.
.




ຂປລ. ໃນວັນທີ 1 ມິຖຸນາ 2023ນີ້, ທີ່ທຳນຽບປະທານປະເທດ ຈັດພິທີສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 43 ປີ (1 ມິຖຸນາ 1980-1 ມິຖຸນາ 2023) ແລະ ວັນເດັກນ້ອຍສາກົນຄົບຮອບ 99 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2023) ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມພັນລະຍາ, ຕາງໜ້າຄະນະນຳຂອງສູນກາງຊາວໜຸ່ມປະ ຊາຊົນ ປະຕິວັດລາວ ແລະ ພ້ອມດ້ວຍພະນັກງານທົ່ວຫ້ອງວ່າການສຳນັກງານປະທານປະເທດ ແລະ ນ້ອງນັກຮຽນເຍົາວະຊົນ ເຂົ້າຮ່ວມ.