ຂປລ
ພິທີພົບປະສອງຝ່າຍ ລະຫວ່າງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ກວັກ ດວ່ານ ກຳມະການສູນກາງພັກ, ປະທານຄະນະກວດກາລັດຖະບານ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ທີ່ນະຄອນຫລວງ ຮ່າໂນ້ຍ.
ຂປລ. ການພົບປະຄ້ັງນ້ີ, ສອງຝ່າຍໄດ້ສົນທະນາແລກປ່ຽນກ່ຽວກັບວຽກງານກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກ້ັນການສ້ໍລາດບັງຫລວງ, ພ້ອມທັງການຫັນປ່ຽນເປັນດີຈິຕອນ, ການສ້າງຖານຂໍ້ມູນວຽກງານກວດກາ ແລະ ການຝຶກອົບຮົມບຸກຄະລາກອນຂອງທັງສອງປະເທດ. ການພົບປະໃນຄັ້ງນີ້, ຖືເປັນອີກບາດກ້າວສຳຄັນໃນການເສີມສ້າງການຮ່ວມມືລະຫວ່າງອົງການກວດກາແຫ່ງລັດ ຂອງ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ໃຫ້ເລິກເຊິ່ງ, ມີປະສິດທິຜົນ ແລະ ເປັນຮູບປະທຳຫລາຍຂຶ້ນ, ພ້ອມທັງປະກອບສ່ວນເສີມສ້າງ ແລະ ສືບຕ່ໍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ໝັ້ນຄົງ ແລະ ຍືນຍົງ.
ໃນໂອກາດນີ້, ທ່ານ ຫງວຽນ ກວັກ ດວ່ານ ໄດ້ຢືນຢັນວ່າ ສາຍພົວພັນຫວຽດນາມ-ລາວ ແມ່ນເປັນສາຍພົວພັນມິດຕະພາບອັນຍ່ິງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນດ້ານຍຸດທະສາດທີ່ຜູ້ນຳ ແລະ ປະຊາຊົນຂອງສອງຊາດ ໄດ້ຮ່ວມກັນສືບທອດມາເປັນເວລາຍາວນານ. ພ້ອມນີ້, ຍັງເນັ້ນໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກປຶກສາຫາລື, ແລກປ່ຽນຄະນະຜູ້ແທນ ແລະ ຄະນະຊ່ຽວຊານ, ພ້ອມທັງແລກປ່ຽນບົດຮຽນໃນຂະແໜງການກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ.
ໂອກາດດ່ັງກ່າວ, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນວ່າພັກ, ລັດ ແລະ ປະຊາຊົນລາວ ແມ່ນໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນ ລາວ- ຫວຽດນາມ ແລະ ພ້ອມກັນສືບຕ່ໍຮັກສາມູນເຊື້ອ ພັດທະນາສາຍພົວພັນອັນດີງາມໃຫ້ເລິກເຊິ່ງຍິ່ງຂຶ້ນ. ພ້ອມກັນນັ້ນ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ເຖິງສະພາບລວມກ່ຽວກັບວຽກງານກວດກາຂອງ ສປປ ລາວ ອີກດ້ວຍ.
KPL