ທູດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮ່ວມຄະນະຜູ້ແທນທູດອາຊຽນປະຈຳຫວຽດນາມ

06/08/2026 11:13
ຂປລ ໃນວັນທີ 4 ສິງຫາ 2026, ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ຮ່ວມກັບຄະນະທູດອາຊຽນ ປະຈຳ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) ຄົບຮອບ 50 ປີ ແລະ ວັນທີ່ ສສ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 31 ປີ.

      ຂປລ.  ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ຕີລາຄາສູງຕ່ໍໝາກຜົນທ່ີອາຊຽນບັນລຸ ໄດ້ຮັບໃນຫລາຍລາຍການ ແລະ ຂໍ້ລິເລີ່ມໃນຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,  ເສດຖະກິດ-ສັງຄົມ ແລະ ວັດທະນະທຳ. ສະຫາຍເຊື່ອໝັ້ນວ່າ ບັນດາປະເທດອາຊຽນ ຈະຮັກສາຄວາມສາມັກຄີ, ຊຸກຍູ້ການຮ່ວມມື, ເສີມສ້າງບົດບາດການເປັນສູນກາງ ແລະ ສ້າງປະຊາຄົມອາຊຽນຮອດ  ປີ 2045 ໃຫ້ປະສົບຜົນສຳເລັດ.

     ຫວຽດນາມ ຖືສຳຄັນໃນການພົວພັນກັບອາຊຽນ ແລະ ປະເທດສະມາຊິກອາຊຽນ, ຖືອາຊຽນເປັນຄອບຄົວໃຫຍ່ທີ່ໃກ້ຊິດ ແລະ ເປັນປະເທດໃກ້ເຮືອນຄຽງທີ່ສະໜິດສະໝົມ. ຫວຽດນາມມີຄວາມມຸ່ງຫວັງຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມກັບອາຊຽນ ແລະ ປະເທດສະມາຊິກອາຊຽນ ເຂົ້າສູ່ລວງເລິກ, ແທດເຖິງ, ໝັ້ນຄົງ, ໄວ້ເນື້ອເຊື່ອໃຈ ແລະ ຍືນຍົງຍາວນານ, ພ້ອມກັນສ້າງປະຊາຄົມອາຊຽນແຫ່ງຄວາມສາມັກຄີ ແລະ ເຂັ້ມແຂງ.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ

KPL

ຂ່າວອື່ນໆ

ads
ads

Top