ລະດົມຄວາມຄິດເຫັນຂົງເຂດເສດຖະກິດ ໃສ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ

31/03/2025 13:37
Email Print 203
ຂປລ ຂປລ. ກອງ​ປະຊຸມລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ຂົງເຂດເສດຖະກິດ ຈັດຂຶ້ນໃນວັນທີ 31 ມີນາ 2025 ໂດຍການເປັນປະທານ ຂອງ ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າອະນຸກໍາມະການ ຮັບຜິດຊອບຮ່າງລາຍງານ ການເມືອງ ຂົງເຂດເສດຖະກິດ



ຂປລ. ກອງ​ປະຊຸມລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ
XII ຂອງພັກ ຂົງເຂດເສດຖະກິດ ຈັດຂຶ້ນໃນວັນທີ 31 ມີນາ 2025 ໂດຍການເປັນປະທານ ຂອງ ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າອະນຸກໍາມະການ ຮັບຜິດຊອບຮ່າງລາຍງານ ການເມືອງ ຂົງເຂດເສດຖະກິດ ໂດຍມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງ ໃນຂົງເຂດເສດຖະກິດ ຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປ ລາວ, ສະຖາບັນວິ ທະຍາສາດເສດຖະກິດ-ສັງຄົມ ແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຊົງຄຸນວຸທິ ຈາກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.




ກອງ​ປະຊຸມ​ຄັ້ງນີ້
, ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ເພື່ອສືບຕໍ່ປັບປຸງຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ໃນຂົງເຂດເສດຖະກິດ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ, ພ້ອມທັງວາງທິດທາງ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ກໍາລັງປະເຊີນ ໃນປັດຈຸບັນ ແລະ ທັງເປັນການສ່ອງແສງໄດ້ສະຕິປັນຍາລວມໝູ່ ແລະ ເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກຢ່າງກວ້າງຂວາງ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ທາງດ້ານ ທັດສະນະແຕ່ຫົວທີ ຕໍ່ຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ທັງເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ຂົງເຂດເສດຖະກິດ ນໍາໄປປັບປຸງການ ກະກຽມເນື້ອໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຂອງແຕ່ລະພາກສ່ວນ ໃຫ້ສອດຄ່ອງ, ກົມກຽວ ແລະ ໄປລວງດຽວກັນ ກັບຮ່າງລາຍງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.




ໂອກາດດັ່ງກ່າວ
, ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າອະນຸກໍາມະການຮັບຜິດຊອບ ຮ່າງລາຍງານການເມືອງ ຂົງເຂດເສດຖະກິດ ໄດ້ລາຍງານຄວາມຄືບໜ້າ ກ່ຽວກັບການປັບປຸງເນື້ອໃນ ຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຂົງເຂດເສດຖະກິດ ເຊິ່ງໄດ້ມີການຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ, ທັງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະ ຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດ ປ່ຽນແປງໃໝ່ຮອບດ້ານ ໃນຂົງເຂດເສດຖະກິດ ໂດຍຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນຊຸມປີຕໍ່ໜ້າໃຫ້ ເຂັ້ມແຂງ, ໜັກແໜ້ນ ແນໃສ່ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ພິຈາລະນາປະກອບຄວາມເຫັນຢ່າງມີຈຸດສຸມ, ເຮັດໃຫ້ເນື້ອໃນຕ່າງໆມີຄວາມຈະແຈ້ງຂຶ້ນຕື່ມ.

ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ມີການເບິ່ງ ບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາໃນຫລາຍແງ່ມູມ, ອະທິບາຍບັນຫາຕ່າງໆ ເຊິ່ງສາມາດລະດົມໄດ້ຄຳຄິດຄຳເຫັນ ຢ່າງຫລາກຫລາຍ, ອຸດົມສົມບູນ ທີ່ເປັນພື້ນຖານໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປຄົ້ນຄວ້າ, ປັບປຸງຮ່າງລາຍງານການເມືອງ ໃນຂົງເຂດເສດ ຖະກິດໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.

KPL

ຂ່າວອື່ນໆ

    • ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດການເມືອງ

      ຍົກສູງຂີດຄວາມສາມາດ ການປະຕິບັດ ໜ້າທີ່ວຽກງານການຕ່າງປະເທດ

      4/1/2025 4:40:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກໍາມາທິການການຕ່າງປະເທດ ສະພາ​ແຫ່ງ​ຊາດ (ສພຊ) ຈັດຝຶກອົບຮົມຍົກສູງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ ວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມ ໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

      4/1/2025 4:25:02 PM

      ຂປລ. ຕອນເຊົ້າຂອງວັນທີ 1 ເມສາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດການແຜ່ນດິນໄຫວ ທີ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ

    • ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງການເມືອງ

      ຫົວໜ້າການເມືອງ ຮວຜທ ພົບປະ ໂອ້ລົມ ພະນັກງານນັກຮົບ ຫ້ອງການເມືອງ

      4/1/2025 4:20:01 PM

      ຂປລ. ວັນ​ທີ 1 ​ເມສາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບ ຫ້ອງການເມືອງ ໃນໂອກາດສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງ

    • ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມການເມືອງ

      ລັດຖະມົນຕີ ກຕທ ຕ້ອນຮັບ ຮອງລັດຖະມົນຕີ ກຕທ ຫວຽດນາມ

      4/1/2025 4:14:28 PM

      ຂປລ. ໃນວັນທີ 31 ມີນາ 2025 ຜ່ານມານີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ (ກຕທ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າ ຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

    • ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດການເມືອງ

      ເລຂາທິການໃຫຍ່ ໄດ້ຮັບສານຊົມເຊີຍ ວັນສ້າງຕັ້ງພັກ ຈາກປະເທດເພື່ອນມິດ

      4/1/2025 4:09:04 PM

      ຂປລ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍ ຈາກ ສະຫາຍ ມີເກນ ເດສ໌-ກາແນນ ແບຣມູເດສ໌ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ແລະ ສະຫາຍ ພົ.ອ ຣາອູນ ກາດສໂຕຣ ຣຸດສ ຜູ້ນໍາປະຕິວັດກູບາ ເມື່ອບໍ່ດົນມານີ້, ເນື່ອງ​ໃນ​ໂອກາດ​ສະຫລອງວັນ ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ ປະຕິວັດ​ລາວ​ ຄົບຮອບ 70 ປີ.

ads
ads

Top