ນາຍົກລັດຖະມົນຕີ ຖະແຫລງຜົນກອງປະຊຸມ ສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

12/10/2024 17:13
Email Print 508
ຂປລ ຂປລ. ວັນທີ 11 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ




ຂປລ. ວັນທີ
11 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງມີເນື້ອໃນດັ່ງນີ້:

ສະບາຍດີ ບັນດາທ່ານ ຜູ້ຕາງໜ້າສື່ມວນຊົນ,

ທ່ານ ຍິງ ແລະ ທ່ານ ຊາຍ,

ຂ້າພະເຈົ້າ ມີຄວາມປິຕິຍິນດີຕ້ອນຮັບ ບັນດາທ່ານຜູ້ຕາງໜ້າ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ ກອງປະຊຸມຖະແຫລງຂ່າວ ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນທີ່ໄດ້ຈັດ ຂຶ້ນໃນວັນທີ 9-11 ຕຸລາ 2024.

ຂ້າພະເຈົ້າ ຂໍແຈ້ງໃຫ້ບັນດາທ່ານຮັບຊາບໂດຍລວມ ຜົນຂອງບັນດາກອງປະຊຸມສຸດຍອດ ໃນໄລຍະ 3 ວັນ ຜ່ານມາ ດັ່ງນີ້: ພວກເຮົາໄດ້ຈັດບັນດາ ກອງປະຊຸມສຸດຍອດ ທັງໝົດມີ 16 ກອງປະຊຸມສຸດຍອດ ຄື: ພາຍໃນອາຊຽນ, ພວກເຮົາໄດ້ຈັດ 2 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແບບຕິດຕໍ່ກັນ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ພົບປະກັບ ບັນດາຜູ້ຕາງໜ້າ ຈາກສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ, ຊາວໜຸ່ມ ອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ. ນອກຈາກນີ້, ໃນໄລຍະກ່ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ກໍໄດ້ມີກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນ (ABIS) ແລະ ກິດຈະກໍາປິ່ນອ້ອມອື່ນໆ.

ສຳລັບ ອາຊຽນກັບພາຍນອກ, ບັນດາຜູ້ນໍາອາຊຽນ ໄດ້ຈັດ 10 ກອງປະຊຸມສຸດຍອດ ກັບບັນດາຜູ້ນໍາຂອງ ຄູ່ເຈລະຈາ ພາຍໃຕ້ຂອບການຮ່ວມມື ອາຊຽນ ບວກໜຶ່ງ, ອາຊຽນບວກສາມ ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ. ພ້ອມກັນນີ້, ກໍມີກອງປະຊຸມຜູ້ນໍາປະຊາຄົມອາຊີ ເພື່ອຫລຸດຜ່ອນອາຍພິດໃຫ້ເຫລືອສູນ ຄັ້ງທີ 2 ແລະ ການພົບປະສອງຝ່າຍຢ່າງຫລວງຫລາຍ. ໃນທຸກໆກອງປະຊຸມ, ພວກເຮົາ ໄດ້ມີການປຶກສາຫາລືກັນຢ່າງກວ້າງຂວາງ, ກົງໄປກົງມາ, ສ້າງສັນ ແລະ ມີໝາກຜົນ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ປຶກສາຫາລືຫົວຂໍ້ຕ່າງໆ ດັ່ງນີ້: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2025, ການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ການຮັດ ແໜ້ນການຮ່ວມມືກັບພາຍນອກ. ບັນດາຜູ້ນໍາອາຊຽນ ມີຄວາມຍິນດີຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດ ຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ການເພີ່ມທະວີ ການ ເຊື່ອມໂຍງ-ເຊື່ອມຈອດ ໃນຂົງເຂດເສດຖະກິດ, ສ້າງອະນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນສູ່ຍຸກດີຈິຕອນ; ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ກໍຄື ແຜນຍຸດທະສາດ 3 ເສົາຄ້ຳ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຍຸດທະສາດວ່າດ້ວຍການເຊື່ອມ ຈອດ, ການຮັດແໜ້ນຄວາມເປັນ ແກນກາງຂອງອາຊຽນ, ສົ່ງເສີມການຮ່ວມມື ດ້ານສິ່ງແວດລ້ອມ, ການສົ່ງເສີມດ້ານ ວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດແມ່ຍິງ ແລະ ເດັກ ແລະ ການສົ່ງເສີມຄວາມເຂັ້ມແຂງ ດ້ານສາທາລະ ນະສຸກ. ພວກເຮົາ ເຫັນດີ ເລັ່ງດໍາເນີນການປະເມີນຜົນ ການຈັດຕັ້ງປະຕິບັດ ແຜນແມ່ບົດເສົາຄໍ້າປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ ກໍຄື ການເຊື່ອມຈອດ ແລະ ເຊື່ອມໂຍງອາຊຽນ ເພື່ອຖອດຖອນບົດຮຽນ ແລະ ນໍາໃຊ້ເປັນພື້ນຖານໃຫ້ແກ່ ການສ້າງບັນດາແຜນຍຸດທະສາດ ຂອງອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ເຊິ່ງຈະຮັບຮອງເອົາໃນປີ 2025 ແນໃສ່ສ້າງ ປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ.

ພວກເຮົາ ມີຄວາມຍິນດີ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານສໍາລັບການເປັນສະມາ ຊິກສົມບູນອາຊຽນ ຂອງ ຕີມໍແລັດສະເຕ; ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນ ໃນການສືບຕໍ່ຮັດແໜ້ນການພົວພັນ ກັບພາຍນອກ ກໍຄື ເສີມຂະຫຍາຍຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກ ພື້ນທີ່ພວມຜັນແປ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ພວກເຮົາ ຍິນດີຕໍ່ການສະໜັບສະໜູນຂອງຄູ່ ຮ່ວມພາຍນອກ ໃນການສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ ກໍຄື ບຸລິມະສິດສຳລັບປະທານອາຊຽນ ຂອງ ສປປ ລາວ; ໄດ້ທົບທວນຄືນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ ແລະ ເຫັນດີ ໃຫ້ສືບຕໍ່ຍຶດໝັ້ນ ໃນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍເຫລືອມຽນມາ ຊອກວິທີການແກ້ໄຂດ້ານການເມືອງ ໂດຍສັນຕິວິທີ, ຍືນຍົງ, ມຽນມາ-ເປັນເຈົ້າການ ແລະ ມຽນມາ-ເປັນຜູ້ນຳພາ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກ ລົງຂອງຜູ້ນໍາອາຊຽນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ຮັບຮອງ ແລະ ຮັບຊາບ ເອກະສານຈໍານວນ 56 ສະບັບ ເຊິ່ງເອກະສານສຳຄັນມີດັ່ງນີ້: ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດ ວິໄສທັດປະຊາຄົມອາຊຽນ 2045; ຖະແຫລງການ ຜູ້ນໍາອາຊຽນ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວ ກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນໃຈກາງ ແລະ ມີຄວາມກຽມພ້ອມສໍາລັບອະນາຄົດ; ຖະ ແຫລງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີ ການເຊື່ອມຈອດຕ່ອງໂສ້ ການສະໜອງ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການສົ່ງເສີມກະສິກໍາແບບຍືນຍົງ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການຮັດແໜ້ນ ຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໃນພາກພື້ນ; ຖະແຫລງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນ ວັດທະ ນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ເອກະ ສານການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາປີ 2024 ເພືື່ອສືບຕໍ່ເປັນເອກະສານອ້າງອີງສຳຄັນ ສຳລັບການແກ້ໄຂບັນຫາພາຍໃນ ຂອງມຽນມາໃນຕໍ່ໜ້າ.

ບັນດາສື່ມວນຊົນ ທີ່ຮັກແພງ,

ສຳລັບກອງປະຊຸມສຸດຍອດອາຊຽນ ກັບພາຍນອກ, ບັນດາຜູ້ນໍາອາຊຽນ ໄດ້ມີກອງປະຊຸມສຸດຍອດກັບແຕ່ ລະຄູ່ເຈລະຈາ ແລະ ຄູ່ຮ່ວມມື ເຊັ່ນ: ສປ ຈີນ, ສ ເກົາຫລີ, ຍີ່ປຸ່ນ, ອິນເດຍ, ອົດສະຕຣາລີ, ສະຫະລັດ ອາເມລິກາ, ການາດາ ແລະ ອົງການສະຫະປະຊາຊາດ (ສປຊ) ເຊິ່ງຜູ້ນໍາອາຊຽນ ແລະ ຄູ່ເຈລະຈາ ໄດ້ທົບທວນຄືນການພົວ ພັນຮ່ວມມືໃນໄລຍະຜ່ານມາ ແລະ ຕ່າງກໍເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນທຸກຂົງເຂດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ກໍໄດ້ມີກອງປະຊຸມສຸດ ຍອດອາຊຽນ ບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ເນື້ອໃນສໍາຄັນສໍາລັບກອງປະຊຸມສຸດຍອດອາຊຽນ ກັບພາຍນອກ ມີດັ່ງນີ້:

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27: ຜູ້ນໍາອາຊຽນ-ຈີນ ໄດ້ປະກາດ ການສຳເລັດ ການເຈລະຈາ ເພື່ອຍົກລະດັບ ສັນຍາເຂດການຄ້າ ເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານ ພື້ນຖານທີ່ສໍາຄັນໃນການ ສົ່ງເສີມ ແລະ ເພີ່ມທະວີການຮ່ວມມື ດ້ານເສດຖະກິດອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາ 5 ເອກະສານຜົນກອງ ປະຊຸມ ຄື: ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຕ້ານການສໍ້ໂກງ ດ້ານເຄືອຂ່າຍໂທລະຄົມ ແລະ ການພະ ນັນອອນລາຍ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານ ໄປມາຫາສູ່ລະຫວ່າງ ປະຊາຊົນກັບປະຊາຊົນ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາ ກະສິກໍາທັນສະໄໝ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດ ດິຈີຕອນທີ່ກວມລວມ ແລະ ຍືນຍົງ ແລະ ຖະແຫລງ ການຮ່ວມ ວ່າດ້ວຍ ການສະຫລຸບເນື້ອໃນສໍາຄັນ ຂອງການ ເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0.

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 25: ພວກເຮົາໄດ້ຮ່ວມກັນ ສະເຫລີມສະຫລອງ ຄົບຮອບ 35 ປີ ການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ແລະ ໄດ້ຍົກລະດັບການພົວພັນອາຊຽນ-ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ໂດຍການຮັບຮອງເອົາ ຖະແຫລງການ ຮ່ວມຂອງຜູ້ນໍາ ອາຊຽນ-ສ ເກົາຫລີ ວ່າດ້ວຍການສ້າງ ຕັ້ງການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ອາຊຽນ-ສ ເກົາຫລີ; ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ລິເລີ່ມ ແລະ ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ເພື່ອຮັດແໜ້ນການພົວພັນ ອາຊຽນ-ຍີ່ປຸ່ນ ທີ່ໄດ້ຖືກຍົກລະດັບຂຶ້ນ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2023; ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຮັດແໜ້ນ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ເອກະ ສານຜົນຂອງກອງປະຊຸມສຸດຍອດ ສະເຫລີມສະຫລອງ ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ທີ່ ເມວເບີນ, ອົດສະຕຣາລີ ໃນເດືອນ ມີນາ ປີ 2024 ແລະ ບັນດາແຜນວຽກ ໃຫ້ມີປະສິດທິຜົນ; ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 21: ພວກເຮົາ ໄດ້ຮັບຮອງເອົາ 2 ເອກະສານ ຄື: ຖະແຫລງການຮ່ວມ ວ່າດ້ວຍການຮັດແໜ້ນ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງ ນະໂຍບາຍຫັນສູ່ຕາເວັນອອກຂອງ ອິນເດຍ ແລະ ຖະແຫລງການຮ່ວມ ວ່າດ້ວຍການພັດທະນາ ການຫັນປ່ຽນທາງ ດີຈິຕອນ. ພວກເຮົາ ໄດ້ຍິນດີຕໍ່ການກໍານົດເອົາປີ 2025 ເປັນປີສະເຫລີມສະຫລອງ ການທ່ອງທ່ຽວອາຊຽນ-ອິນ ເດຍ; ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12: ຜູ້ນໍາອາຊຽນ-ສະຫະລັດ ໄດ້ຮັບຮອງເອົາຖະ ແຫລງການຮ່ວມຜູ້ນໍາອາຊຽນ-ສະຫະລັດ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້; ກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 14: ພວກເຮົາໄດ້ຢໍ້າຄືນຄວາມສໍາຄັນ ໃນການຮັດແໜ້ນຫລັກການຮ່ວມມື ຫລາຍຝ່າຍ ລວມທັງ ຄວາມໝາຍໝັ້ນໃນການ ຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມມືຮອບດ້ານອາຊຽນ-ສປຊ. ພວກເຮົາ ເຫັນວ່າ ອາຊຽນ ແລະ ສປຊ ຄວນສືບຕໍ່ຊຸກຍູ້ຄວາມພະຍາຍາມ ແນໃສ່ສົ່ງເສີມ ການເຊື່ອມສານ ລະຫວ່າງ ວິໄສທັດ ປະຊາຄົມອາຊຽນ 2025 ກໍຄື ວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະ 2030 ເພື່ອການພັດທະນາແບບ ຍືນຍົງ; ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ: ຜູ້ນໍາອາຊຽນ-ການາດາ ໄດ້ຮັບຮອງເອົາຖະແຫລງການຮ່ວມຜູ້ນໍາອາຊຽນ-ການາດາ ວ່າ ດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມ ຍຸດທະສາດອາ ຊຽນ-ການາດາ; ກອງປະຊຸມຍຸດຍອດອາຊຽນບວກສາມ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນ ຂອງກົນໄກ ອາຊຽນບວກສາມ ໃນການສົ່ງເສີມການຮ່ວມມື ພາກພື້ນອາຊີຕາເວັນອອກ ແລະ ໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ກິດຈະກໍາການຮ່ວມມືໃຫ້ມີປະສິດທິຜົນ. ກອງປະຊຸມໄດ້ຮັບຮອງເອົາ ຖະ ແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍ ການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ; ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 19: ກອງປະຊຸມໄດ້ຢໍ້າຄືນຄວາມສຳຄັນຂອງ ອີເອເອສ ໃນ ການເປັນເວທີທີ່ສໍາຄັນຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືທີ່ສ້າງສັນ ໃນຂົງເຂດຕ່າງໆ ເປັນຕົ້ນ ການປຶກສາຫາລືບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ ແລະ ໄດ້ຢໍ້າຄືນຄວາມຫມາຍໝັ້ນ ໃນການເສີມຂະຫຍາຍກົນໄກ ການຮ່ວມມື ອີເອເອສ ໃຫ້ເຂັ້ມແຂງ.

ລາຍລະອຽດ ຂອງຜົນກອງປະຊຸມສຸດຍອດທັງໝົດ ສາມາດເບິ່ງໄດ້ໃນເອກະສານ ທີ່ຖືກຮັບຮອງເອົາ ແລະ ໃນຖະ ແຫລງການປະທານ.

ບັນດາທ່ານຜູ້ຕາງໜ້າສື່ມວນຊົນ,

ທ່ານຍິງ ແລະ ທ່ານຊາຍ,

ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້, ພວກເຮົາໄດ້ຮັບຮອງ ແລະ ຮັບຊາບເອກະສານຫລາຍກວ່າ 90 ສະບັບ, ພວກເຮົາ ໄດ້ແລກປ່ຽນຄໍາຄິດຄໍາ ເຫັນຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນ ກ່ຽວກັບສະພາບ ການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.

ສະຫລຸບລວມແລ້ວ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ.

ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນຍ້ອນພວກເຮົາ ໄດ້ຮັບການສະໜັບສະໜູນ ອັນລໍ້າຄ່າ ແລະ ການຮ່ວມມືຢ່າງໃກ້ຊິດ ຈາກບັນດາປະເທດ ສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄື ບັນດາຄູ່ ຮ່ວມມືພາຍນອກ ແລະ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ແລະ ກອງເລຂາອາຊຽນ.

ຂ້າພະເຈົ້າ ຂໍຕາງໜ້າໜ້າໃຫ້ລັດຖະບານ, ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຮັບຜິດຊອບ ຈັດກອງປະຊຸມສຸດຍອດ ຄັ້ງນີ້ ກໍຄື ປະຊາຊົນລາວບັນດາເຜົ່າໃ ນຂອບເຂດທົ່ວປະເທດ ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ສໍາລັບ ການຮ່ວມ ມື ແລະ ສະໜັບສະໜູນດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການຊ່ວຍເຫລືອດັ່ງກ່າວ ຈົນສຳເລັດການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໃນຊຸມປີຂ້າງໜ້າ.

ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພະນັກ ງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວລາວບັນດາເຜົ່າທຸກຖ້ວນໜ້າທີ່ໄດ້ ປະກອບສ່ວນຢ່າງຫ້າວຫັນ ຕາມພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເປັນເຈົ້າພາບທີ່ດີ ອັນ ໄດ້ເຮັດໃຫ້ບັນດາກອງປະຊຸມສຸດຍອດ ໃນຄັ້ງນີ້ ປະສົບຜົນສໍາເລັດອັນຈົບງາມ.

ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນຈົນຮອດວັນທີ 31 ທັນວາ 2024. ໃນພິທີປິດ ທີ່ຫາກໍສໍາເລັດ ໄປ, ສປປ ລາວ ໄດ້ມອບປະທານອາຊຽນ 2025 ໃຫ້ແກ່ ມາເລເຊຍ ເຊິ່ງຈະເລີ່ມແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ມາຍັງ ບັນດາສື່ມວນຊົນທີ່ໄດ້ໃຫ້ຄວາມສົນໃຈ ແລະ ຕິດຕາມການເຄື່ອນໄຫວຂອງບັນດາກອງປະຊຸມສຸດຍອດ ແລະ ກອງປະຊຸມອື່ນໆ ກໍຄື ບັນດາກິດຈະກໍາທີ່ກ່ຽວຂ້ອງ ຕະຫລອດໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເຊິ່ງເປັນປີທ່ອງທ່ຽວ ອີກດ້ວຍ.


ພາບ: ສຸກສະຫວັນ

KPL

ຂ່າວອື່ນໆ

ads
ads

Top