ຂປລ
ຂປລ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນກຸມພາ 2025 ບັນລຸປະມານ 1.540 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງ ອອກສິນຄ້າ ທັງໝົດ ປະຕິບັດໄດ້ 925 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 42,3% ທຽບໃສ່ ເດືອນມັງກອນ ຜ່ານມາ. ສ່ວນມູນຄ່າການນຳເຂົ້າສິນຄ້າ ປະຕິບັດໄດ້ປະມານ 615 ລ້ານໂດລາ ສະຫະລັດ.

ຂປລ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາ ເດືອນກຸມພາ 2025 ບັນລຸປະມານ 1.540 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງ ອອກສິນຄ້າ ທັງໝົດ ປະຕິບັດໄດ້ 925 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 42,3% ທຽບໃສ່ ເດືອນມັງກອນ ຜ່ານມາ. ສ່ວນມູນຄ່າການນຳເຂົ້າສິນຄ້າ ປະຕິບັດໄດ້ປະມານ 615 ລ້ານໂດລາ ສະຫະລັດ.

ສຳລັບ ສິນຄ້າສົ່ງອອກຫລັກ ປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 173 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ 154 ລ້ານໂດລາສະຫະລັດ, ມັນຕົ້ນ 119 ລ້ານໂດລາສະຫະລັດ, ເກືອກາລີ 73 ລ້ານໂດລາສະຫະລັດ, ແຮ່ທອງ 38 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37 ລ້ານໂດລາສະຫະລັດ, ເຫຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 22 ລ້ານໂດລາສະຫະລັດ ແລະ ເຄື່ອງນຸ່ງຫົ່ມ 19 ລ້ານໂດລາສະຫະລັດ. ໃນນັ້ນ, ສ່ວນໃຫຍ່ ສົ່ງອອກໄປ ປະເທດໄທ ປະມານ 307 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 227 ລ້ານໂດລາສະຫະລັດ, ຈີນ ປະມານ 214 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 56 ລ້ານໂດລາສະຫະລັດ ແລະ ອົດສະຕາລີ 36 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານໍາເຂົ້າຫລັກ ປະກອບມີ: ນ້ຳມັນກາຊວນ 87 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 72 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 58 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 41 ລ້ານໂດລາສະຫະ ລັດ, ນ້ຳຕານ 23 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 19 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 15 ລ້ານໂດລາສະຫະລັດ, ລົດໄຖນາ 8 ລ້ານໂດລາສະຫະລັດ ແລະ ເຄື່ອງນຸ່ງຫົ່ມ 3 ລ້ານໂດລາສະຫະລັດ. ໃນນັ້ນ, ສ່ວນໃຫຍ່ ນໍາເຂົ້າ ຈາກປະເທດໄທ ປະມານ 311 ລ້ານໂດລາສະຫະລັດ, ຈີນ ປະມານ 142 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 76 ລ້ານໂດລາສະຫະລັດ, ຍີ່ປຸ່ນ ປະມານ 15 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 15 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ດັ່ງກ່າວ, ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ.

ຂ່າວ: ທະນູທອງ
ຂໍ້ມູນຈາກ: ເວບໄຊ ອຄ
KPL