ສປ ຈີນ ໃຫ້ການຊ່ວຍເຫລືອສຸກເສີນ ແກ່ມຽນມາ 100 ລ້ານຢວນ

31/03/2025 12:57
Email Print 231
ຂປລ ທ່ານ ຫລີ​ມິງ, ໂຄ​ສົກ​ ອົງ​ການ ​ການພັດ​ທະ​ນ​າ ແລະ ຮ່ວມ​ມື ​ສາ​ກົນ​ ແຫ່ງ​ຊາດ​ຈີນ​ ກ່າວ​ວ່າ: ມຽນ​ມາ ​ໄດ້​ເກີດ​​ແຜ່ນ​ດິນ​ໄຫວ ​ຢ່າງ​ໜັກ​ໜ່ວງ ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ ກໍ​ຄື​ ການ​ເສຍ​ຫາຍ ​ທາ​ງ​ຊັບ​ສິນ ​ເປັນ​ຈຳ​ນວນ ຫລວງຫລາຍ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ທ່ານ ຫລີ​ມິງ, ໂຄ​ສົກ​ ອົງ​ການ ​ການພັດ​ທະ​ນ​າ ແລະ ຮ່ວມ​ມື ​ສາ​ກົນ​ ແຫ່ງ​ຊາດ​ຈີນ​ ກ່າວ​ວ່າ: ມຽນ​ມາ ​ໄດ້​ເກີດ​​ແຜ່ນ​ດິນ​ໄຫວ ​ຢ່າງ​ໜັກ​ໜ່ວງ ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ ກໍ​ຄື​ ການ​ເສຍ​ຫາຍ ​ທາ​ງ​ຊັບ​ສິນ ​ເປັນ​ຈຳ​ນວນ ຫລວງຫລາຍ. ໂດຍ​ຕອບ​ສະ​ໜອງ​ ຕາມ​ຄຳ​ຮ້ອງ​ຂໍ​ ຂອງ​ລັດ​ຖະ​ບານ​ມຽນ​ມາ, ລັດ​ຖະ​ບານ​ຈີນ ​ໄດ້​ຕົກ​ລົງ​ ໃຫ້​ການ​ຊ່ວຍ​ເຫລືອ ທາງ​ມະ​ນຸດ​ສະ​ທຳ​ ຈຳ​ນວນ 100 ລ້ານຢວນ ເພື່ອໃຊ້ໃນການ​ກູ້​ໄພ ​ແຜ່ນ​ດິນ​ໄຫວ ​ດັ່ງ​ກ່າວ, ນອກນີ້ ສປ ຈີນ ຍັງໄດ້ແຕ່ງ​ຕັ້ງ ​ໜ່ວຍ​ງານ​ກູ້​ໄພ 2 ໜ່ວຍ​ງານ ໄປເຂດປະສົບໄພ ແລະ ສະ​ໜອງ​ ຜ້າເຕັນ, ຜ້າ​ຫົ່ມ, ຖົງຢາປະຖົມພະຍາບານ, ອາ​ຫານ, ນ້ຳ​ດື່ມ ແລະ ວັດ​ຖຸ​ອື່ນໆ ​ທີ່​ຕ້ອງ​ການ​ສຸກ​ເສີນ​ ໃຫ້​ແກ່​ເຂດ​ປະ​ສົບ​ໄພ. ເຄື່ອງ​ຊ່ວຍ​ເຫລືອ ງວດ​ທຳ​ອິດ​ ຈາກ​ລັດ​ຖະ​ບານ​ຈີນ ​ເລີ່ມ​ຂົນ​ສົ່ງ​ໃນ​ວັນ​ທີ 31 ມີ​ນາ​ນີ້ ​ຕາມ​ແຜນ​ການ. ສປ ຈີນ ​ຍັງ​ຈະ​​ສືບ​ຕໍ່ ໃຫ້​ການ​ຊ່ວຍ​ເຫລືອ ​ຕາມ​ຄວາມ​ຕ້ອງ​ການ​ ຂອງ​ມຽນ​ມາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top