ຂປລ
*ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .
*ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ ຊຶ່ງບັນດານັກປາດອາຈານ, ຜູ້ຮຽນຮູ້ຕ່າງໆ ໄດ້ແບ່ງກຸ່ມຄົນອອກເປັນ 3 ປະເພດຄື: ໜຶ່ງກຸ່ມຄົນບໍ່ມັກເວົ້າມັກປາກ ແຕ່ພັດເຮັດ, ສອງທັງເວົ້າທັງເຮັດ ແລະ ປະເພດສຸດທ້າຍ ແມ່ນກຸ່ມຄົນ ທີ່ ມີແຕ່ເວົ້າແຕ່ບໍ່ເຮັດຫຍັງ ຊຶ່ງປະເພດທີ 3 ນີ້ຖືວ່າເປັນປະເພດທີ່ສັງຄົມປະຕິເສດທີ່ສຸດ.
ປັດຈຸບັນ, ກຸ່ມຄົນປະເພດທີສາມນີ້ ມີຫລາຍຢູ່ສັງຄົມບ້ານເຮົາ ຫລື ຢູ່ຕາມສຳນັກງານອົງການໃດໜຶ່ງ ໂດຍຄົນຈຳພວກນີ້ປຽບດັ່ງ" ຝາກ " ທີ່ ຄອຍເກາະກິນດູດເລືອດສຳນັກງານ, ອົງການທີ່ຄົນຈຳພວກນີ້ສັງກັດຢູ່. ເປັນຫຍັງຈຶ່ງມີ ກຸ່ມຄົນປະເພດທີສາມນີ້? ຕົວຢ່າງໃນຄອບຄົວໃດໜຶ່ງ, ພໍ່ແມ່ ຫລື ຜູ້ປົກຄອງມັກຈະໃຊ້ ສິ່ງ ລໍ້ຫູລໍ້ຕາ ຫລື ຕັ້ງລາງວັນໃດໜຶ່ງ ໃຫ້ລູກຫລານຕົນ ເພື່ອໃຫ້ຕັ້ງໃຈຮຽນ ເປັນຕົ້ນ ຖ້າລູກເສັງໄດ້ຄະແນນດີໄດ້ທີໜຶ່ງ...ຈະຊື້ອັນນັ້ນອັນນີ້ໃຫ້ " ຄອບຄົວ ທີ່ມີຖານະດີ ແມ່ນຈະບໍ່ມີບັນຫາຫຍັງ "ເພາະມັນໄດ້ກະຕຸ້ນ ເຮັດໃຫ້ລູກຫລານ ຂອງຕົນຕັ້ງໃຈສຶກສາຮ່ຳຮຽນ ເພື່ອຫວັງເອົາສິ່ງ ຂອງຕອບແທນດັ່ງກ່າວ. ທາງກົງ ກັນຂ້າມ ເມື່ອພວກເຂົາ ສາມາດເຮັດໄດ້ຕາມຄຳເວົ້າດັ່ງກ່າວ, ແຕ່ພໍ່ແມ່ ຫລື ຜູ້ປົກຄອງເອງ ບໍ່ສາມາດປະຕິບັດໄດ້ ຕາມຄຳໝັ້ນສັນຍາແລ້ວນັ້ນ, ລອງຄິດ ເບິ່ງວ່າພວກເຂົາ ຈະຄິດແນວໃດຕໍ່ຜູ້ເປັນພໍ່ເປັນແມ່, ແຕ່ທີ່ແນ່ນອນມັນຈະເຮັດໃຫ້ ພວກເຂົາໝົດສັດທາ ຫລື ຂາດຄວາມໄວ້ເນື້ອເຊື່ອໃຈກໍ່ເປັນໄດ້. ຄວາມຈິງແລ້ວ, ພໍ່ແມ່ ຫລື ຜູ້ ປົກຄອງ ບໍ່ຄວນສອນລູກຫລານຂອງຕົນ ຕາມວິທີນີ້, ຄວນຍົກໃຫ້ລູກຫລານ ຂອງຕົນເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງການສຶກສາ ເພາະຜູ້ທີ່ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ, ມີວິຊາອາຊີບ, ມີວຽກເຮັດງານທຳດີໆ, ເປັນເຈົ້າເປັນນາຍ ລ້ວນແຕ່ເປັນຜູ້ມີວິຊາຄວາມຮູ້, ຖ້າເຮົາຕ້ອງ ການຢາກໃຫ້ຂອງຂວັນ ຫລື ສິ່ງຂອງຕອບແທນ ເພື່ອເປັນສິ່ງກະຕຸ້ນ, ສ້າງຂວັນກຳລັງໃຈໃຫ້ແກ່ລູກຫລານ ຂອງຕົນໃນໂອກາດວັນສຳຄັນຕ່າງໆ ຫລື ເມື່ອພວກເຂົາ ສາມາດເສັງໄດ້ຄະແນນດີ ຫລື ໄດ້ທີໜຶ່ງ...ເຮົາຄວນຄິດເຖິງທ່າແຮງ, ຄວາມສາມາດຂອງຄອບຄົວວ່າ ຈະສາມາດໃຫ້ເຂົາໄດ້ຊ່ຳໃດພຽງເທົ່ານີ້ເຂົາກໍ ຈະຮູ້ສຶກດີໃຈສຸດໆແລ້ວ.
ນີ້ເປັນພຽງຕົວຢ່າງທີ່ຍົກຂຶ້ນໃນສ່ວນຂອງສະຖາບັນຄອບຄົວເທົ່ານັ້ນ ແລະ ຢູ່ຕາມສຳນັກງານ, ອົງການ ຫລື ຫົວໜ່ວຍທຸລະກິດ ພາກເອກະຊົນກໍ່ເຊັ່ນດຽວກັນ ຖ້າມົວແຕ່ມັກໃຊ້ວິທີນີ້ ເພື່ອກະຕຸ້ນໃຫ້ພະນັກງານ ລັດຖະກອນຫ້າວຫັນ ຕໍ່ໜ້າທີ່ວຽກງານໂດຍບໍ່ຄິດວ່າ: ພວກເຂົາຈະຮູ້ສຶກແນວໃດ? ແນ່ນອນເປັນ ເລື່ອງດີ ແລະ ເປັນນະໂຍບາຍ ທີ່ສົມເຫດສົມຜົນ, ແຕ່ທາງທີ່ດີກໍບໍ່ສົມຄວນໃຊ້ວິທີນີ້ ເພື່ອກະຕຸ້ນໃຫ້ຫ້າວຫັນ ຕໍ່ໜ້າທີ່ວຽກງານ.ໂດຍລວມແລ້ວ,ຖ້າເຮົາເອງບໍ່ສາມາດເຮັດໄດ້ ຕາມຄຳໝັ້ນສັນຍາທີ່ມີຕໍ່ພວກເຂົາ" ກໍ່ຄວນຍົກ ຫລື ຊີ້ແຈງຖະແຫລງໄຂ ໃຫ້ພວກເຂົາເຫັນວ່າ: ທຸກສິ່ງຢ່າງທີ່ພວກເຮົາເຮັດໄປນັ້ນ ບໍ່ແມ່ນເພື່ອຫຍັງ ຊຶ່ງຄວາມຈິງແລ້ວ ກໍ່ເພື່ອຄວາມກ້າວໜ້າ ໃນໜ້າທີ່ວຽກງານຂອງພວກເຮົາເອງ.
ແນວໃດກໍ່ດີ, ການກະຕຸ້ນຈິດໃຈໃຫ້ຫ້າວຫັນ ດ້ວຍການມອບຂອງຂວັນລາງວັນນັ້ນ ຖືວ່າສົມຄວນມີນະໂຍບາຍດັ່ງກ່າວນີ້, ແຕ່ຕ້ອງອີງໃສ່ທ່າແຮງ, ເງື່ອນ ໄຂຂອງສຳນັກງານອົງການ ແລະ ທີ່ສຳຄັນຄືຢ່າເປັນ ແຕ່ເວົ້າ, ບາດໄປເຮັດແລ້ວພັດບໍ່ໄດ້ຫຍັງໝົດ. ເອົາເປັນວ່າທ່ານຜູ້ອ່ານທ່ານໃດ ທີ່ບໍ່ແນ່ໃຈວ່າຕົນເອງຈະ ຈັດຢູ່ ໃນກຸ່ມຄົນ ປະເພດໃດກໍ່ລອງໆ ຖາມໂຕເອງຄືນເບິ່ງວ່າ ຕົນເອງມີພຶດຕິກຳທີ່ກ່າວດັ່ງຂ້າງເທິງນັ້ນຫລືບໍ່? ຖ້າມີກໍ່ຟ້າວປັບປ່ຽນທັດສະນະຂອງຕົນຄືນໃໝ່ ເພື່ອເຮັດ ໃຫ້ການດຳລົງຊີວິດ ກໍ່ຄືການປະຕິບັດໜ້າທີ່ການງານ ຢູ່ໃນຂອບຂອງການກ້າວໄປທາງໜ້າດ້ວຍຄວາມສາມັກຄີ, ກະຕືລືລົ້ນ ຫລື ຄວາມຈິງໃຈ ແລະ ກໍ່ຈິງ ຈັງມຸ່ງສູ່ ຄວາມສຳເລັດດັ່ງໄດ້ຕັ້ງເປົ້າໝາຍເອົາໄວ້./.
KPL