ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013

15/10/2024 14:01
Email Print 106
ຂປລ ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ​ແອັກ​ແມັກ (ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມ.



ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ​ແອັກ​ແມັກ (
ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມ.



ກອງປະຊຸມ
, ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023)  ແລະ ວາງທິດທາງເພື່ອກະກຽມຮ່າງແຜນແມ່ບົດ ACMECS ໃນຕໍ່ໜ້າຂອງຂອບການຮ່ວມມື ACMECS. ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ວຽກງານຂອງບັນດາ 3 ເສົາຄໍ້າຂອງ ACMECS ຄື: ເສົາຄໍ້າການເຊື່ອມຈອດ ດ້ານພື້ນຖານໂຄງລ່າງທີ່ໂລ່ງລ່ຽນ; ເສົາຄໍ້າການປະສານສົມທົບກັນ ດ້ານພື້ນຖານໂຄງບົນ ທີ່ມີຄວາມກົມກຽວ; ເສົາຄໍ້າການພັດ ທະນາທີ່ຍືນຍົງ ແລະ ທັນສະໄໝ. ນອກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບ ການກະກຽມ ຄວາມພ້ອມໃນການຈັດກອງປະຊຸມສຸດຍອດ ACMECS  ຄັ້ງທີ 10 ທີ່ ສປປ ລາວ ຈະເປັນປະທານໃນເດືອນພະຈິກ 2024 ນີ້ ໂດຍສະເພາະແມ່ນ ການກະກຽມດ້ານພະລາທິການ, ວາລະກອງປະຊຸມ ແລະ ທາງດ້ານເນື້ອໃນ ເປັນຕົ້ນ ຮ່າງຖະແຫລງການວຽງຈັນ ທີ່ບັນດາການນໍາຂັ້ນສູງ ຂອງປະເທດສະມາຊິກ ທີ່ຈະຮັບຮອງເອົາໃນກອງປະຊຸມສຸດຍອດດັ່ງກ່າວ.



ໃນຕອນບ່າຍວັນດຽວກັນ
, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຂອງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນ ຈາກຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ພາຍໃຕ້ການເປັນປະທານຂອງ ສສ ມຽນມາ ​ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ CLMV ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງ ປະເທດສະມາຊິກ CLMV ເຂົ້າຮ່ວມ.




ກອງປະຊຸມ ໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນ ຂອງກອງປະຊຸມສຸດຍອດ
CLMV ຄັ້ງທີ 10 ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນວຽກເພື່ອການພັດທະນາ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (Framework for CLMV Development), ພ້ອມທັງໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດ ຂອງບັນດາ 8 ໜ່ວຍງານພາຍໃຕ້ຂອບການຮ່ວມມື CLMV ໃນໄລຍະຜ່ານມາ  ກໍຄື ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃນການ ແກ້ໄຂສິ່ງທ້າທາຍຮ່ວມກັນໃນຕໍ່ໜ້າ ເຊິ່ງບັນດາ 8 ໜ່ວຍງານປະກອບມີ: ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ; ການຮ່ວມມື ດ້ານການຂົນສົ່ງ; ການຮ່ວມມື ດ້ານອຸດສາຫະກໍາ; ການຮ່ວມມື ດ້ານການທ່ອງທ່ຽວ; ການຮ່ວມມື ດ້ານພະລັງງານ; ການຮ່ວມມື ດ້ານການພັດທະນາ ຊັບພະຍາກອນມະນຸດ; ການຮ່ວມມື ດ້ານກະສິກໍາ ແລະ ການຮ່ວມມື ດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ (ICT). ພ້ອມດຽວກັັນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ ບັນດາເອກກະສານ ທີ່ຈະຮັບຮອງໃນກອງປະຊຸມສຸດຍອດ CLMV ຄັ້ງທີ 11.

ການເປັນປະທານກອງປະຊຸມ ACMECS ແລະ ເຂົ້າຮ່ວມກອງປະຊຸມ CLMV ຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມ ຈຸດປະສົງເປົ້າໝາຍທີ່ວາງໄວ້ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ACMECS  ຄັ້ງທີ 10 ພາຍໃຕ້ການເປັນປະທານຂອງ ສປປ ລາວ ແລະ  ກອງປະຊຸມສຸດຍອດ CLMV ຄັ້ງທີ 11 ພາຍໃຕ້ການເປັນປະທານ ຂອງ ສສ ມຽນມາ ໃນຕົ້ນເດືອນພະຈິກ 2024 ທີ່ຈະມາເຖິງ.

ຂ່າວ-ພາບ: ກຕທ
KPL

ຂ່າວອື່ນໆ

    • ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນການເມືອງ

      ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ

      10/15/2024 3:59:20 PM

      ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການ ກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ

    • ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາ

      10/15/2024 2:32:57 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ 2024 ຈັດ​ຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ ຄະນະປະຈໍາ ສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດ ຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນການເມືອງ

      ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

      10/14/2024 8:20:58 PM

      ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ

    • ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍການເມືອງ

      ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ

      10/14/2024 8:14:21 PM

      ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.

    • ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນການເມືອງ

      ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ

      10/14/2024 3:25:01 PM

      ຂປລ. ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ​ໃນວັນທີ 11 ຕຸລາ 2024 ຜ່ານ​ມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.

ads
ads

Top