ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

12/10/2024 18:06
Email Print 477
ຂປລ ຂປລ. ຕອນແລງວັນທີ 11 ຕຸລາ 2024, ຢູ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງ ພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.



ຂປລ. ຕອນແລງວັນທີ
11 ຕຸລາ 2024, ຢູ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງ ພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອີກຄັ້ງ ໃນໂອກາດເດີນທາງມາຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມປິ່ນອ້ອມ ຢູ່ ສປປ ລາວ ເຊິ່ງເປັນການສະແດງເຖິງ ຄວາມໃກ້ຊິດສະໜິດສະໜົມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາ ເລັດອັນໃຫຍ່ຫລວງ, ຮອບດ້ານທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫລອດ ໄລຍະ ແຫ່ງການດໍາເນີນ ພາລະກິດປ່ຽນແປງໃໝ່, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຮ່ວມມື ແລະ ເຊື່ອມໂຍງສາກົນ ສືບໄດ້ຮັບການເປີດກວ້າງ, ບົດບາດ ອິດທິພົນຂອງ ພັກ ແລະ ລັດ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາ ອັນສະຫລາດ ສ່ອງໃສຂອງ ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ ຫລວງກວ່າເກົ່າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ຢ່າງມີໄຊ ໃນການຫັນປະເທດ ເປັນອຸດສາຫະກໍາຕາມທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ.


ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນ ຮັບອັນອົບ ອຸ່ນ, ສະໜິດສະໜົມຖານ ສະຫາຍອ້າຍນ້ອງຂອງ ສະຫາຍ ບຸນທອງ ຈິດມະນີ ກໍຄື ການຕ້ອນຮັບຂອງຝ່າຍລາວ ໃນໂອກາດເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ; ສະຫາຍ ປະທານສະພາ ແຫ່ງຊາດ ໄຊສົມພອນ ພົມວິຫານ ແລະ ພົບປະກັບ ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ; ຕີລາຄາສູງ ຕໍ່ບັນດາຜົນສໍາເລັດ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນພາລະກິດ ສ້າງສາພັດທະນາປະເທດຊາດ ຕະຫລອດ ໄລຍະຜ່ານມາ. ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ຍາມໃດກໍຕິດຕາມ ແລະ ຢູ່ຄຽງຂ້າງ, ໃຫ້ການສະໜັບສະໜູນ ປະຊາຊົນຫວຽດນາມ ໃນຍາມພົບກັບຄວາມຫຍຸ້ງຍາກ ບໍ່ວ່າຈະຢູ່ໃນ ຍາມສົງຄາມ ກໍຄື ໃນຍາມສັນຕິພາບ, ພິເສດແມ່ນການບິແບ່ງ ຄວາມຫຍຸ້ງຍາກ ກໍຄື ການຊ່ວຍເຫລືອຢ່າງທັນການ ທາງດ້ານວັດຖຸ ກໍຄື ຈິດໃຈ ແກ່ປະຊາຊົນຫວຽດນາມ ໃນການຟື້ນຟູຜົນກະທົບ ຈາກພະຍຸເລກ 3 (Yagi) ທີ່ຜ່ານມາ.



ສອງຝ່າຍ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ກ້າວສູ່ລວງເລິກໃນທຸກຂົງ ເຂດວຽກງານ; ສອງຝ່າຍ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ຂອງສອງພັກ, ສອງລັດ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງຈົນເຖິງທ້ອງຖິ່ນ, ແລກປ່ຽນບົດຮຽນທາງ ດ້ານທິດສະດີ ແລະ ພຶດຕິກໍາ, ວຽກງານກໍ່ສ້າງພັກ, ສ້າງລະ ບົບການເມືອງໃຫ້ເຂັ້ມແຂງ; ສໍາເລັດການຈັດຊຸດຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ ສໍາລັບພະນັກງານຂອງ ລາວ ຂັ້ນຕ່າງໆຫລາຍຊຸດ; ແລກປ່ຽນບົດຮຽນ ແລະ ຊ່ວຍເຫລືອດ້ານວິຊາການ-ຊ່ຽວຊານ ໃນການແກ້ໄຂບັນຫາ ເສດຖະກິດ-ການເງິນ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ ແລະ ອື່ນໆ.



ສອງຝ່າຍ ຢືນຢັນວ່າ ໃນສະພາບການພາກພື້ນ, ສາກົນມີການຜັນແປໄປຢ່າງສັບສົນໃນປັດຈຸບັນ, ຍິ່ງເຫັນໄດ້ຄວາມຈໍາເປັນ ທີ່ຈະຕ້ອງຮັດແໜ້ນ ການພົວພັນຮ່ວມມື ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ນັບມື້ນັບຫລາຍຂຶ້ນ, ສືບຕໍ່ຊຸກຍູ້ການ ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຂອງການນໍາຂັ້ນ ສູງຂອງ ສອງພັກ, ສອງລັດ, ບັນດາຖະແຫລງການຮ່ວມສອງຝ່າຍ ກໍຄື ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື, ລົງທຶນ ແລະ ຊ່ວຍເຫລືອ ທີ່ສອງຝ່າຍໄດ້ເປັນເອກະພາບກັນ ໃຫ້ມີປະສິດທິຜົນສູງ, ປະກອບສ່ວນເຂົ້າໃນ
ການປົກ ປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່
, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ ນັບມື້ນັບແຕກອອກອອກຜົນ, ຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

KPL

ຂ່າວອື່ນໆ

    • ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນການເມືອງ

      ຜູ້ແທນໄອປາ ຈະຫາລືກ່ຽວກັບບັນຫາ ທີ່ເປັນຜົນປະໂຫຍດຮ່ວມກັນຂອງພາກພື້ນ

      10/15/2024 3:59:20 PM

      ຂປລ. ຕອນບ່າຍວັນທີ 14 ຕຸລາ 2024 ຜ່ານມາ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ຫົວໜ້າອະນຸກຳມະການ ກອງເລຂາແຫ່ງຊາດ ໄອປາ-45 ໄດ້ຕາງໜ້າໃຫ້ສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການກະກຽມດຳເນີນ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ

    • ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາ ລະນາບັນຫາສໍາຄັນປະຈຳເດືອນຕຸລາ

      10/15/2024 2:32:57 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນ ປະຈໍາເດືອນຕຸລາ 2024 ຈັດ​ຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານ ຄະນະປະຈໍາ ສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດ ຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013ການເມືອງ

      ເຈົ້າໜ້າທີ່ອາວຸໂສ ແອັກແມັກ ທົບທວນ ຜົນການປະຕິບັດແຜນແມ່ບົດ 2019-2013

      10/15/2024 2:01:34 PM

      ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ​ແອັກ​ແມັກ (ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ຄະນະຕິດຕາມເຂົ້າຮ່ວມ.

    • ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນການເມືອງ

      ລາວ-ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມື ວຽກປະຊາຄົມວັດທະນະທໍາ-ສັງຄົມອາຊຽນ

      10/14/2024 8:20:58 PM

      ຂປລ. ໂອກາດທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະຂອງ ທ່ານ ດ່າວ ຫງ໋ອກ ຢຸງ (H.E Dao Ngoc Dung) ລັດຖະມົນຕີ ກະຊວງແຮງງານ-ເສຍອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນຕີສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແຫ່ງ ສສ ຫວຽດນາມ

    • ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍການເມືອງ

      ສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ

      10/14/2024 8:14:21 PM

      ຂປລ. ສະຖາບັນຄົ້ນຄວ້ານິຕິກໍາສະ ພາແຫ່ງຊາດ (ສນສ) ຈັດສໍາມະນາປັບປຸງເນື້ອໃນຮ່າງຄູ່ມື ການຄົ້ນຄວ້າບົດຄັດຫຍໍ້ກົດໝາຍ ​ໃນວັນທີ 12-13 ຕຸລາ 2024 ຜ່ານ​ມາ, ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສິນທະລາ ຫລ້າສຸກສະໄໝ ຫົວໜ້າສະຖາບັນ ຄົ້ນຄວ້ານິຕິກໍາ ,ມີຮອງຫົວໜ້າ ສນສ, ຫົວໜ້າ-ຮອງຫົວ ໜ້າກົມ ແລະ ສູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງ​ນີ້, ກໍເພື່ອປັບປຸງຮ່າງຄູ່ມື, ແບບໂຄງຮ່າງບົດຄົ້ນຄວ້າຄັດຫຍໍ້ກົດໝາຍ ແລະ ລາຍການປະເມີນ-ກວດກາຄຸນນະພາບ ການຄົ້ນຄວ້າຄັດຫຍໍ້ກົດໝາຍ.

ads
ads

Top