ປີ 2025 ບໍລິສັດທ່ອງທ່ຽວ ເວີດວາຍ ຈະດຶງດູດ ນັກທ່ອງທ່ຽວ ໃຫ້ໄດ້ 1 ພັນກວ່າຄົນ

31/03/2025 14:36
Email Print 2815
ຂປລ ຂປລ. ໃນປີ 2025 ນີ້, ບໍລິສັດ ທ່ອງທ່ຽວເວີດວາຍ (worldwidetravel) ຈະນໍາເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ 1 ພັນກວ່າຄົນ ເພື່ອປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ຢູ່ ສປປ ລາວ



ຂປລ. ໃນປີ
2025 ນີ້, ບໍລິສັດ ທ່ອງທ່ຽວເວີດວາຍ (worldwidetravel) ຈະນໍາເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ 1 ພັນກວ່າຄົນ ເພື່ອປະກອບສ່ວນເຮັດໃຫ້ ການທ່ອງທ່ຽວ ຢູ່ ສປປ ລາວ ມີບັນຍາກາດອັນຄຶກຄື້ນ, ທັງດຶງດູດເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນຂະນະທີ ປີ 2024 ຜ່ານມາ ສາມາດດຶງດູດເອົາ ນັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໄດ້ 800 ກວ່າຄົນ. ໃນນັ້ນ, ນັກທ່ອງທ່ຽວ ຈາກ ອາຊີ 250 ຄົນ ແລະ ເອີລົບ 550 ຄົນ.

ທ່ານ ກິພອນ ວົງສະຫວັດ ປະທານບໍລິສັດທ່ອງທ່ຽວເວີດວາຍ (worldwidetravel) ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມງານແຊັດແຟຊັນໂຊ ໃນວັນທີ 29 ມີນາ 2025 ຜ່ານມາ ຢູ່ນະຄອນ ຫລວງວຽງຈັນ ວ່າ: ບໍລິສັດ ທ່ອງທ່ຽວເວີດວາຍ ມີເປົ້າໝາຍທີ່ຈະສົ່ງເສີມ ການທ່ອງທ່ຽວໃນ ສປປ ລາວ ໃຫ້ມີບັນຍາກາດອັນຄຶກຄື້ນ ໂດຍໄດ້ຕັ້ງເປົ້າ ໃນປີ 2025 ນີ້, ຈະດຶງດູດ ເອົານັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແຂວງຫລວງພະບາງ ໃຫ້ໄດ້ 1 ພັນກວ່າຄົນໃນນັ້ນ, ນັກທ່ອງທ່ຽວຈາກ ອາຊີ 350 ຄົນ,  ເອີລົບ 750 ຄົນ. ທັງນີ້, ກໍເພື່ອປະກອບສ່ວນເຮັດໃຫ້ບັນຍາກາດການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະ ຢູ່ແຂວງຫລວງພະບາງ ຄຶກຄື້ນ ແລະ ດຶງດູດເອົາເງິນຕາຕ່າງປະເທດ ເຂົ້າສູ່ປະເທດລາວ ໃຫ້ຫລາຍຂຶ້ນ.




ທ່ານ ກິພອນ ວົງສະຫວັດ ໃຫ້ຮູ້ອີກວ່າ: ບໍລິສັດ ທ່ອງທ່ຽວເວີດວາຍ ບໍ່ໄດ້ຢຸດນິ້ງທີ່ຈະພັດທະ ນາ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ເຊິ່ງມາຮອດປັດຈຸບັນ ບໍລິສັດທ່ອງທ່ຽວເວີດວາຍ ມີທຸລະກິດໃນເຄືອຫລາຍທຸລະກິດ ເປັນຕົ້ນ ຮ້ານອາຫານໂທພິໂຄແມ່ຂອງພຣິດຊາ (
Troppical Mekong), ເຮືອເວີດວາຍໂທພິໂຄ ແມ່ຂອງກຣຸດ (worldwide lndego Mekong cruise), ຮ້ານອາຫານເວີດບຣູສະປອດບາຫລວງພະບາງ, ພ້ອມນີ້ຍັງມີບໍລິການທີ່ປຶກສາແລ່ນວີຊາ, ບໍລິການເຊົ່າລົດທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິການຈອງທີ່ພັກ, ປີ້ຍົນ, ປີ້ລົດໄຟ. ນອກນັ້ນ, ຍັງມີຮ້ານອາຫານເປີດໃໝ່ ຢູ່ຕາດກວາງຊີ ຕື່ມອີກ. ທັງນີ້, ກໍ​ເພື່ອແນໃສ່ ກະຕຸ້ນການທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ມີບັນຍາກາດອັນຄຶກຄື້ນ ເພື່ອດຶງດູດເອົານັກທ່ອງທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ດຶງດູດເອົາເງິນຕາຕ່າງປະເທດ ເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ ປະກອບ ສ່ວນເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຂຶ້ນໄປຢ່າງບໍ່ຢຸດຢັ້ງ.




ພ້ອມນີ້
, ບໍລິສັດ ທ່ອງທ່ຽວເວີດວາຍ ກໍຄື ທຸລະກິດໃນເຄືອ ທັງໝົດສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົົ່າ ກໍຄື ໄວໜຸ່ມລາວ ເປັນຈຳນວນຫລາຍ ເຊິ່ງໄດ້ປະກອບສ່ວນ ຫລຸດ ຜ່ອນການອອກໄປເຮັດວຽກ ຢູ່ຕ່າງປະເທດ ຂອງໄວໜຸ່ມລາວ ໃຫ້ລຸດລົງ ຕື່ມອີກ.

ຂ່າວ: ທະນູທອງ
KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top