ຂປລ
ວັນທີ 20 ພະຈິກ 2026, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 47 (47th AIPA General Assembly) ໄດ້ປິດລົງຢ່າງເປັນທາງການທີ່ນະຄອນຫລວງມະນິລາ, ສາທາລະນະລັດ ຟີລິບປິນ ໂດຍມີທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ແຫ່ງ ສປປລາວ ເຂົ້າຮ່ວມ.
ຂປລ. ໃນພິທີປິດ, ໄດ້ມີການຮັບຮອງເອົາບົດລາຍງານຜົນຂອງກອງປະຊຸມກຳມາທິການ ແລະ ກອງປະຊຸມປ່ິນອ້ອມຕ່າງໆ ຄື: ກຳມາທິການວຽກງານການເມືອງ, ເສດຖະກິດ, ສັງຄົມ, ກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ (WAIPA), ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA), ກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມປຶກສາຫາລືກັບປະເທດສັງເກດການ, ກອງປະຊຸມພົບປະລະຫວ່າງ ໄອປາ- ອາຊຽນ ຄ້ັງທີ 5 ລວມເຖິງບົດລາຍງານຂອງຄະນະກຳມະການຮ່າງຖະແຫລງການຮ່ວມ, ພ້ອມທັງໄດ້ຮ່ວມກັນລົງນາມໃນຖະແຫລງການຮ່ວມຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 47 ແລະ ພິທີມອບລາງວັນກຽດຕິຄຸນໄອປາ (AIPA Distinguished Service Award) ໃຫ້ແກ່ບັນດາຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 3 ທ່ານ ຄື: ທ່ານ ໄຊສົມພອນ ພົມວິຫານ ອະດີດປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ທ່ານນາງ ປວນ ມະຫາຣານີ (Puan Maharani) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດອິນໂດເນເຊຍ ແລະ ທ່ານ ຊົວ ຢາຣາ (Suos Yara) ສະມາຊິກສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ.
ພ້ອມກັນນ້ີ, ຍັງໄດ້ມອບ-ຮັບສະຖານະໃຫ້ແກ່ລັດຖະສະພາປະເທດສັງເກດການໃໝ່ຂອງໄອປາໄດ້ແກ່: ສາທາລະນະລັດແຊັກບີ (Serbia) ແລະ ລາຊະອານາຈັກແອັດສະປາຍ (Spain) ໂດຍມີຜູ້ຕາງໜ້າຈາກທັງສອງປະເທດຂຶ້ນກ່າວຄຳປາໄສຮັບສະຖານະດັ່ງກ່າວ.
ໃນວາລະດຽວກັນ, ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 (Faustino “Bojie” G. Dy III) ປະທານສະພາຜູ້ແທນລາດສະດອນ ແຫ່ງ ສາທາລະນະລັດຟີລິບປິນ ໃນນາມປະທານໄອປາ ຄັ້ງທີ 47 ໄດ້ລົງນາມ ແລະ ສົ່ງມອບໜັງສືມອບ-ຮັບຕຳແໜ່ງ, ຄ້ອນປະທານ ແລະ ທຸງຂອງໄອປາ ໃຫ້ແກ່ທ່ານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດສິງກະໂປ ເພື່ອຮັບໜ້າທີ່ເປັນປະທານໄອປາ ຄັ້ງທີ 48 ໃນປີ 2027, ພ້ອມທັງຮັບຟັງຄຳກ່າວຮັບຕຳແໜ່ງ ແລະ ຮັບຊົມວິດີໂອແນະນຳປະເທດສິງກະໂປອີກດ້ວຍ.
ທ່ານ ເຟົາສຕິໂນ “ໂບຈີ” ຈີ. ດີ ທີ 3 ໄດ້ກ່າວສູນທອນພົດປິດກອງປະຊຸມຢ່າງເປັນທາງການ ໂດຍ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາຄະນະຜູ້ແທນລັດຖະສະພາສະມາຊິກ, ປະເທດສັງເກດການ ແລະ ຄູ່ຮ່ວມມື ຕ່າງໆ ທ່ີເຮັດໃຫ້ກອງປະຊຸມຄ້ັງນ້ີປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງຢ້ຳຄືນເຖິງຄວາມສຳຄັນຂອງການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງລັດຖະສະພາອາຊຽນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ໃນພາກພື້ນ ກໍຄື ການສືບຕໍ່ສະໜັບສະໜູນສິງກະໂປໃນການເປັນເຈ້ົາພາບຈັດກອງປະຊຸມຄັ້ງຕໍ່ໄປ.
KPL