ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ

15/10/2024 15:59
Email Print 136
ຂປລ ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການ ກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ


ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ວ່າ: ກອງປະຊຸມດັ່ງກ່າວ, ຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: ບົດບາດຂອງລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ ​ເຊິ່ງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍບັນດາປະທານຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາ ທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບ ລວມມີປະມານ 500 ທ່ານ.

ທ່ານ ສັນຍາ ປຣະເສີດ ໃຫ້ຮູ້ວ່າ: ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງທີ 45 ນີ້, ຈະມີກອງປະ ຊຸມຕ່າງໆທັງໝົດ 12 ກອງປະຊຸມ ຄື: ກອງປະຊຸມຄະນະບໍລິຫານງານໄອປາ, ກອງປະຊຸມກຳມາທິການການເມືອງ, ກອງປະຊຸມກຳມາທິການເສດຖະກິດ, ກອງປະຊຸມກຳມາທິ ການວຽກງານສັງຄົມ, ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, ກອງປະຊຸມກຳມາທິການຖະແຫລງການຮ່ວມ, ກອງປະຊຸມພົບປະລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນ, ກອງປະຊຸມພົບປະກັບລັດຖະສະພາສັງເກດການ, ກອງປະຊຸມເວທີຜູ້ນຳການ ເມືອງເພດຍິງ WAIPA, ກອງປະຊຸມກອງເລຂາແຫ່ງຊາດຂອງບັນດາລັດຖະສະພາປະເທດສະມາຊິກໄອປາ ແລະ ກອງປະຊຸມເລຂາທິການຂອງຄະນະຜູ້ແທນຂອງບັນດາລັດຖະສະພາ ສັງເກດການໄອປາ.

ກອງປະຊຸມຕ່າງໆທີ່ກ່າວມານັ້ນ, ຈະໄດ້ລົງເລິກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 38 ສະບັບ. ໃນນີ້, ຂົງເຂດການເມືອງ 4 ສະບັບ, ຂົງເຂດເສດຖະກິດ 8 ສະບັບ, ຂົງ ເຂດສັງຄົມ 5 ສະບັບ, ວຽກງານເພດຍິງ 2 ສະບັບ, ວຽກງານຊາວໜຸ່ມ 3 ສະບັບ ແລະ ວຽກງານ ຈັດຕັ້ງພາຍໃນ 16 ສະບັບ.

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນີ້, ຈະໄດ້ປຶກສາຫາລືກ່ຽວກັບບັນຫາທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ ກໍຄື ຂອງໂລກ ເພື່ອເພີ່ມທະວີການເຊື່ອມໂຍງພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບ ພາກພື້ນອື່ນ ເພື່ອເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ຮັດແຄບຄວາມແຕກໂຕນຂອງລະດັບການພັດທະນາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າໂດຍບໍ່ປະຖິ້ມໃຜໄວ້ຂ້າງຫລັງ.

ປັດຈຸບັນ, ການກະກຽມຄວາມພ້ອມໃນການເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ໄດ້ມີຄວາມຄືບໜ້າໃນທຸກດ້ານ, ດໍາເນີນໄປຕາມບາດກ້າວ ແລະ ຄາດວ່າຈະສາມາດດໍາເນີນກອງປະຊຸມໄດ້ຕາມກຳນົດເວລາ.

​ໂອກາດ​ນີ້,ທ່ານ ສັນຍາ ປຣະເສີດ ໄດ້ເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະ ຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ, ຊາວນະຄອນຫລວງວຽງຈັນ, ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈົ່ງຮ່ວມຈິດຮ່ວມໃຈກັນຕ້ອນຮັບຄະນະຜູ້ແທນ, ແຂກຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ, ດ້ວຍຮອຍຍິ້ມອັນແຈ່ມໃສ ເພື່ອສ້າງຄວາມຊົງຈໍາ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ, ພ້ອມທັງຮັບປະກັນໃຫ້ກອງປະຊຸມຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຈົບງາມ.


ຂ່າວ: ກົງທະນູຄຳ ພິພັດເສລີ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາ

      10/15/2024 2:32:57 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ 2024 ຈັດ​ຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ ຄະນະປະຈໍາ ສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດ ຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013ການເມືອງ

      ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013

      10/15/2024 2:01:34 PM

      ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ​ແອັກ​ແມັກ (ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມ.

    • ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນການເມືອງ

      ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

      10/14/2024 8:20:58 PM

      ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ

    • ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍການເມືອງ

      ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ

      10/14/2024 8:14:21 PM

      ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.

    • ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນການເມືອງ

      ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ

      10/14/2024 3:25:01 PM

      ຂປລ. ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ​ໃນວັນທີ 11 ຕຸລາ 2024 ຜ່ານ​ມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.

ads
ads

Top