ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການນໍ້າດື່ມບ້ານຫ້ວຍເຮ້ຍ ເມືອງຊຽງເງິນ

31/03/2025 09:30
Email Print 190
ຂປລ ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍໂຄງການນໍ້າດື່ມບ້ານຫ້ວຍເຮ້ຍ ເມືອງຊຽງເງິນ ແຂວງຫລວງພະບາງ, ມູນຄ່າ 50.000 ໂດລາ ໂດຍໄດ້ຮັບການສະໜັບ ສະໜູນທຶນຈາກ ລັດຖະບານ ອິນເດຍ ພາຍໃຕ້ໂຄງການເຫັນຜົນໄວ ຂອງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈັດຂຶ້ນໃນວັນທີ 28 ມີນາ 2025 ຜ່ານມາ




ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (
MOU) ວ່າດ້ວຍໂຄງການນໍ້າດື່ມບ້ານຫ້ວຍເຮ້ຍ ເມືອງຊຽງເງິນ ແຂວງຫລວງພະບາງ, ມູນຄ່າ 50.000 ໂດລາ ໂດຍໄດ້ຮັບການສະໜັບ ສະໜູນທຶນຈາກ ລັດຖະບານ ອິນເດຍ ພາຍໃຕ້ໂຄງການເຫັນຜົນໄວ ຂອງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈັດຂຶ້ນໃນວັນທີ 28 ມີນາ 2025 ຜ່ານມາ ຢູ່ກະຊວງການຕ່າງປະເທດ ສປປ ລາວ ໂດຍການຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈຂອງ ທ່ານ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຫລວງພະບາງ ແລະ ທ່ານ ໂຢເກສະວາ ສັງວານ (Yogeshwar Sangwan) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ, ມີທ່ານ ບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ,  ມີພະນັກງານຈາກສະຖານທູດ ອິນເດຍ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.




ໂອກາດນີ້
, ທ່ານ ອິນທະສອນ ທິຣະກຸນ ຮອງຫົວໜ້າກົມເສດຖະກິດ ກະຊວງການຕ່າງ ປະເທດ ໄດ້ຕາງໜ້າໃຫ້ແກ່ຝ່າຍລາວ ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ລັດຖະບານ ອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ແມ່ນການປະກອບ ສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ. ສາທາລະນະລັດ ອິນເດຍ ໃນນາມ ຄູ່ຮ່ວມພັດທະນາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012 ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາ ສະຫະລັດຕໍ່ປີ ໃຫ້ແກ່ປະເທດສະມາຊິກແມ່ນ້ຳຂອງ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50.000 ໂດລາສະຫະລັດ ຕໍ່ 1 ໂຄງການ.

ນັບຕັ້ງແຕ່ສ້າງຕັ້ງໂຄງການເຫັນຜົນໄວ, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 31 ໂຄງ ການ, ລວມມູນຄ່າ 1.515.842 ໂດລາສະຫະລັດ. ໃນນັ້ນ, ມີ 15 ໂຄງການ ໄດ້ສຳເລັດຈັດຕັ້ງປະຕິບັດ ແລະ 16 ໂຄງການ ແມ່ນກຳລັງສືບຕໍ່ດຳເນີນການຈັດຕັ້ງປະຕິບັດ.

ຂ່າວ: ກົມເສດຖະກິດ, ກຕທ

KPL

ຂ່າວອື່ນໆ

    • ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດການເມືອງ

      ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດ

      4/1/2025 4:40:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກໍາມາທິການການຕ່າງປະເທດ ສະພາ​ແຫ່ງ​ຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

      4/1/2025 4:25:02 PM

      ຂປລ. ຕອນເຊົ້າຂອງວັນທີ 1 ເມສາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ທີ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ

    • ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງການເມືອງ

      ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງ

      4/1/2025 4:20:01 PM

      ຂປລ. ວັນ​ທີ 1 ​ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບ ຫ້ອງການເມືອງ ໃນໂອກາດສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ

    • ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມການເມືອງ

      ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມ

      4/1/2025 4:14:28 PM

      ຂປລ. ໃນວັນທີ 31 ມີນາ 2025 ຜ່ານມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ (ກຕທ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າ ຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

    • ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດການເມືອງ

      ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດ

      4/1/2025 4:09:04 PM

      ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍ ຈາກ ສະຫາຍ ມີເກນ ເດສ໌-ກາແນນ ແບຣມູເດສ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະ ສະຫາຍ ພົ.ອ ຣາອູນ ກາດສໂຕຣ ຣຸດສ ຜູ້ນໍາປະຕິວັດກູບາ ເມື່ອບໍ່ດົນມານີ້, ເນື່ອງ​ໃນ​ໂອກາດ​ສະຫລອງວັນ ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ ປະຕິວັດ​ລາວ​ ຄົບຮອບ 70 ປີ.

ads
ads

Top