ຖອດຖອນບົດຮຽນ (ແມ່ນສໍາຄັນ)

28/02/2022 15:25
Email Print 51954
ຂປລ ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

       ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

        ຮັບຊາບຂໍ້ມູນການຕີລາຄາຢ່າງພາວະວິໄສ ການປ້ອງກັນ, ຄວບຄຸມ ແລະ  ແກ້ໄຂສະພາບການລະບາດ ຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດ ໄດ້ສະຫລຸບຕີລາຄາ ຖອດຖອນບົດຮຽນ ໃນເດືອນຜ່ານມາ ມີຫລາຍອັນທີ່ປະຕິບັດໄດ້ດີ ແລະ ອັນທີ່ຕ້ອງແກ້ໄຂປັບປຸງ...ສະພາບໂດຍລວມນັບແຕ່ຕົ້ນປີ 2022 ມາ ນີ້ການລະບາດຂອງໂຄວິດ-19 ຢູ່ປະເທດເຮົາແມ່ນມີທ່າອ່ຽງຫລຸດລົງ ຊຶ່ງໄດ້ມີການຕີລາຄາວ່າ ສາເຫດສ່ວນໜຶ່ງ ແມ່ນຍ້ອນອັດຕາປົກຫຸ້ມ ຂອງການສັກວັກຊິນທີ່ບັນລຸໄດ້ກວ່າ 50% ໃນທົ່ວປະເທດ, ຕໍ່ມາແມ່ນສາມາດຜະລິດ ຢາປິ່ນປົວພະຍາດດັ່ງກ່າວ ໄດ້ເອງຢູ່ພາຍໃນປະເທດ, ທັງໄດ້ມີຄູ່ມືທີ່ລະອຽດສົມຄວນ ໃຫ້ແກ່ຜູ້ ຕິດເຊື້ອ ທີ່ປິ່ນປົວຕົນເອງຢູ່ບ້ານເຮືອນ. ພ້ອມດຽວກັນນັ້ນ ກໍ່ມີການດຸນດ່ຽງ ໃນການປະຕິບັດມາດຕະການຄວບຄຸມ, ຜ່ອນຜັນ ໂດຍການຮ່ວມມືຂອງທົ່ວສັງຄົມ...

        ການຕີລາຄາຍັງໃຫ້ເຫັນດ້ານທີ່ຄົງຄ້າງ ເປັນຕົ້ນ ການຂໍອະນຸມັດຄົນເຂົ້າ-ອອກເມືອງ ຍັງມີຫລາຍຂັ້ນຂອດ ທີ່ຈະຕ້ອງຮີບຮ້ອນປັບປຸງແກ້ໄຂ, ລວມທັງການນໍາໃຊ້ ອຸປະກອນຕິດຕາມທາງການແພດ ຜ່ານມາຍັງພົບຄວາມຫຍຸ້ງຍາກ ແລະ ບໍ່ມີປະສິດທິຜົນພໍ ຊຶ່ງຈະມີການຫັນເອົາການນໍາໃຊ້ ຄິວອາໂຄດ ຂອງລະບົບ Lao KYC ແທນການນໍາໃຊ້ເຄື່ອງມື ຕິດຕາມທາງການແພດໃນໃກ້ນີ້...

        ບັນຫາທີ່ສັງຄົມຕັ້ງຂຶ້ນ ກໍ່ເປັນປະເດັນກົງກັນການຕີລາຄາຖອດຖອນບົດຮຽນ ທີ່ຕ້ອງປັບປຸງ ນັ້ນແມ່ນການແກ້ຂອດຈໍາກັດ ໃນການອະນຸຍາດຄົນເຂົ້່າ-ອອກ ທີ່ໃຫ້ງ່າຍຂຶ້ນ ແລະ ຮັບປະກັນຄວາມປອດໄພ ເພາະເຮົາພວມເປີດຮັບນັກທ່ອງທ່ຽວ ຈາກຕ່າງປະເທດເຂົ້າມາ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ຊຶ່ງຖ້າ ເຮົາຖອດຖອນ ເຫັນບັນດາຂອດອຸດຕັນ ແລະ ແກ້ໄຂທັນການ ກໍ່ຈະເປັນຜົນດີ ໃຫ້ແກ່ການສືບຕໍ່ໄລຍະຕໍ່ໆໄປ ໃຫ້ບັນລຸຜົນສູງສຸດ ຕາມເປົ້າໝາຍທີ່ກໍານົດໄວ້.

ສະຫລຸບວ່າ ການສະຫລຸບຖອດຖອນບົດຮຽນຢ່າງກົງໄປກົງມາ ແລະ ພາວະວິໄສ ໃນເງື່ອນໄຂຂອງພວກເຮົາແມ່ນສໍາຄັນ, ຫລີກເວັ້ນການເກົາບໍ່ຖືກບ່ອນຄັນ, ບໍ່ຊັ້ນມັນກໍ່ແກ້ໄຂບໍ່ໄດ້ຈັກເທື່ອ, ຕ້ອງຮັບຮູ້ເຖິງຄວາມເປັນຈິງ ໃນເງື່ອນໄຂຂອງພວກເຮົາ. 


* ຄ້ອງໃໝ່

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

    •  ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວວາລະສານ-ຂ່າວພາບ

      ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວ

      2/9/2022 3:02:07 PM

      ມື້​ນີ້ ຄໍ​ລໍາ​ບັນ​ເທີ​ງ ຂໍ​ພາສາ​ວໆມາ​ຮູ້ຈັກ ສິລະ​ປິນນ້ອງ​​ໃໝ່​ໄຟ​ແຮງ ທີ່​ມີ​ຄວາມ​ສາມາດ​ຮອບດ້ານ ບວກ​ກັບ​ບຸກຄະ​ລິກ ​ແລະ ໜ້າຕາ​ທີ່​ມີສະ​ເໜ່ ຍິ່ງ​ເຮັດ​ໃຫ້ບ່າວ​ຜູ້​ນີ້​ມີ​ແຟນໆ​ຕິດຕາມ ​ເປັນ​ຈໍານວນ​ຫລວງຫລາຍ ບໍ່​ວ່າຈະ​ເຮັດ​ຜົນງານ​ ໃດອອກ​ມາ​ ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ ສະ​ນັ້ນ​, ມື້​ນີ້ ​ເຮົາ​ຈະ​ມາ​ຮູ້ຈັກ ໜຸ່ມຄົນ​ນີ້ມີນາ​ມວ່າ ແສງອາ ທິດ ເສນາບັນດິດ ຫລື ມັອ​ດ ສິລະປິນນ້ອງ​ໃໝ່ຈາກຄ້າຍ Firstmodelinglao ​

ads
ads

Top