ໄຂກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ຄັ້ງທີ I

27/03/2025 16:56
Email Print 1055
ຂປລ ຂປລ. ກອງປະຊຸມ ສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ 25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.




ຂປລ. ກອງປະຊຸມສະພາວິທະຍາສາດ ຄົ້ນຄວ້າວຽກງານແນວລາວສ້າງຊາດ ໄຂຂຶ້ນໃນວັນທີ
25 ມີນາ 2025 ທີ່ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳຂອງແນວລາວສ້າງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການສ້າງຕັ້ງ ສະພາວິທະຍາສາດຂຶ້ນມາ ເພື່ອເປັນເສນາທິການ ໃຫ້ແກ່ຄະນະປະຈຳ ສນຊ ໃນການຄົ້ນຄວ້າບັນດານະໂຍບາຍ, ຍຸດທະສາດຂອງແນວລາວສ້າງຊາດ, ຄົ້ນຄວ້າບົດວິທະຍາສາດຕ່າງໆ ທີ່ຕິດພັນກັບວຽກງານ ຂອງແນວລາວສ້າງຊາດ, ຢັ້ງຢືນຮັບຮອງເອົາບັນດາບົດຄົ້ນຄວ້າ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຮຽບຮຽງກ່ອນຈະມີການເຜີຍແຜ່.

ໃນກອງປະຊຸມຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານແຜນດຳເນີນງານ ຂອງສະພາວິທະຍາສາດຄົ້ນຄວ້າ ວຽກງານແນວລາວສ້າງຊາດ ປີ 2025 ພ້ອມທັງປະກອບຄຳຄິດຄຳເຫັນ ຕໍ່ຄຳຖາມເຈາະຈີ້ມກ່ຽວກັບເນື້ອໃນຈິດໃຈ ໃນການສ້າງຕັ້ງສະພາວິທະຍາສາດ, ວິທີໃນການຄົ້ນຄວ້າ, ການແບ່ງງານພາຍໃນຄະນະ ໃຫ້ມີຄວາມຮັດກຸມ.





ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ເນັ້ນຕື່ມວ່າ: ການສ້າງຕັ້ງສະພາວິທະຍາສາດ ແມ່ນມີຄວາມຈຳເປັນ
, ຄວາມຮຽກຮ້ອງຕ້ອງການ ເພື່ອພັດທະນາ ວຽກງານແນວລາວສ້າງຊາດ ເປັນໃຈກາງເຮັດໜ້າທີ່ວຽກງານ ແນວໂຮມໃຫ້ເຂັ້ມແຂງໜັກແໜ້ນ, ທຸກວຽກງານຖ້າບໍ່ມີການຄົ້ນຄວ້າ ກໍບໍ່ມີການຫັນປ່ຽນໃໝ່; ຢາກອອກແບບ ຄົ້ນຄວ້າແບບບໍລິຫານ ໃຫ້ພະນັກງານແນວລາວສ້າງຊາດ ໄດ້ຄົ້ນຄວ້າຝຶກສະໝອງລອງປັນຍາ ໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນຮູ້ມາ ຍົກລະດັບພັດທະນາ ສ້າງອົງກອນຂອງພວກເຮົາ ໃຫ້ມີຄົນໜຸ່ມຫລາຍຂຶ້ນ. ປະກາດຕັ້ງສະພາຂຶ້ນມາແລ້ວ ພາລະບົດບາດ ຕ້ອງເຮັດຫລ້ອນໜ້າທີ່ດ້ວຍຄຸນນະພາບທີ່ດີ ແລະ ສະພາຕ້ອງເປັນ ເສນາທິການໃຫ້ຄະນະປະຈຳ ໃນການຄົ້ນຄວ້າຫົວຂໍ້ຕ່າງໆ ໃຫ້ເປັນບົດວິທະຍາສາດແທດເໝາະ ກັບສະພາບເງື່ອນໄຂໃນປັດຈຸບັນ.

ພາບ-ຂ່າວ: ດວງມະນີ+ສຸວັນລີ
KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

      4/25/2025 9:13:40 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

ads
ads

Top