ຂປລ
ນະຄອນລາຊາ ເຂດປົກຄອງ ຕົນເອງ ຊີ່ຈ້າງຈີນ, ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອເຜີຍແຜ່ ປຶ້ມປົກຂາວ “ການພັດທະນາ ແລະ ຄວາມກ້າວໜ້າ ດ້ານວຽກງານ ສິດທິມະນຸດ ຂອງຊີ່ຈ້າງໃນຍຸກໃໝ່”

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ນະຄອນລາຊາ ເຂດປົກຄອງ ຕົນເອງ ຊີ່ຈ້າງຈີນ, ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອເຜີຍແຜ່ ປຶ້ມປົກຂາວ “ການພັດທະນາ ແລະ ຄວາມກ້າວໜ້າ ດ້ານວຽກງານ ສິດທິມະນຸດ ຂອງຊີ່ຈ້າງໃນຍຸກໃໝ່” ປຶ້ມປົກຂາວ ດັ່ງກ່າວ ປະກອບມີ 8ພາກ ໂດຍໄດ້ສະຫລຸບ ຢ່າງເປັນລະບົບ ກ່ຽວກັບ ວຽກງານ ສິດທິມະນຸດ ຂອງຊີ່ຈ້າງ ໄດ້ຮັບຄວາມກ້າວໜ້າ ຢ່າງຮອບດ້ານ ພາຍໃຕ້ການນຳພາ ຂອງພັກກອມມູນິດຈີນ ໂດຍໄດ້ກວມເອົາ ຂະບວນການ ພັດທະນາ ວຽກງານ ສິດທິມະນຸດ ຂອງຊີ່ຈ້າງ, ປະຊາທິປະໄຕປະຊາຊົນ ໃນທົ່ວຂັ້ນຕອນ ທີ່ກວ້າງຂວາງ, ເປັນຈິງ ແລະ ມີປະໂຫຍດ, ການປົກປ້ອງສິດທິ ດ້ານເສດຖະກິດ-ສັງຄົມ, ຄວາມເສລີ ດ້ານການເຊື່ອຖື ສາສະໜາ ແລະ ຂົງເຂດອື່ນໆ.ປຶ້ມປົກຂາວ ສະບັບນີ້ ລະບຸວ່າ: ພັກກອມມູນິດຈີນແລະ ລັດຖະບານຈີນ ໃຫ້ຄວາມສຳຄັນ ຕໍ່ວຽກງານ ຊີ່ຈ້າງຢ່າງສະເໝີຕົ້ນ ສະເໝີປາຍ, ເສີມຂະຫຍາຍ ທິດທາງຍຸດທະສາດ ການຄຸ້ມຄອງຊີ່ຈ້າງ ໃຫ້ອຸດົມສົມບູນຂຶ້ນ ຢ່າງບໍ່ຢຸດຢັ້ງ, ສົ່ງເສີມ ຄວາມສາມັກຄີ ກ້າວໜ້າ ຂອງຊົນເຜົ່າ, ປົກປ້ອງສິດພື້ນຖານ ຂອງປະຊາຊົນ ບັນດາເຜົ່າຢູ່ຊີ່ຈ້າງ ຢ່າງເຕັມສ່ວນ, ຊຸກຍູ້ວຽກງານສິດທິມະນຸດ ຂອງຊີ່ຈ້າງ ໃຫ້ໄດ້ຮັບຄວາມກ້າວໜ້າ ຢ່າງຮອບດ້ານ ແລະ ຜົນສຳເລັດ ທີ່ມີລັກສະນະ ປະຫວັດສາດ, ສ້າງສິ່ງມະຫັດສະຈັນ ດ້ານການປົກປ້ອງສິດທິມະນຸດ ຢູ່ເທິງພູພຽງ ແດນຫິມະ ຂອງຊີ່ຈ້າງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL