ຂປລ
ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຂຶ້ນໃນວັນທີ 31 ມີນາ 2025

ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຂຶ້ນໃນວັນທີ 31 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍ ຕົວຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ແມ່ນບັນດາຜົນງານ ອັນໃຫຍ່ຫລວງ ໃນການຊີ້ນຳ-ນຳພາທີ່ສະຫລາດສ່ອງໃສຂອງພັກ, ໃນຂະບວນການຕໍ່ສູ້ເພື່ອຍາດ ເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນຈົນສາມາດ ຍາດເອົາ ໄຊຊະນະຢ່າງສົມບູນໃນປີ 1975, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ, ພັກໄດ້ສືບຕໍ່ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເພື່ອຮຳບາດແຜສົງຄາມ ດ້ວຍການວາງແນວທາງນະໂຍບາຍ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຄວາມເງື່ອນໄຂຕົວຈິງ ໂດຍສະເພາະ ການປະຕິບັດແນວທາງ ປ່ຽນແປງໃໝ່ ນັບແຕ່ປີ 1986 ເປັນຕົ້ນມາ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດນັບມື້ໄດ້ຮັບ ຜົນສໍາເລັດອັນໃຫຍ່ຫລວງ, ສາມາດຮັກສາຄວາມ ເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນ ມີສະຖຽນລະພາບ ຢ່າງໜັກແໜ້ນ, ສັງຄົມມີຄວາມ ສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ-ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ທີ່ມີຜົນງານຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ. ນອກຈາກນີ້, ຍັງໄດ້ມອບໃບຍ້ອງຍໍລັດຖະ ບານ ໃຫ້ກັບບຸກຄົນທີ່ມີຜົນງານປະກອບສ່ວນ ຊ່ວຍເຫລືອທຶນຮອນ ຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ.

ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL