນຂອງກອງປະຊຸມ ຄື: ຖະແຫລງການຮ່ວມວ່າດ້ວຍການສະເຫລີມສະຫລອງຄົບຮອບ 5 ປີ ແຫ່ງການສ້າງຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ; ຖະແຫລງການຮ່ວມວ່າດ້ວຍການສ້າງຕັ້ງຄູ່ຮ່ວມມືດ້ານພະລັງງານອາຊຽນ-ຈີນ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍການເພີ່ມທະວີການຮ່ວມມືດ້ານປ່າໄມ້. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຄວາມສໍາຄັນຂອງການສືບຕໍ່ສ່ົງເສີມການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ໂດຍຜ່ານໂຄງການລົດໄຟລາວ-ຈີນ ກໍຄື ການຂະຫຍາຍຕາໜ່າງຄົມມະນາຄົມຂົນສົ່ງໃນພາກພື້ນໃນອະນາຄົດ.

ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 16 ໄດ້ສະແດງຄວາມໝາຍໝັ້ນ ໃນການເຮັດວຽກຮ່ວມກັນເພື່ອຮັດແໜ້ນການເປັນຄູ່ຮ່ວມຮອບດ້ານອາຊຽນ-ສປຊ ກໍຄື ການສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສປຊ (2026-2030) ແລະ ວຽກງານເຊື່ອມສານວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະ 2030 ເພ່ືອການພັດທະນາແບບຍືນຍົງ ຂອງ ສປຊ ໃຫ້ມີປະສິດທິຜົນ. ພ້ອມນີ້, ກອງປະຊຸມໄດ້ຢໍ້າຄືນຄວາມສໍາຄັນຂອງບົດບາດຂອງ ສປຊ ໃນການຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄືໃນໂລກ. ກອງປະຊຸມໄດ້ເຫັນດີສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານວຽກງານການຮັບມືກັບໄພພິບັດ ໂດຍສະເພາະການຈັດຕັ້ງແຜນປະຕິບັດງານຍຸດທະສາດຮ່ວມອາຊຽນ-ສປຊ ວ່າດ້ວຍການຄຸ້ມຄອງໄພພິບັດ ສະບັບ ທີ 5 (2026-2030) ໃນຕໍ່ໜ້າ. ນອກຈາກນີ້, ອາຊຽນ ຍັງໄດ້ຊຸກຍູ້ໃຫ້ ສປຊ ສະໜັບສະໜູນອາຊຽນ ໃນການຫັນປ່ຽນດ້ານພະລັງງານສີຂຽວ ໂດຍຜ່ານການຖ່າຍທອດເຕັກນິກວິຊາການ ແລະ ການສ້າງຂີດຄວາມສາມາດ ລວມທັງການສະໜັບສະໜູນ ສາຍສົ່ງພະລັງງານອາຊຽນ. ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈອົງການສະຫະປະຊາຊາດສໍາລັບການຊ່ວຍເຫລືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການກະກຽມອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ໃນປີ 2026.

ກອງປະຊຸມສຸດຍອດອາຊຽນ- ອົດສະຕຣາລີ ຄັ້ງທີ 6 ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ກໍຄື ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ- ອົດສະຕຣາລີ (2025-2029), ລວມທັງບັນດາໂຄງການ ແລະ ກິດຈະກໍາພາຍໃຕ້ຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ ແລະ ສູນອາຊຽນ- ອົດສະຕຣາລີ ແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີໃນຕໍ່ໜ້າ. ກອງປະຊຸມໄດ້ເນັ້ນຄວາມສໍາຄັນການຮ່ວມມືດ້ານການສຶກສາ, ການຮັດແໜ້ນການຮ່ວມມືດ້ານກະສິກໍາ ໂດນສະເພາະການແລກປ່ຽນດ້ານເຕັກໂນໂລຊີ ອັດສະລິຍະ (Smart Technology).  ພິເສດ, ກອງປະຊຸມຍັງໄດ້ຮັບຊາບການສະເໜີສ້າງຕັ້ງກົນໄກກອງປະຊຸມລັດຖະມົນຕ ອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານອາດຊະຍາກໍາຂ້າມຊາດ ແລະ ໄດ້ຮັບຮອງເອົາຖະແຫລງການຜູ້ນໍາຮ່ວມອາຊຽນ-ອົດສະຕຣາລີ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດ ສະຕຣາລີ ຄົບຮອບ 5 ປີ.

ກອງປະຊຸມສຸດຍອດອາຊຽນ- ສ ເກົາຫລີ ຄັ້ງທີ 27, ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິດບັດງານອາຊຽນ-ສ ເກົາຫລີ (2026- 2030) ແລະ ເຫັນດີສືບຕ່ໍຈັດຕ້ັງປະຕິບັດແຜນປະຕິບັດງານດັ່ງກ່າວ ໃຫ້ມີປະສິດທິພາບແນໃສ່ເສີມຂະຫຍາຍ ແລະ ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ ເກົາຫລີ ໃນຕໍ່ໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງ ອາຊຽນ ແລະ ສ ເກົາ ຫລີ. ພ້ອມກັນນີ້, ອາຊຽນ ແລະ ສ ເກົາຫລີ ຍັງໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ຂົງເຂດທີ່ອາຊຽນ ແລະ ສ ເກົາຫລີ ມີຄວາມສົນໃຈຮ່ວມກັນ ແລະ ມີທ່າແຮງ ໂດຍສະເພາະດ້ານການຄ້າ ແລະ ການລົງທຶນ, ເສດຖະກິດດີຈິຕອນ, ການເຊ່ືອມໂຍງ-ເຊ່ືອມຈອດ, ການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ພະລັງງານ. ພິເສດກອງປະຊຸມໄດ້ເນັ້ນຢໍ້າຄວາມສໍາຄັນໃນການຮັດແໜ້ນການຮ່ວມມືດ້ານປັນຍາປະດິດ (AI) ແລະ ການຮ່ວມມືດ້ານວັດທະນະທໍາໃນຕ່ໍໜ້າໂດຍຜ່ານການແລກປ່ຽນດ້ານຊາວ ໜຸ່ມ, ການສະແດງດົນຕີ ແລະ ການໄປມາຫາສູ່ຂອງປະຊາຊົນ.

KPL

ຂ່າວອື່ນໆ

ads
ads

Top