ວັດທະນະທຳ-ສັງຄົມ10/30/2026 8:55:25 AM
ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.
ວັດທະນະທຳ-ສັງຄົມ10/30/2026 8:50:20 AM
ວັນທີ 27 ຕຸລາ 2026, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກກັບແນວລາວສ້າງຊາດແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ.
ວັດທະນະທຳ-ສັງຄົມ10/28/2026 9:50:28 AM
ກອງປະຊຸມປະຈຳປີຂອງວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການວິທະຍຸກະຈາຍສຽງ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ມີ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ທ່ານ ວຽງວັດທະນາ ຊະນະພານ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຂະແໜງສື່ມວນຊົນຈາກ 12 ແຂວງທົ່ວປະເທດ ເຂົ້າຮ່ວມ.
ວັດທະນະທຳ-ສັງຄົມ10/28/2026 9:46:21 AM
ກອງປະຊຸມປຶກສາຫາລືຮັບຮອງຮ່າງເຄື່ອງມືວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການພັດທະນາແມ່ຍິງ, ບັນດາຂະແໜງການທີ່ກ່ຽວພັນ ແລະ ໂຄງການຮ່ວມມືກັບຕ່າງປະເທດ ຈັດຂຶ້ນໃນວັນທີ 26 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະປະທານ ສສຍລ, ຕາງໜ້າຈາກກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ວັດທະນະທຳ-ສັງຄົມ10/28/2026 9:45:05 AM
ໃນວັນທີ 26 ຕຸລາ 2026 ນີ້, ຄະນະພະສົງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ່ ຄັ້ງທີ 11 ນໍາໂດຍພະອາຈານໃຫຍ່ມະຫາເວດມະເສ ໄນ ປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາ ແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ທັງເປັນປະທານຜູ້ກ່ໍຕ້ັງກອງປະຊຸມພຸດສາສະໜາ ໜານໄຫ່, ເຈ້ົາອະທິການວັດຫົງຟ້າ ສປ ຈີນ, ພ້ອມຄະນະພະສົງຈາກ 29 ປະເທດ ໄດ້ຮ່ວມພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ຢູ່ຕໍ່ໜ້າຮູບປັ້ນເຈ້ົາ ໄຊເສດຖາ ພະທາດຫລວງວຽງຈັນ ແລະ ວຽນທຽນບູຊາພະທາດຫລວງວຽງຈັນ ໂດຍມີບັນດາການນຳພັກ, ລັດ, ພຸດທະສາສະນິກະຊົນລາວບັນດາເຜ່ົາເຂ້ົາຮ່ວມ.
ວັດທະນະທຳ-ສັງຄົມ10/28/2026 9:42:51 AM
ສະພາແຫ່ງຊາດ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໃນຫົວຂໍ້: ການເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນການຕິດຕາມກວດກາ ແລະ ທົບທວນກົດໝາຍ ໃນວັນທີ 24-25 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ມີບັນດາ ສສຊ ເພດຍິງຈາກສູນກາງ ແລະ 16 ເຂດເລືອກຕັ້ງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ວັດທະນະທຳ-ສັງຄົມ10/27/2026 8:33:39 PM
ໃນໂອກາດບຸນອອກພັນສາ ປະຈຳປີ 2026 ນີ້, ຕະຫຼາດສົດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ກະກຽມຄວາມພ້ອມຮອບດ້ານໃນການສະໜອງສິນຄ້າປະເພດຕ່າງໆ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນໄລຍະບຸນປະເພນີອອກພັນສາ, ພ້ອມທັງວາງມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບສິນຄ້າຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.