ກອງປະຊຸມຂັ້ນສູງ ອາຊຽນ + 1 ກັບ ບັນດາຄູ່ຮ່ວມມື ສປ ຈີນ-ສ.ເກົາຫລີ

11/10/2024 14:02
Email Print 590
ຂປລ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ບັນດາ ກອງປະຊຸມ ຂັ້ນສູງ ອາຊຽນ+1 ກັບ ບັນດາ ຄູ່ຮ່ວມມື ສປ ຈີນ ແລະ ສ.ເກົາຫລີ.ໃນກອງປະຊຸມ ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 27

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ຕຸລາ, ຢູ່ສປປ ລາວ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ບັນດາ ກອງປະຊຸມ ຂັ້ນສູງ ອາຊຽນ+1 ກັບ ບັນດາ ຄູ່ຮ່ວມມື ສປ ຈີນ ແລະ ສ.ເກົາຫລີ.ໃນກອງປະຊຸມ ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 27, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີໃຫ້ ອາຊຽນ ແລະ ສປ ຈີນ ຕ້ອງຍົກສູງ ການສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຊຸກຍູ້ຄວາມຕິດພັນ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ, ຮອບດ້ານ, ກວມລວມ; ຍູ້ແຮງ ການເຊື່ອມຕໍ່ ຍຸດທະສາດ, ໂດຍສະເພາະ ແມ່ນພື້ນຖານໂຄງລ່າງ ຍຸດທະສາດ, ພື້ນຖານໂຄງລ່າງ ຄົມມະນາຄົມ, ຊຸກຍູ້ ບັນດາກຳລັງໜູນ ໂຕໃໝ່; ຍູ້ໄວຄວາມຄືບໜ້າ ການເປີດປະຕູ ຕະຫລາດ, ພ້ອມທັງ ນຳໃຊ້ບັນດາຜົນງານ ດ້ານວິທະຍາສາດ-ເຕັກໂນໂລຊີ, ຍູ້ແຮງການຮ່ວມມື ພັດທະນາ ເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ.ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ: ອາຊຽນ ແລະ ສປ ຈີນ ຈະເຊື່ອມຕໍ່ ຫລັກໝັ້ນ, ທັດສະນະ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ຫລາຍກວ່າອີກ, ສົມທົບກັນ ຢ່າງແໜ້ນແຟ້ນ, ປະກອບ ສ່ວນ ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເພີ່ມທະວີ ການເຈລະຈາ, ແກ້ໄຂ ບັນດາການຂັດແຍ້ງກັນ ຢູ່ພາກພື້ນ ໂດຍສັນຕິວິທີ, ໃນນັ້ນ ມີທະເລ ຈີນໃຕ້, ນຳເຂດທະເລຈີນໃຕ້ ໃຫ້ກາຍເປັນ ເຂດທະເລ ແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ ແບບຍືນຍົງ, ຍາວນານ, ສິ້ນສຸດການເຈລະຈາ ກົດແຫ່ງການປະພຶດ ຂອງບັນດາຝ່າຍຢູ່ ທະເລຈີນໃຕ້ (COC) ໃຫ້ແທດຈິງ, ມີປະສິດທິພາບ, ສອດຄ່ອງກັບ ກົດໝາຍ ສາກົນໂດຍໄວ, ໃນນັ້ນ ມີສົນທິສັນຍາ ຂອງສະຫະ ປະຊາຊາດ ກ່ຽວກັບ ກົດໝາຍວ່າ ດ້ວຍທະເລປີ 1982.ກອງປະຊຸມຂັ້ນສູງ ອາຊຽນ-ສ.ເກົາຫລີ ຄັ້ງທີ 25, ໂດຍທັງ 2 ຝ່າຍ ໄດ້ເຫັນດີ ຮັບຮອງເອົາ ຖະແຫລງ ການຮ່ວມສ້າງຕັ້ງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ອາຊຽນ-ສ.ເກົາຫລີ, ສ້າງຂີດໝາຍ ພັດທະນາໃໝ່ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 35 ປີ ແຫ່ງວັນສ້າງຕັ້ງ (1989–2024)./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top