ນາຍົກລັດຖະມົນຕີ ການາດາ ຢ້ຽມຢາມ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ

14/10/2024 15:25
Email Print 205
ຂປລ ຂປລ. ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ​ໃນວັນທີ 11 ຕຸລາ 2024 ຜ່ານ​ມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.



ຂປລ. ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ​ໃນວັນທີ
11 ຕຸລາ 2024 ຜ່ານ​ມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດ ຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາຢ້ຽມຢາມສຳນັກງານດັ່ງກ່າວ.

ການລົງຢ້ຽມຢາມ ສໍານັກງານໃຫຍ່ຂອງຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຄັ້ງນີ້ ເນັ້ນຢ້ຳເຖິງຄໍາໝາຍໝັ້ນ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຂອງປະເທດການາດາ ຕໍ່ກັບການຄຸ້ມຄອງແມ່ນໍ້າ ຂອງແບບຍືນຍົງ ເຊິ່ງເປັນການສະໜັບສະໜູນການຫາລ້ຽງຊີບ ຂອງປະຊາຊົນ ຫລາຍລ້ານຄົນ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.



ໃນລະຫວ່າງການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ, ພ້ອມດ້ວຍ ທ່ານ ນາງ ແມຣີ ອິງ
ລັດຖະມົນຕີ ວ່າການກະຊວງສົ່ງເສີມການສົ່ງອອກ, ການຄ້າສາກົນ ແລະ ການພັດທະນາ ເສດຖະກິດ, ແລະ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກໍາມາທິການ ແມ່ນໍ້າຂອງສາກົນ. ໄດ້ພົບປະ, ສົນທະນາ ແລະ ແລກປ່ຽນໂດຍກົງກັບຊາວປະມົງ ແລະ ຊາວກະສິກອນ, ພ້ອມທັງຮັບຟັງເລື່ອງລາວກ່ຽວກັບ ແມ່ນໍ້າຂອງທີ່ຫລໍ່ລ້ຽງຊີວິດປະຈໍາວັນ ຂອງເຂົາເຈົ້າ ​ໂດຍທ່ານນາຍົກລັດຖະມົນຕີ ຮັບຊາບໂດຍກົງ ຈາກຊາວປະມົງ ແລະ ຊາວກະສິກອນ ກ່ຽວກັບສິ່ງທ້າທາຍທີ່ເຂົາເຈົ້າຜະເຊີນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ ລວມທັງບັນຫາການຄຸ້ມຄອງນໍ້າຂ້າມຊາຍແດນ.




ໂອກາດ​ນີ້, ທ່ານ ນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ ໄດ້ຍ້ອງຍໍບົດບາດຂອງຄະນະກໍາມາທິການ ແມ່ນໍ້າຂອງສາກົນ ໃນການຊຸກຍູ້ການປະສານສົມທົບກັນ ລະຫວ່າງບັນດາປະເທດແມ່ນ້ຳຂອງ- ກຳປູເຈຍ
, ສປປ ລາວ, ໄທ ແລະ ຫວຽດນາມ ແລະ ຄວາມພະຍາຍາມຂອງຄະນະ ກໍາມາທິການ ແມ່ນໍ້າຂອງສາກົນ ໃນການຮັບປະກັນໃຫ້ບັນດາຊຸມຊົນ ທີ່ດຳລົງຊີວິດຢູ່ລຽບຕາມແມ່ນ້ຳຂອງ ສືບຕໍ່ໄດ້ຮັບຜົນປະໂຫຍດ ຈາກຊັບພະຍາກອນທີ່ ອຸດົມສົມບູນຂອງແມ່ນໍ້າຂອງ.

ທ່ານ ຈັດສຕິນ ທຣູໂດ ໄດ້ກ່າວວ່າ: ການາດາ ຮັບຮູ້ເຖິງຄວາມສຳຄັນອັນຈໍາເປັນ ຂອງແມ່ນ້ຳຂອງ ເຊິ່ງບໍ່ເປັນພຽງແຕ່ເປັນແຫລ່ງກໍາເນີດ ຂອງການພັດທະນາເທົ່ານັ້ນ, ແຕ່ຍັງເປັນເໝືອນສາຍເລືອດ ທີ່ຫລໍ່ລ້ຽງຊີວິດຂອງປະຊາຊົນນັບລ້ານຄົນ, ຄະນະກຳມາທິການແມ່ນ້ຳຂອງສາກົນ ກໍາລັງໄດ້ເຮັດ ວຽກງານທີ່ສຳຄັນ ໂດຍການເຕົ້າໂຮມເອົາບັນດາປະເທດຕ່າງໆ ເຂົ້າມາຮ່ວມກັນຄຸ້ມຄອງ ແລະ ປົກປັກຮັກ ສາຊັບພະຍາກອນທີ່ໃຊ້ຮ່ວມກັນນີ້. ການາດາ ມີຄວາມຍິນດີສະໜັບສະໜູນພາລະກິດດັ່ງກ່າວ ແລະ ພວກເຮົາພ້ອມທີ່ຈະສືບຕໍ່ຮ່ວມມືກັບ ຄະນະກຳມາທິການແມ່ນ້ຳ ຂອງສາກົນ ເພື່ອປົກປັກຮັກສາແມ່ນ້ຳຂອງໃຫ້ແກ່ຄົນຮຸ່ນຫລັງ.




ໃນໄລຍະຜ່ານມາ ການາດາ ເປັນຄູ່ຮ່ວມມືພັດທະນາ ຢ່າງເປັນທາງການກັບ ຄະນະກຳມາທິການແມ່ນ້ຳຂອງສາກົນ
ໂດຍການປະກອບສ່ວນເປັນເງິນ ຈຳນວນ 2 ລ້ານໂດລາການາດາ (ປະມານ 1,5 ລ້ານໂດລາສະຫະລັດ) ໂດຍຜ່ານກະຊວງ ການຕ່າງປະເທດການາດາ ເຊິ່ງເປັນກະຊວງ ທີ່ຮັບຜິດຊອບ ວຽກງານພົວພັນທາງການທູດ, ການຄ້າລະຫວ່າງປະເທດ ແລະ ການຊ່ວຍເຫລືອເພື່ອການພັດທະນາ. ເງິນສະໜັບສະໜູນດັ່ງກ່າວ, ມີເປົ້າໝາຍນໍາໃຊ້ກັບບັນດາ ຂໍ້ລິເລີ່ມທີ່ສຳຄັນຕ່າງໆຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ ລວມທັງການຄຸ້ມຄອງນ້ຳຜ່ານຊາຍແດນ, ການຕິດຕາມ ແລະ ການພະຍາກອນແມ່ ນໍ້າ ໂດຍມີຈຸດສຸມພິເສດ ໃນການເພີ່ມທະວີຄວາມທົນທານ ຂອງຊຸມຊົນ ຕໍ່ກັບສິ່ງທ້າທາຍທີ່ກ່ຽວຂ້ອງກັບແມ່ນ້ຳ.

ທ່ານ ອານຸລັກ ກິດຕິຄຸນ ຫົວຫນ້າກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້​ໃຫ້​ຮູ້ວ່າ: ການຊ່ວຍເຫລືອຂອງການາດາ ເກີດຂຶ້ນໃນໄລຍະທີ່ພວກເຮົາ ເພີ່ມທະວີຄວາມພະຍາຍາມ ໃນການຄຸ້ມຄອງຊັບພະຍາກອນນ້ຳ ຂອງແມ່ນໍ້າຂອງ ເພື່ອຜົນປະໂຫຍດສູງສຸດ ຂອງປະຊາຊົນ ທັງໝົດ ໃນພາກພື້ນ. ພວກເຮົາຕັ້ງໜ້າສືບຕໍ່ການເປັນຄູ່ຮ່ວມມືທີ່ມີຄຸນຄ່າດັ່ງກ່າວນີ້ ໃນໄລຍະທີ່ພວກເຮົາພວມຮັບມື ກັບສິ່ງທ້າທາຍ ໃນການຄຸ້ມຄອງຊັບພະຍາກອນ ນ້ຳແບບຍືນຍົງຮ່ວມກັນ.

ຄະນະກໍາມາທິການແມ່ນໍ້າຂອງສາກົນ ແມ່ນອົງການຈັດຕັ້ງ ລະຫວ່າງລັດຖະບານ ທີ່ສ້າງຕັ້ງຂຶ້ນໃນປີ 1995 ເພື່ອຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນພາກພື້ນ ໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ. ອີງຕາມສັນຍາແມ່ນ້ຳຂອງ ລະຫວ່າງກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ, ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຖືເປັນທັງເວທີການທູດດ້ານນ້ຳຂອງພາກພື້ນ ແລະ ເປັນສູນລວມຂໍ້ມູນຄວາມຮູ້ຂອງພາກພື້ນ ເພື່ອຄຸ້ມຄອງຊັບພະຍາກອນນ້ຳ ແລະ ສະໜັບສະໜູນ ການພັດທະນາແບບຍືນຍົງຂອງພາກພື້ນ.

ຂ່າວ: MRC

KPL

ຂ່າວອື່ນໆ

    • ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນການເມືອງ

      ຖອນຖອດບົດຮຽນການປະສານງານຂອງ 4 ພາກສ່ວນ

      10/16/2024 3:01:15 PM

      ຂປລ. ວັນ​ທີ 15 ຕຸລາ 2024 ຜ່ານ​ມາ, ​ໄດ້​ມີກອງປະຊຸມຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານປະສານງານຂອງ 4 ພາກສ່ວນ

    • ປາຖະກະຖາ ສະຫລອງວັນການທູດລາວ ຄົບຮອບ 79 ປີການເມືອງ

      ປາຖະກະຖາ ສະຫລອງວັນການທູດລາວ ຄົບຮອບ 79 ປີ

      10/16/2024 2:49:26 PM

      ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາເພື່ອສະເຫລີມສະຫລອງ ວັນການທູດລາວ ຄົບຮອບ 79 ປີ (12/10/1945-12/10/2024) ໃນວັນທີ 16 ຕຸລາ 2024 ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນບັນຍາຍຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

    • ສະຖາບັນວິຈິດສິນແຫ່ງຊາດ ມອບ-ຮັບ ປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາການເມືອງ

      ສະຖາບັນວິຈິດສິນແຫ່ງຊາດ ມອບ-ຮັບ ປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາ

      10/16/2024 2:43:47 PM

      ຂປລ. ສະຖາບັນວິຈິດສິນແຫ່ງຊາດ ຈັດພິທີສະຫລຸບ ການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດ ໃຫ້ຜູ້ສໍາເລັດ ການສຶກສາ ປະຈໍາສົກສຶກສາ 2023-2024 ຂຶ້ນໃນວັນທີ 15 ຕຸລາ 2024

    • ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນການເມືອງ

      ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

      10/16/2024 2:35:14 PM

      ຂປລ. ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື ວຽກ​ງານ​ດັ່ງກ່າວໃນວັນທີ 14 ຕຸລາ 2024

    • ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່ການເມືອງ

      ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

      10/16/2024 2:31:42 PM

      ຂປລ. ໃນວັນທີ 16 ຕຸລາ 2024 ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍ ການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນ ບຳນານ ໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການ​ໃຫຍ່ ສຳນັກຂ່າວສານປະເທດລາວ

ads
ads

Top