ກົມຕຳຫລວດຈະລາຈອນ ກຽມພ້ອມ ສະກັດກັ້ນອຸບັດເຫດ ໄລຍະສະຫລອງປີໃໝ່ລາວ

31/03/2025 14:09
Email Print 305
ຂປລ ຂປລ. ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ກະກຽມພ້ອມສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ 2568 ປີມະໂລງ ໃນລະຫວ່າງວັນທີ 11-17 ເມສາ 2025




ຂປລ. ກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ກະກຽມພ້ອມສະກັດກັ້ນ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລີມສະຫລອງປີໃໝ່ລາວ ພສ
2568 ປີມະໂລງ ໃນລະຫວ່າງວັນທີ 11-17 ເມສາ 2025 ໂດຍຈະຈັດຕັ້ງກຳລັງຕຳຫລວດຈະລາຈອນ ລົງກວດກາການສັນຈອນຕາມທາງຫລວງ ໂດຍຈະເນັ້ນໃສ່ ກວດກາຄວາມໄວ, ກວດກາທາດເຫລົ້າ ໃນລົມຫາຍໃຈຂອງນັກຂັບຂີ່, ການໃສ່ໝວກກັນກະທົບຂອງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ, ອຳນວຍຄວາມສະດວກໃຫ້ແກ່ ການສັນຈອນຕາມເສັ້ນທາງສາມແຍກ, ສີ່ແຍກ, ແກ້ໄຂການ ຈະລາຈອນ ແອອັດໃຫ້ມີຄວາມວ່ອງໄວ.

ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ, ກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້​ໃຫ້​ຮູ້ໃນ​ໂອກາດຖະແຫລງຂ່າວຕໍ່​ສື່​ມວນ​ຊົນ ໃນວັນທີ 28 ມີນາ 2025 ຜ່ານ​ມາວ່າ: ໃນ​ໄລຍະປີໃໝ່ລາວແຕ່ລະປີ ມີອຸບປະຕິເຫດເກີດຂຶ້ນ ແລະ ເສຍຊີວິດ ເປັນຈຳນວນຫລວງຫລາຍ. ເພື່ອສະກັດກັ້ນການເກີດ ອຸບັດເຫດຈະລາຈອນທາງບົກ ໃນໄລຍະສະຫລອງປີ ໃໝ່ລາວ 11-17 ເມສາ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍ ທາງດ້ານສຸຂະພາບ, ຊີວິດ, ຊັບສິນ, ກົມຕຳຫລວດຈະລາຈອນ ຈະນໍາໃຊ້ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທັງໝົດ 1.172 ສະຫາຍ (ສະເພາະກົມຕຳຫລວດຈະລາຈອນ ມີ 60 ສະຫາຍ), ຈະຕັ້ງຈຸດກວດກາ ການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກ ຈໍານວນ 143 ຈຸດ (ສະເພາະກົມຕຳຫລວດຈະລາຈອນ ມີ 4 ຈຸດ), ຕາມເສັ້ນທາງຫລວງແຫ່ງຊາດ, ທາງຫລວງແຂວງ, ທາງຫລວງຂອງເມືອງ ແລະ ທາງໃນຕົວເມືອງ.

​ໂອກາດ​ນີ້, ທ່ານ ພັອ ຄໍາສອນ ສີດາວົງ ຍັງໄດ້ຮຽກຮ້ອງມາຍັງບັນດາຜູ້ຂັບຂີ່ທັງຫລາຍ ປະຕິບັດຕາມກົດຈະລາຈອນ, ລະບຽບກົດໝາຍ ແລະ ແຈ້ງການຂອງອຳນາດ ການປົກຄອງ ທ້ອງຖິ່ນທີ່ໄດ້ກໍານົດໄວ້ ໃຫ້ປະຕິບັດຢ່າງເຂັ້ມງວດ, ໃຫ້ມີສະຕິໃນການຂັບຂີ່, ດຶ່ມແລ້ວຫ້າມຂັບລົດເດັດຂາດ, ການນຳໃຊ້ຄວາມໄວ ໃນທາງຫລວງນອກຕົວເມືອງ ໃຫ້ປະຕິບັດຕາມປ້າຍ ທີ່ໄດ້ກໍານົດ ໄວ້ ແຕ່ລະໄລຍະທາງ, ສຳ ຄັນໃນເຂດຕົວເມືອງ ແລະ ຊຸມຊົນ ບໍ່ເກີນ 40 ກິໂລແມັດຕໍ່ຊົ່ວໂມງ ເພື່ອເປັນການປະສ່ວນຫລຸດຜ່ອນ ການເກີດອຸບັດເຫດຕາມທາງຫລວງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຄອບຄົວການນໍາພັກ-ລັດ ມອບເຄື່ອງຊ່ວຍເຫລືອ ປະເທດມຽນມາ ທີ່ປະສົບໄພພິບັດ ແຜ່ນດິນໄຫວວັດທະນະທຳ-ສັງຄົມ

      ຄອບຄົວການນໍາພັກ-ລັດ ມອບເຄື່ອງຊ່ວຍເຫລືອ ປະເທດມຽນມາ ທີ່ປະສົບໄພພິບັດ ແຜ່ນດິນໄຫວ

      4/1/2025 4:30:04 PM

      ຂປລ. ວັນທີ 1 ເມສາ 2025 ນີ້, ຢູ່ກະຊວງປ້ອງກັນປະເທດ, ບັນດາຄອບຄົວການນໍາພັກ-ລັດ ນໍາໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ໄດ້ນໍາເອົາເງິນ ແລະ ເຄື່ອງບໍລິໂພກ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໄປຊ່ວຍເຫລືອປະເທດມຽນມາ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກເຫດການແຜ່ນດິນໄຫວ ເຊິ່ງຕາງໜ້າຮັບໂດຍ ທ່ານ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ພ້ອມຄະນະ.

    • ກອງທັບປະຊາຊົນລາວ ສົ່ງກຳລັງ ໄປຊ່ວຍເຫລືອ ມຽນມາ ວັດທະນະທຳ-ສັງຄົມ

      ກອງທັບປະຊາຊົນລາວ ສົ່ງກຳລັງ ໄປຊ່ວຍເຫລືອ ມຽນມາ

      4/1/2025 4:06:50 PM

      ຂປລ. ໃນວັນທີ 31 ມີນາ 2025 ນີ້, ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫລືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫລືອຜູ້ສູນຫາຍ ຈາກເຫດການແຜ່ນດິນໄຫວ ໃນວັນທີ 28 ມີນາ 2025 ຜ່ານມາ, ເຊິ່ງນຳໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄະນະກຳມະການ ຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ.

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

ads
ads

Top