SPOTLIGHT

ຕັ້ງໜ້າປັບປຸງລະບົບອຳນາດລັດ ໃຫ້ເປັນອຳນາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ! ຊົມເຊີຍວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 58 ປີ ຢ່າງສຸດໃຈ!  “ຂ່າວສານ ຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”
ads
ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

20/11/2026 10:06

ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປີດງານ ຫອມກິ່ນລາວເດີມ ສືບສານມໍລະດົກວັດທະນະທຳສົ່ງເສີມສິນຄ້າ ແລະ ອາຫານທ້ອງຖິ່ນ

20/11/2026 10:10

ແຫຼ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ແຂວງຈຳປາສັກ ເປີດງານ “ຫອມກິ່ນລາວເດີມ 2026” ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ສົ່ງເສີມຜະລິດຕະພັນ ແລະ ອາຫານທ້ອງຖິ່ນຂອງແຂວງຈຳປາສັກ” ເມື່ອບໍ່ດົນມານີ້ ທີ່ສູນການຄ້າແຟຣນຊິບມໍ ນະຄອນປາກເຊ ໂດຍມີບັນດາການນຳແຂວງ, ຜູ້ຕາງໜ້າພາກສ່ວນພັກ-ລັດ, ພະແນກການ, ອົງການຈັດຕັ້ງ, ພາກທຸລະກິດ, ນັກສິລະປະ, ນັກຮຽນ-ນັກສຶກສາ ແລະ ມວນຊົນເຂົ້າຮ່ວມ.

ADVERTISING


    adv

ads
ads

Top