ຂປລ
ສະຖານທູດຫວຽດນາມປະຈຳລາວ ຈັດພິທີສະເຫລີມ ສະຫລອງວັນຊາດຫວຽດນາມຄົບຮອບ 81 ປີ (2/9/1945-/9/2026) ໃນວັນທີ 28 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າອົງການຈັດຕ້ັງ ສາກົນຢູ່ລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ຂປລ. ໂອກາດດັ່ງກ່າວ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ຍົກໃຫ້ ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ໃນໄລຍະຜ່ານມາ ຊຶ່ງໃນໄລຍະ 81 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ດ້ວຍແນວຄິດອັນເປັນອະມະຕະທີ່ວ່າ“ບໍ່ມີສິ່ງໃດທີ່ປະເສີດ ເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະລະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນ້ິີສູ່ໄຊຊະນະອື່ນ, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພວມປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ ສັງຄົມນິຍົມຢ່າງໜັກແໜ້ນ.
ທ່ານ ຫງວຽນ ມິງ ເຕີມ ຍັງ ໃຫ້ຮູ້ອີກວ່າ: ໃນວັນທີ 2 ກັນຍາ 1945 ຢູ່ສະໜາມຫລວງບາດ່ິງ, ທີ່ນະຄອນຫລວງຮ່າໂນ້ຍ, ປະທານ ໂຮ່ຈີ່ມິງ ໄດ້ອ່ານບົດຖະແຫລງປະກາດເອກະລາດ ຊຶ່ງໄດ້ປະກາດ ໃຫ້ທົ່ວປວງຊົນທັງຊາດ ແລະ ທ່ົວໂລກຊາບກ່ຽວກັບຄວາມເປັນ ເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາສາທາລະນະລັດ ປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນປະເທດສາທາລະ ນະລັດສັງຄົມນິຍົມຫວຽດນາມ. ໃນນ້ັນ, ໄດ້ເນ້ັນໜັກວ່າ: “ປະເທດ ຫວຽດນາມ ມີສິດໄດ້ຮັບຄວາມເປັນ ເອກະລາດ, ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜ່ຶງ ທີ່ມີອິດສະລະພາບ ແລະ ຄວາມ ເປັນເອກະລາດ. ທ່ົວປວງຊົນທັງ ຊາດຫວຽດນາມ ຕັດສິນໃຈຈະອຸທິດ ຈິດໃຈ ແລະ ກຳລັງແຮງ, ຊີວິດ ອິນຊີ ແລະ ຊັບສິນທັງໝົດ ເພື່ອປົກປັກຮັກສາອິດສະລະພາບ ແລະ ຄວາມເປັນເອກະລາດດັ່ງກ່າວ”. ການກຳເນີດຂອງສາທາລະນະລັດ ປະຊາທິປະໄຕຫວຽດນາມ ແມ່ນຂີດ ໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ ຂອງຊາດ ຊຶ່ງແມ່ນສັງກາດແຫ່ງ ຄວາມເປັນເອກະລາດ, ອິດສະລະ ພາບ ແລະ ເປັນເຈົ້າຊາຕາກຳຂອງ ຊາດ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາ ຊົນຫວຽດນາມ ໄດ້ຖືເອົາວັນທີ 2 ກັນຍາຂອງທຸກໆປີ ແມ່ນ “ວັນບຸນ ເອກະລາດ”.
ຈາກພື້ນຖານເສດຖະກິດທີ່ຫລ້າຫລັງ, ຫວຽດນາມ ໄດ້ບືນຕົວເຮັດ ໃຫ້ພື້ນຖານເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໂດຍສະເພາະດ້ານ ການຄ້າ ແລະ ການດຶງດູດການ ລົງທຶນຈາກຕ່າງປະເທດ, ເປັນຕ່ອງ ໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊ່ືອມຈອດກັບ 60 ພື້ນຖານເສດຖະກິດຫລັກໆໃນ ພາກພ້ືນ ແລະ ທ່ົວໂລກ. ພ້ອມນ້ີ, ຫວຽດນາມ ຍັງໄດ້ສ້າງຕັ້ງສາຍພົວ ພັນທາງການທູດກັບ 194 ປະເທດ ໃນໂລກ. ໃນນັ້ນ, ມີບັນດາສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດ ໃຫຍ່ທັງໝົດ ແລະ ແມ່ນສະມາຊິກ ທີ່ຕັ້ງໜ້າຂອງ 70 ກວ່າອົງການ ຈັດຕັ້ງໃນພາກພື້ນ ແລະ ສາກົນ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງ ເລິກເຊ່ິງວ່າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງຕົນ, ເພື່ອໃຫ້ຫວຽດນາມ ມີ ພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນ, ຊື່ສຽງໃນວົງຄະນາຍາດສາກົນ ຄືທຸກວັນນີ້, ໄປຄຽງຄູ່ກັບຄວາມມານະພະຍາຍາມບຸກໜ້າບືນຕົວຂອງຕົນເອງແລ້ວ, ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫລືອອັນລ້ຳຄ່າຈາກເພື່ອນ ມິດສາກົນໂດຍສະເພາະແມ່ນການຊ່ວຍເຫລືອທີ່ໃຫຍ່ຫລວງ, ໝົດຈິດ ໝົດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ.
KPL