ຂປລ
ຂປລ. ພິທີເຊັນບົດບັນທຶນຄວາມເຂົ້າໃຈ (MOU) ສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງລະມາມ ແຂວງເຊກອງ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດເອບີ (AB) ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຮຸ່ງເຮືອງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 26 ມີນາ 2025 ທີ່ນະຄອນຫລວງວຽງຈັນ

ຂປລ. ພິທີເຊັນບົດບັນທຶນຄວາມເຂົ້າໃຈ (MOU) ສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໄຟຟ້າພະລັງງານແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງລະມາມ ແຂວງເຊກອງ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດເອບີ (AB) ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຮຸ່ງເຮືອງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 26 ມີນາ 2025 ທີ່ນະຄອນຫລວງວຽງຈັນ ຮ່ວມລົງນາມໂດຍທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ), ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກ ຜທ ແຂວງບໍລິຄຳໄຊ, ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກ ຜທ ແຂວງເຊກອງ, ທ່ານ ເສີນ ຊຽງ ປະທານບໍລິສັດ AB, ທ່ານ Zhong Haihui ຜູ້ອຳນວຍການໃຫຍ່ບໍລິສັດ ຊາວຊຸ່ນ ຮຸງເຮືອງ ຈຳກັດຜູ້ດຽວ, ທ່ານ ສົມພູວັນ ຂັນທະມາລີ ຜູ້ອຳນວຍການບໍລິສັດ ຊາວຊຸ່ນ ຮຸງເຮືອງ ຈຳກັດຜູ້ດຽວ ແລະ ທ່ານ ນາງ ໃຈວັນນະຄອນ ເຮື່ອງວົງສີ ຫົວໜ້າຫ້ອງການບໍລິຫານບໍລິສັດ AB ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສຶກສາສຳຫລວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າ ພະລັງງານແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ມີເນື້ອໃນທີ່ 4.013 ເຮັກຕາ ແລະ ເມືອງລະມາມ ແຂວງເຊກອງ ເນື້ອທີ່ 1.662 ເຮັກຕາ ການດໍາເນີນໂຄງການດັ່ງກ່າວ ຈະໃຫ້ສຳເລັດວຽກງານການສໍາຫລວດໃຫ້ໄວທີ່ສຸດ ແລະ ມີມາດຕະຖານສູງສຸດ ເພື່ອສະໜອງຂໍ້ມູນທີ່ຖືກຕ້ອງ ແກ່ການພັດທະນາໂຄງການຕໍ່ໄປ. ໃນລະຫວ່າງການຈັດຕັ້ງປະຕິບັດ ໂຄງການຈະນໍາໃຊ້ທ່າແຮງຂອງ ສປປ ລາວ ແລະ ຊອກຫາວິທີແກ້ໄຂ ການເກັບຮັກສາພະລັງງານທີ່ດີທີ່ສຸດ ເພື່ອຮັບປະກັນການປະຕິບັດງານ ໃຫ້ມີປະສິດທິພາບ ແລະ ມີຄວາມໝັ້ນຄົງ. ໂຄງການນີ້, ບໍ່ພຽງແຕ່ເປັນໂຄງການທຸລະກິດເທົ່ານັ້ນ ແຕ່ຍັງເປັນໂຄງການທີ່ມີຄວາມສໍາຄັນ ຕໍ່ກັບການພັດທະນາເສດຖະກິດທ້ອງຖິ່ນ, ການປັບປຸງໂຄງປະກອບພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມອີກດ້ວຍ.
ໃນໂອກາດນີ້, ທ່ານ ເສີນ ຊຽງ ໄດ້ກ່າວວ່າ: ບໍລິສັດເອບີ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຮຸງເຮືອງ ຈຳກັດຜູ້ດຽວ ຈະຮ່ວມມືກັບລັດຖະບານລາວ ເປີດກວ້າງໂຄງການພັດທະນາພະລັງງານແສງຕາເວັນ ຢູ່ແຂວງບໍລິຄຳໄຊ ແລະ ແຂວງເຊກອງ ເຊິ່ງບໍລິສັດ AB ສ້າງຕັ້ງຂຶ້ນໃນປີ 2009 ພາຍໃຕ້ກົດໝາຍຂອງ ສປປ ລາວ ຕະຫລອດໄລຍະເວລາ 16 ປີຜ່ານມາ ບໍລິສັດ AB ໄດ້ດໍາເນີນທຸລະກິດກ່ຽວກັບ ການກໍ່ສ້າງພື້ນຖານໂຄງລ່າງພາຍໃນປະເທດ ສູ້ຊົນເພື່ອການພັດທະນາ ແລະ ໄດ້ຮັບຜົນສໍາເລັດຫລາຍໆໂຄງການ. ສຳລັບບໍລິສັດ ຊາວຊຸ່ນ ຮຸ່ງເຮືອງ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 1998 ຢູ່ ສປ ຈີນ ແລະ ໄດ້ຈົດທະບຽນຢູ່ໃນຕະຫລາດຫລັກຊັບຊຽງໄຮ ສປ ຈີນ ໃນປີ 2016 ທຸລະກິດຂອງບໍລິສັດ ແມ່ນສຸມໃສ່ສອງຂະແໜງ ການໃຫຍ່ ຄື: ຄອມພິວເຕີທັນສະໄໝ ແລະ ການສື່ສານຂໍ້ມູນຂ່າວສານ ເປັນບໍລິສັດໜຶ່ງທີ່ເຂັ້ມແຂງຢູ່ໃນຕະຫລາດຫລັກຊັບຂອງ ສປ ຈີນ ການຮ່ວມມືຂອງໂຄງການດັ່ງກ່າວ ໃນຄັ້ງນີ້ ຄາດວ່າຈະນໍາກໍາລັງ ແລະ ທ່າແຮງໃໝ່ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ຂ່າວ-ພາບ: ກິດຕາ
KPL