ຫວຽດເຈັດມອບບໍລິການພິເສດ ສຳລັບຖ້ຽວບິນຈາກນະຄອນຫລວງວຽງຈັນ - ນະຄອນໂຮ່ຈີມິນ

15/10/2024 22:21
Email Print 12891
ຂປລ ສາຍການບິນຫວຽດເຈັດ (Vietjet) ໄດ້ມອບຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຢັດ ສຳລັບຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ

ຂປລ. ສາຍການບິນຫວຽດເຈັດ (Vietjet) ໄດ້ມອບຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຢັດ ສຳລັບຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ລວມທັງໂປຣໂມຊັນໃນຫລາຍເສັ້ນທາງບິນ. ປັດຈຸ​ບັນ, ​ເສັ້ນທາງ​ການບິນ​ລະຫວ່າງປະເທດທີ່ເປີດ​ໃໝ່​ພວມ​ໄດ້​ຮັບ​ການ​ເພີ່ມຖ້ຽວບິນເຊັ່ນກັນ.

ຜູ້ໂດຍສານລາວສາມາດຈອງປີ້ຍົນໄດ້ໃນລາຄາເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບການເດີນທາງລະຫວ່າງວັນທີ 15 ພະຈິກ 2024 ຫາ 22 ພຶດສະພາ 2025 ໂປຣໂມຊັນນີ້ມີ ຮອດວັນທີ 17 ຕຸລາ 2024 ແລະ ກວມເອົາເສັ້ນທາງການບິນທັງໝົດຂອງ Vietjet ລວມທັງເສັ້ນທາງທີ່ສໍາຄັນ ນະຄອນຫວງວຽງຈັນ-ໂຮ່ຈີມິນຜູ້ໂດຍສານຍັງສາມາດໄດ້ຮັບສ່ວນຫລຸດ 50% ສໍາລັບປີ້ Deluxe ໃນທຸກເສັ້ນທາງ Vietjet ທີ່ມາພ້ອມກັບສິດທິປະໂຫຍດເພີ່ມເຕີມລວມທັງການໂຫລດກະເປົາຟຣີ, ການເລືອກບ່ອນນັ່ງ ແລະ ການປ່ຽນແປງກຳນົດການເດີນທາງໄດ້. ໂປຣໂມຊັນນີ້ໃຊ້ໄດ້ສຳລັບການຈອງຖ້ຽວບິນແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024 ສາມາດຈອງບ່ອນນັ່ງໄດ້ທີ່ເວັບໄຊ www.vietjetair.com ຫລື ແອັບພລິເຄຊັນມືຖື Vietjet Air ຂອງຫ້ອງຂາຍປີ້ ແລະ ຕົວແທນທົ່ວໂລກ. ຕົ້ນເດືອນນີ້ Vietjet ປະກາດເພີ່ມຖ້ຽວບິນໃນເສັ້ນທາງ ນະຄອນຫລວງວຽງຈັນ-ໂຮ່ຈິມິນ ຈາກ 4 ຖ້ຽວບິນໄປກັບຕໍ່ອາທິດ ເປັນ 7 ຖ້ຽວຕໍ່ອາທິດ, ເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ. ການຂະຫຍາຍເສັ້ນທາງດັ່ງກ່າວ ຊ່ວຍເພີ່ມໂອກາດໃນການເດີນທາງທີ່ຄຶກຄື້ນ ປະສົມປະສານກັບທຸລະກິດ, ວັດທະນະທໍາ  ແລະ ກິດຈະກໍາພັກຜ່ອນຢູ່​ພາກ​ໃຕ້​ຂອງ​ຫວຽດນາມ.

Vietjet ຍັງເພີ່ມຖ້ຽວບິນໃນເສັ້ນທາງອື່ນ ບໍ່ວ່າຈະເປັນຈາກຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນສູນກາງ​ຮອງ​ຮັບ​ຄວາມ​​ຕ້ອງການ​ດ້ານການທ່ອງທ່ຽວ​ໃນ​ທ້າຍ​ປີ ​ແລະ ​ໃນ​ໂອກາດ​ເທສະການປີ​ໃໝ່ສາກົນ. ສາຍ​ການ​ບິນ​ຈະ​ຟື້ນ​ຟູ​ການ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ເສັ້ນ​ທາງ​ນະ​ຄອນ​ໂຮ່​ຈີ​ມິນ ໄປ ໄຕ​ນານ ທີ່ຈະ​ເລີ່​ມ​ແຕ່​ວັນ​ທີ 12/12/2024 ​ເປັນ​ຕົ້ນ​ໄປ ແລະ ເປີດ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ນະຄອນ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຮ່າ​ໂນ້ຍ ໄປກົວ​ລາ​ລຳ​ເປີ ​ແຕ່​ວັນ​ທີ 28 ພະຈິກ 2024, ຖ້ຽວ​ບິນ​ຈາກ​ຮ່າ​ໂນ້ຍໄປ​ສຽມຣຽບ, ປູ​ຊານ, ນາ​ໂກ​ຢາ, ຮິ​ໂຣຊິ​ມາ ​ແລະ ຈາກ​ນະຄອນ​ໂຮ່ຈີ​ມິນ ​ໄປ ​ເກາະ​ບາ​ຫລີ ຈະມີການເພີ່ມຖ້ຽວບິນຕື່ມອີກດ້ວຍ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top