ຂປລ
ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.
ຂປລ. ສະພາແຫ່ງຊາດ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ ພາຍຫລັງໄດ້ພິຈາລະນາຢ່າງຖີ່ຖ້ວນ ເລິກເຊິ່ງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ພ້ອມທັງລົງຄະແນນສຽງຮັັບຮອງເອົາລັດຖະທຳມະນູນ ສະບັບດັ່ງກ່າວ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດ ສະບັບເລກທີ 037/ປປທ ລົງວັນທີ 22 ມີນາ 2025 ກ່ຽວກັບການປະກາດໃຊ້ລັດຖະທຳມະນູນ ສະບັບປີ 2025 ຢ່າງເປັນທາງການ.
ພິທີຖະແຫລງຂ່າວກ່ຽວກັບການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນ ສະບັບດັ່ງກ່າວ ຈັດຂຶ້ນໃນວັນທີ 27 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດຮອງປະທານ ຜູ້ປະຈຳການ ແລະ ຫົວໜ້າກອງເລຂາ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ, ເຊິ່ງທ່ານໄດ້ກ່າວວ່າ: ການພິຈາລະນາຮັບຮອງ ແລະ ປະກາດໃຊ້ ລັດຖະທຳມະນູນ ສະບັບປີ 2025 ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເນື່ອງຈາກວ່າການປັບປຸງລັດຖະທໍາມະນູນຄັ້ງນີ້ ແມ່ນແນໃສ່ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນລະບົບອໍານາດແຫ່ງລັດ ໃຫ້ມີປະສິດທິພາບສູງສ້າງບາດລ້ຽວໃໝ່ ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ທັງເປັນການປັບປຸງນິຕິກໍາສູງສຸດຂອງລັດ ທີ່ເປັນກົດໝາຍພື້ນຖານຂອງຊາດ ໃຫ້ສອດຄ່ອງກັບ ແນວທາງປ່ຽນແປງໃໝ່ ຂອງພັກ ແລະ ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່.
ເນື້ອໃນລັດຖະທຳມະນູນ ສະບັບປີ 2025 ລວມມີ: ຄຳນໍາ ແລະ 14 ໝວດ 122 ມາດຕາ ທຽບໃສ່ລັດຖະທໍາມະນູນສະບັບປີ 2015 ແມ່ນມີຄຳນໍາ ແລະ 14 ໝວດ 119 ມາດຕາ ລື່ນພຽງແຕ່ 3 ມາດຕາ ໝາຍຄວາມວ່າມີມາດຕາໃໝ່ 5 ມາດຕາ ຄື ມາດຕາ 11 ກຳນົດກ່ຽວກັບຄວາມໝາຍຄວາມສຳຄັນ ຂອງຜືນແຜ່ນດິນ ອັນຄົບຖ້ວນ ແລະ ອຳນາດອະທິປະໄຕຂອງຊາດ, ມາດຕາ 103, 104, 105 ແລະ 106 ເຊິ່ງເປັນມາດຕາໃໝ່ ກຳນົດກ່ຽວກັບການກວດກາລັດ. ນອກຈາກ 5 ມາດຕາໃໝ່ນີ້ແລ້ວ ຍັງມີ 62 ມາດຕາ ໄດ້ມີການປັບປຸງ ແລະ ມາດຕາບໍ່ໄດ້ປັບປຸງມີ 55 ມາດຕາ ໃນ 62 ມາດຕາທີ່ມີການປັບປຸງນັ້ນບັນຫາສໍາຄັນ ແມ່ນໄດ້ປັບປຸງ ກ່ຽວກັບການປົກຄອງທ້ອງຖິ່ນ ເປັນຕົ້ນ ການແບ່ງຂັ້ນການປົກຄອງທ້ອງຖິ່ນເປັນ 3 ຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ. ພ້ອມນີ້, ລັດຖະທຳມະນູນ ສະບັບປີ 2015 ໄດ້ກຳນົດເອົາການປົກຄອງຂັ້ນບ້ານ ເປັນການປົກຄອງຕ່ຳສຸດ ແຕ່ລັດຖະທຳມະນູນ ປີິ 2025 ແມ່ນກຳນົດເອົາຂັ້ນຕາແສງເປັນຂັ້ນການປົກຄອງຕ່ຳສຸດ ສຳລັບຂັ້ນບ້ານແມ່ນເປັນການຈັດຕັ້ງຊຸມຊົນ ຫລື ການຈັດຕັ້ງຂອງປະຊາຊົນພາຍໃນບ້ານ ໂດຍມີການເລືອກຕັ້ງຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ, ພະນັກງານຂັ້ນຕາແສງຈະເປັນພະນັກງານລັດ ແລະ ຂັ້ນຕາແສງຈະເປັນຫົວໜ່ວຍງົບປະມານອີກຂັ້ນໜຶ່ງ. ພ້ອມກັນນີ້, ໄດ້ມີການປ່ຽນແປງຊື່ເອີ້ນຈາກເຈົ້າແຂວງ, ເຈົ້າຄອງນະຄອນຫລວງ, ເຈົ້າເມືອງ, ນາຍບ້ານ ມາເປັນປະທານຄະນະກຳມະການ ປົກຄອງນະຄອນຫລວງ, ປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ ແລະ ປະທານຄະນະກຳມະການປົກຄອງຕາແສງ. ນອກຈາກການພິຈາລະນາຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນແລ້ວ ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍການປົກຄອງທ້ອງຖິ່ນ ແລະ ກົດໝາຍພະນັກງານ-ລັດຖະກອນສະບັບປັບປຸງຕື່ມອີກ.
ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຮຽກຮ້ອງໃຫ້ພະນັກງານ ສະມາຊິກພັກ ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ນັກທຸລະກິດ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ເຂັ້ມງວດກວ່າເກົ່າ ພ້ອມກັນປະກອບ ສ່ວນປົກປັກຮັກສາ ແລະ ສ້າງສາປະເທດຊາດ ປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງຍົກສູງນ້ຳໃຈຮັກຊາດ, ນ້ຳໃຈເປັນເຈົ້າຂອງປະເທດຊາດ, ສູ້ຊົນຜ່ານຜ່າອຸປະສັກຕ່າງໆຮ່ວມແຮງຮ່ວມໃຈກັນສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.
ພາບ: ເກດສະໜາ
KPL