ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຊ່ຽວຊານ ຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລາວ-ຫວຽດນາມ

27/03/2025 13:42
Email Print 426
ຂປລ ຂປລ. ວັນທີ 25 ມີນາ 2025 ຜ່ານມາ, ຢູ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຫາຍ ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນຂອງປຶ້ມ 50 ປີ




ຂປລ. ວັນທີ
25 ມີນາ 2025 ຜ່ານມາ, ຢູ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຫາຍ ຫວໍ ຊວັນ ຫວິງ ຮອງຫົວໜ້າສະຖາບັນສຶກສາອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າຄະນະຊ່ຽວຊານຂຽນຮຽບຮຽງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືເນື້ອໃນຂອງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 23-27 ມີນາ 2025 ເພື່ອແບ່ງປັນບົດຮຽນທາງດ້ານປະ ຫວັດສາດ ແຫ່ງການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສສ ຫວຽດນາມ ກໍຄື ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.



ສະຫາຍ ຫວໍ ຊວັນ ຫວິງ ໄດ້ລາຍງານຜົນສຳເລັດການພົບປະ
, ເຮັດວຽກ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກັບຄະນະນຳກຳມາທິການການຕ່າງປະເທດ, ຄະນະຊ່ຽວຊານສະພາແຫ່ງຊາດລາວ ກ່ຽວກັບໂຄງສ້າງ, ເນື້ອໃນທັງຄັດເລືອກຮູບພາບ ເພື່ອປະກອບເຂົ້າໃນຮ່າງປຶ້ມ “50 ປີ ແຫ່ງສາຍພົວພັນ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ”, ທັງຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕະຫລອດມາ.




ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການເຮັດວຽກ
, ປຶກສາຫາລືແລກປ່ຽນຄຳເຫັນ ແລະ ຂໍ້ມູນທາງດ້ານເນື້ອໃນຂອງຮ່າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ກັບຄະນະຊ່ຽວຊານ ຂອງສະພາແຫ່ງຊາດລາວ ເຊິ່ງປຶ້ມດັ່ງກ່າວ ມີເນື້ອໃນຂ້ອນຂ້າງຄົບຖ້ວນ ເລີ່ມແຕ່ປະຫວັດແຫ່ງສາຍພົວພັນ ນັບແຕ່ປະ ຫວັດສາດ, ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ສັງຄົມ, ວຽກງານປ້ອງການຊາດ-ປ້ອງກັນຄວາມສະ ຫງົບ, ການພົວພັນຮ່ວມມືລະຫວ່າງ ສອງສະພາແຫ່ງຊາດ ລວມເຖິງທິດທາງການ ພົວພັນຮ່ວມມື ເຊິ່ງປຶ້ມນີ້ຈະເປັນບົດຮຽນ, ແຫລ່ງຂໍ້ມູນ, ເນື້ອໃນທີ່ສຳຄັນອັນລ້ຳຄ່າ ໃຫ້ແກ່ຄົນຮຸ່ນໜຸ່ມໄດ້ສຶກສາ, ຄົ້ນຄວ້າ, ສືບທອດ ແລະ ປົກປັກຮັກສາສາຍພົວພັນແບບພິເສດ ລາວ-ຫວຽດນາມ ມີໜຶ່ງດຽວໃນໂລກ ໃຫ້ໝັ້ນຄົງຕະຫລອດໄປ. ພ້ອມນີ້, ສະຫາຍຍັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ຕໍ່ຄະນະຊ່ຽວຊານຫວຽດນາມ ທີ່ໄດ້ເອົາໃຈໃສ່ສຸມກໍາລັງແຮງ ແລະ ຫົວຄິດປັນຍາ ຄົ້ນຄວ້າການພົວພັນຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ມາຮອດປີນີ້ ພໍດີຄົບຮອບ 50 ປີ, ຄະນະຮັບຜິດຊອບຂຽນປຶ້ມດັ່ງກ່າວ ກໍຈະເຮັດສຳເລັດເນື້ອໃນ ລວມທັງການປະກອບຮູບພາບ, ການອອກແບບ ເພື່ອໃຫ້ທັນຈັດພິມຈຳໜ່າຍ ແລະ ເຜີຍແຜ່ ໃຫ້ສຳເລັດພາຍໃນເດືອນກັນຍາ 2025 ນີ້.

ຂ່າວ-ພາບ: ສພຊ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ 2025

      4/25/2025 9:13:40 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ແລະ ອັດລົງດ້ວຍຜົນສຳເລັດ ໃນຕອນເຊົ້າວັນທີ 25 ເມສາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ

    • ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍການເມືອງ

      ຮອງນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ

      4/25/2025 9:06:11 PM

      ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

    • ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດລາວ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:59:10 PM

      ຂປລ. ຕອນເຊົ້າວັນທີ 25 ເມສາ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະ​ຫາຍ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງ ໃນໂອກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມລັດຖະກິດ ຢູ່ ​ສປປ ລາວ ແຕ່​ວັນ​ທີ 24-25 ເມສາ 2025.

    • ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວການເມືອງ

      ປະທານປະເທດ ຫວຽດນາມ ຢ້ຽມຢາມອະດີດການນໍາລາວ

      4/25/2025 8:57:42 PM

      ຂປລ. ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ວັນທີ 24-25 ເມສາ 2025 ນີ້, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມຢາມອະດີດການນໍາ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

      4/25/2025 8:55:17 PM

      ຂປລ. ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 24-25 ເມສາ 2025.

ads
ads

Top