ອາຊຽນ ຈັດກອງປະຊຸມສຸກເສີນສະໄໝ ພິເສດ ກ່ຽວກັບ ເຫດການແຜ່ນດິນໄຫວ

31/03/2025 13:59
Email Print 277
ຂປລ ຂປລ. ວັນທີ 30 ມີນາ 2025 ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ສຸກເສີນສະໄໝພິເສດ ຂອງ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນທີ່ ປະເທດ ມຽນມາ ແລະ ໄທ ໃນວັນທີ 28 ມີນາ 2025




ຂປລ. ວັນທີ
30 ມີນາ 2025 ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ສຸກເສີນສະໄໝພິເສດ ຂອງ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນທີ່ ປະເທດ ມຽນມາ ແລະ ໄທ ໃນວັນທີ 28 ມີນາ 2025 (ໃນຮູບແບບທາງໄກ) ພາຍໃຕ້ການເປັນປະທານຂອງ ມາເລເຊຍ, ໃນນາມປະທານອາຊຽນ ປີ 2025.

ກອງປະຊຸມ ສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຕໍ່ປະຊາຊົນ ມຽນມາ ແລະ ໄທ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດໃນຄັ້ງນີ້ ແລະ ຢືນຢັນຄວາມໝາຍໝັ້ນ ແລະ ຄວາມສາມັກຄີ ຂອງອາຊຽນ ໃນການຮັບມືກັບຜົນກະທົບຂອງໄພພິບັດ ດັ່ງກ່າວ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ສະພາບຄວາມເສຍຫາຍ ຈາກເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນ ພ້ອມທັງໄດ້ ແຈ້ງສະພາບ ຄວາມຕ້ອງການສຸກເສີນເບື້ອງຕົ້ນ ແລະ ການຊ່ວຍເຫລືອດ້ານມະນຸດສະທຳສຸກເສີນ ຂອງປະເທດສະມາຊິກອາຊຽນ, ສູນປະສານງານຊ່ວຍເຫລືອ ມະນຸດສະທຳ ອາຊຽນ (AHA Centre), ຄູ່ເຈລະຈາ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວຂ້ອງ ໃຫ້ລັດຖະບານ ແລະ ປະຊາຊົນ ມຽນມາ ແລະ ໄທ.

ພ້ອມກັນນີ້, ກອງປະຊຸມ ເຫັນດີຕາມການສະເໜີຂອງ ມຽນມາ ໃຫ້ເລຂາທິການໃຫຍ່ອາຊຽນ ເຮັດໜ້າທີ່ຜູ້ປະສານງານການຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ, ພ້ອມທັງມອບ ໃຫ້ສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ອຳນວຍຄວາມສະດວກ ການຊ່ວຍເຫລືອມະນຸດສະທຳໃນຄັ້ງນີ້.

ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງ ບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກອາຊຽນ, ອົງການສະຫະປະຊາຊາດ, ພາກເອກະຊົນ ແລະ ພາກສ່ວນກ່ຽວ ຂ້ອງທັງໝົດທີ່ໄດ້ໃຫ້ ການຊ່ວຍເຫລືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ.

ກອງປະຊຸມ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນ ທີ່ຈະເຮັດວຽກຢ່າງໃກ້ຊິດ ເພື່ອປະສານງານການຊ່ວຍເຫລືອ ດ້ານມະນຸດສະທໍາ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ໃນການປະຕິບັດງານບັນເທົາທຸກ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ທັນການ ໂດຍມີສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ຊ່ວຍເຫລືອໃນວຽກດັ່ງກ່າວ.

ຂ່າວ: ກຕທ

KPL

ຂ່າວອື່ນໆ

    • ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດການເມືອງ

      ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດ

      4/1/2025 4:40:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກໍາມາທິການການຕ່າງປະເທດ ສະພາ​ແຫ່ງ​ຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

      4/1/2025 4:25:02 PM

      ຂປລ. ຕອນເຊົ້າຂອງວັນທີ 1 ເມສາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ທີ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ

    • ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງການເມືອງ

      ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງ

      4/1/2025 4:20:01 PM

      ຂປລ. ວັນ​ທີ 1 ​ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບ ຫ້ອງການເມືອງ ໃນໂອກາດສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ

    • ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມການເມືອງ

      ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມ

      4/1/2025 4:14:28 PM

      ຂປລ. ໃນວັນທີ 31 ມີນາ 2025 ຜ່ານມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ (ກຕທ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າ ຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

    • ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດການເມືອງ

      ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດ

      4/1/2025 4:09:04 PM

      ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍ ຈາກ ສະຫາຍ ມີເກນ ເດສ໌-ກາແນນ ແບຣມູເດສ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະ ສະຫາຍ ພົ.ອ ຣາອູນ ກາດສໂຕຣ ຣຸດສ ຜູ້ນໍາປະຕິວັດກູບາ ເມື່ອບໍ່ດົນມານີ້, ເນື່ອງ​ໃນ​ໂອກາດ​ສະຫລອງວັນ ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ ປະຕິວັດ​ລາວ​ ຄົບຮອບ 70 ປີ.

ads
ads

Top