ຂປລ
ຂປລ. ໃນວັນທີ 27 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.

ຂປລ. ໃນວັນທີ 27 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ແຂວງໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ກອງປະຊຸມເວທີປຶກສາຫາລືໃນຄັ້ງນີ້, ເຊິ່ງຖືເປັນເວທີປຶກສາຫາລືທີ່ສໍາຄັນລະດັບພາກພື້ນ ທີ່ເຕົ້າໂຮມເອົາບັນດາຜູ້ນໍາ, ຜູ້ວາງນະໂຍບາຍ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສື່ມວນຊົນຕ່າງໆ ເພື່ອມາປຶກສາຫາລື ເຖິງທິດທາງໃນການຮ່ວມມື ໃນການສ້າງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ ກໍຄື ການຮ່ວມກັນຊອກຫາວິທີການແກ້ໄຂບັນຫາ ແລະ ຮັບມືສິ່ງທ້າທາຍຕ່າງໆ. ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນຢໍ້າເຖິງທັດສະນະຂອງ ສປປ ລາວ ຕໍ່ກັບການປະກອບສ່ວນເຂົ້າໃນ ການເສີມສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ ໂດຍສະເພາະ ໃນໄລຍະທີ່ສະພາບການຂອງໂລກ ມີຄວາມເຄັ່ງຕຶງທາງດ້ານການເມືອງ ແລະ ເສດຖະກິດ, ການປ່ຽນແປງຂອງພູມມີສາດ ທີ່ຄາດການໄດ້ຍາກ ເຊິ່ງບໍ່ພຽງໄດ້ສົ່ງຜົນກະທົບຕໍ່ ບັນດາປະເທດທີ່ກ່ຽວຂ້ອງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບ ອອກ ເປັນວົງກວ້າງຕໍ່ວົງຄະນະຍາດສາກົນ. ຕໍ່ໜ້າສະພາບການດັ່ງກ່າວນີ້, ປະຊາຄົມໂລກຕ້ອງມີການປັບຕົວ ແລະ ກຽມຄວາມພ້ອມເພື່ອຮັບມື ແລະ ຊອກຊ່ອງທາງໃນການເພີ່ມທະວີ ການຮ່ວມມືໃຫ້ຫລາຍກວ່າເກົ່າ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກເຮົາຈະຕ້ອງ ໄດ້ສືບຕໍ່ຮັດແໜ້ນ ການເຊື່ອມໂຍງເຊື່ອມຈອດ ພາກພື້ນ ແລະ ໂລກ ໂດຍຜ່ານການພັດທະນາໂຄງລ່າງພື້ນຖານ, ການປະສານກົມກຽວດ້ານນະໂຍບາຍ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນກັບປະຊາຊົນ ແນໃສ່ສົ່ງເສີມຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ນອກນີ້, ທ່ານຍັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ ທ່ານ ສີ ຈິ້ນຜິງ ໄດ້ປະກາດໃນປີ 2013 ເຊິ່ງຖືເປັນກົນໄກແຫ່ງການຮ່ວມມືພະຫຸພາຄີ ທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດທະນາເສດຖະກິດໂລກໃນທຸກດ້ານ ໂດຍຖືເອົາຄວາມຜາສຸກຂອງປະຊາຊົນ ໃນທົ່ວໂລກເປັນບຸລິມະສິດອັນດັບໜຶ່ງ ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ກາຍເປັນພື້ນຖານ ແລະ ສາມາດເຊື່ອມ ສານກັບກົນໄກ ການຮ່ວມມືໃນລະດັບພາກພື້ນຢ່າງກົມກືນ. ໃນນັ້ນ, ກໍແມ່ນ “ແຜນແມ່ບົດວ່າດ້ວຍການເຊື່ອມຈອດ ພາກພື້ນຂອງອາຊຽນ ປີ 2025” ກໍຄື ຍຸດທະສາດການຫັນປະເທດບໍ່ມີທາງອອກສູ່ທະເລ ມາເປັນສູນກາງເຊື່ອມຈອດຂອງ ສປປ ລາວ ໂດຍສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຕົວແບບໜຶ່ງ ໃນການປະຕິບັດຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ແລະ ຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ.
ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຂອງທ່ານ ສອນໄຊ ສີພັນດອນ ແລະ ຄະນະໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຖືເປັນອີກໜຶ່ງບາດກ້າວໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືທາງດ້ານເສດຖະກິດ ຂອງ ສປປ ລາວ ໃນເວທີປຶກສາຫາລື ຂອງພາກພື້ນ ແລະ ສາກົນ.
ຂ່າວ-ພາບ: ກຕທ
KPL