ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 31.03.2025 ປີທີ 24 ສະບັບທີ 6.154ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K ltcf'dkpptly o lts]v' 70 xu ;a olh k'8A 'ra d ry ddu [u gxu fIh koI6 [c[[.\j veo;p7;k,ltf;dcdj ]6 d7h k dP,gxu fla [xtfkcsj '-kf fh ko7;k,xvfwr mk's];' 16j c0;'lts;a ootg0f 3m]tlkoltcf'7;k,gsa o.9 6 c0;'rkddk' mk[mk, 7egsa o.lj Ij k'fe]a f 3 lt[a [ okpq d]a f4t,q o8u c]t 7tot ma fltotlb dlk 16j c0;'wIoko lx 9u o vvxl xk4tdt4k;a olh k'8A ' ra dxt-k-q o xt8y ;a f]k; 7q [Iv[ 70 xu dP,lb dlk7;k,gxa owxwfh 37'dko w22h krt]a ''kocl'8kg;a o 16j lv'c0;' ຂປລ. ຄະນະກໍາມະການແຫ່ງ ຊາດ ດ້ານຄວາມປອດໄພທາງ ຫລວງ (ຄຊປທ) ກຽມຈັດງານ ສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງປະຈຳປີ2025 ຂປລ. ພິທີເຊັນບົດບັນທຶນຄວາມ ເຂົ້າໃຈ(MOU)ສຶກສາສຳຫລວດ ຄວາມເປັນໄປໄດ້ ໃນການພັດທະນາ ໂຄງການໄຟຟ້າພະລັງງານແສງ ຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ເມືອງລະ ມາມ ແຂວງເຊກອງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ຂປລ. ພິກກີບີ ໄດ້ຫັນປ່ຽນການ ບໍລິການ ຈາກຮ້ານຕູ້ນ້ອຍແຄມ ທາງມາເປັນຮ້ານນັ່ງກິນແລະຊື້ກັບ ບ້ານໄດ້ ເພື່ອອຳນວຍຄວາມສະ ດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານຜະລິດຕະພັນ ຫລາກ ຫລາຍຂອງພິກກີບີ. ໃນວັນທີ 28 ມີນາ 2025 ນີ້, ໄດ້ມີພິທີເປີດຮ້ານ ພິກກີບີ (Food Store) ເຊິ່ງເປັນ ສາຂາທໍາອິດ ທີ່ເປີດເປັນຮູບແບບ ຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດ ເຂດດົງໂດກ ເມືອງໄຊທານີ ນະ ຄອນຫລວງວຽງຈັນ. ທ່ານ ນາງ ມະນິລິນ ສິດທິໄຊ ຮອງປະທານບໍລິສັດສາຍຂອງ ພາຍໃຕ້ຄໍາຂວັນ “ຖະໜົນ ເພື່ອຊີ ວິດ # ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງ ສະຫວັນນະເຂດ, ພາຍໃນງານຈະມີ ການຄ້າ, ທັງເປັນເຂົ້າຂອງພິກກີບີ ໄດ້ໃຫ້ຮູ້ວ່າ: ການເປີດຮ້ານພິກກີບີ ໃນຮູບແບບໃໝ່ນີ້, ກໍເພື່ອຍົກລະດັບ ການບໍລິການແນໃສ່ອໍານວຍຄວາມ ສະດວກ ໃຫ້ແກ່ລູກຄ້າ ໄດ້ມານັ່ງ ກິນອາຫານຂອງພິກກີບີ ໃນຫ້ອງ ແອ, ພ້ອມກັບການບໍລິການທີ່ວ່ອງ ໄວ, ຍິ້ມແຍ້ມແຈ່ມໃສ ແລະ ອື່ນໆ ເຊິ່ງພິກກີບີ ໄດ້ພັດທະນາ, ຍົກສູງ, ປັບປຸງຜະລິດຕະພັນຂອງຕົນເອງ ໃຫ້ຄຸ້ມຄ່າກັບລາຄາ, ພ້ອມທັງເພີ່ມ ລາຍການອາຫານ ໃຫ້ມີຄວາມ ຫລາກຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ດັບໂບຊິສໂຖດ(Double cheese ບໍລິສັດເອບີ(AB)ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈຳ ກັດຜູ້ດຽວ ແລະ ບໍລິສັດຊາວຊຸ່ນ ຂປລ. ໃນວັນທີ 29 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ສົ່ງໂທລະສານສະແດງຄວາມເຫັນໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ສະພາບການແຜ່ນດິນໄຫວຮຸນແຮງ ຢູ່ ຣາຊະອານາຈັກໄທ ໃນວັນທີ 28 ມີນາ 2025 ຜ່ານມາ. ເນື້ອໃນໂທລະສານ ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວສະພາບການ ແຜ່ນດິນໄຫວຮຸນແຮງ ຢູ່ ຣາຊະອານາຈັກໄທ ຂປລ. ໃນວັນທີ 29 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະສານສະແດງຄວາມເຫັນໃຈ ເຖິງ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານ ແຫ່ງ ລັດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ຕໍ່ ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ. okpq d]a f4t,q o8u 8h voIa [dkooec0;'wIoko 3m]tlkoltcf'7;k,gsa o.9 8+ gsfdkoczj ofy ows; 16j ,Po,k ຂປລ. ໃນໂອກາດເດີນທາງເຂົ້າ ຮ່ວມ ກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ທີ່ ໂບອາວ ແຂວງໄຮນານ ສປ ຈີນ ໃນລະຫວ່າງວັນທີ 26-28 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາທີ່ສໍາ ຄັນຂອງແຂວງໄຮນານ ຈໍານວນ ໜຶ່ງ ເຊັ່ນ: ເຂດວາງສະແດງຜົນ ສໍາເລັດການພັດທະນາທ່າກໍາປັ່ນ ການຄ້າເສລີໄຮນານ (Hainan Free Trade Port), ກຸ່ມບໍລິສັດ ປຸງແຕ່ງອາຫານ ຈຸນກວາງ ໄຮ ນານ (Hainan Chunguang Food Co., Ltd), ສະຖາບັນ ວິທະຍາສາດກະສິກໍາເຂດຮ້ອນ ສປ ຈີນ (Chinese Academy of Tropical Agricul tural Sciences, CATAS) ແລະ ບ້ານ ຊື່ຊາ (Shi Cha Village). ເຂດວາງສະແດງຜົນສໍາເລັດ ການພັດທະນາທ່າກໍາປັ່ນການຄ້າ ເສລີໄຮນານ ແລະ ເມືອງຕານໂຈ ໃນຫົວຂໍ້: “ກະແສຟອງຂອງການ ພັດທະນາໃນໄຮນານ, ຍຸກສະໄໝ ໃໝ່ແຫ່ງການເປີດກວ້າງຂອງ ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດປາຖະ ກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຄົບຮອບ 70 ປີ (22/ 3/1955-22/3/2025) ໃນວັນ ທີ 28 ມີນາ 2025 ພາຍໃຕ້ການ ຂປລ. ກອງກາຍຍະສິນແຫ່ງ ຊາດ ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຈັດການ ສະແດງກາຍຍະສິນ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ໃນຄໍ່າ ຄືນຂອງວັນທີ 28-29 ມີນາ 2025 ເລີ່ມແຕ່ ເວລາ 19:00 ໂມງ ຢູ່ໂຮງ ຂປລ. ກະຊວງການຕ່າງປະ ເທດ ຈັດກອງປະຊຸມທາບທາມຄຳ ເຫັນໃສ່ຮ່າງດໍາລັດ 3 ສະບັບ ຄື: ຮ່າງດໍາລັດ ວ່າດ້ວຍການເຄື່ອນ ໄຫວຢູ່ບໍລິເວນຊາຍແດນ, ຮ່າງດໍາ ລັດ ວ່າດ້ວຍການຄຸ້ມຄອງພະນັກ ງານທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາ ອົງການຕ່າງປະເທດ ປະຈໍາຢູ່ ສປປ ລາວ (ສະບັບປັບປຸງ) ແລະ ຮ່າງ ດໍາລັດ ວ່າດ້ວຍອົງການຈັດຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ (ສະບັບ ປັບປຸງ) ໃນລະຫວ່າງ ວັນທີ 2728 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ເປັນປະທານຂອງ ສະຫາຍ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີຄະນະບໍລິຫານ ງານພັກ,ຄະນະໜ່ວຍພັກ,ຄະນະນໍາ ຫ້ອງການ, ບັນດາກົມ, ສະຖາບັນ ຄົ້ນຄວ້າ ແລະ ຝຶກຮົມໄອຍະການ, ຄະນະພະແນກເຂົ້າຮ່ວມ. ທັງນີ້, ກໍເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ. ໂອກາດນີ້, ສະຫາຍ ຄໍາເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນເຖິງ ກາຍຍະສິນແຫ່ງຊາດ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ວຽງຈັນ, ມີຜູ້ຕາງໜ້າຈາກ 6 ແຂວງພາກກາງຄື: ນະຄອນຫລວງ ວຽງຈັນ, ແຂວງວຽງຈັນ, ໄຊສົມ ບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມ. ກອງປະຊຸມທາບທາມຄັ້ງນີ້, ເພື່ອເປີດໂອກາດໃຫ້ບັນດາແຂວງ ກໍຄື ພະແນກການທີ່ກ່ຽວຂ້ອງຂອງ ແຂວງໄດ້ປະກອບຄໍາຄິດຄຳເຫັນ ໃສ່ບັນດາຮ່າງດໍາລັດດັ່ງກ່າວ ແນ ໃສ່ເຮັດໃຫ້ເນື້ອໃນຂອງຮ່າງດໍາລັດ ມີຄວາມຄົບຖ້ວນ, ຮັດກຸມ, ຮອບ ດ້ານ, ສອດຄ່ອງກັບສະພາບຕົວຈິງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 31/03/2025 xtgmf]k; ໂທລະສານ... ນາຍົກລັດຖະມົນຕີ ຕ້ອນຮັບ...ົັົີ້ັ ນາຍົກລັດຖະມົນຕີ ແລະ ຄະນະ...ົັົີ ຂປລ. ໃນວັນທີ 27 ມີນາ 2025 ນີ້, ສະຫາຍ ສອນໄຊ ສີພັນ ດອນ ກໍາມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງ ເຟີ່ຍ ເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງໄຮນານສປຈີນ ໃນໂອກາດເດີນທາງເຂົ້າຮ່ວມກອງ ປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ໃນລະ ຫວ່າງວັນທີ 26-28 ມີນາ 2025. ໂອກາດດັ່ງກ່າວ, ສອງຝ່າຍໄດ້ ຕີລາຄາສູງ ຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການ ພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການ ເສີມຂະຫຍາຍດ້ວຍມາດຕະຖານ, ຄຸນນະພາບ ແລະ ລະດັບໃໝ່ ຢ່າງບໍ່ ຢຸດຢັ້ງ, ສະແດງອອກໃນການແລກ ປ່ຽນກາຢ້ຽມຢາມແລະການພົບປະ ຂອງຄະນະຜູ້ແທນ ຂັ້ນສູງຂອງ ສອງປະເທດ ນັບແຕ່ສູນກາງຮອດ ທ້ອງຖິ່ນ ໄດ້ດໍາເນີນໄປຢ່າງເປັນ ປົກກະຕິ ແລະ ເພີ່ມຂຶ້ນ, ການຮ່ວມ ມືດ້ານເສດຖະກິດ, ການຄ້າແລະ ການລົງທຶນ ກໍຄື ການຈັດຕັ້ງປະຕິ ບັດໂຄງການຮ່ວມມືຕ່າງໆ ລະ ຫວ່າງສອປະເທດ ໄດ້ມີຄວາມຄືບ ໜ້າ ແລະ ຂະຫຍາຍຕົວຢ່າງໜ້າ ເພິ່ງພໍໃຈ, ການໄປມາຫາສູ່ກັນລະ ຫວ່າງ ປະຊາຊົນສອງຊາດ ໂດຍ ສະເພາະ ລະຫວ່າງສປປ ລາວ ແລະ ແຂວງໄຮນານ ໄດ້ຮັບການ ອໍານວຍຄວາມສະດວກຍິ່ງຂຶ້ນ ແລະ ເພີ່ມຂຶ້ນເປັນແຕ່ລະໄລຍະ ນັບຕັ້ງແຕ່ມີສາຍການບິນໂດຍ ກົງ ລະຫວ່າງ ນະຄອນຫລວງວຽງ ຈັນ-ໄຮໂຄ-ນະຄອນຫລວງວຽງ ຈັນ(6ຖ້ຽວຕໍ່ອາທິດ)ແລະຫລວງ ພະບາງ-ໄຮໂຄ-ຫລວງພະບາງ (1 ຖ້ຽວຕໍ່ອາທິດ) ເຊິ່ງແຕ່ປີ 2022-2024 ມູນຄ່າການຄ້າ ສອງຝ່າຍບັນລຸ 900 ລ້ານຢວນ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ ເຫັນດີຈະສືບຕໍ່ຊຸກຍູ້ການພົວພັນ ຮ່ວມມື ລະຫວ່າງບັນດາຂະແໜງ ການ, ພ້ອມກັນຂຸດຄົ້ນບັນດາທ່າ ແຮງບົ່ມຊ້ອນ ໂດຍການນໍາໃຊ້ເສັ້ນ ທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ ການເຊື່ອມໂຍງເຊື່ອມຈອດ ໃນ ຫລາຍຮູບແບບ ແລະ ຫລາຍຊ່ອງ ທາງກວ່າເກົ່າ ໂດຍສະເພາະການ ສົ່ງເສີມການພົວພັນຮ່ວມມື ລະ ຫວ່າງ ແຂວງໄຮນານ ກັບ ແຂວງ ແຮກສ່ຽວຂອງ ສປປ ລາວ ເປັນ ຕົ້ນ ແຂວງຫລວງພະບາງ ແລະ ແຂວງອື່ນໆ ກໍຄືການສົ່ງເສີມການ ເຊື່ອມໂຍງເຊື່ອມຈອດ ລະຫວ່າງ ທ່າເຮືອນໍ້າເລິກຂອງແຂວງໄຮ ນານ ກັບ ທ່າບົກຂອງ ສປປ ລາວ, ພ້ອມທັງຊຸກຍູ້ສົ່ງເສີມການຮ່ວມມື ດ້ານການຄ້າ, ການລົງທຶນ, ການ ກໍ່ສ້າງຊັບພະຍາກອນມະນຸດ, ການ ກະສິກໍາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເພື່ອນໍາເອົາໝາກຜົນຕົວ ຈິງມາສູ່ປະຊາຊົນສອງຊາດ ລາວຈີນ ໃຫ້ນັບມື້ນັບຫລາຍຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນ ດອນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ອັນດູດດຶ່ມຖານສະຫາຍອ້າຍນ້ອງ, ພ້ອມທັງໄດ້ຕາງໜ້າພັກ-ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຕໍ່ພັກ-ລັດຖະບານ ແລະປະຊາຊົນຈີນອ້າຍນ້ອງໂດຍສະ ເພາະການນໍາຂອງແຂວງໄຮນານ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອ ອັນລໍ້າຄ່າ ແລະ ມີຜົນປະໂຫຍດ ຫລາຍດ້ານ ໃຫ້ແກ່ ສປປ ລາວ. ສະຫາຍ ເຟິງເຟີ່ຍ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງໄຮນານ ກໍໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາ ຄາສູງຕໍ່ການເດີນທາງໄປຢ້ຽມ ຢາມ ແລະ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 ທີ່ ແຂວງໄຮນານ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນຊຸກຍູ້ເສີມຂະຫຍາຍ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໂດຍສະເພາະ ລະ ຫວ່າງ ແຂວງໄຮນານ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ່າວ-ພາບ: ກຕທ ແຫລມຢາງຜູ” ຈັດຂຶ້ນໃນວັນທີ 25-28 ມີນາ 2025, ທີ່ສວນວັດ ທະນະທໍາ ຕົງຢູ ແຂວງໄຮນານ. ງານວາງສະແດງດັ່ງກ່າວ ແບ່ງ ອອກເປັນ 8 ພາກ, ກວມເອົາຫລາຍ ບັນຫາພົ້ນເດັ່ນ ເປັນຕົ້ນ ທ່າກໍາປັ່ນ ການຄ້າເສລີເປີດກວ້າງ, ການຂົນ ສົ່ງເມັດພັນພືດ, ການຂົນສົ່ງທາງ ທະເລ, ການຂົນສົ່ງທາງອາກາດ, ເຕັກໂນໂລຊີດີຈິຕອນ ແລະ ສຸມໃສ່ ພະລັງງານສີຂຽວ. ກຸ່ມບໍລິສັດປຸງແຕ່ງອາຫານ ຈຸນ ກວ່າງ ໄຮນານ ສ້າງຕັ້ງຂຶ້ນໃນປີ 1996, ເປັນວິສາຫະກິດປຸງແຕ່ງ ອາຫານທີ່ທັນສະໄໝ ໂດຍໃຊ້ໝາກ ພ້າວຂອງໄຮນານ ຊຶ່ງເປັນຜົນຜະ ລິດທີ່ມີຊື່ສຽງຂອງແຂວງ ແລະ ໝາກໄມ້ເຂດຮ້ອນເປັນວັດຖຸດິບ ຫລັກ ແລະ ເປັນວິສາຫະກິດອຸດ ສາຫະກໍາປຸງແຕ່ງຜະລິດຕະພັນກະ ສິກໍາຕົວແບບແຫ່ງຊາດ ທີ່ໄດ້ຮັບ “ເຄື່ອງໝາຍການຄ້າແຫ່ງຊາດ ຈີນ”. ບໍລິສັດມີພະນັກງານເກືອບ 2.000 ຄົນ ແລະ ມີຮ້ານຄ້າຂາຍຜະ ລິດຕະພັນຂອງບໍລິສັດທີ່ມີເຄືອຂ່າຍ ໃນຫລາຍປະເທດ, ຜະລິດຕະພັນ ບາງຊະນິດ ຖືກສົ່ງອອກໄປຫລາຍ ກວ່າ 50 ປະເທດ ໃນພາກພື້ນ ແລະ ສາກົນ, ຜະລິດຕະພັນຂອງບໍລິສັດ ມີຫລາຍກວ່າ 200 ຊະນິດ ໂດຍ ສະເພາະ ປະເພດເຄື່ອງດື່ມ, ເຂົ້າ ໜົມ, ຜັກ, ໝາກໄມ້ອົບແຫ້ງ, ກາເຟ, ອາຫານສໍາເລັດຮູບ, ເຄື່ອງປຸງ ແລະ ມີຜົນຜະລິດຫລາຍກວ່າ 10.000 ໂຕນ/ປີ. ສະຖາບັນວິທະຍາສາດກະສິກໍາ ເຂດຮ້ອນ ສປ ຈີນ ແມ່ນສະຖາບັນ ແຫ່ງຊາດ ທີ່ດໍາເນີນການຄົ້ນຄວ້າ ແລະ ພັດທະນາກະສິກໍາເຂດຮ້ອນ ແລະ ຍັງເປັນສະຖາບັນການສຶກສາ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະ ຊວງກະສິກໍາ ສປ ຈີນ ປະກອບມີ 3 ວິທະຍາເຂດ ຄື: ວິທະຍາເຂດ ໄຮໂຄ (Haikou), ວິທະຍາເຂດ ຕານໂຈ (Danzhou) ແລະ ວິທະຍາເຂດ ຈານຈຽງ(Zhanjiang),ປະກອບ ມີ 14 ສະຖາບັນຍ່ອຍ ແລະ ເນື້ອທີ່ ທົດລອງທາງກະສິກໍາຫລາຍກວ່າ 4.000 ເຮັກຕາ, ມີພະນັກງານ ຫລາຍກວ່າ 4.600 ຄົນ. ໃນນັ້ນ, 3.300 ຄົນ ເປັນນັກວິທະຍາສາດ ຄົ້ນຄວ້າ, ລວມທັງນັກວິທະຍາສາດ ອາວຸໂສ ເກືອບ 500 ຄົນ. ບ້ານຊື່ຊ່າ ຕັ້ງຢູ່ໃນເຂດທີ່ມີພູ ເຂົາໄຟ, ຫລາຍກວ່າ 90% ຂອງ ເນື້ອທີ່ດິນປົກຄຸມດ້ວຍຫີນພູເຂົາໄຟ, ເປັນຊັ້ນດິນຫີນບາງ ແລະ ຍາກ ໃນການເກັບກັກນໍ້າ ອັນໄດ້ເຮັດໃຫ້ ເຂດດັ່ງກ່າວບໍ່ເໝາະສົມໃນການ ເຮັດການກະສິກໍາ, ປະຊາຊົນພົບ ຄວາມຫຍຸ້ງຍາກທາງດ້ານສະ ບຽງອາຫານ. ໃນເວລາຕໍ່ມາ, ຍ້ອນ ເງື່ອນໄຂເອື້ອອໍານວຍຈາກການ ກໍ່ສ້າງທ່າເຮືອການຄ້າເສລີໄຮ ນານ ບວກໃສ່ທ່າແຮງຂອງຊັບພະ ຍາກອນພູເຂົາໄຟທີ່ມີຄຸນນະພາບ ສູງ ຈຶ່ງເຮັດໃຫ້ການພັດທະນາອຸດ ສາຫະກໍາ ແລະ ການຂຸດຄົ້ນແຮ່ ທາດພູເຂົາໄຟໃນບ້ານດັ່ງກ່າວ ມີ ການພັດທະນາຢ່າງວ່ອງໄວ ແລະ ກາຍເປັນບ້ານຕົວແບບໃນການ ພັດທະນາຊົນນະບົດຂອງແຂວງໄຮ ນານ. ຂ່າວ: ກຕທ ຂະບວນວິວັດແຫ່ງການກຳເນີດ ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນພັກທີ່ເປັນຕົວແທນຂອງ ຊົນຊັ້ນກຳມະກອນ ແລະ ຊາວຜູ້ ອອກແຮງງານທີ່ແທ້ຈິງ, ເປັນພັກ ທີ່ຖືເອົາການຮັບໃຊ້ຊາດ ຮັບໃຊ້ປະ ຊາຊົນ ເປັນທິດນໍາພື້ນຖານໃນ ການເຄື່ອນໄຫວຂອງຕົນ. ພ້ອມກັນ ນີ້, ກໍຍົກໃຫ້ເຫັນເຖິງຜົນງານ 70 ປີ ແຫ່ງການຊີ້ນໍາ-ນໍາພາ ຂອງພັກ ປະຊາຊົນ ປະຕິວັດລາວ ໃນແຕ່ລະ ໄລຍະ ນັບແຕ່ມີການນໍາພາເຮັດ ການປະຕິວັດຊາດ ປະຊາທິປະໄຕ, ການນໍາພາປົກປັກຮັກສາລະບອບ ໃໝ່ ແລະ ສ້າງພື້ນຖານເສດຖະກິດສັງຄົມ, ການນໍາພາພັດທະນາປະ ເທດຊາດ ຕາມແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການ ທີ່ໄດ້ ກຳນົດແນວທາງປ່ຽນແປງໃໝ່ ໂດຍເລີ່ມຈາກປ່ຽນແປງໃໝ່ດ້ານ ເສດຖະກິດ ເປັນຕົ້ນ ການປ່ຽນແປງ ໃໝ່ດ້ານນະໂນບາຍເສດຖະກິດ ໂດຍຮັບຮູ້ ແລະ ນໍາໃຊ້ເສດຖະກິດ ຫລາຍພາກສ່ວນ, ເສດຖະກິດຕະ ຫລາດ, ເປີດກວ້າງການພົວພັນ ຮ່ວມມືກັບຕ່າງປະເທດ ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນ ເສດຖະກິດທໍາມະຊາດ ແລະ ເຄິ່ງ ທໍາມະຊາດ, ເພິ່ງພາຕົນເອງ, ກຸ້ມ ຕົນເອງ ໄປສູ່ເສດຖະກິດສິນຄ້າ. ສະຫາຍ ຄໍາເພັດ ສົມວໍລະຈິດ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມໃຫຍ່ ຄັ້ງທີ V ຫາ ຄັ້ງທີ XI ຂອງພັກ ກໍ ໄດ້ສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ດ້ວຍ ການກວດກາ, ສະຫລຸບຕີລາຄາ, ຖອດຖອນບົດຮຽນຈາກພຶດຕິກຳ ຕົວຈິງໃນແຕ່ລະໄລຍະຢ່າງເປັນ ລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະ ດັບເປັນກ້າວໆ ເຮັດໃຫ້ແນວທາງ ປ່ຽນແປງໃໝ່ຮອບດ້ານມີຫລັກ ການຂອງພັກ ນັບມື້ນັບບໍລິບູນຂຶ້ນ ເລື້ອຍໆ. ຂ່າວ: ອອປສ ໃນວັນທີ 28 ມີນາ 2025 ຜ່ານມາ, ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍຊີວິດ ແລະ ຊັບສິນຂອງ ປະຊາຊົນ ເສຍຫາຍເປັນຈໍານວນຫລວງຫລາຍ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ມາຍັງທ່ານ ແລະ ຜ່ານທ່ານໄປຍັງ ລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະ ຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນ ກະທົບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງທ່ານ ກໍຄື ລັດຖະບານ ແລະ ການສະໜັບສະໜູນໃນການຮ່ວມມືຂອງທຸກພາກ ສ່ວນໃນສັງຄົມ, ລັດຖະບານ ແລະ ປະຊາຊົນໄທ ຈະສາມາດຜ່ານຜ່າຄວາມ ຫຍຸ້ງຍາກໃນຄັ້ງນີ້ ແລະ ເຮັດໃຫ້ສະພາບການກັບຄືນສູ່ປົກກະຕິໂດຍໄວ. ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະສານສະແດງ ຄວາມເຫັນໃຈເຖິງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຕໍ່ສະພາບການແຜ່ນດິນໄຫວ ຮຸນແຮງ ຢູ່ ຣາຊະອານາຈັກໄທ ເຊັ່ນດຽວກັນ. ໂທລະສານ... ເນື້ອໃນໂທລະສານ ໄດ້ລະບຸໄວ້ວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມ ເສົ້້າເສຍໃຈ ຕໍ່ເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ຢູ່ ສາທາລະນະລັດ ສະ ຫະພາບມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ ເຊິ່ງໄດ້ສ້າງຄວາມ ເສຍຫາຍທາງດ້ານຊິວິດ ແລະ ສັັບຊິນ ແກ່ປະຊາຊົນມຽນມາ. ຂ້າພະເຈົ້້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສະແດງ ຄວາມເຫັນໃຈ ແລະ ເສົ້້າສະຫລົດໃຈມາຍັງທ່ານ, ລັດຖະບານ ແລະ ປະຊາ ຊົນ ມຽນມາ ໂດຍສະເພາະ ບັນດາຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກ ເຫດການແຜ່ນດີນໄຫວໃນຄັ້ງນີ້. ຂ້າພະເຈົ້າ ເຊື້ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຂອງທ່ານ ແລະ ລັດຖະ ບານ, ປະຊາຊົນມຽນມາ ຈະຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນ ແລະ ຟື້ນ ຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ໃນໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະສານສະແດງ ຄວາມເຫັນໃຈ ເຖິງທ່ານອູທັນສະເວຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ ເຊັ່ນດຽວກັນ. ອຸປະກອນກ່ຽວກັບຄວາມປອດໄພ ທາງຫລວງ. ທ່ານ ບຸນຕາ ອ່ອນນາວົງ ຫົວ ໜ້າກົມຂົນສົ່ງ, ທັງເປັນຫົວໜ້າ ກອງເລຂາຄະນະກໍາມະການແຫ່ງ ຊາດດ້ານຄວາມປອດໄພທາງ ຫລວງ (ຄຊປທ) ກະຊວງໂຍທາ ທິການ ແລະ ຂົນສົ່ງ ໄດ້ຖະແຫລງ ຂ່າວໃນວັນທີ 28 ມີນາ 2025 ວ່າ: ແຕ່ລະປີທົ່ວໂລກມີຜູ້ເສຍຊີວິດ ຈາກ ອຸບັດເຫດທາງຫລວງ 1,2 ລ້ານ ຄົນ, ບາດເຈັບ 50 ລ້ານຄົນ ແລະ ມູນຄ່າເສຍຫາຍ ຫລາຍກວ່າ 500 ຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ຕົວເລກຜູ້ເສຍຊີວິດແມ່ນສະ ເລ່ຍ 1.000 ຄົນ ຕໍ່ປີ, ສົ່ງຜົນເສຍ ຫາຍທາງດ້ານເສດຖະກິດ-ສັງຄົມ ຕົກເປັນເງິນ 175 ລ້ານໂດລາສະ ຫະລັດຕໍ່ປີ. ໃນນີ້, ຍັງບໍ່ທັນລວມ ການເສຍຫາຍດ້ານຊັບສິນ, ຜູ້ບາດ ເຈັບ ແລະ ຜູ້ພິການ ເຊິ່ງຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກ ຮຽນ-ນັກສຶກສາ ແລະ ເປັນຜູ້ທີ່ສາ ມາດອອກແຮງງານໄດ້. ສາເຫດ ທີ່ພາໃຫ້ເກີດອຸບັດເຫດ ແມ່ນຂັບຂີ່ ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ,ບໍ່ປ່ອຍສິດ,ຊີງ-ແຊງ ບໍ່ຮັບປະກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິບັດກົດຈະລາຈອນ. ດັ່ງນັ້ນ, ລັດຖະບານ ໄດ້ວາງ ຍຸດທະສາດແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ແຕ່ປີ 20212030 ປະກອບດ້ວຍ 5 ເສົາຄ້ຳ ຄື: ເສົາຄ້ຳທີ 1 ໂຄງລ່າງຄົມະນາ ຄົມ-ຂົນສົ່ງ ຫລື ເສັ້ນທາງຖະໜົນ ທີ່ປອດໄພ; ເສົາຄ້ຳທີ 2 ພາຫະນະ ປອດໄພ; ເສົາຄ້ຳທີ 3 ຄົນໃຊ້ລົດໃຊ້ ຖະໜົນປອດໄພ; ເສົາຄ້ຳທີ 4 ການ ຄຸ້ມຄອງຄວາມປອດໄພ ແລະ ເສົາ ຄ້ຳທີ 5 ການຊ່ວຍເຫລືອ ຫລັງເກີດ ອຸບັດເຫດ. ການຈັດງານສັບປະດາ ແຫ່ງຊາດ ດ້ານຄວາມປອດໄພ ທາງຫລວງ ແມ່ນໜຶ່ງໃນກິດຈະກຳ ສຳຄັນ ພາຍໃຕ້ເສົາຄ້ຳ ທີ 4 ການ ຄຸ້ມຄອງຄວາມປອດໄພ ເປັນການ ປູກຈິດສຳນຶກ ໂຄສະນາເຜີຍແຜ່ທີ່ ສຳຄັນ ແລະ ໄດ້ກຳນົດໄວ້ໃນກົດ ໝາຍ ວ່າດ້ວຍການຈະລາຈອນ ທາງບົກ ຕ້ອງຈັດ ອາທິດທີ 1 ຂອງ ເດືອນ 4 ເມສາ ທຸກໆປີ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ອອປສ... ຫລາຍກິດຈະກໍາ ເປັນຕົ້ນ ຂະບວນ ຍ່າງ, ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ກຽມເປີດສັບປະດາ...ີັ ແລະ ສາມາດຈັດຕັ້ງປະຕິບັດ ຊຶ່ງ ການປຶກສາຫາລືຄັ້ງນີ້ ແມ່ນການ ດໍາເນີນຂັ້ນຕອນການທາບທາມ ຄໍາເຫັນຂັ້ນທ້ອງຖິ່ນ ຕໍ່ຮ່າງນິຕິກໍາ ໃຕ້ກົດໝາຍດັ່ງກ່າວ ຕາມຂັ້ນຕອນ ຂອງກົດໝາຍວ່າດ້ວຍການສ້າງ ນິຕິກໍາ (ສະບັບປັບປຸງ ປີ 2021) ເພື່ອໃຫ້ສໍາເລັດການທາບທາມປະ ກອບຄໍາເຫັນຂອງທຸກພາກສ່ວນທີ່ ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ພາຍໃນເດືອນເມສາ 2025. ຈາກ ນັ້ນ, ຄະນະຮັບຜິດຊອບສ້າງຮ່າງ ກົດໝາຍຈະນໍາໄປຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງໃຫ້ມີເນື້ອໃນລະ ອຽດ, ຈະແຈ້ງ ແລະ ຄົບຖ້ວນສົມ ບູນແລ້ວນໍາໄປກວດກາຄວາມ ສອດຄ່ອງທາງດ້ານກົດໝາຍ ຮ່ວມ ກັບກະຊວງຍຸຕິທໍາ, ທັງ 3 ຮ່າງດໍາ ລັດດັ່ງກ່າວ ມີແຜນຈະນຳສະເໜີ ເຂົ້າພິຈາລະນາ ໃນກອງປະຊຸມລັດ ຖະບານ ປະຈຳເດືອນພຶດສະພາ ແລະ ມິຖຸນາ 2025 ທີ່ຈະມາເຖິງນີ້. ຮ່າງດໍາລັດ 3 ສະບັບນີ້, ກໍານົດ ຫລັກການ, ລະບຽບການແລະມາດ ຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານ ການເຄື່ອນໄຫວຢູ່ບໍລິເວນຊາຍ ແດນ, ການຄຸ້ມຄອງພະນັກງານ ທ້ອງຖິ່ນ ທີ່ເຂົ້າເຮັດວຽກນໍາອົງ ການຕ່າງປະເທດ ທີ່ປະຈໍາ ຢູ່ ສປປ ລາວ ແລະ ການເຄື່ອນໄຫວວຽກ ງານການຊ່ວຍເຫລືອເພື່ອການ ພັດທະນາ ແລະ ມະນຸດສະທໍາຂອງ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ເພື່ອເຮັດໃຫ້ການປະຕິ ບັດວຽກງານດັ່ງກ່າວມີຄວາມ ຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນ ສະໄໝ ແລະ ເປັນລະບົບ ແນໃສ່ປົກ ປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທໍາຂອງພົນລະເມືອງລາວ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງ ກັດລັດຖະບານ, ຮັບປະກັນຄວາມ ໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ພາຍຫລັງຮ່າງດໍາ ລັດເຫລົ່ານີ້ຖືກຮັບຮອງ ແລະ ປະ ກາດໃຊ້ ຈະເຮັດໃຫ້ການຄຸ້ມຄອງ ວຽກງານການເຄື່ອນໄຫວຢູ່ບໍລິ ເວນຊາຍແດນ, ການຄຸ້ມຄອງພະ ນັກງານທ້ອງຖິ່ນ ທີ່ເຂົ້າເຮັດວຽກ ນໍາອົງການຕ່າງປະເທດ ທີ່ປະຈໍາ ຢູ່ ສປປ ລາວ ແລະ ການຄຸ້ມຄອງ ການເຄື່ອນໄຫວວຽກງານການ ຊ່ວຍເຫລືອເພື່ອການພັດທະນາ ແລະ ມະນຸດສະທໍາ ຂອງອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະ ບານລວມສູນແລະ ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ຂຶ້ນກວ່າເກົ່າແລະຈະເປັນບາດກ້າວ ໜຶ່ງທີ່ສຳຄັນໃນການພັດທະນາ ລະບົບນິຕິກຳຂອງຂະແໜງການ ຕ່າງປະເທດ ແນໃສ່ເພີ່ມທະວີການ ຄຸ້ມຄອງວຽກງານການຕ່າງປະ ເທດດ້ວຍກົດໝາຍຢ່າງໜັກແໜ້ນ ເທື່ອລະກ້າວ, ພ້ອມທັງເປັນການ ຜັນຂະຫຍາຍແນວທາງນະໂຍບາຍ ການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບ ຄະນະຂອງຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍການຍົກສູງ ປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກ ກະຊວງການຕ່າງປະເທດ ຄັ້ງທີ IV ກໍຄື ຜົນສຳເລັດ ແລະ ທິດທາງຂອງ ກອງປະຊຸມວຽກງານການຕ່າງ ປະເທດ ຄັ້ງທີ 14 ໂດຍສະເພາະ ການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ. ຂ່າວ-ພາບ : ກຕທ 6 ແຂວງພາກກາງ...
31/03/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂໍ້ມູນຈາກແຂວງວຽງຈັນໍູ້ັ 4n gvq k[q f[kfdkooerk0v'ra d g0Q k.odkoxa [x5 'd+ lh k'ra d{rtoa d'ko .sh ,u 7;k,g0A ,c0'|a dc|h o ໂດຍ: ສຸກສາຄອນຸ *ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍພົນຈັດຕະວາສຸດ ໃຈ ສໍວິໄຊ ຫົວໜ້າກົມອຸດສາຫະກຳ ປ້ອງກັນຊາດກົມໃຫຍ່ເຕັກນິກກອງ ທັບ, ຕາງໜ້າໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບທົ່ວກົມ ອຸດສາຫະກຳປ້ອງກັນຊາດ, ໄດ້ ສະເເດງທັດສະນະຕໍ່ວັນດັ່ງກ່າວ ພັກປະຊາຊົນປະຕິວັດລາວ ແມ່ນ ກອງນໍາໜ້າທີ່ມີການຈັດຕັ້ງການ ເມືອງສູງສຸດຂອງຊົນຊັ້ນກຳມະ ກອນ ແລະ ລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີ ປາຍຕໍ່ສິດ ແລະ ຜົນປະໂຫຍດຂອງ ຊົນຊັ້ນກຳມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວ, ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫລັກ ແຫລ່ງນໍາພາກໍ່ສ້າງ ເເລະ ປັບປຸງ ໃຫ້ໜັກແໜ້ນ, ເຂັ້ມແຂງ. ສັງລວມ ແລ້ວ, ຕະຫລອດໄລຍະການສ້າງ ຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດໃນ 70 ປີ ຜ່ານມາພັກເຮົາຍາມໃດກໍຮັກສາ ໄດ້ຄຸນທາດການເມືອງ, ທາດແທ້ ປະຕິວັດວິທະຍາສາດ, ຍຶດໝັ້ນລັດທິ ມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ມູນເຊື້ອອັນດີ ງາມຂອງພັກ, ຂອງຊາດ ແລະ ຈຸດ ພິເສດຂອງ ສປປ ລາວ ຕໍ່ອຸດົມການ ສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະ ຊາຊົນລາວ ຕາມເສັ້ນທາງກ້າວ ຂຶ້ນສັງຄົມນິຍົມຢ່າງໜັກແໜ້ນໃນ ເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ນໍາ ພາປະເທດຊາດຜ່ານຜ່າຄວາມ ຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ຕ່າງໆສາມາດຍາດໄດ້ຜົນງານ ໃຫຍ່ຫລວງ ເເລະ ມີຄວາມໝາຍ ທາງປະຫວັດສາດໃນການປະຕິບັດ ສອງໜ້າທີ່ຍຸດທະສາດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດມີຜົນສໍາເລັດເປັນກ້າວໆ. ເຮັດ ໃຫ້ປະເທດເຮົາມີຄວາມສະຖຽນລະ ພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພີ່ມທະວີຄວາມສາມາດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມື ກັບຕ່າງປະເທດ, ຍົກສູງບົດບາດ ຂອງປະເທດໃນເວທີສາກົນນັບມື້ ສູງຂຶ້ນ; ປັບປຸງຄວາມເຊື່ອໝັ້ນຂອງ ປະຊາຊົນບັນດາເຜົ່າຕໍ່ກັບການຊີ້ ນໍາ-ນໍາພາຂອງພັກ, ພັກເຮົາສົມ ແລ້ວທີ່ເປັນກຳລັງຫລັກແຫລ່ງນໍາ ພາໃນທົ່ວລະບົບການເມືອງປະຊາ ທິປະໄຕ ປະຊາຊົນລາວ. ເຖິງຢ່າງໃດກໍດີ, ຕໍ່ກັບໜ່ວຍ ພັກກົມອຸດສາຫະກຳປ້ອງກັນຊາດ ໄດ້ເອົາໃຈໃສ່ໃນການເຮັດໜ້າທີ່ ຄຸ້ມຄອງມະຫາພາກ ແລະ ເອົາໃຈ ໃສ່ຊີ້ນໍາບັນດາຫົວໜ່ວຍທີ່ຂຶ້ນກັບ, ຍົກສູງຄວາມຮັບຜິດຊອບໃນການ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດຕາມແຜນການທີ່ໄດ້ ວາງອອກ ແລະ ມີຄຸນນະພາບ. ພ້ອມກັນນັ້ນ, ກໍໄດ້ຕິດຕາມການ ປະຕິບັດຕົວເລກຜົນງານເປັນປົກ ກະຕິ ເພື່ອສົມທຽບໃສ່ແຜນການ ປີ, ວຽກງານວິຊາສະເພາະຂອງ ແຕ່ລະພາກສ່ວນໃນແຕ່ລະໄລຍະ ເປັນຢ່າງດີເຊັ່ນ: ການຜະລິດ ແລະ ສ້ອມແປງຂອງບັນດາໂຮງງານ, ເອົາໃຈໃສ່ຊີ້ນໍາເຖິງບາດກ້າວ, ຂັ້ນ ຕອນການຜະລິດ, ແກ້ໄຂບັນຫາ ໃນການຜະລິດຢູ່ບັນດາຫົວໜ່ວຍ ຕ່າງໆໃຫ້ສາມາດຜະລິດໄດ້ເປັນ ປົກກະຕິ ເຊິ່ງມັນໄດ້ສະແດງອອກ ໃນການນໍາໃຊ້ເງິນຮ່ວງພັດທະນາ ອຸດສາຫະກຳປະກອບເຄື່ອງມືສ້ອມ ແປງ, ເຄື່ອງຈັກ ແລະ ເຕັກໂນໂລ ຊີໃໝ່ທີ່ເຫັນວ່າມີຄວາມຈຳເປັນ ໃຫ້ແກ່ບັນດາໂຮງງານຕ່າງໆ ເພື່ອຮັບປະກັນການຜະລິດ ແລະ ສ້ອມແປງໃຫ້ມີຄຸນນະພາບຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ໃນໄລຍະໃໝ່. ພ້ອມກັນນັ້ນ, ກໍ່ໄດ້ ຊີ້ນຳ, ຊຸກຍູ້ ແລະ ກວດກາບັນ ດາຫົວໜ່ວຍທີ່ເຮັດໜ້າທີ່ຜະລິດ ທຸລະກິດ, ບໍລິການເຄື່ອນໄຫວເປັນ ປົກກະຕິ ເພື່ອໃຫ້ສອດຄ່ອງຕາມ ລະບຽບກົດໝາຍ, ຕັ້ງໜ້າເສີມ ຂະຫຍາຍຈິດໃຈເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຂຸດຄົ້ນໝົດທ່າແຮງ ບົ່ມຊ້ອນທີ່ມີຂອງແຕ່ລະຫົວໜ່ວຍ, ສົ່ງເສີມການພັດທະນາເຕັກໂນໂລຊີ ໃນການຜະລິດ ເພື່ອປັບປຸງພື້ນຖານ ການຜະລິດກ້າວໄປຕາມແນວ ທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງພັກ, ເອົາໃຈໃສ່ ສົ່ງເສີມຍົກລະດັບຄວາມຮູ້ຄວາມ ສາມາດດ້ານສີມືແຮງງານຂອງ ພະນັກງານ, ກຳມະກອນຢູ່ບັນດາ ໂຮງງານ ເພື່ອສ້າງເງື່ອນໄຂໃຫ້ ໄດ້ຝຶກອົບຮົມແລກປ່ຽນບົດຮຽນຢູ່ ບັນດາສູນພັດທະນາສີມືແຮງງານ ຕ່າງໆຕາມເງື່ອນໄຂຕົວຈິງ, ເອົາໃຈ ໃສ່ນໍາພາ-ຊີ້ນຳບັນດາກົມກອງ ຮາກຖານທີ່ຂຶ້ນກັບ, ສ້າງຂະບວນ ການຕ່າງໆເປັນຕົ້ນຂະບວນການ ແຂ່ງຂັນກິລາ, ຂະບວນການອອກ ແຮງງານລວມໝູ່, ອະນາໄມສະ ຖານທີ່ຄ້າຍຄູຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນໃຫ້ມີຄວາມ ເປັນລະບຽບຈົບງາມ, ປະດັບປະ ດາ, ຕິດທຸງຊາດ, ທຸງພັກ, ຈັດຕັ້ງ *ປະຊາຊົນລາວມີມູນເຊື້ອດຸໝັ່ນ ໃນການອອກແຮງງານ ແລະ ເພີ່ມ ພູນຜະລິດຜົນໂດຍຖືເອົາການປູກ ຝັງ-ລ້ຽງສັດ ເປັນທ່າແຮງໃນ ການສ້າງເສດຖະກິດຄອບຄົວຕາມ ເງື່ອນໄຂຂອງແຕ່ລະຄອບຄົວ, ເຊິ່ງ ບາງຄອບຄົວກໍຢຶດຖືເປັນອາຊີບ ຫລັກ ແລະ ບາງຄອບຄົວກໍເອົາ ເປັນອາຊີບສຳຮອງ ເພື່ອເຮັດໃຫ້ ຄອບຄົວມີລາຍຮັບຫລາຍຂຶ້ນ, ມີ ຊີວິດການເປັນຢູ່ດີຂຶ້ນ. ນາງ ດາວວອນ ແສງສຸລິຈັນ ອາຍຸ 45 ປີ, ອາຊີບກະສິກອນ ຢູ່ ບ້ານດອນກວດ, ເມືອງວຽງຄໍາ ແຂວງວຽງຈັນ, ເຊິ່ງເປັນຄອບຄົວ ຕົວແບບຂອງເມືອງວຽງຄຳ ໃນ ການປູກໝາກສີດາ ແລະ ລ້ຽງສັດ ໄດ້ກ່າວວ່າ: ຄອບຄົວຂອງຕົນມີ ເຜີຍແຜ່ໂຄສະນາ-ປາຖະກະຖາວັນ ສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກອງທັບໃນແຕ່ລະໄລຍະ ໃຫ້ນາຍ ແລະ ພົນທະຫານໄດ້ເຊື່ອມ ຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ ວັນສໍາຄັນດັ່ງກ່າວ. ສະຫາຍ ພົນຈັດຕະວາ ສຸດໃຈ ສໍ ວິໄຊໄດ້ໃຫ້ຮູ້ຕື່ືມອີກວ່າ: ຕາງໜ້າໃຫ້ ຄະນະພັກ ກົມອຸດສາຫະກຳປ້ອງກັນ ຊາດກົມໃຫຍ່ເຕັກນິກ, ຂໍອວຍພອນ ໄຊອັນປະເສີດມາຍັງການນໍາພັກລັດ, ການນໍາກະຊວງປ້ອງກັນປະ ເທດ ຈົ່ງມີສຸຂະພາບແຂງແຮງ, ມີ ພາລະນາໄມສົມບູນ, ເຮັດສໍາເລັດ ໜ້າທີ່ວຽກງານອັນມີກຽດ, ສືບ ຕໍ່ນໍາພາ-ຊີ້ນໍາທຸກໆເຫລົ່າຮົບໃນ ກຳລັງປະກອບອາວຸດກອງທັບ ປະຊາຊົນລາວໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າ ຂຶ້ນໄປຢ່າງບໍ່ຢຸດຢັ້ງ. ອວຍພອນ ໄຊອັນປະເສີດມາຍັງນາຍ ແລະ ພົນທະຫານ ໃນທົ່ວທຸກເຫລົ່າຮົບ ເຕັກນິກກອງທັບ, ຈົ່ງມີສຸຂະພາບ ແຂງແຮງ, ມີຄວາມສຸກໃນຊີວິດ ສ່ວນຕົວ ແລະ ຄອບຄົວ, ພ້ອມກັນ ເຮັດສຳເລັດໜ້າທີ່ວຽກງານການ ເມືອງອັນສູງສົ່ງທີ່ການຈັດຕັ້ງ ພັກ-ລັດ, ກອງທັບ ກໍ່ຄື ປະຊາຊົນ ມອບໝາຍໃຫ້ມີຜົນສຳເລັດອັນຈົບ ງາມ, ພ້ອມກັນອອກແຮງແຂ່ງຂັນ ສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ 3 ວັນປະຫວັດສາດຂອງ ຊາດໃຫ້ເຕັມໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ, ສືບຕໍ່ຍູ້ແຮງ ຂະບວນການກໍ່ສ້າງໜ່ວຍພັກໃຫ້ ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນໃນທຸກດ້ານ, ສ້າງກົມກອງ ໃຫ້ເປັນກອງປອດໃສ, ປອດໄພ, ປອດຄະດີ ແລະ ຂະບວນການກໍ່ ສ້າງນັກຮົບ-ກອງວັດທະນະທໍາໃຫ້ ເປັນຂະບວນການຟົດຟື້ນກ້ວາງ ຂວາງຍິ່ງຂຶ້ນ. x6 dlu fk c]t ]h P'la f lk,kflh k']kpIa [wfh s]kpIh vp]h kodu [8xu + ສະມາຊິກທັງໝົດ 5 ຄົນ ຍິງ 3 ຄົນ, ມີແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ, ແຮງງານສໍາຮອງມີ 3 ຄົນ ຍິງ 2 ຄົນ, ມີເນື້ອທີ່ທໍາການ ຜະລິດ 3 ເຮັກຕາ. ກ່ອນປີ 2019 ຄອບຄົວຂອງຕົນແມ່ນໄດ້ເຮັດນາ, ເຮັດສວນປູກພືດລົ້ມລຸກເປັນອາຊີບ ເພື່ອຫາລ້ຽງຄອບຄົວ, ແຕ່ກໍພໍກຸ້ມ ຢູ່ກຸ້ມກິນເທົ່ານັ້ນ ແລະ ອີກຢ່າງ ໜຶ່ງການເຮັດສວນປູກພືດລົ້ມລຸກ ແມ່ນໄດ້ໃຊ້ສານເຄມີຫລາຍຂຶ້ນ ເລື້ອຍໆ ເຫັນວ່າມັນສົ່ງຜົນກະທົບ ຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ. ດັ່ງນັ້ນ, ໃນທ້າຍປີ 2019 ຕົນເອງ ແລະ ຄອບຄົວຈຶ່ງຕັດສິນໃຈເລີ່ມຕົ້ນ ປູກໝາກສີດາເປັນສິນຄ້າ ເຊິ່ງໃນ ເບື້ອງຕົ້ນໄດ້ສັ່ງເອົາແນວພັນໝາກ ສີດາ 150 ເບ້ຍ ມາປູກໃນເນື້ອທີ່ 1.600 ຕາແມັດ ໂດຍນໍາໃຊ້ທຶນ ຂອງຄອບຄົວປະມານ 10,5 ລ້ານ ກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດ ຮົ້ວ ແລະ ວາງລະບົບນໍ້າ ຕໍ່ມາໄດ້ ມີການສືກສາຄວາມຮູ້ກ່ຽວກັບ ເຕັກນິກການປູກໝາກສີດາ ທາງ ອິນເຕິເນັດ ແລະ ຜູ້ທີ່ມີປະສົບການ ພ້ອມທັງໄດ້ເຂົ້າຮ່ວມເປັນສະມາຊິກ ໂຄງການສົ່ງເສີມກະສິກໍາຍືນຍົງ ແລະ ພັດທະນາຊີວິດການເປັນ ຢູ່ເຂດຊົນນະບົດ (ໂຄງການຊາ ລີ), ໂຄງການລ້ຽງສັດໃຫຍ່ແບບບໍ່ ປ່ອຍ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມ ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້, ການເຮັດນໍ້າຊີວະພາບ ແລະ ສະໝູນໄພ, ວິທີການຫຸ້ມຫໍ່, ວິທີການເກັບກ່ຽວ, ວິທີການປູກ ຫຍ້າລ້ຽງສັດ ແລະ ອື່ນໆ. ມາຮອດປີ 2021 ຈຶ່ງໄດ້ຂະ ຫຍາຍເນື້ອທີ່ປູກໝາກສີດາຕື່ມອີກ 4.800 ຕາແມັດ, ຈໍານວນ 500 ເບ້ຍ (ຈາກ 1.600 ຕາແມັດ ເປັນ 6.400 ຕາແມັດ) ເຊິ່ງໄດ້ລົງທຶນ ຕື່ມອີກປະມານ 50 ລ້ານກີບ. ພ້ອມ ນີ້, ຍັງໄດ້ລ້ຽງໝູ 50 ໂຕ, ງົວ 30 ໂຕ ເພື່ອເພີ່ມລາຍຮັບໃຫ້ແກ່ ຄອບຄົວ. ນອກຈາກນີ້, ຍັງໄດ້ ເຮັດນາ 4.800 ຕາແມັດ ເພື່ອ ເກັບກ່ຽວໄວ້ກິນໃນຄອບຄົວ. ຈາກ ການລົງທຶນປູກໝາກສີດາ ແລະ ລ້ຽງສັດ ນັບແຕ່ປີ 2019 ເປັນຕົ້ນ ມາ ເຮັດໃຫ້ຄອບຄົວຂອງຕົນມີລາຍ ຮັບຫລາຍຂຶ້ນ, ເຊິ່ງໄດ້ຈາກການ ຂາຍຜົນຜະລິດ ປີ 2021 ຂາຍໝາກ ສີດາໄດ້ປະມານ 30 ລ້ານກີບ. ໃນ ປີ 2022 ຂາຍໝາກສີດາໄດ້ 125 ລ້ານກີບ ແລະ ປີ 2023 ຂາຍໝາກ ສີດາໄດ້ 195 ລ້ານກີບ. ສຳລັບປີ 2024 ມີລາຍຮັບ ທັງໝົດ 285 ລ້ານກີບ ໃນນີ້, ໄດ້ ຈາກການຂາຍໝາກສີດາ 210 ລ້ານກີບ, ຂາຍໝູ 14 ໂຕ, ເປັນ ເງິນ 55 ລ້ານກີບ ແລະ ຂາຍງົວ ໄດ້ 20 ລ້ານກີບ ເຮັດໃຫ້ຊີວິດການ ເປັນຢູ່ຂອງຄອບຄົວດີຂຶ້ນ, ມີເຮືອນ ຢູ່ຖາວອນ 1 ຫລັງ, ມີດິນທຳການ ຜະລິດເປັນຂອງຕົນເອງຈຳນວນ ໜຶ່ງ, ມີລົດໃຫຍ່ 1 ຄັນ ແລະ ລົດຈັກ 3 ຄັນ ພ້ອມທັງສາມາດສົ່ງລູກຮຽນ ຈົບປະລິນຍາຕີ 2 ຄົນ. ຄອບຄົວ ຂອງຕົນ ໄດ້ຮັບໃບຢັ້ງຢືນຄອບຄົວ ຕົວແບບດ້ານການປູກໝາກສີ ດາ ຈາກເຈົ້າເມືອງວຽງຄຳ ໃນ ປີ 2023. ນາງ ດາວວອນ ແສງສຸລິຈັນ ກ່າວຕື່ມວ່າ: ໃນຕໍ່ໜ້າຕົນເອງມີແຜນ ຈະຂະຫຍາຍເນື້ອທີ່ປູກໝາກສີດາ ຕື່ມອີກ ເພື່ອໃຫ້ມີລາຍຮັບສູງຂຶ້ນ ກວ່າເກົ່າ ພ້ອມທັງຈະປັບປຸງເຕັກນິກ ການບົວລະບັດຮັກສາຕົ້ນສີດາ ເພື່ອ ເພີ່ມຜົນຜະລິດໃຫ້ໄດ້ຫລາຍຂຶ້ນກວ່າ ເກົ່າ. ພ້ອມທັງຮຽກຮ້ອງໃຫ້ພັກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫລືອໃນການສະໜອງທຶນ ຕື່ມ ໂດຍສະເພາະ ຕ້ອງການໄຟຟ້າ ໂຊລາເຊວ ເພື່ອຫລຸດຜ່ອນຄ່າກະແສ ໄຟຟ້າ.
RkJQdWJsaXNoZXIy MTc3MTYxMQ==