ສາທາລະນະສຸກ10/1/2026 9:12:29 AM
ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບັນດາຄູ່ຮ່ວມພັດທະນາຈັດກິດຈະກໍາວັນສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກ ປະຈໍາປີ 2026 ໃນວັນທີ 30 ກັນຍາ 2026 ຢູ່ທີ່ສວນເຈົ້າຟ້າງຸ່ມ, ນະຄອນຫລວງວຽງຈັນ.
ສາທາລະນະສຸກ9/22/2026 9:51:23 AM
ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO) ນຳສະເໜີ ແຜນງານຮ່ວມມືອົງການສະຫະປະຊາຊາດ ໄລຍະທີ IV ວ່າດ້ວຍສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).
ສາທາລະນະສຸກ9/21/2026 9:29:45 AM
ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (State of the Basin Report) ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນ້ຳ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳລາວ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ບັນດາຄະນະກົມ, ຄະນະພະແນກຈາກກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານສາກົນຂອງກົມຊັບພະຍາກອນນ້ຳ, ຊ່ຽວຊານຈາກສູນສາກົນ ເພື່ອການຄຸ້ມຄອງສິ່ງແວດລ້ອມ (ICEM) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສາທາລະນະສຸກ9/21/2026 9:29:42 AM
ກອງປະຊຸມເຜີຍແຜ່ ແລະ ວາງແຜນສຳລັບຍຸດທະສາດ ແລະ ແຜນປະຕິບັດງານການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ສມດວ) ໂດຍຖືເອົາຜູ້ຮັບບໍລິການເປັນໃຈກາງ ປີ 2026-2030 ຈັດຂຶ້ນໃນວັນທີ 16-17 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າໂຮງໝໍສູນກາງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ສາທາລະນະສຸກ9/21/2026 9:29:39 AM
ຂະແໜງສາທາລະນະສຸກ ກໍຄື ບັນດາໂຮງໝໍສູນກາງ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ) ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ເພື່ອຮອງຮັບກໍລະນີເກີດເຫດສຸກເສີນ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ໂດຍໄດ້ຈັດທີມແພດປະຈຳຢູ່ຈຸດຕ່າງໆ ເປັນຕົ້ນ ຢູ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ພັກ (ໂຮງແຮມ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ.
ສາທາລະນະສຸກ9/21/2026 8:38:38 AM
ນັບແຕ່ ການທຸລະກຳ ຕົ້ນອາທິດ ໃນວັນທີ 21 ກັນຍາ, ຫລັກຊັບ ຫວຽດນາມ ໂດຍອົງການຈັດອັນດັບດັດຊະນີ ຫລັກຊັບສາກົນ (FTSE Russell) ໄດ້ຫັນຈາກກຸ່ມຕະຫລາດຊາຍຂອບໄປສູ່ຕະຫລາດ ທີ່ຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງ ຢ່າງເປັນທາງການ, ໂດຍເປັນທີ່ຕັ້ງເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້ເດີນຕາມເປັນເວລາ ເກືອບ 1 ທົດສະວັດຜ່ານມາ.
ສາທາລະນະສຸກ9/8/2026 12:00:42 PM
ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ (ນວ).