ຫົວໜ້າການເມືອງ ຮວຜທ ພົບປະໂອ້ລົມ ພະນັກງານ-ນັກຮົບ ກອງພັນນັກຮຽນທີ 2

27/03/2025 10:46
Email Print 290
ຂປລ ຂປລ. ວັນທີ 26 ມີນາ 2025 ນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບຢູ່ກອງພັນນັກຮຽນທີ 2 ໂດຍມີ ຄະນະກອງພັນ, ຄະນະກອງຮ້ອຍ, ພະນັກງານ-ນັກຮົບ ກອງພັນນັກຮຽນທີ 2 ເຂົ້າຮ່ວມ.



ຂປລ. ວັນທີ 26 ມີນາ 2025 ນີ້
, ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ພົບປະໂອ້ລົມພະນັກງານ-ນັກຮົບຢູ່ກອງພັນນັກຮຽນທີ 2 ໂດຍມີ ຄະນະກອງພັນ, ຄະນະກອງຮ້ອຍ, ພະນັກງານ-ນັກຮົບ ກອງພັນນັກຮຽນທີ 2 ເຂົ້າຮ່ວມ.




ສະຫາຍ ພັນຕີ ອັດສະວິນ ພິມມະເສນ ຫົວໜ້າການທະຫານ ກອງພັນນັກຮຽນທີ 2 ໄດ້ຜ່ານບົດສະຫລຸບໂດຍຫຍໍ້ ກ່ຽວກັບສະພາບການລວມຂອງກອງພັນ
, ຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ, ໄດ້ເອົາ ໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນເປັນປະຈຳ, ກວດກາລະບຽບການເຄື່ອນໄຫວໄປ-ມາ, ກວດກາເຄື່ອງຂອງພາຍໃນຫໍພັກ, ຫ້ອງການ, ກວດກາລະບົບນໍ້າ-ໄຟຟ້າ ອຳນວຍຄວາມສະດວກໃຫ້ນ້ອງນັກຮຽນ ແລະ ສາມາດຮັບປະກັນໄດ້ໃນທຸກດ້ານ, ປະຕິບັດລະບອບສ່ອງແສງລາຍງານປະຈຳອາ ທິດຂັ້ນກອງພັນ, ຂັ້ນໂຮງຮຽນເປັນປົກກະຕິ, ຈັດຕັ້ງນຳພານັກຮຽນຂຶ້ນຫ້ອງ, ລົງຫ້ອງຮຽນ ແລະ ຫ້ອງຄົ້ນຄວ້າບົດຮຽນທຸກໆຕອນແລງ, ນຳພານັກຮຽນອະນາໄມຂອບເຂດຮັບຜິດຊອບ ເປັນຕົ້ນ ຫໍພັກ, ຫ້ອງນອນ, ຫ້ອງນ້ຳ ແລະ ເກັບມ້ຽນຂີ້ເຫຍື່ອ ເປັນປະຈຳໃຫ້ມີຄວາມສະອາດຈົບງາມ.




ໂອກາດນີ້
, ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຫລາຍບັນຫາ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ນຳພາແນວຄິດ ພະນັກງານ-ນັກຮົບ, ນ້ອງນັກຮຽນ ມີແນວຄິດອຸ່ນອ່ຽງທຸນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຂອງລັດ, ເອົາໃຈໃສ່ໃກ້ຊິດຕິດແທດນຳນັກຮຽນຢ່າງເລິກເຊິ່ງ, ສ້າງໃຫ້ນັກຮຽນມີຄວາມຮູ້ຄວາມສາມາດ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ ຄ່ຽງຄູ່ກັບການປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ແລະ ລະບຽບວິໄນຂອງໂຮງຮຽນວ່າງອອກໃຫ້ເຂັ້ມງວດ, ສ້າງໃຫ້ນັກຮຽນມີຄວາມສາມັກຄີ ຮູ້ຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຫລີກລ່ຽງສິ່ງທີ່ຜິດຕໍ່ຂໍ້ກຳນົດກົດລະບຽບຂອງກອງທັບ, ພ້ອມກັນປະ ກອບສ່ວນເຂົ້າໃນທຸກຂະບວນການຂອງໂຮງຮຽນຢ່າງຕັ້ງໜ້າ, ສ້າງໃຫ້ນັກຮຽນກາຍເປັນພະນັກງານສືບທອດປ່ຽນແທນທີ່ດີໃຫ້ກອງທັບປະຊາຊົນລາວ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

ads
ads

Top