ຣັດເຊຍ ມີແຜນນະໂຍບາຍແກ້ໄຂການປະທະກັນຢູ່ ອູແກຣນໂດຍສັນຕິ

31/03/2025 12:57
Email Print 259
ຂປລ ທ່ານ ວາລາດີເມຍ ປູຕິນ (Vladimir Putin), ປະທານາທິບໍດີ ຣັດເຊຍ ໄດ້ຢັງຢືນຄືນໃໝ່ ແຜນນະໂຍບາຍແກ້ໄຂ ການປະທະກັນຢູ່ອຸແກຣນ ດ້ວຍບັນດາວິທີການສັນຕິພາບ ພ້ອມດ້ວຍເງື່ອນໄຂ ຕ້ອງປັດເຂ່ຍ ສາຍເຫດຕົ້ນຕໍ ພາໄປເຖິງ ການຮັບປະກັນ ແລະ ບໍ່ໃຫ້ກໍ່ຄວາມເສຍຫາຍໃຫ້ແກ່ ຣັດເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 28 ມີນານີ້, ທ່ານ ວາລາດີເມຍ ປູຕິນ (Vladimir Putin), ປະທານາທິບໍດີ ຣັດເຊຍ ໄດ້ຢັງຢືນຄືນໃໝ່ ແຜນນະໂຍບາຍແກ້ໄຂ ການປະທະກັນຢູ່ອຸແກຣນ ດ້ວຍບັນດາວິທີການສັນຕິພາບ ພ້ອມດ້ວຍເງື່ອນໄຂ ຕ້ອງປັດເຂ່ຍ ສາຍເຫດຕົ້ນຕໍ ພາໄປເຖິງ ການຮັບປະກັນ ແລະ ບໍ່ໃຫ້ກໍ່ຄວາມເສຍຫາຍໃຫ້ແກ່ ຣັດເຊຍ.ການແກ້ໄຂການປະທະກັນຢູ່ ອູແກຣນ ຕ້ອງໄດ້ຮັບ ການປະທະກັນ ຢ່າງລະອຽດ. ນອກຈາກນັ້ນ, ທ່ານ ວາລາດີເມຍ ປູຕິນ  ກໍ່ສະເໜີໃຫ້ ດຳເນີນ ການປຶກສາ ຫາລື ພາຍໃຕ້ ການອະລັກຂາຂອງ ສປຊ, ສ.ອາເມລິກາ, ບັນດາປະເທດ ເອີຣັບ ແລະ ປະເທດ ຄູ່ຮ່ວມມື ຈຳນວນໜຶ່ງ ກ່ຽວກັບ ການສ້າງຕັ້ງ ອຳນາດການປົກຄອງ ຂ້າມຜ່ານຢູ່ ອູແກຣນ. ສິ່ງດັ່ງກ່າວ ອະນຸຍາດ ໃຫ້ຈັດການເລືອກຕັ້ງ ປະຊາທິປະໄຕ ຢູ່ປະເທດບ້ານໃກ້ ເຮືອນຄຽງ ແລະ ເລືອກຕັ້ງ ອຳນາດ ການປົກຄອງໃໝ່ ທີ່ອາດສາມາດ ເຈລະຈາ ກ່ຽວກັບ ຂໍ້ຕົກລົງ ສັນຕິພາບ ກໍ່ຄື ເຊັນບັນດາ ເອກະສານ ນິຕິກຳ ທີ່ກ່ຽວຂ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top