ຫາລືການກຽມພ້ອມດ້ານການປະສານງານການໃຫ້ວັກຊິນກັນມະເຮັງປາກມົດລູກທົ່ວປະເທດ

30/10/2026 09:13
Email Print 163
ຂປລ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ຈັດກອງປະຊຸມປະສານງານ ເພື່ອປຶກສາຫາລືການກຽມພ້ອມດ້ານການປະສານງານໃນການຈັດຕັ້ງປະຕິບັດການໃຫ້ວັກຊິນກັນມະເຮັງປາກມົດລູກໃນທົ່ວປະເທດ ໃນວັນທີ 28 ຕຸລາ 2026 ເພື່ອທົບທວນຄືນດ້ານການຈັດຕັ້ງປະຕິບັດວຽກງານປະສານງານ, ລວມທັງການຈັດຕັ້ງປະຕິບັດຂະບວນການໃຫ້ວັກຊິນກັນມະເຮັງປາກມົດລູກ ໂດຍເຊື່ອມສານການບໍລິການໃຫ້ວັກຊິນ Td ເຂັມກະຕຸ້ນ ໃນ 9 ແຂວງຜ່ານມາ, ບົດຮຽນຖອດຖອນໄດ້ໃນປີຜ່ານມາ ແລະ ແຜນການກະກຽມທີ່ຈະຈັດຕັ້ງປະຕິບັດໃນເດືອນທັນວາ ປີ 2026 ທີ່ຈະມາເຖິງນີ້.

ກອງປະຊຸມຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຫ້ອງການກະຊວງສາທາລະນະສຸກ, ປະທານສະມາຄົມແພດເດັກທົ່ວປະເທດ, ຫົວໜ້າສູນສຸຂະພາບແມ່ ແລະ ເດັກ, ຊ່ຽວຊານດ້ານວັກຊິນກັນພະຍາດຈາກອົງການອະນາໄມໂລກ, ອົງການຢູນິເຊັບ, ຜູ້ຕາງໜ້າກອງທຶນກາວີ, ຜູ້ຕາງໜ້າອົງການໂກຟີ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືໃນການຈັດຕັ້ງປະຕິບັດ ຊຶ່ງຈະເລີ່ມຈາກການປະສານງານລະຫວ່າງຂະແໜງການສາທາລະນະສຸກ ກັບຂະແໜງການສຶກສາໃນແຕ່ລະຂັ້ນ ກ່ຽວກັບການເກັບກຳລາຍຊື່ເປົ້າໝາຍ ແລະ ການສະໜອງຂໍ້ມູນຂ່າວສານໃຫ້ເຂົ້າເຖິງຊຸມຊົນ, ໂຮງຮຽນ ເພື່ອເຮັດແນວໃດໃຫ້ກຸ່ມເປົ້າໝາຍໄດ້ຮັບວັກຊິນກັນພະຍາດ HPV ແລະ ວັກຊິນ Td ເຂັມກະຕຸ້ນ ຊຶ່ງເປັນໂອກາດດີໃນການປຶກສາຫາລື ແລະ ວາງແຜນຮ່ວມກັນ ເພື່ອສືບຕໍ່ຜັນຂະຫຍາຍຈຸດດີ ແລະ ຈຸດທີ່ຍັງຄົງຄ້າງຈາກຄຳແນະນຳໃນບົດສະເໜີ ແລະ ຄຳເຫັນ ເພື່ອສືບຕໍ່ການໃຫ້ວັກຊິນກັນພະຍາດໄດ້ຮັບໝາກຜົນສຳເລັດຕາມຄາດໝາຍປີ 2026. ພ້ອມກັນນີ້, ກໍເປັນໂອກາດດີທີ່ແຕ່ລະພາກສ່ວນເຂົ້າມາມີສ່ວນຮ່ວມໃນການກະກຽມການຈັດຕັ້ງປະຕິບັດການໃຫ້ວັກຊິນກັນມະເຮັງປາກມົດລູກ ເປັນຕົ້ນ ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນ, ອົງການອະນາໄມໂລກ, ຢູນິເຊັບ ແລະ ຄູ່ຮ່ວມພັດທະນາອື່ນໆ.

KPL

ຂ່າວອື່ນໆ

ads
ads

Top