ການເມືອງ12/4/2025 10:10:22 AM
ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ຫວັງ ຮູ້ ໜິງ ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທ່ີປຶກສາການເມືອງທ່ົວປະເທດຈີນ ໃນວັນທີ 2 ທັນວາ 2025.
ການເມືອງ12/4/2025 10:01:21 AM
ໃນວັນທີ 2 ທັນວາ 2025, ທ່ີສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງສົມເດັດ ປີໄຈ ເສນາ ເຕຍບັນ ຮອງປະທານພັກປະຊາຊົນ ກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ກຳປູເຈຍ.
ການເມືອງ12/2/2025 12:47:41 PM
ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫລວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງພັກ-ລັດ, ແຂກຈາກບັນດາປະເທດເພື່ອນມິດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຕະຫລອດຮອດພະນັກງານປະຕິວັດອາວຸໂສບຳນານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.
ການເມືອງ11/24/2025 12:24:23 PM
ພິທີປະກາດມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ແລະ ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງຈຳປາສັກ ເປັນປະທານຄະນະກຳມະການປົກຄອງແຂວງຈໍາປາສັກ.
ການເມືອງ11/24/2025 12:12:45 PM
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 10 ພະຈິກ ແລະ ໄດ້ປິດລົງໃນວັນທີ 21 ພະຈິກ 2025.
ການເມືອງ11/21/2025 6:19:12 PM
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX, ວັນທີ 20 ພະຈິກ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບ ເລກທີ 26/ກມສພ, ລົງວັນມີ 12 ກັນຍາ 2025 .
ການເມືອງ11/21/2025 6:04:15 PM
ໃນວັນທີ 20 ພະຈິກ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕ້ັງສາກົນ ທ່ີເຂ້ົາຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV.